ລັດຖະບານມານະພະຍາຍາມເພື່ອບັນລຸບັນດາຄາດໝາຍປີ2016ຢູ່ໃນລະດັບສູງສຸດ


(vovworld)- ປີ 2016, ຫວຽດ​ນາມ ສູ້​ຊົນ​ບັນ​ລຸ​ລະ​ດັບ​ຈະ​ເລີນ​ເຕີບ​ໂຕ GDP ປະ​ມານ 6,3-6,5%. ເພື່ອ​ບັນ​ລຸ​ໄດ້​ຄາດ​ໝາຍ​ດັ່ງ​ກ່າວ, ໃນ​ເດືອນ​ທີ່​ຍັງ​ເຫລືອ​ຂອງ​ປີ 2016 ຕ້ອງ​ສູ້​ຊົນ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ບັນ​ລຸ​ລະ​ດັບ GDP ຂອງ​ທັງ​ໄຕ​ມາດ IV ບັນ​ລຸ​ໃຫ້​ໄດ້ຢ່າງ​ຫນ້ອຍ​ສຸດ​ແມ່​ນ 7,1 -7,3%. ນີ້​ແມ່ນ​ຫນ້າ​ທີ່ບໍ່​ແມ່ນ​ງ່າຍ​ດ່າຍ ແຕ່​ການ​ນຳ​ບາງ​ກະ​ຊວງ, ຂະ​ແຫນງ​ການ​ໃຫ້​ຮູ້​ວ່າ ຈະ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ສຸດ​ຄວາມ​ສາ​ມາດ​ພ້ອມ​ກັບ​​ຄະ​ນະ​​ລັດ​ຖະ​ບານ​ເພື່ອ​ບັນ​ລຸ​ໃຫ້​ໄດ້​ບັນ​ດາ​ຄາດ​ໝາຍ​ທີ່​ວາງ​ອອກ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຮົ່ງ​ເວີນ​ທີ່​ມີ​ຫົວ​ຂໍ້​ວ່າ: ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ບັນ​ດາ​ຄາດ​ໝາຍ​ປີ2016ຢູ່​ໃນ​ລະ​ດັບ​ສູງ​ສຸດ

ລັດຖະບານມານະພະຍາຍາມເພື່ອບັນລຸບັນດາຄາດໝາຍປີ2016ຢູ່ໃນລະດັບສູງສຸດ - ảnh 1
ພາບ​ປະ​ກອບ

ຄວາມ​ຮຽ​ກ​ຮ້ອງ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​, ຫ​ນ້າ​ທີ່​ປີ 2016 ທີ່​ໄດ້​ວາງ​ອອກໃຫ້​ໄດ້​ຢູ່ໃນ​ລະ​ດັບ​ສູງ​ສຸດ ໃນ​ສະ​ພາບ​ບັນ​ດາ​ຄວາມ​ດຸ​່ນ​ດ່ຽງ​ມະ​ຫາ​ພາກ​ຍັງ​ບໍ່​ທັນ​ໝັ້ນ​ແກ່ນ​ຄື: ບັນ​ຫາ​ອັດ​ຕາ​ແລກ​ປ່ຽນ​ສະ​ກຸນ​ເງິນ​ໂດ​ລາ​ສະ​ຫະ​ລັດ, ບັນ​ຫາ​ໄພ​ເງິນ​ເຟີ້. ໃນ​ກອງ​ປະ​ຊຸມ​ນັດ​ສາ​ມັນ​ປະ​ຈຳ​ເດືອນ​ຂອງ​ລັດ​ຖະ​ບານ ໃນ​ຕອນ​ບ່າຍ​ວັນ​ທີ 29/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງ​ສະ​ມາ​ຊິກ​ແຕ່​ລະ​ຄົນ​ໃນ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ຕ້ອງ​ຕັດ​ສິນ​ໃຈ​ກະ​ທຳ, ວາງ​ຫນ້າ​ທີ່, ມາດ​ຕະ​ການ​ລະ​ອຽດ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ; ສືບ​ຕໍ່​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ, ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ, ຫນ້າ​ທີ່​ປີ 2016 ໃຫ້​ໄດ້​ຢູ່​ໃນ​ລະ​ດັບ​ສູງ​ສຸດ.

