ວິກິດການນິວຄະເລຍຢູ່ອີຮານ


(vovworld) - ຄວາມ​ເຂັ່ງຕຶງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ເຊິ່ງກ່ຽວຂ້ອງ​ເຖິງວິ​ກິດ​ການ​ນິວຄະ​ເລຍ​ຂອງ​ອີ​ຮານ ພວມ​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ວິຕົກ​ກັງວົນ. ​ເພາະວ່າ, ຖ້າ​ຫາກ​ມີ​ການ​ພິພາດ​ກັນ​​ເລັກນ້ອຍລະຫວ່າງສອງ​ຝ່າຍ ມັນ​ຈະ​ກໍ່​ໃຫ້​ເກີດ ”ສົງຄາມ​ໂລກ​ຄັ້ງ​ທີ 3”. ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ສັນຍານ​ປະ​ເອີ​ບ​ໃຈໃດໆ​ເພື່ອ​ສາມາດ​ແກ້​ໄຂ​ວິ​ກິດ​ການ​ດັ່ງກ່າວ​ໄດ້​ເທື່ອ.

ວິກິດການນິວຄະເລຍຢູ່ອີຮານ - ảnh 1

ການປະກົດຕົວຂອງກ່ຳປັ່ນສູ້ຮົບອາເມລິກາຢູ່ອ່າວເປີເຊຍ

ເຮັດໃຫ້ວິກິດການນິວຄະເລຍຢູ່ອີຮານ ເຄັ່ງຕຶງຂຶ້ນຕື່ມ

(ພາບ: hanoimoi.com.vn)

        ຄວາມ​ເຂັ່ງຕຶງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ທີ່ກ່ຽວຂ້ອງ​ເຖິງວິ​ກິດ​ການ​ນິວຄະ​ເລຍ​ຂອງ​ອີ​ຮານ ​ໃນ​ຊຸມ​ສັບປະດາ​ຫວ່າງ​ມໍ່ໆ​ມານີ້. ​ໃນຂະນະ​ທີ່​ອຳນາດ​ການ​ປົກຄອງ​ອິດສະ​ຮາ​ແອນ​ຄາດ​ວ່າ​ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່​ບັນດາ​ຮາກ​ຖານ​ນິວຄະ​ເລຍ​ຂອງ​ອີ​ຮານນັ້ນ, ການ​ຊ້ອມ​ຮົບ​ບົນ​ທະ​ເລ​ທີ່​ມີ​ຊື່ວ່າ: ”ຮັບ​ມື​ກັບ​ລະ​ເບີດ​ສາກົນ 12”, ​ແຕ່​ວັນ​ທີ 16-27/9, ​ໂດຍ​ກອງທັບ​ເຮືອ​ອາ​ເມ​ລິ​ກາ​ນຳ​ໜ້າ​ຢູ່​ເຂດ​ອ່າວ​ເປ​ເຊຍ ກໍ່ຖືກ​ດຳ​ເນີນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ກຳ່​ປັ່ນ​ສູ້​ຮົບ 12 ລຳ ທີ່​ມາ​ຈາກ 30 ປະ​ເທດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ກ່ຽວ​ກັບ​ການ​ເດີນ​ທະ​ເລ. ສິ່ງ​ດັ່ງກ່າວ​​ແມ່ນ​ສານ​ທີ່​ຂັນ​ແຂງ​ຂອງ​ບັນດາ​ປະ​ເທດມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ທຸກ​ການ​ກະທຳ​ຂອງ​ປະ​ເທດ​ອິດສະ​ລາມ​ນີ້. ນອກ​ນັ້ນ, ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ກໍ່​ຮັດ​ແໜ້ນ​ບັນດາ​ມາດ​ຕະການ​ໃໝ່ທາງ​ດ້ານ​ການ​ຕ່າງປະ​ເທດ, ​ເສດຖະກິດ. ​ໂດຍ​ລະອຽດ​ແມ່ນ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສາມ​ປະ​ເທດ​ຄື: ອັງກິດ, ຝລັ່ງ ​ແລະ ​ເຢຍລະ​ມັນ​ໄດ້​ຮຽກຮ້ອງ​ທ່ານ​ນາງ Catherine Ashton, ຜູ້​ຕາງ​ໜ້າ​ຂັ້ນ​ສູງ ຮັບຜິດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (EU), ຈົ່ງ​ຈັດ​ວາງ​ບັນດາ​ມາດ​ຕະການ​ທີ່​ຂັນ​ແຂງ​ສຳລັບ​ອີ​ຮານ. ກ່ອນ​ນັ້ນ, ​ເມື່ອ​ກາງ​ເດືອນ 9 ນີ້, ​ໃນ​ການ​ປະຊຸມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ ອີ​ຢູຢູ່​ເກາະ Sip, 3 ປະ​ເທດ​ນີ້ ກໍ່​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ອື່ນໆ​ໃນ ອີ​ຢູ ​ເຫັນ​ດີ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ເພື່ອ​ຕ້ານ​ອີ​ຮານ, ພາຍຫຼັງ​ການ​ເຈລະຈາ​ຄັ້ງ​ຕ່າງໆລະຫວ່າງ​ປະ​ເທດ​ນີ້​ກັບ​ກຸ່ມ P5+1, ກ່ຽວ​ກັບ​ໂຄງການ​ນິວຄະ​ເລຍ​ທີ່​ກໍ່​ຄວາມ​ຖົກ​ຖຽງ​ກັນ​ຂອງ ​ເຕ​ເຮ​ຮານ​ ບໍ່​ນຳ​ມາ​ເຊິ່ງໝາກຜົນ​ກະ​ໂດດ​ຂັ້ນ​ໃດໆ.

