ລາຍ​ການ​ກະ​ຈາຍ​ສຽງ​ພາ​ສາ​ພາ​ຕ່າງ​ປະ​ເທດ - ຂົວ​ຕໍ່ ຫວຽດນາມ ກັບເພື່ອນມິດສາກົນ

(VOVWORLD) -ພະແນກບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ມີລາຍການກະຈາຍສຽງບັນດາລາຍການພາສາຕ່າງປະເທດ ອອກອາກາດຄັ້ງທຳອິດໃນວັນທີ 7 ກັນຍາ 1945, ກ່ອນນີ້ 76 ປີ. ໃນຕະຫຼອດໄລຍະຜ່ານມາ, ນັກຂ່າວ, ບັນນາທິການລຸ້ນຕ່າງໆຂອງ VOV5 ໄດ້ຝຶກຝົນຮຽນຮູ້, ສູ້ຊົນ, ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ VOV5 ພັດທະນາສົມກັບເປັນອົງການສື່ມວນຊົນການຕ່າງປະເທດແຖວໜ້າຂອງ ພັກ, ລັດຖະບານ, ເປັນຂົວເຊື່ອມຕໍ່ ຫວຽດນາມ ກັບເພື່ອນມິດສາກົນ ຢ່າງມີປະສິດທິຜົນ.

VOV5 ເປັນທີ່ຮູ້ຈັກກັບຊື່ຕ່າງໆຄື: ພະແນກບັນນາທິການບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ,  ຄື້ນກະຈາຍສຽງການຕ່າງປະເທດແຫ່ງຊາດ ແລະ ປັດຈຸບັນ ແມ່ນພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ. ປັດຈຸບັນ, VOV5 ໄດ້ອອກອາກາດບັນດາລາຍການຂ່າວ ດ້ວຍ 13 ພາສາ ເຊິ່ງລວມມີ ພາສາອັງກິດ, ຝລັ່ງ, ຈີນ, ລັດເຊຍ, ຍີ່ປຸ່ນ, ແອັດສະປາຍ, ລາວ, ໄທ, ຂະແມ, ອິນໂດເນເຊຍ, ເຢຍລະມັນ, ສ.ເກົາຫຼີ ແລະ ລາຍການກະຈາຍສຽງ ດ້ວຍພາສາຫວຽດ ທີ່ສະຫງວນໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ. ປັດຈຸບັນນີ້, VOV5 ກໍແມ່ນອົງການສື່ມວນຊົນທີ່ມີລາຍການດ້ວຍພາສາຕ່າງປະເທດຫຼາຍພາສາທີ່ສຸດຂອງ ຫວຽດນາມ.

ລາຍ​ການ​ກະ​ຈາຍ​ສຽງ​ພາ​ສາ​ພາ​ຕ່າງ​ປະ​ເທດ - ຂົວ​ຕໍ່ ຫວຽດນາມ ກັບເພື່ອນມິດສາກົນ - ảnh 1ທ່ານ ຫງວຽນຕ໊ຽນລອງ, ຫົວໜ້າ VOV5 

