ລັດ​ເຊຍ ແລະ ອາ​ເມ​ລິ​ກາ ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ New START

(VOVWORLD) -ລັດເຊຍ ແລະ ອາເມລິກາ ຫາກໍໄດ້ຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ຢ່າງເປັນທາງການ ກ່ອນທີ່ສົນທິສັນຍາສະບັບດັ່ງກ່າວຈະໝົດຜົນສັກສິດ ພຽງແຕ່ໜຶ່ງວັນ. ການຕໍ່ກຳນົດເວລາສົນທິສັນຍາສະບັບນີ້ ແມ່ນບາດກ້າວເລີ່ມຕົ້ນ ເພື່ອໃຫ້ໂລກສາມາດປັບປຸງກົນໄກຄວບຄຸມ ອາວຸດນິວເຄຼຍຄືນໃໝ່. ເຖິງຢ່າງໃດກໍຕາມ, ສົນທິສັນຍາສະບັບດັ່ງກ່າວ ຈະຊ່ວຍໃຫ້ສາຍພົວພັນລະຫວ່າງສອງປະເທດມະຫາອຳນາດນີ້ ດີຂຶ້ນຫຼືບໍ ຈຶ່ງແມ່ນ ສິ່ງທີ່ບັນດານັກສັງເກດການມີຄວາມສົນໃຈ.

ສົນທິສັນຍາ New START ໄດ້ລົງນາມໃນປີ 2010 ແລະ ມີຜົນສັກສິດໃນປີ 2011. ໃນນັ້ນ ໄດ້ກຳນົດວ່າ ບໍ່ໃຫ້ອາເມລິກາ ແລະ ລັດເຊຍ ສະສົມກາຍ 700 ລູກສອນໄຟຂ້າມທະວີບ ແລະ ເຮືອບິນຖີ້ມລູກລະເບີດຍຸດທະສາດກາຍ 700 ລູກ. ສົນທິສັນຍາສະບັບດັ່ງກ່າວ ກໍຈຳກັດປະລິມານຫົວລູກສອນໄຟນິວເຄຼຍ ແຕ່ລະຝ່າຍບໍ່ກາຍ 1.550 ຫົວ. ຕາມຂໍ້ຕົກລົງໃນເບື້ອງຕົ້ນແລ້ວ, ສົນທິສັນຍາສະບັບນີ້ ຈະໝົດຜົນສັກສິດໃນວັນທີ 5 ກຸມພາ 2021, ເຖິງຢ່າງໃດກໍຕາມ, ສອງຝ່າຍໄດ້ເຫັນດີນຳກັນວ່າ ຈະແກ່ຍາວສົນທິສັນຍາສະບັບນີ້ຕື່ມອີກ 5 ປີ, ໝາຍຄວາມວ່າຮອດວັນທີ 5 ກຸມພາ ປີ 2026.

        ຫຼີກລ້ຽງຄວາມສ່ຽງຊ່ວງເສັງອາວຸດ

        ເລື່ອງສົນທິສັນຍາ New START ໄດ້ຮັບການຕໍ່ກຳນົດເວລາ ອາດຈະຊ່ວຍໂລກຫຼີກລ້ຽງໄດ້ຄວາມສ່ຽງເກີດການຊ່ວງເສັງດ້ານອາວຸດ ລະຫວ່າງສອງປະເທດມະຫາອຳນາດທີ່ມີອາວຸດນິວເຄຼຍຫຼາຍອັນດັບໜຶ່ງໃນໂລກ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມຊົມເຊີຍພາຍຫຼັງສົນທິສັນຍາດັ່ງກ່າວ ໄດ້ຮັບການຕໍ່ກຳນົດເວລາໃນທັນທີ ແລະ ເນັ້ນໜັກວ່າ ນີ້ແມ່ນການຮັກສາບັນດາຂໍ້ຈຳກັດທີ່ສາມາດກວດກາ ແລະ ຢັ້ງຢືນໄດ້ ສຳລັບສາງອາວຸດນິວເຄຼຍທີ່ໃຫຍ່ທີ່ສຸດໃນໂລກ, ພ້ອມທັງປາດຖະໜາວ່າ ໃນໄລຍະ 5 ປີ ຈະມາເຖິງ, ລັດເຊຍ ແລະ ອາເມລິກາ ຈະເຈລະຈາເພື່ອຫຼຸດຜ່ອນປະລິມານອາວຸດນິວເຄຼຍ ເຊິ່ງສອງປະເທດນີ້ພວມກຳມະສິດ ເພື່ອຫຼີກລ້ຽງຄວາມສ່ຽງເກີດການຊ່ວງເສັງດ້ານອາວຸດ.