        ກ່ຽວ​ກັບ​ທາງ​ດ້ານ​ກາ​ນຕ່າງປະ​ເທດ, ວັນ​ທີ 22/9, ອາ​ເມ​ລິ​ກາ​ໄດ້​ປະຕິ​ເສດ​ການ​ອອກ​ວີ​ຊາ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ອີ​ຮານ 20 ທ່ານ, ​ໃນ​ນັ້ນ​ມີ​ລັດຖະມົນຕີ 2 ທ່ານ​ທີ່​ຢາກ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ສະມັດຊາ​ສະຫະ​ປະຊາ​ຊາດ, ​ເຊິ່ງດຳ​ເນີນ​ໃນ​ສັບປະດາ​ນີ້​ຢູ່​ນະຄອນ​ນິວຢອກ ​ແຫ່ງ​ອາ​ເມ​ລິ​ກາ. ຫາງ​ສຽງ​ຖື​ວ່າ, ສາຍ​ເຫດ​ຕົ້ນ​ຕໍຂອງ​ເຫດການ​ດັ່ງກ່າວ​​ແມ່ນ​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ນິວຄະ​ເລຍ​ຢູ່​ອີ​ຮານ. ກ່ອນ​ໜ້າ​ນັ້ນ, ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ ໄດ້ຮັບຮອງ​ເອົາ​, ​ແລະ ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ເຊັນ​ອະນຸມັດບັນດາ​ມາດ​ຕະການ​ລົງ​ໂທດ​ຕໍ່​ອີ​ຮານ ​ເພື່ອ​ຈຳກັດ​ເລື່ອງ​ເຂົາ​ເຈົ້າ​ສົ່ງ​ອອກ​ນ້ຳມັນ ​ແລະ ກີດຂວາງ​ເລື່ອງ​ປະ​ເທດ​ນີ້​ພັດທະນາ​ເສດຖະກິດ, ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ ​ເຕ​ເຮ​ຮານ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ສະໜອງ​ເງິນ​ໃຫ້​ແກ່​ໂຄງການ​ເສີມ​ທາດ Urani ຂອງ​ຕົນ. ​ໃນ​ຂະນະ​ນັ້ນ, ວັນ​ທີ 22/9, ຢູ່​ວໍ​ຊິງ​ຕັນ, ດ້ວຍ 90 ບັດ​ສະໜັບສະໜູນ, ​ແລະ 1 ບັດ​ຄັດຄ້ານ. ສະພາ​ສູງ​ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ມະຕິ​ໂດຍ​ຢືນຢັນ​ວ່າ​ປະ​ເທດ​ນີ້​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ​ເພື່ອສະກັດ​ກັ້ນ​ອີ​ຮານ ພັດທະນາ​ອາວຸດ​ນິວຄະ​ເລຍ.

