ລັດເຊຍ - ຢູແກຼນ: ປະຕູສົນທະນາພວມຄ່ອຍໆປິດລົງ

ການ​ພົວພັນລະຫວ່າງລັດ​ເຊຍ - ຢູແກຼນພວມກ້າວສູ່ໄລຍະຄົດລ້ຽວທີ່ເປັນ ອັນຕະລາຍຄັ້ງ​ໃໝ່. ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄຳ​ຖະ​ແຫຼງການ​ທີ່​ມີ​ເຈດ​ຕະນາ​ດີ​ຂອງ​ການ​ນຳ 2 ປະ​ເທດ​, ພາຍຫຼັງທີ່ຢູແກຼນມີ​ປະທານາທິບໍດີ​ຄົນ​​ໃໝ່, ບັນດາ​ການ​ກະທຳ​ໃນ​ປະຈຸ​ບັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ມານະ​ອົດທົນ​ຂອງບັນດາ​ຝ່າຍພວມ​ຄ່ອຍສູນຫາຍ​ໄປ ​ແລະ ຍູ້​ການ​ພົວພັນ​ກ້າວ​ໄປ​ເຖິງການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ໃນ​ໄວໆ​ນີ້.  

ລັດເຊຍ - ຢູແກຼນ: ປະຕູສົນທະນາພວມຄ່ອຍໆປິດລົງ - ảnh 1
ກອງທັບຢູແກຼນ (ພາບ:AP)

    ​ໃນ​ການ​ກະທຳ​ທີ່​ເຮັດ​ໃຫ້​ເພີ່​ມຄວາມ​ເຄັ່ງ​ຕຶງ​ລະຫວ່າງ 2 ປະ​ເທດ, ວັນ​ທີ 17/6, ລັດ​ເຊຍ​ໄດ້​ຍືນ​ສະ​ເໜີ​ມະຕິ​ສະບັບ​ໜຶ່ງ​ກ່ຽວ​ກັບຢູແກຼນຂຶ້ນ​ຕໍ່​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ, ​ໃນ​ນັ້ນ ​ໄດ້​ກ່າວ​ປະນາມ​ການ​ຍິງ​ປືນ​ໃຫຍ່, ພິ​ເສດ​ແມ່ນ​ຢູ່​ບໍລິ​ເວນ​ພາກ​ຕາ​ເວັນອອກ, ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ, ອອກ​ຄຳ​ສັ່ງ​ຢຸດ​ຍິງ​ເພື່ອ​ສົນທະນາ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ເປີດ​ການ​ສືບສວນ​ກ່ຽວ​ກັບ​ການ​ຕາຍ​ຂອງ​ນັກ​ຂ່າວ​ລັດ​ເຊຍ 2 ຄົນຢູ່ຢູແກຼນ.

    ​ໂດຍ​ໄດ້​ຕອບ​ໂຕ້​ຄືນ, ວັນ​ທີ 17/6,  ສະພາ​ແຫ່ງ​ຊາດຢູແກຼນກໍ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ບັນຫາ​ເພີ່ມ​ທະວີ​ການ​ຄວບ​ຄຸມ​​ເຂດຊາຍ​ແດນ​ທາງ​ທິດຕາ​ເວັນ​ອອກ​ກັບ​ລັດ​ເຊຍ. ຕາມ​ນັ້ນ​ແລ້ວ, ​ໃນ​ເວລາ 1 ​ເດືອນ, ອົງການ​ປ້ອງ​ກັນຊາ​ຍ​ແດນຢູແກຼນ ​ໄດ້​ເພີ່ມຈຳນວນ​ພາລະ​ກອນຂຶ້ນ​ຫຼາຍ​ພໍ​ສົມຄວນ​ເພື່ອ​ສາມາດ​ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນ ເຂດຊາຍ​ແດນ​ທາງ​ທິດຕາ​ເວັນ​ອອກ​ກັບ​ລັດ​ເຊຍ, ນັບ​ທັງ​ຢູ່​ບັນດາ​ບໍລິ​ເວນ​ທີ່​ບໍ່​ມີ​ການ​ສູ້​ຮົບ. ນອກຈາກ​ນັ້ນ, ຢູແກຼນ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນດາ​ກຳລັງ​ທີ່​ມີໜ້າ​ທີ່ ກຳນົດ​ບັນດາ​ເອກະສານ​ເພື່ອ​ແບ່ງ​ກຳນົດ​ຊາຍ​ແດນ​ກັບ ລັດ​ເຊຍ. ຢູແກຼນ ກໍ​ພວມ​ພິຈາລະນາ​ການ​ຫ້າມ​ຖ່າຍ​ທອດ​ເພີ່ມ​ເຕີມ 4 ຊ່ອງ​ໂທລະພາບ​ຂອງ ລັດ​ເຊຍ, ອັນ​ໄດ້​ຍົກ​ຈຳນວນ ຊອງ​ໂທລະພາບ​ຂອງ ລັດ​ເຊຍຖືກ​ຫ້າມ​ຖ່າຍ​ທອດ​ຢູ່ ຢູແກຼນຂຶ້ນ​ເຖິງ 8 ຊ່ອງ. ນອກຈາກ​ນັ້ນ, ປະທານ​າ​ທິບໍດີຢູແກຼນ Petro Poroshenko ກໍ​ໄດ້​ອອກ​ຄຳ​ສັ່ງ​ເກືອດ​ຫ້າມ​ທຸກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ການ​ທະ​ການ​ກັບ​ລັດ​ເຊຍ.