ລັດ​ເຊຍ ແລະ ອາ​ເມ​ລິ​ກາ ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ New START - ảnh 1ລູກສອນໄຟຂ້າມທະວີບ ຂອງ ລັດເຊຍ (ພາບ: AP)

        ໃນຂະນະນັ້ນ, ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ຖະແຫຼງວ່າ New START ຈະປະກອບສ່ວນເຂົ້າໃນການສ້າງສະຖຽນລະພາບສາກົນ ແລະ ອີກຄັ້ງໜຶ່ງບັນດາປະເທດສະມາຊິກ ສະແດງການສະໜັບສະໜູນຢ່າງແຮງຕໍ່ການສືບຕໍ່ປະຕິບັດສົນທິສັນຍາ ກໍຄື ເລື່ອງດຳເນີນການເຈລະຈາກ່ຽວກັບມາດຕະການປັບປຸງສະຖຽນລະພາບຍຸດທະສາດ ໄດ້ປະຕິບັດໂດຍໄວ ແລະ ຕັ້ງໜ້າ. ອົງການດັ່ງກ່າວ ຍັງມີຄວາມຕັດສິນໃຈລວມໃນການຮັກສາບັນດາຂໍ້ຕົກລົງ ແລະ ຄຳໝັ້ນສັນຍາກ່ຽວກັບການຫຼຸດກຳລັງທັບ, ຄວບຄຸມອາວຸດ ແລະ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.  NATO ສະໜັບສະໜູນບັນດາການເຈລະຈາກ່ຽວກັບການຄວບຄຸມອາວຸດໃຫ້ແໜ້ນແຟ້ນກວ່າ, ດ້ວຍຈຸດປະສົງ ປັບປຸງຄວາມໝັ້ນຄົງຂອງສະຫະພັນ, ພ້ອມທັງຖືຂໍ້ຕົກລົງຕໍ່ກຳນົດເວລາສົນທິສັນຍາສະບັບດັ່ງກ່າວ ແມ່ນການເລີ່ມຕົ້ນຂອງຄວາມມານະພະຍາຍາມແກ້ໄຂໄພນາບຂູ່ນິວເຄຼຍ, ບັນດາສິ່ງທ້າທາຍໃໝ່ສຳລັບຄວາມສະຖຽນລະພາບຍຸດທະສາດ.

        ພາຍໃຕ້ສະໄໝທ່ານປະທານາທິບໍດີ Donald Trump, ວໍຊີງຕັນ ບໍ່ຄ່ອຍມີຄວາມສົນໃຈຕໍ່ການຕໍ່ກຳນົດເວລາສົນທິສັນຍາ New START ພໍປານໃດ ເພາະຖືວ່າ ນີ້ແມ່ນຂາດຄວາມຍຸຕິທຳ. ບັນດາຄວາມມານະພະຍາຍາມຂອງອຳນາດການປົກຄອງ Trump ແມ່ນເພື່ອແນໃສ່ຮັບປະກັນຂໍ້ຕົກລົງຄວບຄຸມອາວຸດໄລຍະສັ້ນກັບ ລັດເຊຍ, ລວມທັງການຢຸດຕິການແຜ່ຂະຫຍາຍການຜະລິດຫົວລູກສອນໄຟນິວເຄຼຍ ແລະ ພະຍາຍາມນຳ ຈີນ ເຂົ້າຮ່ວມໃນອະນາຄົດ, ແຕ່ໃນສຸດທ້າຍ ກໍຕົກເຂົ້າສູ່ສະພາບຈົນຕາແຈ. ກ່ອນໜ້ານັ້ນ, ພາຍໃຕ້ອຳນາດການປົກຄອງຂອງທ່ານອະດີດປະທານາທິບໍດີ  Donald Trump, ທ່ານ Joe Biden ໄດ້ສະແດງຄວາມບໍ່ຟ້າວຕໍ່ກຳນົດເວລາ ແລະ ບໍ່ຢາກເປີດກວ້າງສົນທິສັນຍາສະບັບນີ້ກັບບັນດາປະເທດທີ່ມີອາວຸດນິວເຄຼຍ, ພິເສດແມ່ນ ຈີນ.

ສັນຍານຕັ້ງໜ້າ ແລະ ອະນາຄົດຂອງການພົວພັນ ລະຫວ່າງ ລັດເຊຍ - ອາເມລິກາ?

        ໃນສະເພາະໜ້າ, ການຕໍ່ກຳນົດເວລາສົນທິສັນຍາຕື່ມອີກ 5 ປີ ຈະອະນຸຍາດໃຫ້ທັງສອງຝ່າຍ ສືບຕໍ່ປຶກສາຫາລືກ່ຽວກັບການຄວບຄຸມອາວຸດ, ນັບທັງຍຸດທະສາດ ແລະ ຍຸດທະວິທີ, ນິວເຄຼຍ ແລະ ປອດນິວເຄຼຍ, ເພື່ອປຶກສາຫາລືກ່ຽວກັບສະຖຽນລະພາບຍຸດທະສາດ ແລະ ອາດຈະມີຄວາມກ່ຽວຂ້ອງເຖິງການຫຼຸດຜ່ອນອາວຸດ ໂດຍມີການເຂົ້າຮ່ວມຂອງຝ່າຍທີສາມໃນການເຈລະຈາຄັ້ງນີ້. ບໍ່ພຽງແຕ່ ຈີນ ເທົ່ານັ້ນ ຫາກຍັງມີພັນທະມິດ NATO ຂອງ ອາເມລິກາ ນັ້ນແມ່ນ ຝລັ່ງ ແລະ ອັງກິດ ນຳອີກ.

