ລະ​ດັບ​ນ້ຳ​ຂອງ​ຫລຸດ​ລົງ​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ໄດ້​ນາບ​ຂູ່​ບັນ​ດາ​ປະ​ເທດ​ຢູ່​ເຂດ​ຍ່ານ​ລຸ່ມ

(VOVWORLD) -ວັນທີ 18 ກໍລະກົດ, ຄະນະກຳມະການແມ່ນ້ຳຂອງສາກົນ ( Mekong River Commission) ໄດ້ຮັບຮູ້ວ່າ: ໃນຕົ້ນລະດູນ້ຳຖ້ວມຂອງເດືອນມິຖຸນາ, ກໍລະກົດປີນີ້, ລະດັບນ້ຳໃນແມ່ນ້ຳຂອງພວມຢູ່ໃນລະດັບຕ່ຳທີ່ສຸດໃນປະຫັວດສາດ. ລະດັບນ້ຳໃນແມ່ນ້ຳຂອງຫລຸດລົງໄດ້ກໍ່ຜົນກະທົບທີ່ຮ້າຍແຮງຕໍ່ພົນລະເມືອງປະເທດເຂດລຸ່ມແມ່ນ້ຳຂອງນັບຮ້ອຍລ້ານຄົນ.
ລະ​ດັບ​ນ້ຳ​ຂອງ​ຫລຸດ​ລົງ​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ໄດ້​ນາບ​ຂູ່​ບັນ​ດາ​ປະ​ເທດ​ຢູ່​ເຂດ​ຍ່ານ​ລຸ່ມ - ảnh 1

   ແຕ່ລະປີ, ແມ່ນ້ຳຂອງສາມາດສະໜອງສິນໃນນ້ຳເຖິງ 1,8 ລ້ານໂຕນ ແລະ ສະໜອງນ້ຳຮັບໃຊ້ໃຫ້ແກ່ຊີວິດການເປັນຢູ່, ການຜະລິດໃຫ້ທົ່ວເຂດລຸ່ມແມ່ນ້ຳຂອງ. ແມ່ນ້ຳຂອງແມ່ນແຫຼ່ງຊີວິດຂອງປະຊາຊົນກ່ວາ 100 ລ້ານຄົນຂອງບັນດາປະເທດເຂດລຸ່ມແມ່ນ້ຳຂອງຄື: ລາວ, ກຳປູເຈຍ, ໄທ ແລະ ຫວຽດນາມ. ຖ້າຫາກວ່າ ແມ່ນ້ຳຂອງບໍ່ມີນ້ຳພຽງພໍ, ເຂດລຸ່ມແມ່ນ້ຳຂອງຈະຖືກນ້ຳເຄັມຊືມເຂົ້າ. ຂາດນ້ຳຈືດ ແລະ ດິນສັນດອນ ຊື່ງຈະເຮັດໃຫ້ເຂດທົ່ງນາຖືກແຫ້ງແລ້ງ. ນີ້ຈະແມ່ນໄພອັນຕະລາຍກໍ່ໃຫ້ເກີດໄພອຶດຫິວ, ຂາດສະບຽງອາຫານຢູ່ທີ່ບັນດາປະເທດເຂດລຸ່ມແມ່ນ້ຳຂອງ.

    ລະດັບນ້ຳຕ່ຳທີ່ສຸດໃນປະຫວັດສາດ

ຕາມການຮັບຮູ້ໃນວັນທີ 18 ກໍລະກົດ, ຢູ່ຊຽງແສນ  ປະເທດໄທ ລະດັບນ້ຳໃນແມ່ນ້ຳຂອງແມ່ນ 2,1m ຕ່ຳກ່ວາ 3,02m ເມື່ອທຽບກັບລະດັບສະເລ່ຍໃນໄລຍະດຽວກັນໃນ 57 ປີ (ແຕ່ປີ 1961-2018) ແລະ ຕ່ຳກ່ວາ 0,75m ເມື່ອທຽບກັບລະດັບນ້ຳຕ່ຳສຸດທີ່ໄດ້ວັດແທກຢູ່ທີ່ນີ້.

ຢູ່ວຽງຈັນ ປະເທດລາວ ລະດັບນ້ຳໃນແມ່ນ້ຳຂອງແມ່ນ 0,70m ຕ່ຳກ່ວາ 5,54m ເມື່ອທຽບກັບລະດັບສະເລ່ຍໃນໄລຍະດຽວກັນ ແລະ ຕຳກ່ວາ 1,36m ເມື່ອທຽບກັບລະດັບນ້ຳຕ່ຳສຸດ. ໃນເວລາ 3 ວັນຄືແຕ່ວັນທີ 16-18 ກໍລະກົດ, ລະດັບນ້ຳຢູ່ສະຖານີວັດແທກນີ້ໄດ້ຫລຸດລົງ 5,58m.

ໃນຂະນະນັ້ນ, ລະດັບນ້ຳຢູ່ເຂດທົ່ງພຽງແມ່ນ້ຳຂອງຂອງຫວຽດນາມ ກໍ່ພວມຢູ່ໃນລະດັບຕ່ຳທີ່ສຸດເມື່ອທຽບກັບໄລຍະດຽວກັນ. ທ່ານເລວັນຄາງ, ຢູ່ເມືອງອານຝູ ໄດ້ທຳອາຊີບຫາປາຢູ່ແມ່ນ້ຳຂອງໄດ້ແບ່ງປັນວ່າ:

  ບໍ່ມີນ້ຳ, ຄອບຄົວຊາວປະມົງຫາເງິນລ້ຽງຊີບດ້ວຍການຫາປາກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຍ້ອນບໍ່ມີນ້ຳກໍ່ບໍ່ມີປາ. ລູກຂອງຂ້າພະເຈົ້າຕ້ອງໄດ້ໄປຮັບຈ້າງຢູ່ແຂວງບິນເຢືອງ ເພື່ອຫາເງິນລ້ຽງຄອບຄົວ.