    ການ​ພົວພັນ​ທີ່​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ.

  ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ລັດ​ເຊຍ - ຢູແກຼນພວມ ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ ພາຍຫຼັງ​ທີ່​ມົດສກູ​ຢຸດຕິ​ການ​ສະໜອງ​ອາຍ​ແກັສ​ໃຫ້​ແກ່ ຢູແກຼນ. ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຄື​ປະຈຸ​ບັນ, ການ​ແຫ່​ຂະ​ບວນປະ​ທ້ວງ, ບຸກ​ໂຈມ​ຕີ​ຢູ່​ນອກ​ສະຖານທູດ​ລັດ​ເຊຍ​ປະຈຳ​ກີ​ແອບ ຍິ່ງ​ເປັນ​ການ​ຖອກ​ນ້ຳມັນ​ໃສ່​ແປວ​ໄພ, ຍູ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ຊົ່ວ​ຮ້າຍ​ລົງ​ໃນ​ລະດັບ​ຕ່ຳ​ສຸດ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ.  ຝ່າຍ​ມົດສກູ ​ໄດ້​ກ່າວ​ຫາ​ຕຳຫຼວດ ຢູແກຼນ ບໍ່​ມີ​ການ​ກະທຳ​ຫຍັງ​ເລີຍ​ເພື່ອ​ສະກັດ​ກັ້ນ​ການ​ບຸກ​ໂຈມ​ຕີ. ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ຜູ້​ຮັກສາ​ການ​ລັດຖະມົນຕີ ຢູແກຼນ Andriy Deshchytsia ຍັງ​ກໍ່​ໃຫ້​ເກີດ​ເຫດ​ວຸ່ນວາຍ​ໃນ​ປະຫວັດ​ການ​ທູດ​ຂອງ 2 ປະ​ເທດ ຂະນະ​ທີ່​ບໍ່​ສາມາດ​ລະງັບ​ໃຈ ​ໄດ້​ມີ​ຄຳ​ເວົ້າ​ແຕະຕ້ອງ​ເຖິງ​ກຽດ​ສັກ​ສີ​ຂອງ​ປະທານາທິບໍດີ​ລັດ​ເຊຍ Putin.

   ວິທີ​ການ​ແກ້​ໄຂ​ໂດຍ​ບໍ່​ກຳນົດ​ໄດ້​ໝາກຜົນ

  ​ແຕ່​ໃນ​ການ​ກະທຳ​ອັນ​ໜຶ່ງ​ທີ່​ຮັບ​ຖື​ວ່າ ​ແມ່ນບາດກ້າວ​ເດີນ​ທຳ​ອິດ​ເພື່ອ​ແນ​ໃສ່​ບັນ​ເທົ່າ​ຄວາມ​ເຄັ່ງ​ຕຶງ​ກັບ​ມົດສກູ​ນັ້ນ, ວັນ​ທີ 18/6, ປະທານ​າ​ທິບໍດີຢູແກຼນ Petro Poroshenko ​ໄດ້​ຖະ​ແຫຼ​ງປະກາດ​ຄຳ​ສັ່ງ​ຢຸດ​ຍິງ​ແຕ່ລຳພັງ​ຝ່າຍ​ດຽວ, ຖະ​ແຫຼ​ງພ້ອມ​ແລ້ວ​ຈະ​ປະຕິບັດ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກັບ​ຝ່າຍ​ລຸກ​ຮຶ້ຂຶ້ນ​ໃນ​ຂັ້ນ​ຕໍ່​ໄປ, ​ໃນ​ນັ້ນ ມີ​ການ​ປະຕິ​ຮູບ​ລັດຖະທຳ​ມະນູນ​ຢ່າງຮອບດ້ານ. ປະທານ​າ​ທິບໍດີຢູແກຼນ Petro Poroshenko ຍັງ​​ໃຫ້​ຄຳ​ໝັ້ນ​ສັນຍາ ປະກາດ​ແຜນການ​ສັນຕິພາບ​ຮອບດ້ານ 14 ຂໍ້, ​ແນ​ໃສ່​ບັນ​ເທົ່າ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ປະ​ທະ​ກັນ​ທີ່​ພວມ​ປີນ​ຂັ້ນ​ໄດ​ຢູ່ ຢູແກຼນ, ​ແຕ່​ກໍ​ເນັ້ນ​ໜັກ​ວ່າ ກຳນົດ​ເວລາ​ຂອງ​ຄຳ​ສັ່ງ​ຢຸດ​ຍິງ​ນີ້ ​ແມ່ນ​ພຽງ​ສັ້ນໆ​ເທົ່າ​ນັ້ນ.