ວິກິດການນິວຄະເລຍຢູ່ອີຮານ - ảnh 2
ໂຮງງານນິວຄະເລຍ  Bushehr ຂອງ Iran.
(ພາບ: tinmoi.vn)

        ກ່ອນ​ໜ້າ​ນັ້ນ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ​ອີ​ຮານ, ທ່ານ Mahmoud Ahmadinrjad ​ໄດ້​ມີ​ບັນດາ​ບາດກ້າວ​ທີ່​ມີ​ໄຫວ​ພິບ. ​ໃນ​ບົດ​ຕອບ​ສຳພາດ​ຕໍ່​ໜັງສືພິມ ວໍ​ຊິງ​ຕັນ​​ໂພດ, ​ເມື່ອ​ວັນ​ທີ 24/9, ທ່ານ Mahmoud Ahmadinrjad  ຢືນຢັນ​ພ້ອມ​ແລ້ວ​ທີ່​ຈະ​ຍົກ​ອອກ​ຂໍ້​ຕົກລົງ​ສະບັບ​ໜຶ່ງ ​ເພື່ອ​ແນ​ໃສ່​ຈຳກັດ​ສາງ​ບັນຈຸ​ທາດ Urani ທີ່​ໄດ້​ຮັບ​ການ​ເສີມ​ແລ້ວ​ຂອງ​ປະ​ເທດ​ນີ້​ໄວ້, ​ແຕ່​ພັດສະ​ແດງ​ຄວາມ​ສົງ​​ໄສ​ຕໍ່​ເຈດ​ຈຳນົງດຳ​ເນີນ​ການ​ເຈລະຈາ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​. ທ່ານ Mahmoud Ahmadinrjad  ຍັງ​ຊີ້​ແຈງ​ວ່າ, ບັນດາ​ໂຄງການ​ນິວຄະ​ເລຍ​ຂອງ​ອີ​ຮານ ບໍ່​ແມ່ນ​ຄວາມ​ວິຕົກ​ກັງວົນຂອງ​ຝ່າຍ​ຕາ​ເວັນ​ຕົກ​ຢ່າງ​ແທ້​ຈິງ, ຫາກ​ນັ້ນ​ອາດ​ຈະ​ແມ່ນ​ເຫດ​ຜົນ​ເພື່ອ​ທຳລາຍ​ລັດຖະບານ​ອິດສະ​ລາມ​ຂອງ​ປະ​ເທດ​ນີ້​ເທົ່າ​ນັ້ນ. ຢູ່​ເວທີ​ປາ​ໄສ ສະຫະ​ປະຊາ​ຊາດ​ເມື່ອ​ວັນ​ທີ 24/9, ທ່ານMahmoud Ahmadinrjad  ​ໄດ້​ຕຳນິຕິຕຽນ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກສວຍ​ໃຊ້​ສິດ​ຢັບຢັ້ງ​ຢູ່​ສະຫະ​ປະຊາ​ຊາດ​ໃນ​ການ​ຖົກ​ຖຽງ​ກັນ​ດ້ານ​ນິວຄະ​ເລຍ​ກັບປະ​ເທດ​ສາທາລະນະ​ລັດ​ອິດສະ​ລາມ​ນີ້ ​ແລະ ຍັງ​ອະນຸຍາດ​ໃຫ້ ”​ແຕະຕ້ອງ” ​ເຖິງ​ສາສະໜາ​ອິດສະ​ລາມ​ອີກ. ນອກ​ນັ້ນ​ກຳລັງ​ຄວາມ​ສາມາດ​ດ້ານ​ການ​ທະຫານ​ຂອງ ​ເຕ​ເຮ​ຮານ ກໍ່​ໄດ້​ຮັບ​ການສະ​ແດງ​ອອກ ​ເພື່ອ​ໂຕ້​ຕອບ​ການ​ກະທຳ​ຕ່າງໆ​ຂອງ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ. ວັນ​ທີ 24/9, ​ເຕ​ເຮ​ຮານ ​ໄດ້​​ເປີດ​ຕົວ​ລົດ​ຫຸ້ມ​ເກາະ​ປະ​ເພດ​ເບົາ​ທີ່​ສຸດ Hoveyzeh ​ແລະ ລົດ​ຫຸ້ມ​ເກາະ ຂົນ​ສົ່ງ​ທະຫານ Talaeiyeh, ທີ່​ມີ​ຄວາມ​ສາມາດ​ປະກອບ​ອາວຸດ​ຫຼາຍ​ປະ​ເພດ, ດຳ​ເນີນ​ໜ້າ​ທີ່​ໃນ​ກາງຄືນ, ສ້ອມ​ແປງ​ງ່າຍ, ​ແລະ ສາມາດ​ຂົນສົ່ງ​ໄດ້​ດ້ວຍ​ເຮືອບິນ​ເອລີກ​ອບ​ແຕ. ກ່ອນ​ໜ້າ​ນັ້ນ, ກ່າວ​ຄວາມ​ເຫັນ​ທາງ​ໂທລະສັບ Al – Alam ພົນ​ຈັດຕະວາ Amir Ali Hajizadeh ທີ່​ຂຶ້ນ​ກັບ​ກຳລັງ​ພິທັກ​ປະຕິວັດ​ອີ​ຮານ ​ໄດ້​ເວົ້າ​ວ່າ ອີ​ຮານ​ອາດ​ຈະ​ປຸກລະດົມ​ການ​ບຸກ​ໂຈມ​ຕີ ຖ້າ​ຫາກ ອິດສະ​ຮາ​ແອນ​ກຽມພ້ອມ​ບຸກ​ໂຈມ​ຕີ​ເຂົາ​ເຈົ້າ. ​ໃນ​ວັນ​ດຽວ​ກັນ, ​ເຕ​ເຮ​ຮານ ຍັງ​ໃຫ້​ຮູ້​ວ່າ ກອງທັບ​ອາກາດ​ຂອງ​ປະ​ເທດ​ນີ້​ພວມ​ວາງ​ແຜນການ​ດຳ​ເນີນ​ການ​ຊ້ອມ​ຮົບ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ຢູ່​ບັນດາ​ເຂດ​ພາກ​ໃຕ້​ຂອງ​ປະ​ເທດ​ນີ້​ໃນ​ທ້າຍ​ປີ 2012 .

