ວິກິດການການເມືອງຢູ່ຊີຣີ-ບາດລ້ຽວດ້ວຍຄວາມຫວັງໃໝ່

ວິກິດການການເມືອງຢູ່ຊີຣີ-ບາດລ້ຽວດ້ວຍຄວາມຫວັງໃໝ່ - ảnh 1
ທ່ານ Kofi Annan
(ພາບ: internet)

  vovworld- ທູດ​ພິ​ເສດ​ຮ່ວມ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ, ອະດີດ​ເລຂາ​ທິການ​ໃຫຍ່ ສະຫະ​ປະຊາ​ຊາດ ທ່ານ Kofi Annan ​ໄດ້​ປະ​ສົບ​ຜົນສຳ​ເລັດ​​ເບື້ອງ​ຕົ້ນ​ໃນ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ທີ່​ແກ່ຍາວ​ເປັນ​ເວລາ​ກ່ວາ 1 ປີ​ຜ່ານ​ມາ​ຢູ່​ຊີຣີ. ນັ້ນ​ແມ່ນ​ຄວາມ​ເຫັນ​ດີ​ຂອງ​ອຳນາດ​ການ​ປົກຄອງ Damascus ​​ເມື​່ອວັນ​ທີ 27/3 ຕໍ່​ແຜນການລວມມີ 6 ຂໍ້ ​ໂດຍທ່ານ Kofi Annan ນຳ​ສະ​ເໜີ ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ນີ້​ຖືກ​ຖື​ວ່າ ​ແມ່ນ​ບາດ​ລ້ຽວດ້ວຍ​ຄວາມ​ຫວັງ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່​ວິ​ກິດ​ການ​ຢູ່​ ຊີ​ຣີ​ ໃນ​ປະຈຸ​ບັນ.
    ​ເຫດການ​ນີ້​ຖືກ​ຖື​ວ່າ ​ແມ່ນ​ບາດກ້າວ​ບຸກທະລຸ​ທາງ​ການ​ທູດ, ຍ້ອນ​ວ່າ​ກ່ອນ​ໜ້າ​ນັ້ນ, ຄວາມ​ເປັນ​ຫ່ວງ​ກັງວົນ​ຕໍ່​ໄພ​ອັນຕະລາຍ​​ເກີດ​ສົງຄາມ​ກາງ​ເມືອງ​ທີ່​ນອງ​ເລືອດ ​ແລະ ມີ​ຂອບ​ຂະໜາດ​ໃຫຍ່​ກ່ວາ​ໄດ້​ມໍ່​ເຂົ້າ​ໄກ້. ກ່ອນ​ທີ່​ຈະ​ເດີນທາງ​ໄປ​ຍັງ Seoul ປະ​ເທດ ສ.​ເກົາຫຼີ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ, ວັນ​ທີ 25/3, ປະທານາທິບໍດີ​ລັດ​ເຊຍ Dmitry Medvedev ​ໄດ້​ຖື​ວ່າ ນີ້​ອາດ​ຈະ​ແມ່ນ​ກາລະ​ໂອກາດສຸດ​ທ້າຍ​ຂອງ​ຊີຣີ. ​ແລະ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນ​ນັ້ນ, ຫາງ​ສຽງ​ກໍຖື​ວ່າ ອຳນາດ​ການ​ປົກຄອງຂອງ​ປະ​ນາທາ​ທິບໍດີ​ຊີຣີ Bashar al-Assad ​ໄດ້​ຮູ້​ຍາດ​​ແຍ່ງ​ກາລະ​ໂອກາດ ​ເພື່ອ​ຜ່ອນ​ຄາ​ຍຄວາມ​ເຄັ່ງ​ຕຶງ​ທີ່​ພວມ​ຢູ່​ໃນ​ລະດັບ​​ສູງສຸດ.