ມານະພະຍາຍາມ ນຳລາຍການກະຈາຍສຽງພາກພາສາຕ່າງປະເທດອອກໄປໄກກວ່າ

ວັນທີ 7 ກັນຍາ ກໍແມ່ນວັນທຳອິດທີ່ ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດຂອງ ວິທະຍຸກະຈາຍສຽງຫວຽດນາມ ໄດ້ອອກອາກາດລາຍການກະຈາຍສຽງຄັ້ງທຳອິດດ້ວຍພາສາ ຝລັ່ງ, ອັງກິດ, ພາສາ ກວາງຕຸງ (ຈີນ) ແລະ ພາສາ Esperanto, ພາຍຫຼັງທີ່ ທ່ານປະທານໂຮ່ຈີມິນ ອ່ານບົດຖະແຫຼງການປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ໃນໄລຍະ 76 ປີ ແຫ່ງວັນສ້າງຕັ້ງ ແລະ ພັດທະນາ, VOV5 ຍາມໃດກໍມີການປ່ຽນແປງໃໝ່, ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອໄປທັນກັບທ່າອ່ຽງພັດທະນາສື່ມວນຊົນທີ່ທັນສະໄໝຂອງໂລກ, ພ້ອມທັງຕອບສະໜອງໄດ້ຕາມຄວາມຕ້ອງການຂອງທ່ານຜູ້ຟັງ. ຕາມນັ້ນແລ້ວ, ບັນດາລາຍການກະຈາຍສຽງຍັງໄດ້ຮັບການລົງທຶນເຄື່ອງເຕັກນິກດີຈີຕອນ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍປະເພດ, ປ່ຽນແປງໃໝ່ format ຂອງລາຍການ ກໍຄືວິທີການອ່ານຂອງໂຄສົກ, ຈາກນັ້ນ ເພີ່ມຄວາມດູດດື່ມໃຫ້ແກ່ຜູ້ຟັງ ແລະ ສອດຄ່ອງກັບທ່າອ່ຽງພັດທະນາຂອງການກະຈາຍສຽງທັນສະໄໝ, ທັງໝົດເຫຼົ່ານັ້ນແມ່ນເພື່ອມຸ່ງໄປເຖິງເປົ້າໝາຍ “Connectivity –Convergence – Convenience” (ເຊື່ອມຕໍ່ - ລວມເປັນຫຼາຍຮູບຫຼາຍແບບ  ແລະ ສະດວກ). ທ່ານ ຫງວຽນຕ໊ຽນລອງ, ຫົວໜ້າ VOV5 ໃຫ້ຮູ້ວ່າ:

 “ຄຳຂວັນຂອງ VOV5 “Connectivity –Convergence – Convenience” ໄດ້ຮັບຄວາມເຂົ້າໃຈແບບງ່າຍໆວ່າ: ບັນດາລາຍການກະຈາຍສຽງຂອງ VOV5 ຕ້ອງໄດ້ອອກສູ່ມວນຊົນຕ່າງປະເທດໃນຫຼາຍຊ່ອງທາງ. ບໍ່ພຽງແຕ່ແມ່ນການກະຈາຍສຽງເທົ່ານັ້ນ ຫາກຍັງຜ່ານເວັບໄຊ, ຜ່ານພື້ນຖານດີຈີຕອນສື່ສັງຄົມອອນລາຍ ຄື fanpage, Youtube ແລະ ຈັດທຳລາຍການຕາມແບບວິທີທີ່ມວນຊົນປາດຖະໜາ ແລະ ມີຄວາມຕ້ອງການ ເປັນຕົ້ນແມ່ນ Podcast, Google Spotify. ບໍ່ພຽງແຕ່ແມ່ນບັນດາລາຍການກະຈາຍສຽງແບບດັ້ງເດີມເທົ່ານັ້ນ ຫາກຍັງແມ່ນລາຍການກະຈາຍສຽງດີຈີຕອນ, ກະຈາຍສຽງທາງອິນເຕີເນັດ ດ້ວຍຫຼາຍເນື້ອໃນ ແລະ ຮູບແບບທີ່ແຕກຕ່າງກັນ ເຊິ່ງລວມມີ ຂ່າວ, ບົດ, ພາບສາລະຄະດີ, ຄຼິບວິດີໂອ, ເລື່ອງສັ້ນ ແລະ ການໄລ໌ສົດບັນດາເຫດການສຳຄັນ, ມີລັກສະນະສະຖານະການ, ບັນດາລາຍການສິລະປະທີ່ມີຄຸນຄ່າ, ພິເສດທີ່ໄດ້ຮັບຄວາມສົນໃຈ”.

ໃນໄລຍະແຫ່ງການພັດທະນາ ແຕ່ປີ 2021 ຮອດປີ 2030, VOV5 ໄດ້ວາງອອກຫຼາຍເປົ້າໝາຍພັດທະນາສຳຄັນ, ໃນນັ້ນ ອາດຈະເວົ້າເຖິງເລື່ອງ ສືບຕໍ່ສຸມໃສ່ການລົງທຶນ, ພັດທະນາຂໍ້ມູນຂ່າວຜ່ານພື້ນຖານດີຈີຕອນ, ຍົກລະດັບເວັບໄຊ vovworld.vn ໃຫ້ກາຍເປັນສື່ເອເລັກໂຕນິກພາກພາສາຕ່າງປະເທດ; ສ້າງຕັ້ງລາຍການກະຈາຍສຽງພາກສາພາ ອາຣັບ ໄປພ້ອມໆກັບການສ້າງເວັບໄຊຂອງລາຍການ ແລະ ຍົກຈຳນວນລາຍການພາກພາສາຕ່າງປະເທດຂອງ VOV5 ຂຶ້ນເປັນ 14 ລາຍການ; ເພີ່ມທະວີການປົກຄຸມຄື້ນ, ໝູນໃຊ້ທ່າໄດ້ປຽບຂອງພື້ນຖານດີຈີຕອນ ແລະ ອິນເຕີເນັດ Radio ຢູ່ເຂດຈຸດສຸມໃນໂລກ ເປັນຕົ້ນແມ່ນ ອາເມລິກາ, ເອີຣົບ, ອາຊີຕາເວັນອອກສ່ຽງເໜືອ, ອາຊຽນ…