    ຕາມ​ບັນດາ​ນັກ​​ໄຈ້​ແຍກ​ແລ້ວ, ​ແຜນ​ການ​ຢຸດ​ຍິງ​ນີ້ ພຽງ​ແຕ່​ມີ​ລັກສະນະ​ເປັນ​ຮູບ​ການ, ​ແມ່ນ​ວິທີ​ການ​ແກ້​ໄຂ​ຕາມສະພາບ​ການ ​ໂດຍ​ມີ​ການ​ຄິດ​ໄລ່, ຍ້ອນ ຄຳ​ສັ່ງ​ຢຸດ​ຍິງນີ້ ບໍ່​ລວມທັງ​ບັນດາ​ການ​ສົນທະນາ​ເທົ່າ​ນັ້ນ, ຫາກ​ພຽງ​ແຕ່​ແມ່ນ​ຄຳ​ຮຽກຮ້ອງ​ບັນດາ​ກຸ່ມ​ປະກອບ​ອາວຸດ​ຈົ່ງ​ວາງ​ອາວຸດ ​ແລະ ອອກ​ຈາກ ຢູແກຼນ. ​ໃນ​ຂະນະ​ທີ່​ບັນດາ​ການ​ນຳ ຢູແກຼນ ພັດ​ຖື​ການວາງ​ອາວຸດ, ຖອນ​ທະຫານ​ອອກ​ຈາກ​ພາກ​ຕາ​ເວັນ​ອອກ ​ແມ່ນ​ເງື່ອນ​ໄຂ​ຕັດສິນ​ເພື່ອ​ດຳ​ເນີນ​ການເຈລະຈາ​ນັ້ນ, ກຳລັງ​ແຍກ​ຕົວ​ຢູ່​ພາກ​ຕາ​ເວັນ​ອອກ ພັດ​ຖື​ວ່າ​ບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານ ປະທານ​າ​ທິບໍດີຢູແກຼນ Petro Poroshenko ​ແມ່ນ​ໄຮ້​ຄວາມ​ໝາຍ.

   ກົງກັນ​ຂ້າມ​ກັບ​ຄຳ​ຖະ​ແຫຼ​ງຢຸດ​ຍິງ​ພຽງ​ລຳພັງ​ຝ່າຍ​ດຽວ, ກອງທັບ ຢູແກຼນພັດ​ເປີດ​ເຜີຍ​ແຜນການ​ຊື້ຍຍານ​ເກາະ​ຕື່ມ​ອີກ 1000 ຄົນ​ເພື່ອ​ນຳ​ໃຊ້​ໃນ​ບັ້ນ​ປາບ​ປາມ​ຢູ່​ພາກ​ຕາ​ເວັນ​ອອກ ຢູແກຼນ, ພ້ອມ​ທັງ​ໃຫ້​ຮູ້​ວ່າ​ປະ​ເທດ​ນີ້​ຈະ​ສ້າງ​ຕັ້ງ​ກົມ​ກອງ​ການ​ຮົບ​ທີ່​ທັນ​ສະ​ໄໝ​ໃນ​ອະນາຄົດ​ເພື່ອ​ຮັບ​ມື​ກັບ​ໄພ​ນາບ​ຂູ່​ຕໍ່​ຄວາມ​ສະຫງົບ​ແຫ່ງ​ຊາດ.

    ບັນດາ​ການ​ຜັນ​ແປ​ດ້ານ​ການ​ເມືອງ​ທີ່​ພວມ​ເກີດ​ຂຶ້ນ​ຢູ່ ຢູແກຼນ​ໃນ​ເວລາ​ທີ່​ຜ່ານ​ມາ, ພ້ອມ​ກັບ​ຄວາມ​ເຄັ່ງ​ຕຶງ​ປະຈຸ​ບັນ, ຈາກ​ການ​ພົວພັນ​ທາງ​ການ​ທູດ​ຕະຫຼອດ​ຮອດ​ສະພາບ​ບໍ່​ມີ​ທາງ​ອອກ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ອາຍ​ແກັສ, ພວມ​ເຮັດ​ໃຫ້​ສາຍ​ພົວພັນ​ລະຫວ່າງ ລັດ​ເຊຍ - ຢູແກຼນ​ເພີ່ມ​ຄວາມ​ແຕກ​ແຫງ ​ແລະ ການ​ພົວພັນ​ລະຫວ່າງ 2 ປະ​ເທ​ດນີ້ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ​ໄດ້ .
ຂ່າວ/ບົດ​ອື່ນ