ວິກິດການການເມືອງຢູ່ຊີຣີ-ບາດລ້ຽວດ້ວຍຄວາມຫວັງໃໝ່ - ảnh 2
ການປະທະກັນໄດ້ເຮັດໃຫ້ເສດຖະກິດຂອງຊີຣີຕົກຕຳ່ຖອຍຫຼັງ


      ຕາມ​ແຜນການ​ຂອງທ່ານ Kofi Annan, ການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ຝ່າຍ​ຕ້ອງ​ຢຸດຕິ​ລົງ ​ແລະ ​ໂດຍ​ແມ່ນສະຫະ​ປະຊາ​ຊາດ​ເປັນ​ຜູ້​ຕິດຕາມ​ກວດກາ; ບັນດາ​ກຳລັງລັດຖະບານ​ຊີຣີຈະ​ຖອນ​ທະຫານ ​ແລະ ອາວຸດປະ​ເພດ​ໜັກ​ອອກ​ຈາກ​ບັນດາ​ນະຄອນ​ທີ່​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ; ຕ້ອງ​ຢຸດຕິ​ການ​ປະ​ທະ​ກັນ​​ໃນ​ເວລາ​ຢ່າງ​ໜ້ອຍ 2 ຊົ່ວ​ໂມງ​ຕໍ່ວັນ​ເພື່ອ​ປະຕິບັດ​ການ​ຊ່ວຍ​ເຫຼືອ​ມະນຸດສະທຳ​ຢູ່​ບັນດາ​ບໍ​ລິ​ເວນຮັບ​ຜົນ​ສະທ້ອນ, ປ່ອຍ​ຕົວ​ບັນດາ​ຜູ້​ຖືກ​ຈັບ​ກຸມ​ໃນ​ການ​ປະ​ທະ​ກັນ​ເປັນ​ເວລາ 1 ປີ​ທີ່​ຜ່າ​ນມາ; ກ້າວ​ໄປ​ເຖິງ​ການ​ສົນ​ທະ​ນາ​ຫາລືດ້ານ​ການ​ເມືອງ​ລະຫວ່າງ​ລັດຖະບານ ​ແລະ ​ຝ່າຍ​ຄ້ານ. ຂໍ້​ສະ​ເໜີ​ດັ່ງ​ກ່າວ​ບໍ່​ວາງ​ກຳ​ນົດ​ເວລາ​ໃຫ້​ແກ່ ອຳນາດ​ການ​ປົກຄອງຊີຣີປະ​ຕິ​ບັດ​ບັນ​ດາ​ຂໍ້​ສະ​ເໜີ​ນີ້, ກໍ​ຄື​ບໍ່​ຮຽກຮ້ອງ ປະ​ນາທາ​ທິບໍດີ​ຊີຣີ Bashar al-Assad ລາ​ອອກ​ຈາກ​ຕຳ​ແໜ່​ງ. ນີ້​ຖືກ​ຖື​ວ່າ​ແມ່ນ​ຈຸດ​ແຕກ​ຕ່າງ​ກັນ​ຢ່າງ​ສິ້ນ​ເຊິ່ງ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ຂໍ້ສະ​ເໜີຂອງ​ຝ່າຍ​ຕາ​ເວັນ​ຕົກ​ກ່ອນ​ໜ້າ​ນັ້ນ. ຕາມທ່ານ Kofi Annan ​ແລ້ວ, ມີ​ພຽງ​ແຕ່​ຊາວຊີ​ຣີ​ ​ຈຶ່ງ​ສາມາດ​ຕັດສິນ​ຊາຕາກຳ​ຂອງ ປະ​ນາທາ​ທິບໍດີ​ຊີຣີ Bashar al-Assad ເທົ່າ​ນັ້ນ. ບັນຫາ​ປະຈຸ​ບັນ ​ແມ່ນ​ບັນດາ​ຝ່າຍ​ຄ້ານ​ຕ້ອງ​ດຳ​ເນີນ​ການ​ເຈລະຈາ​ເພື່ອ​ຢຸດ​ຕິການ​ປະ​ທະ​ກັນ. ນັ້ນຈະ​ແມ່​ນ “ຂໍ້​ກຸນ​ແຈ​ພາ​ໄປ​ເຖິງ​ສັນຕິພາບ” ບໍ່​ພຽງ​ແຕ່​ສຳລັບ​ປະຊາຊົນ​ຊີຣີ​ເທົ່າ​ນັ້ນ, ຫາກ​ຍັງ​ສຳລັບ​ທົ່ວ​ພາກ​ພື້ນ ​ແລະ ປະຊາ​ຄົມ​ໂລກ​ອີກ​ດ້ວຍ. ດ້ວຍ​ຂໍ້​ສະ​ເໜີ​ດັ່ງກ່າວ, ຝ່າຍ​ຄ້ານ​ຢູ່​ຊີຣີກໍ​ໄດ້​ມີ​ບັນດາ​ການ​ກະທຳ​ຢ່າງ​ຕັ້ງໜ້າ. ວັນ​ທີ 27/3, ​ຝ່າຍຄ້ານທັງ​ໝົດ​ຢູ່​ປະ​ເທດ​ນີ້​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ແຕ່ງ​ຕັ້ງ ສະພາ​ຊົນ ​ຊາດ ຊີຣີ (SNC) ​ເປັນ​ຕົວ​ແທນ​ຂອງ​ເຂົາ​ເຈົ້າ ​ແລະ ຮຽກຮ້ອງ ປະ​ນາທາ​ທິບໍດີ​ຊີຣີ Bashar al-Assad ຈົ່ງ​ຖອນ​ບັນດາ​ລົດ​ຖັງອອກ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ມີ​ຄວາມ​ຫວັງ​ຢາກ​ມີ​ສັນຕິພາບ​ຢ່າງ​ແທ້​ຈິງ. ຖະ​ແຫຼ​ງການ​ຖືກ​ອ່ານ​ຕໍ່ໜ້າ​ວົງ​ການ​ນັກ​ຂ່າວ​ໃນ​ເວລາ​ສິ້ນ​ສຸດ​ກອງ​ປະຊຸມ​ບັນດາ​ຝ່າຍ​ຄ້ານທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26,​27/3 ຢູ່​ອິສຕານ​ບຸນ ປະ​ເທດ​ເຕິ​ກກີ.