ສຸ​ມ​ໃສ່​ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ຄວບ​ຄ​ຸມ​ໄພ​ເງິນ​ເຟີ້

​ການ​ຊຸກ​ຍູ້​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ໂດຍ​ໄດ້​ຮັບ​ການ​ສຸມ​ໃສ່​ຈາກ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ. ຕາມນັ້ນ​ແລ້ວ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ​ຕ່າງໆ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຫນູນ​ຊ່ວຍ​ຢ່າງ​ແຮງ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂໍ້​ຕິດ​ຂັດ, ແກ້​ໄຂ​ບັນ​ດາ​ຄຳ​ສະ​ເຫນີ​ແນະ​ຂອງວິ​ສາ​ຫະ​ກິດ​ຢ່າງ​ທັນ​ການ​ໃນ​ເດືອນ 12 ; ຍູ້​ແຮງ​ການ​ສົ່ງ​ອອກ​ສຳ​ລັບ​ແຕ່​ລະ​ຂ​ົງ​ເຂດ, ປະ​ເພດ​ສິນ​ຄ​້າ ສູ້​ຊົນ​ລະ​ດັບ​ການ​ສົ່ງ​ອອກ​ຢ່າງ​ຫນ້ອຍ​ສຸດ 8%. ທ່ານ ມາຍ​ຕຽ​ນ​ຢູງ, ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຫ້ອງ​ວ່າ​ການ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ:

        “ເດືອນ 12 ແມ່ນ​ເດືອນ​ໃກ້​ກັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ,ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສືບ​ຕໍ່​ຕິດ​ຕາມກວດ​ກາ​ສ​ະ​ພາບ​ການ​ຜັນ​ແປ​ຢ່າງ​ໃກ້​ຊ​ິດ, ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ຊີ້​ນຳ​ບໍ​ລິ​ຫານ​ຢ່າງ​ລະ​ມັດ​ລະ​ວັງ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້າ​ນ​ມະ​ຫາ​ພາກ, ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້ບໍ່​ໃຫ້​ເກີນ 5%. ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ຕິດ​ຕາມ​ການ​ຜັນ​ແປ​ຂອງ​ລາ​ຄາ, ບັນ​ດາ​ປະ​ເພດ​ສິນ​ຄ້າ​ທີ່​ຈຳ​ເປັນ​ເພື່ອ​ມີ​ມາດ​ຕະ​ການ​ເໝະ​ສົມ, ຜັນ​ຂະ​ຫຍາຍ​ລາຍ​ການ​ຮັກ​ສາ​ຕະ​ຫລາດ​ໃນ​ໂອ​ກາດ​ບຸນ​ເຕັດ​ໃຫ້​ເປັນ​ປົກ​ກະ​ຕິ. ທະ​ນາ​ຄານ​ແຫ່ງ​ລັດ ຮັກ​ສາ​ຕະ​ຫລາດ​ຄຳ, ຕະ​ຫລາດເງິນ​ຕາ​ຕ່າງ​ປະ​ເທດ ແລະ ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາເປັນ​ປົກ​ກະ​ຕິ, ພິ​ເສດ​ຫລີກ​ລ້ຽງ​ການ​ຜັນ​ແປຢ່າງ​ແຮງ​ຂອງ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ໃນ​ໄລ​ຍະ​ທ້າຍ​ປີ.”

        ແລະ​ກໍ​ໃນ​ເດືອນ​ທ້າຍ​ປີນີ້, ບັນ​ຫາ​ຫນີ້​ສາ​ທາ​ລະ​ນະ​ສືບ​ຕໍ່​ໄດ້​ຮັບ​ການ​ແກ​້​ໄຂ. ກ່ຽວ​ກັບ​ບັນ​ຫາ​ຫນີ້​ເສຍ, ທະ​ນາ​ຄານ​ແຫ່ງ​ລັດ ຈະ​ເປັນ​ເຈົ້າ​ການ​ໃນ​ການ​ສະ​ເຫນີ, ສາງກອບ​ກົດ​ໝາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ຫນີ້​ເສຍ​ໃຫ້​ສົມ​ບູນ​ແບບ.

