ລາຊະອານາຈັກອັງກິດ: ເປົ້າໝາຍໃຫມ່ຂອງການກໍ່ການຮ້າຍ

(vovworld)- ພາຍ​ຫລັງ 1 ປີ​ເກີດ​ເຫດ​ບຸກ​ໂຈມ​ຕ​ີກໍ່​ການ​ຮ້າຍ​ຢູ່ ປະ​ເທດ​ແບ​ນ​ຊິກ ໄດ້​ເຮັດ​ໃຫ້ 32 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ນັບ​ຮ້ອຍ​ໆ​ຄົນ​ຖືກ​ຮັບ​ບາດ​ເຈັບ, ວັນ​ທີ 22/3, ໂລກຖືກ​ສັ່ນສະ​ເທື່ອນ ຍ້ອນ​ເຫດ​ບຸກ​ໂຈມ​ຕີ​ຢູ່ນ​ອກ​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ອັງ​ກິດ ຢູ່​ນະ​ຄອນ​ຫລວງ ລອນດອນ. ນີ້​ແມ່ນ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ຢູ່ ອັງ​ກິດ ໃນ​ກວ່າ 10 ປີ​ຜ່ານ​ມາ. ເຫດ​ບຸກ​ໂຈມ​ຕີນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫຍຸ້ງ​ຍາກ​ຂອງ​ບັນ​ດາ​ປະ​ເທດ ເອີ​ລົບ​ໃນ​ການ​ສະ​ກັດ​ກັ້ນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ.

 ລາຊະອານາຈັກອັງກິດ: ເປົ້າໝາຍໃຫມ່ຂອງການກໍ່ການຮ້າຍ - ảnh 1
ທ່ານ​ນາງ ນາ​ຍົກ​ລັດຖະ​ມົນ​ຕີ ອັງ​ກິດ Theresa May 
ພາບ:TTXVN

   ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ໃນ ເຫດ​ບຸກ​ໂຈມຕີ​ຢູ່​ນອກ​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ອັງ​ກິດ ເມື່ອ​ວັນ​ທີ 22/3 ແມ່ນ​ເກືອບ 50 ຄົນ, ໃນ​ນັ້ນ ມີ 3 ຄົນ​ຖືກ​ເສຍ​ຊີ​ວິດ. ວິ​ທີ​ການ​ບຸກ​ໂຈມ​ຕີ​ຂອງ​ພວກກໍ່​ການ​ຮ້າຍ​ຢູ່ ລອນດອນ ມີ​ຫລາຍ​ຈຸດ​ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ ຢູ່ Nice ປະ​ເທດ ຝ​ລັ່ງ ຫລື Berlin ປະ​ເທດ ເຢຍ​ລະ​ມັນ​ໃນ​ໄລ​ຍະ​ຜ່ານ​ມາ.

ໃນ​ຖະ​ແຫລງ​ການ​ຫນຶ່ງ, ທ່ານ​ນາງ ນາ​ຍົກ​ລັດຖະ​ມົນ​ຕີ ອັງ​ກິດ Theresa May ເອີ້ນ ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍນີ້​ແມ່ນ​ການ​ກະ​ທຳ​ມີ​ຈຸດ​ປະ​ສົງ ແລະ ຮຽກ​ຮ້ອງ​ປະ​ຊາ​ຊົນ​ສາ​ມັກ​ຄີ​ກັນ.