   ພາຍຫຼັງທີ່​ມີ​ຂໍ້​ຕົກລົງ​ຂອງ​ຊີຣີ, ປະຊາ​ຄົມ​ໂລກ​ໄດ້​ມີ​ປະຕິກິ​ລີ​ຍາ​ຢ່າງ​ຕັ້ງໜ້າ. ​ເມື່ອ​ສະ​ແດງ​ປະຕິກິ​ລີ​ຍາ​ຂອງ​ຕົນ, ອາ​ເມ​ລິ​ກາ​ໄດ້ຣຽກຮ້​ອງຊີຣີ “ ຕ້ອງ​ເຮັດ​ໃຫ້​ຄຳ​ເວົ້າ​ກາຍ​ເປັນ​ການ​ກະທຳ ”. ​ໂຄສົກ​ທຳນຽບຂາວ ທ່ານ Victoria Nuland ​ໄດ້​ຕີລາລາ​ວ່າ ຂໍ້​ຕົກລົງ​ຂອງ ອຳນາດ​ການ​ປົກຄອງຊີຣີ​ແມ່ນ “ ບາດກ້າວ​ເດີນ​ທີ່​ສຳຄັນ ”. ຢູ່ລອນ​ດອນ, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດອັງກິດ William Hague ​ໄດ້​ຕີ​ລາຄາ​ວ່າ ​ເລື່ອງທ່ານ Bashar al-Assad ຍອມຮັບ​ຕໍ່​ແຜນການ​ສັນຕິພາບ​ແມ່ນ “ ບາດກ້າວ​ເດີນ​ທີ່​ສຳຄັນທຳ​ອິດ ” ມຸ່ງ​ໄປ​ສູ່​ການ​ຢຸດຕິ​ການ​ໃຊ້​ຄວາມຮຸ່ນ​ແຮງ ​ແລະ ຖື​ວ່າ ​ເລື່ອງ​ນີ້​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຈິງ​​ໃຈ ​ແລະ ​ເຂັ້ມ​ງວດ. ​ເອກ​ອັກຄະ​ລັດຖະທູດ ສ. ສະຫະພັນ​ເຢັຍລະ​ມັນ​ປະຈຳ ສະຫະ​ປະຊາ​ຊາດ ທ່ານ Peter Wittig ​ເນັ້ນ​ໜັກ​ວ່າ ການ​ກະທຳ​ລະອຽດ​ຂອງ​ຊີຣີຈະພິສູດໃຫ້ເຫັນເຈດຕະນາດີຂອງເຂົາເຈົ້າ. ທ່ານ​ Mohammed Loulichki ເອກ​ອັກຄະ​ລັດຖະທູດ Morocco ປະຈຳສະຫະ​ປະຊາ​ຊາດ, ຜູ້ຕາງໜ້າ​ສະຫະພັນ​ອາຣັບປະຈຳ ສະຫະ​ປະຊາ​ຊາດສະ​ແດງ​ຄວາມ​ປາດ​ທະ​ໜາ​ວ່າ “ ນີ້​ຈະ​ແມ່ນ​ການ​ລິ​ເລີ່​ມຂອງ​ກຳລັງ​ຊຸກຍູ້​ທີ່​ນຳ​ມາ​ເຊິ່ງສັນຍາ​ນທີ່​ດີງາມ​ໃຫ້​ແກ່​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ”

  ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ: ຄວາມ​ຫວັງຕໍ່​ພື້ນຖານ​ສັນຕິພາບ, ຄວາມ​ມີ​ສະຖຽນ​ລະ​ພາບ​ສຳລັບ​ຊີຣີ ​ໄດ້​ກາຍ​ເປັນຄວາມ​ມຸ່ງ​ຫວັງ​ຂອງ​ປະຊາ​ຄົມ​ໂລກ.ຍ້ອນ​ວ່າ ຈາກ​ບັນດາ​ຕົວ​ເລກ​ຖືກ​ສະ​ຖີຕິ, ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງ​ຄວາມ​ຮ້າຍ​ແຮງ​ຂອງການ​ປະ​ທະ​ກັນ, ຄວາມ​ເສຍ​ຫາຍ​ທີ່​ປະຊາຊົນ​ຕ້ອງ​ປະ​ເຊີນ​ໜ້າ. ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້, ​ໄດ້​ມີ​ຊາວ​ຊີ​ຣີ ກ່ວາ 9000 ຄົນ​ເສຍ​ຊີ​ວິດ​ຍ້ອນ​ການ​ໃຊ້​ຄວາມ​ຮຸ່ນ​ແຮງ, ​ໃນ​ຂະນະ​ນັ້ນ, ກະ​ແສ​ຟອງ​ຫຼົບ​ໄພ​ກໍ​ເພີ່ມ​ຂຶ້ນ​ສູງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ​ເພາະສະ​ນັ້ນ ​ເລື່ອງ​ຍອມຮັບ​ແຜນການ​ສັນຕິພາບ​ຂອງ ທູດ​ພິ​ເສດ Kofi Annan ​ແມ່ນ ບາດກ້າວ​ເດີນ​ທີ່​ສຳຄັນ, ກ່ອນ​ອື່ນ​ໝົດ​, ມັນອະນຸຍາດ​ໃຫ້​ບັນດາ​ອົງການ​ສາກົນ​ແຈກຢາຍ​ເຄື່ອງ​ຊ່ວຍ​ເຫຼືອ​ມະນຸດສະທຳ​​ໄປ​ຍັງ​ປະຊາຊົນ​ຢູ່​ແຫ່ງ​ນີ້.

   ຫາງ​ສຽງ​ຖື​ວ່າ ບັນດາ​ໝາກຜົນ​ເບື້ອງ​ຕົ້ນ​ໃນ​ຄວາມ​ມານະ​ພະຍາຍາມ​ຂອງ ທູດ​ພິ​ເສດ Kofi Annan ​ແມ່ນ​ສັນຍານ​ອັນ​ຕັ້ງໜ້າ, ສ້າງ​ທ່ວງທ່າ​ໃຫ້​ແກ່​ວິວັດທະນາ​ການ​ໄກ່​ເກ່ຍ, ຢຸດ​ຕິ​ການ​ປະ​ທະ​ກັນ​ຖ້າ​ຫາກ​ບັນດາ​ຝ່າຍ​ມີ​ເຈດ​ຕະນາ​ດີ ​ແລະ ຄວາມ​ຕັດສິນ​ໃຈ​ອັນ​ດຽວ​ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