ຍູ້​ໄວ​ການ​ເກັບ​ງົບ​ປະ​ມານ, ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ

ທ່ານ​ ຮີ່ງກວາງ​ຫາຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ໃຫ້​ຮູ້​ວ່າ:ຕົວ​ເລກ​ຫລ້າ​ສຸດ​ຂອງ​ກະ​ຊວງ​ການ​ເງິນ ທີ່​ລາຍ​ງານ​ຕໍ່​ລັດ​ຖະ​ບານ​ໃນ​ກອງ​ປະ​ຊຸມ​ນັດ​ສາ​ມັນ​ປະ​ຈຳ​ເດືອນ 11 ໃຫ້​ຮູ້​ວ່າ: ລະ​ດັບ​ຄວາມ​ໄວ​ການ​ເກັບ​ງົບ​ປະ​ມານ​ແຫ່ງ​ລັດ ໃນ 11 ເດືອນ​ຜ່ານ​ມາ ບັນ​ລຸ 89,9% ເມື່ອ​ທຽບ​ໃສ່​ແຜນ​ງົບ​ປະ​ມານ, ເພີ່ມ​ຂຶ້ນ 6,3% ເມືື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2015. ໃນ​ການ​ເກັບ​ງົບ​ປະ​ມານ​ແຫ່ງ​ລັດ, ງົບ​ປະ​ມານ​ທີ່​ເກັບ​ມາ​ໄດ້​ຢູ່​ທ້ອງ​ຖິ່ນ​ແມ່ນ​ຫລາຍກວ່າ, ສ່ວນ​ຢູ່​ສູນ​ກາງ​ແມ່ນ​ຫຍຸ້ງ​ຍາກກວ່າ, ຍ້ອນ​ການ​ຜັນ​ແປ​ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ປີນີ້​ແມ່ນ​ຫລຸດ​ຜ່ອນ​ຫລາຍ. ເພື່ອ​ສຳ​ເລັດ​ຫນ້າ​ທີ່​ໃນ 1 ເດືອນ​ທີ່​ຍັງ​ເຫລືອ​ຂອງ​ປີ 2016, ທ່ານ ຮອງ​ລັດ​ຖະ​ມົນ​ຕີ ຮີ່ງກວາງ​ຫາຍ ໃຫ້​ຮູ້​ວ່າ:

        “ກະ​ຊວງ​ການ​ເງິນ​ຈະ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ. ທີ​ຫນຶ່ງ​ສືບ​ຕໍ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຊຸກ​ຍູ້​ການ​ຜະ​ລິດ​ພັດ​ທະ​ນາ​ເພື່ອ​ເກັບ​ງົບ​ປະ​ມານ. ທີ​ສອງ ກະ​ຊວງ​ຈະ​ເພີ່ມ​ທະ​ວີ​ວຽກ​ງານກວດ​ກາ​ຕ້ານ​ການ​ສໍ້​ໂກງ, ຕ​້ານ​ການ​ຄ້າ​ເຖື່ອນ ແລະ ຕ້ານ​ສິ​ນ​ຄ້າ​ປອມ. ທີ​ສາມ ສືບ​ຕໍ່​ຊຸກ​ຍູ້​ລະ​ດັບ​ຄວາມ​ໄວ​ໃນ​ການ​ປ່ອຍ​ເງິນ, ເງິນ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ຕາມ​ແຜນ​ງົບ​ປະ​ມານ ຊື່ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຕົກ​ລົງ. ໃນ​ລາຍ​ຈ່າຍ​​ປະ​ຈຳ, ກະ​ຊວງ​ຈະ​ສືບ​ຕໍ່​ຮັດ​ກຸ່ມ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ປະ​ຢັດ​ລາຍ​ຈ່າ​ຍ​ປະ​ຈຳ”