ລາຍ​ການ​ກະ​ຈາຍ​ສຽງ​ພາ​ສາ​ພາ​ຕ່າງ​ປະ​ເທດ - ຂົວ​ຕໍ່ ຫວຽດນາມ ກັບເພື່ອນມິດສາກົນ - ảnh 2ຄະນະການນຳ VOV5 ພ້ອມກັບໂຄສົກ, ນັກຂ່າວ, ບັນນາທິການລາຍການກະຈາຍສຽງ ພາກພາສາ ເຢຍລະມັນ

VOV5 - ຂົວຕໍ່ ລະຫວ່າງ ຫວຽດນາມ ກັບ ເພື່ອນມິດສາກົນ

ປັດຈຸບັນ, ບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດຂອງ VOV ໄດ້ອອກອາກາດໄປສູ່ກວ່າ 70 ປະເທດ ແລະ ເຂດແຄວ້ນໃນໂລກ. ໄລ່ຮອດປັດຈຸບັນ, VOV5 ໄດ້ມີຫຼາກຫຼາຍລາຍການ, ໄດ້ຮັບການອັບເດດຢ່າງວ່ອງໄວ, ທັນການ, ຕອບສະໜອງໄດ້ຕາມຄວາມຕ້ອງການຂໍ້ມູນຂ່າວຂອງເພື່ອນມິດສາກົນ ກໍຄືປະຊາຄົມຊາວ ຫວຽດນາມ ທີ່ຢູ່ຫ່າງໄກບ້ານເກີດເມືອງນອນ. ບັນດາຄໍລຳຄື: ວັດທະນະທຳ ຫວຽດນາມ, ເສດຖະກິດ ຫວຽດນາມ, ສີສັນ 54 ຊົນເຜົ່າ ຫວຽດນາມ, ຊີວິດສັງຄົມ, ຜູ້ຟັງກັບລາຍການ… ພ້ອມດ້ວຍຫຼາຍເນື້ອໃນສະເພາະທີ່ໄດ້ນຳສະເໜີເພື່ອຮັບໃຊ້ກຸ່ມຜູ້ຟັງທີ່ແຕກຕ່າງກັນຄື: ເພື່ອເພື່ອນໜຸ່ມ, ເວົ້າພາສາຝລັ່ງ, ຢ້ຽມຢາມ ຫວຽດນາມ ໃນວັນອາທິດ, ຊາຍຄາ ອາຊຽນ… ຍາມໃດກໍໄດ້ຮັບການຕອບກັບຢ່າງຕັ້ງໜ້າຈາກຜູ້ຟັງ. ເພື່ອນ Josh Tyler ຜູ້ຟັງຊາວ ອັງກິດ ໄດ້ແບ່ງປັນສູ່ຟັງວ່າ:

ນັບແຕ່ເມື່ອຮູ້ຈັກເຖິງ VOV5, ຂ້າພະເຈົ້າໄດ້ໃຊ້ເວລາສ່ວນຫຼາຍໃນໂອກາດທ້າຍອາທິດເພື່ອຮັບຟັງບັນດາລາຍການກະຈາຍສຽງຂອງ VOV5. ລາຍການທີ່ຂ້າພະເຈົ້າມັກທີ່ສຸດແມ່ນ ລາຍການຄົ້ນຫາ ຫວຽດນາມ. VOV ແມ່ນແຫຼ່ງຊອກຮູ້ຂໍ້ມູນກ່ຽວກັບ ຫວຽດນາມ ກ່ອນທີ່ຂ້າພະເຈົ້າຈະມາຢ້ຽມຢາມ ຫວຽດນາມ. ນັ້ນແມ່ນແຫຼ່ງຂໍ້ມູນຂ່າວທີ່ເປັນປະໂຫຍດຫຼາຍ. ເພາະສະນັ້ນ, ເມື່ອໄປດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ຂ້າພະເຈົ້າມີຄວາມຮູ້ສຶກລຶ້ງເຄີຍກັບສະຖານທີ່ແຫ່ງນີ້. ຂອບໃຈ VOV”