ຈາກ​ຄວາມ​ສ່ຽງ​ຕະ​ຫລອດ​ຮອດ​ຄວາມ​ຈິງ

       ກ່ອນ​ທີ່​ເກີດ ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍເມື່ອ​ວັນ​ທີ 22/3, ວົງ​ການ​ນັກ​ໄຈ້​ແຍກ​ໄດ້​ກ່າວ​ເຕື​ອນເປັນ​ຫລາຍ​ເທື່ອ​ແລ້ວ​ວ່າ IS ພ້ອມ​ກັບ​ບັນ​ດາ​ພວກກໍ່​ການ​ຮ້າຍ​ພວມ​ລີ້​ຕົວ​ຢູ່ ອັງ​ກິດ ອາດ​ຈະ​ປະ​ຕິ​ບັດ​ບັນ​ດາ​ ເຫດ​ບຸກ​ໂຈມ​ຕີໃສ່​ປະ​ເທດນີ້ ເພື່ອ​ແກ້​ແຄ້ນ​ໃຫ້​ເລື່ອງ ລອນດອນ ສະ​ຫນັບ​ສະ​ຫນູນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ​ນະ​ຄອນ Mosul ປະ​ເທດ ອີ​ຣັກ. ​ທ່ານ Richard , ຜູ້​ຊ່ຽວ​ຊານ​ຄົ້ນ​ຄ້​ວາກໍ່​ການ​ຮ້າຍ, ສາດ​ສະ​ດາ​ຈານ ຂອງ​ມະ​ຫາ​ວິ​ທ​ະ​ຍາ​ໄລ Belfast Queen ແລະ ມະ​ຫາ​ວິ​ທະ​ຍາ​ໄລ St Andrews ໄດ້​ເວົ້າ​ວ່າ: ​ເຫດ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ໃສ່​ອັງ​ກິດອາດ​ຈະ​ເກີດຂຶ້ນ. ຕາມ​ທ່ານ Richard ແລ້ວ, ບັນ​ດາ ເຫດ​ບຸກ​ໂຈມ​ຕີ​ ພຽງ​ແມ່ນ​ບັນ​ຫາ​ເວ​ລາ​ເທົ່າ​ນັ້ນ. ຊ້ຳ​ບໍ່​ໜຳ, ໄລ​ຍະ​ມໍ່ໆ​ມານີ້, ເດືອນ 2/2017, Max Hill ຜູ້​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ​ຕ້າ​ນກໍ່​ການ​ຮ້າຍ​ຂອງ​ອັງ​ກິດ ໄດ້​ຍອມ​ຮັບ​ວ່າ ຕົວ​ເມືອງ​ໃຫຍ່ຫລາຍ​ແຫ່ງ​ຢູ່ ອັງ​ກິດ ແມ່ນ​ເປົ້າ​ໝາຍ​ຂອງ​ບັນ​ດາ​ອົງ​ການກໍ່​ການ​ຮ້າຍ ອິດ​ສະ​ລາມ, ແລະ ຜູ້​ຖືກ​ເຄາະ​ຮ້າຍ​ແມ່ນ​ສາ​ມັນ​ຊົນ ບໍ່​ຈຳ​ແນກ​ເຊື້ອ​ຊາດ ຫລື ຜິວ​ພັນ. ກ່າວ​ຄຳ​ເຫັນ​ທາງ​ໂທ​ລະ​ພາບ ITV ເມື່ອ​ວັນ​ທີ 26/2, ທ່ານ​ນາງ Amber Rudd, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ອັງ​ກິດ ກ​ໍ​ເຫັນ​ດີ​ກັບ​ການ​ຕີ​ລາ​ຄາ​ຂອງ​ທ່ານ Hill ກ່ຽວ​ກັບ​ການ​ນາບ​ຂູ່​ການ​ບຸກ​ໂຈມ​ຕີ ຊື່ງ​ປະ​ເທດ ອັງ​ກິດ ຕ້ອງ​ປະ​ເຊີນ​ຫນ້າ. ທ່ານ​ນາງ​ໄດ້​ຢືນ​ຢັນ​ວ່າ ເລື່ອງ​ຮັບ​ປະ​ກັນ​ໃຫ້​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ເປັນ​ຢ່າງ​ດີ ນັ້ນ​ແມ່ນ “ວຽກ​ງານ​ສຳ​ຄັນ​ທີ່​ສຸດຕ້ອງ​ເຮັດ ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​”. ບໍ່​ພຽງ​ແຕ່​ສະ​ເພາະ​ວົງ​ການ​ນັກ​ຊ່ຽວ​ຊານ, ນັກ​ການ​ເມືອງ​ຄາດ​ຄະ​ເນ​ເທົ່າ​ນັ້​ນ ຫາກ​ນັບ​ທັງ IS ກໍ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ແນ​ໃສ່ ອັງ​ກິດ ເມື່ອ​ຕົ້ນ​ປີ 2016, ກຳ​ລັງ​ນີ້​ໄດ້​ເຜີຍ video ນາບ​ຂູ່ບຸກ​ໂຈມ​ຕີ ອັງ​ກິດ.

 ລາຊະອານາຈັກອັງກິດ: ເປົ້າໝາຍໃຫມ່ຂອງການກໍ່ການຮ້າຍ - ảnh 2
ຕຳ​ຫລວດ​ເວນ​ຍາມ​ຢູ່ນອກ​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ​ອັງ​ກິດ
ພາບ:TTXVN