        ທ່ານ​ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ ດາວ​ມີງ​ຕູ ຢືນ​ຢັນ​ວ່າ: ລະ​ດັບ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ​ກວ່າ 14% ໃນປະ​ຈຸ​ບັນ ແມ່ນ​ຕອບ​ສະ​ຫນອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຂອງ​ການ​ເຕ​ີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ບໍ່​ເກີດ​ຫນີ້​ເສຍ​ຕື່ມ​ອີກ. ໃນ​ເດືອນ 12/2016, ທະ​ນາ​ຄານ​ແຫ່ງ​ລັດ ໄດ້​ມີ​ມາ​ດ​ຕະ​ການ​ລະ​ອຽດ ເພື່ອ​ຮັບ​ປະ​ກັນ​ລະ​ດັບ​ເຕີບ​ໂຕ​ສິນ​ເຊື່ອ​ຄື​ໄດ້​ກຳ​ນົດ​ໃນ​ໄລ​ຍະ​ຕົ້ນ​ປີ.

        “ໃນ​ຫລາຍ​ປີ​ຜ່ານ​ມາ,  ໄລ​ຍະ​ທ້າຍ​ປີ ແມ່ນ​ຈຸດ​ເວ​ລາ​ທີ່​ດ້ານ​ສິນ​ເຊື່ອ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ແຕ່ 14% ເພີ່ມ​ຂຶ້ນ​ເປັນ 18% ແນ່ນອນ ພວກ​ຂ້າ​ພະ​ເຈົ້າ​ຈະ​ບໍລິ​ຫານ​ໄດ້. ກະ​ແສ​ທຶນ​ປະ​ຈຸ​ບັນ ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ວ່າ ກ່ອນ​ອື່ນຈະ​ສຸມ​ໃສ່ ເຂົ້າ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ ຊື່ງ​ລັດ​ຖະ​ບານ​ໄດ້​ຊີ້​ນຳ, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ບ້ວງ​ສິນ​ເຊື່ອ​ນະ​ໂຍ​ບາຍ​ເພື່ອນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໂດຍ​ໄພ​ທຳ​ມະ​ຊາດ, ບັນ​ຫາ​ສິ່ງ​ແວດ​ລ້ອມກໍ່​ຂຶ້ນ ກໍ​ຄື​ສຸມ​ໃສ່​ເຂົ້າ​ໃນ​ບາງ​ຂົງ​ເຂດ​ທີ່​ຈຳ​ເປັນ ເພື່ອ​ສ້າງ​ມູນ​ຄ່າ​ເພີ່ມ ແລະ ການ​ເຕີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.”

ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ໃນ 11 ເດືອນ​ຜ່ານ​ມາ​ໄດ້​ຮັບ​ຮູ້​ຄວາມ​ພະ​ຍາ​ຍາມ​ອັນ​ໃຫຍ່​ຫລວງ​ຂອງ​ຄະ​ນະ​ລັດ​ຖະ​ບານ, ຂອງ​ປະ​ຊາ​ຊົນ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ໃນ​ສະ​ພາບ​ປະ​ເທດ​ຊາດ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ຄາດ​ໝາຍ​ການ​ເຕີບ​ໂຕ GDP 6,3 -6,5% ໃນ​ປີ 2016 ແມ່ນ​ຄາດ​ໝາຍບໍ່​ແມ່ນ​ງ່າຍ​ດ່າຍ ແຕ່​ຍ້ອນ​ມີ​ຄວາມ​ເປັນ​ຈິດ​ຫນຶ່ງ​ໃນ​ດຽວ, ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ​ກະ​ຊ​ວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ, ຫວຽດ​ນາມ ຈະ​ບັນ​ລຸ​ລະ​ດັບ​ຄາດ​ໝາຍ​​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ໃນ​ປີ 2016 ຢູ່​ໃນ​ລະ​ດັບ​ສູງ​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