  ສຳລັບທ່ານ Rudy Hartono ຢູ່ ອິນໂດເນເຊຍ - ເຊິ່ງເປັນຜູ້ທີ່ຮັບຟັງບັນດາລາຍການຂອງ VOV5 ເປັນປະຈຳໃນໄລຍະເວລາກວ່າ 30 ປີຜ່ານມາ, ທ່ານມີຄວາມປະທັບໃຈຕໍ່ການພັດທະນາຂອງ VOV ກໍຄືການປະກອບສ່ວນຂອງ VOV5 ໃນການເຊື່ອມຕໍ່ຜູ້ຟັງ ອິນໂດເນເຊຍ ກັບ ຫວຽດນາມ, ຊ່ວຍໃຫ້ເຂົາເຈົ້ານັບມື້ນັບມີຄວາມຮັກຕໍ່ປະເທດຊາດ, ປະຊາຊົນ ຫວຽດນາມ ຫຼາຍກວ່າ.

“ຄວາມຮູ້ສຶກຂອງຂ້າພະເຈົ້າທີ່ມີຕໍ່ VOV ແມ່ນເລິກເຊິ່ງພໍສົມຄວນ. ຂ້າພະເຈົ້າປະທັບໃຈກັບຖັນແຖວໂຄສົກຂອງ VOV ຫຼາຍ ແລະ ຮູ້ສຶກດີໃຈເມື່ອ VOV ໄດ້ກອບສ່ວນເຂົ້າໃນການສ້າງສາຍພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ. VOV ມີຄວາມເປັນມືອາຊີບໃນການອອກອາກາດບັນດາລາຍການຂ່າວຂອງ ຫວຽດນາມ ອອກສູ່ໂລກດ້ວຍ 13 ພາສາ ແລະ ບໍ່ມີຫຍັງທີ່ໜ້າປະຫຼາດໃຈ ເມື່ອຜູ້ຟັງມີຄວາມຮູ້ຈັກກັນດີກັບ VOV. ຫວັງວ່າ VOV ຈະນັ້ນມື້ນັບພັດທະນາ ແລະ ຫຍັບມໍ່ເຂົ້າກັບທ່ານຜູ້ຟັງໂລກຫຼາຍກວ່າອີກ”.

  ແຕ່ລະປີ, ບັນດາລາຍການຂອງ VOV5 ໄດ້ຮັບຈົດໝາຍສະເລ່ຍກວ່າ 10.000 ສະບັບ, ພ້ອມດ້ວຍໂທລະສັບຫຼາຍສາຍ ແລະ ຄອມເມັ້ນຂອງຜູ້ຟັງ, ຜູ້ອ່ານອີກດ້ວຍ. ໃນຈົດໝາຍສະບັບຕ່າງໆ, ຜູ້ຟັງຜູ້ອ່ານຫຼາຍທ່ານ ຕ່າງກໍຢັ້ງຢືນວ່າ VOV5 ແມ່ນແຫຼ່ງຂໍ້ມູນຂ່າວທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອໃຫ້ເຂົາເຈົ້າຊອກຮູ້ກ່ຽວກັບ ຫວຽດນາມ ແລະ ແບ່ງປັນນ້ຳໃຈຄວາມຮັກແພງຂອງເຂົາເຈົ້າ ທີ່ມີຕໍ່ນັກຂ່າວ, ບັນນາທິການຂອງ VOV. ນັ້ນແມ່ນແຫຼ່ງລະດົມກຳລັງໃຈທີ່ປະເສີດເລີດລ້ຳທີ່ສຸດ, ແມ່ນກຳລັງໜູນເພື່ອໃຫ້ພະນັກງານ, ພາລະກອນ VOV5 ສືບຕໍ່ມານະພະຍາຍາມ, ອຸທິດສ່ວນນຳລາຍການກະຈາຍສຽງພາກພາສາຕ່າງປະເທດຂອງ ຫວຽດນາມ ອອກໄປສູ່ໂລກໃຫ້ນັບມື້ນັບກວ້າງໄກກວ່າ ແລະ ເຊື່ອມຕໍ່ ຫວຽດນາມກັບເພື່ອນມິດສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