ຄວາມ​ຈິງ, ຕຳ​ຫລວດ ອັງ​ກິດ ກໍ​ໄດ້​ພົບ​ເຫັນ​ບັນ​ດາ​ອຸ​ປະ​ກອນ​ສົງ​ໃສດຳ​ເນີນ​ການ​ບຸກ​ໂຈມ​ຕີ ແລະ ຈັບ​ຕົວ​ບັນ​ດາ​ເປົ້າ​ໝາຍ​ຖືກ​ສົງ​ໃສ​ມີ​ການ​ກະ​ທຳ​ບຸກ​ໂຈມ​ຕີ​ໃນ​ທ້າຍ​ປີ 2016. ເຖິງວ່າ ບັນ​ດາ​ກໍ​ລະ​ນີ​ດັ່ງ​ກ່າວ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ທັນ​ການ​ຈາກ​ຕຳ​ຫລວດ ແຕ່​ກໍ່​ແມ່ນ​ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກກໍ່​ການ​ຮ້າຍ​ພວມ​ລີ້​ຕົວ​ຢູ່ອ​ັງ​ກິດ.  ເປັນ​ຫນ້າ​ສົນ​ໃຈ, ບັນ​ດາ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ອັງ​ກິດ ກໍ່​ໄດ້​ເຮັດ​ໃຫ້ 13 ກົນ​ອຸ​ບາຍ​ບຸກ​ໂຈມ​ຕີ​ອື່ນ​ແນ​ໃສ່​ປະ​ເທດນີ້​ໃນ​ໄລ​ຍະ​ບໍ່​ຮອດ 4 ປີ​ຜ່ານ​ມາ​ຖືກ​ປະ​ລາ​ໄຊ.

ປະ​ຕິ​ກິ​ລິ​ຍາ​ຈາກ​ອຳ​ນາດ​ການ​ປົກ​ຄອງ

        ເພື່ອ​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ການ​ກະ​ທຳ​ການ​ຮ້າຍ, ປະ​ເທດ​ອັງ​ກິດ ໄດ້ ແລະ ພວມ​ດຳ​ເນີນ​ບັນ​ດາ​ການ​ປະ​ຕິ​ຮ​ູບ​ຫລາ​ຍ​ສົມ​ຄວນ ພາຍ​ຫລັງ​ຍອມ​ຮັບ​ການ​ນາບ​ຂູ່ນີ້​ອາດ​ຈະ​ບໍ່​ສູນ​ຫາຍ​ໂດຍ​ໄວ​ໄດ້. ນັບ​ແຕ່​ເດືອນ 8/2014, ທ່ານ​ນາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ Theresa May ປະ​ຈຸ​ບັນ ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ໄດ້​ຈັດ​ວາງ​ກຳ​ລັງ​ຕຳ​ຫລວດ​ຂອ​ງ​ປະ​ເທດນີ້​ເຂົ້າ​ໃນ​ສະ​ພາບ​ກຽມ​ພ້ອມ​ເພື່ອ​ປະ​ເຊີນ​ຫນ້າ​ກັບ​ໄພ​ນາບ​ຂູ່​ການບຸກ​ໂຈມ​ຕີ.  ຄວາມ​ສະ​ຫງົບ​ປອດ​ໄພ​ຢູ​່​ຖະ​ຫນົນ​ສາຍ​ຕ່າງໆ ແລະ ບັນ​ດາ​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ ນັບ​ມື້​ນັບ​ໄດ້​ນັບ​ການ​ຄວບ​ຄຸມ. ຕຳ​ຫລວດ​ຈາ​ລະ​ຈອນ​ໄດ້​ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ໃນ​ບັນ​ດາ​ສາຍ​ທາງ​ທີ່​ຄັບ​ຄາ​ຫນາ​ແຫນ້ນ​ຢູ່ ລອນດອນ. ໃນ​ໄລ​ຍະ 2 ປ​ີ​ຜ່ານ​ມາ, ປະ​ເທດ ອັງ​ກິດ ຍາມ​ໃດ​ກໍ່​ຮັກ​ສາ​ລະ​ດັບ​ເຕືອນ​ໄພ​ຄວາມ​ສະ​ຫງົບ​ປອດ​ໄພ​ຢູ່​ໃນ​ລະ​ດັບ 2: ສຸກ​ເສີນ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ກຳ​ລັງ​ຕ້ານກໍ່​ການ​ຮ້າຍ​ກໍ​ໄດ້​ເພີ່ມ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ເມື່​ອ​ອົງ​ກາ​ນ​ສືບ​ລາ​ຊະ​ການ​ລັບ ອັງ​ກິດ ຕັດ​ສິນ ຮັບ​ສະ​ໝັກນັກ​ສືບ​ຂ່າວ 1000 ຄົນ​ໃຫ້​ແກ່​ໄລ​ຍະ 5 ປີ ຈະ​ມາ​ເຖິງ. ແລະ ພາ​ລະ​ກອນ​ອື່ນ 1000 ຄົນ​ຈະ​ໄດ້​ຮັບ​ສະ​ໝັກ​ເຂົ້າ​ອົງ​ການ​ປ້ອງ​ກັນ​ຄ​ວາມ​ສ​ະ​ຫງົບ ແລະ ກອງ​ບັນ​ຊາ​ການ​ສ​ື່​ສານ​ຂອງ​ລັດ​ຖະ​ບານ(GCHQ). ຫົວ​ຫນ້າ​ອົງ​ການ ສືບ​ລາ​ຊະ​ການ​ລັບ ອັງ​ກິດ(M16) ທ່ານ Alex Younger ໃຫ້​ຮູ້​ວ່າ: ອັງ​ກິດ ໄດ້​ຕັດ​ສິນ​ຈະ​ສະ​ຫນອງ​ຈຳ​ນວນ​ເງິນ 2,5 ຕື້​ປ​ອນ​ເຂົ້າ​ງົບ​ປະ​ມານ​ຂອງ​ບັນ​ດາ​ອົງ​ການ​ສືບ​ລາ​ຊະ​ການ​ລັບ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ແຫລ່ງ​ກຳ​ລັງ​ພຽງ​ພໍ ເພື່ອ​ສະ​ກັດ​ກັ້ນ ແລະ ທຳ​ລາຍ​ທຸກ​ກົນ​ອຸ​ບາຍກໍ່​ການ​ຮ້າຍ ແນ​ໃສ່​ອັງ​ກິດ ຢູ່​ໃນ​ທຸກ​ໄລ​ຍະ.

        ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ກໍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ໃນ​ບັ້ນ​ຮົບ​ຕ້ານ​ການກໍ່​ການ​ຮ້າຍ. ໃນ​ການ​ຢ້ຽມ​ຢາມ ປາ​ຣີ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 28/7/2016, ລັດ​ຖະ​ມົນ​ຕີ ອັງ​ກິດ Boris Johnson ໄດ້​ເຫັນ​ດີ​ກັບ​ຄູ່​ຕຳ​ແຫນ່ງ Jean Marc Ayrault ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດນີ້. ທ່ານ Johnson ຢືນ​ຢັນ​ວ່າ ປະ​ເທດ ອັງ​ກິດ ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​ກັບ ຝ​ລັ່ງ ໃນ​ກ​ານ​ຕໍ່​ສູ້​ຕ້ານກໍ່​ກາ​ນ​ຮ້າຍ. ໃນ​ຂະ​ນະ​ນັ້ນ ​ອັງ​ກິດ​ກໍ່​ໄດ້ຍົກ​ອອກບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ຮ່ວມ​ມື​ຕ້ານກໍ່​ການ​ຮ້າຍ ກັບ​ຫລາຍ​ປະ​ເທດ.

ນັ້ນ​ແມ່ນ​ສິ່ງ​ທີ່​ປະ​ເທດ ອັງ​ກິດ ຈະເຮັດ​ກ່ອນ​ທີ່ເຫດກໍ່​ການ​ຮ້າຍ​ເກີດ​ຂຶ້​ນ. ພາຍ​ຫລັງ​ເຫດ​ການ​ເມື່ອ​ວັນ​ທີ 22/3, ແນ່ນອນ​ວ່າ ອັງ​ກິດ ຈະ​ມີ​ການ​ກະ​ທຳ​ຢ່າງ​ແຮງກວ່າ ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໄດ້​ມີ​ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ໄພ​ກໍ່​ການ​ຮ້າຍ ແລະ ມີ​ການ​ກະ​ກຽມ​ຫລາຍ​ສົມ​ຄວນ​ເພື່ອ​ຕ້ານ​ຄືນ​ໄພ​ອັນ​ຕະ​ລາຍນີ້ ແຕ່​ເຫດ​ບຸກ​ໂຈມ​ຕີ​ເມື່ອ​ວັນ​ທີ 22/3 ຍັງ​ຄົງ​ເກີດ​ຂຶ້ນ​ຢູ່​ໃຈ​ກາງ​ນະ​ຄອນ​ຫລວງ ລອນດອນ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຄົ້​ນພົບ​ ແລະ ການ​ສະ​ກັດ​ກັ້ນ​ກໍ່​ການ​ຮ້າຍ​ຢູ່ ອັງ​ກິດ ເວົ້າ​ສະ​ເພ​າ​ະ ແລະ ຢູ່​ຫລາຍ​ປະ​ເທດ​ອື່ນ​ເວົ້າ​ລວມ.


ຕອບກັບ

ຂ່າວ/ບົດ​ອື່ນ