  ທ່ານຫງວຽນວັນແທັງ, ຢູ່ບ້ານຝູເຍີນ ເມືອງອານຝູ ມີດິນນາກ້ວາງ 1 ແຮັກຕາ. ຍ້ອນປີນີ້ນ້ຳບໍ່ທັນມາ, ຄອບຄົວທ່ານຈຶ່ງບໍ່ທັນໄດ້ເອົາເຂົ້າໄປຫວ່ານເທື່ອ. ທ່ານຫງວຽນວັນແທັງ ໃຫ້ຮູ້ວ່າ:

ປີນີ້ບໍ່ທັນມີນ້ຳ, ຍັງແຫ້ງແລ້ງຢູ່, ປະຈຸບັນບໍ່ມີນ້ຳ, ການຜະລິດກໍ່ປະສົບກັບຄວາມຫຍຸ້ງຍາກ, ບໍ່ມີນ້ຳ ກໍ່ບໍ່ມີດິນສັນດອນ.

ລະ​ດັບ​ນ້ຳ​ຂອງ​ຫລຸດ​ລົງ​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ໄດ້​ນາບ​ຂູ່​ບັນ​ດາ​ປະ​ເທດ​ຢູ່​ເຂດ​ຍ່ານ​ລຸ່ມ - ảnh 2

ທ່ານ ປອ Khem Sothea

 ພ້ອມກັນຂຸດຄົ້ນ, ນຳໃຊ້ແມ່ນ້ຳຂອງຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ.

ທ່ານ ປອ Khem Sothea ຜູ້ຊ່ຽວຊານພະຍາກອນນ້ຳຖ້ວມ ຂຶ້ນກັບຄະນະກຳມະການແມ່ນ້ຳຂອງ ຢືນຢັນວ່າ: ລະດັບນ້ຳໃນແມ່ນ້ຳຂອງໄດ້ຫລຸດລົງຕ່ຳຄືໃນລະດູຝົນແມ່ນປະກົດການທີ່ຜິດປົກກະຕິ ແລະ ໄດ້ກໍ່ຜົນກະທົບທີ່ຮ້າຍແຮງຕໍ່ບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ, ພິເສດແມ່ນບັນດາປະເທດຢູ່ເຂດລຸ່ມແມ່ນ້ຳຂອງຄືກຳປູເຈຍ ແລະ ຫວຽດນາມ. ກ່ອນອື່ນໝົດແມ່ນການເຄື່ອນໄຫວຜະລິດກະສິກຳຖືກຜົນສະທ້ອນຢ່າງໜັກໜ່ວງ, ບໍ່ມີປະລິມານນ້ຳພຽງພໍເພື່ອຮັບໃຊ້ໃຫ້ແກ່ການປູກຝັງ. ທີສອງແມ່ນລະບົບຊີວະພາບ ແລະ ຊີວະນາໆພັນທີ່ຢູ່ລຽບຕາມແມ່ນ້ຳຂອງກໍ່ໄດ້ຮັບຜົນສະທ້ອນທີ່ຫຍໍ້ທໍ້, ພຶກສາຊາດ, ສັດສາວະສິ່ງຫຼາຍຊະນິດຖືກນາບຂູ່, ປະລິມານປາໃນແມ່ນ້ຳຂອງກໍ່ອືກຫລຸດລົງ. ທີສາມແມ່ນການຄົມມະນາຄົມທາງນ້ຳໃນເຂດລຸ່ມແມ່ນ້ຳຂອງກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຮ້າຍແຮງທີ່ສຸດແມ່ນບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງຂອງຫວຽດນາມ ຈະຖືກນ້ຳເຄັມຊືມເຂົ້າ. ເພື່ອຫລຸດຜ່ອນຜົນຮ້າຍຕໍ່ປະຊາຊົນທີ່ຢູ່ເຂດລຸ່ມແມ່ນ້ຳຂອງ, ບັນດາປະເທດຮ່ວມແມ່ນ້ຳຂອງຕ້ອງຫລຸດຜ່ອນບັນດາການກະທົບທີ່ຫຍໍ້ທໍ້ໂດຍມະນຸດກໍ່ຂຶ້ນ. ບັນດາປະເທດສະມາຊິກຄະນະກຳມະການແມ່ນ້ຳຂອງກໍ່ຕ້ອງຍົກສູງສະຕິຄວາມຮັບຜິດຊອບ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານກ່ຽວກັບບັນດາການເຄື່ອນໄຫວກໍ່ຜົນສະທ້ອນຕໍ່ແມ່ນ້ຳຂອງ. ໃນອະນາຄົດ, ບັນດາປະເທດຈະພ້ອມກັນສ້າງ ແລະ ເປັນເອກະພາບກ່ຽວກັບປະມວນກົດໝາຍວ່າດ້ວຍການຂຸດຄົ້ນ, ນຳໃຊ້ແມ່ນ້ຳຂອງຢ່າງມີປະສິດທິຜົນ ແລະ ຍືນຍົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