        ບັນດານັກຊ່ຽວຊານ ໃຫ້ຂໍ້ສັງເກດວ່າ, ເລື່ອງສົນທິສັນຍາ New START ໄດ້ຮັບການຕໍ່ກຳນົດເວລາ ອາດຈະຊ່ວຍໃຫ້ໂລກຫຼີກລ້ຽງໄດ້ການຊ່ວງເສັງດ້ານອາວຸດ ລະຫວ່າງສອງປະເທດມະຫາອຳນາດແຖວໜ້າໂລກ, ແຕ່ເບິ່ງຄືວ່າ ຈະບໍ່ສາມາດແກ້ໄຂໄດ້ບໍ່ວ່າບັນຫາໃດໆທີ່ຍັງຄົງຄ້າງໃນການພົວພັນລະຫວ່າງ ລັດເຊຍ - ອາເມລິກາ. ເນື້ອໃນບົດລາຍຂອງ ວັງ Kremlin (ລັດເຊຍ) ແລະ ທຳນຽບຂາວ (ອາເມລິກາ) ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງຄວາມແຕກຕ່າງກັນໃນວິທີການສຳຜັດ. ໃນຂະນະທີ່ ລັດເຊຍ ຊົມເຊີຍການຕໍ່ກຳນົດເວລາສົນທິສັນຍາ New START ແລະ ສະແດງຄວາມປາດຖະໜາຢາກຮ່ວມມືໃນຫຼາຍຂົງເຂດ ຄື ໂລກລະບາດໂຄວິດ - 19, ເສດຖະກິດ ແລະ ການຄ້ານັ້ນ, ຝ່າຍ ອາເມລິກາ ພັດສະແດງຄວາມລະມັດລະວັງ, ເມື່ອຖະແຫຼງວ່າ ປະເທດ ອາເມລິກາ ຈະເດັດດ່ຽວກະທຳ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດ, ໂຕ້ຕອບຄືນບັນດາການກະທຳຂອງ  ລັດເຊຍ ທີ່ໄດ້ກໍ່ຜົນເສຍຫາຍຕໍ່ ອາເມລິກາ ແລະ ບັນດາພັນທະມິດຂອງ ອາເມລິກາ. ໃນການໂອ້ລົມທາງໂທລະສັບກັບ ທ່ານເລຂາທິການໃຫຍ່ NATO Jens Stoltenberg, ທ່ານປະທານາທິບໍດີ Joe Biden ໄດ້ຢັ້ງຢືນຄືນໃໝ່ບັນດາຄຳໝັ້ນສັນຍາຂອງ ອາເມລິກາ ໃນການຮັກສາການພົວພັນກັບ NATO ເໝືອນດັ່ງກຳແພງກັ້ນບັງ ລັດເຊຍ”. ຂໍ້ມູນນີ້ ບວກກັບການໂອ້ລົມທາງໂທລະສັບທີ່ໄດ້ດຳເນີນຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ ອຳນາດການປົກຄອງ ຂອງທ່ານ Joe Biden  ບໍ່ຖືການປັບປຸງການພົວພັນກັບ ລັດເຊຍ ແມ່ນການບຸລິມະສິດແຖວໜ້າ.

        ໃນຕົວຈິງ, ລະຫວ່າງສອງປະເທດນີ້ ຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງ ແລະ ຕ້ອງໃຊ້ເວລາຍາວນານເພື່ອແກ້ໄຂ. ໃນສະພາບການນັ້ນ, ການຕໍ່ກຳນົດເວລາສົນທິສັນຍາ New START ພຽງແຕ່ແມ່ນສັນຍານຕັ້ງໜ້າເທົ່ານັ້ນ, ອັນໄດ້ບົ່ງບອກໃຫ້ເຫັນວ່າ ອຳນາດການປົກຄອງ ອາເມລິກາ ຢາກຮັກສາສະພາບການພົວພັນປັດຈຸບັນກັບ ລັດເຊຍ, ຫຼີກລ້ຽງການສູ້ຢັນກັນໂດຍກົງ, ດັ່ງນັ້ນ ຄວາມຫວັງກ່ຽວກັບການປ່ຽນແປງຢ່າງສິ້ນເຊີງໃນການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ໃນອະນາຄົດອັນໃກ້ໆນີ້ແມ່ນບໍ່ອາດບັນລຸໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