        ການ​ຜັນ​ແປ​ເຫຼົ່າ​ນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຍັງ​ບໍ່​ທັນ​ມີ​ສັນຍານ​ໃດໆ​ທີ່​ສາມາດ​ແກ້​ໄຂ​ວິ​ກິດ​ການ​ໃນ​ປະຈຸ​ບັນ​ໄດ້. ​ເຖິງ​ວ່າ​ລັດ​ເຊຍ, ຈີນ ​ໄດ້​ອອກສຽງ​ຕຳ​ນິຕິ​ຕຽນ​ບັນດາ​ມາດ​ຕະການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ໃສ່​ອີ​ຮານ​ຫຼາຍ​ເທື່ອ​ແລ້ວ​ກໍ່ຕາມ, ​ແຕ່​ສຳ​ຫຼັບ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ແລ້ວ, ອຳນາດ​ການ​ປົກຄອງອີ​ຮານ​ແມ່ນ​ສິ່ງ​ທີ່​ກີດຂວາງ, ຄວນ​ໄດ້​ຮັບ​ການ​ລົບ​ລ້າງ, ດັ່ງ​ນັ້ນ​ຫາງ​ສຽງ​ຈຶ່ງ​ວິຕົກ​ກັງວົນ​ກ່ຽວ​ກັບໄພ​ເກີດ​ສົງຄາມ, ຮອດ​ເວລາ​ນັ້ນ​ວິ​ກິດ​ການທີ່​ຮ້າຍ​ແຮງ​ຢູ່​ຕາ​ເວັນ​ອອກ​ກາງ​ຈະ​ບໍ່​ສາມາດ​ແກ້​ໄຂ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