ວິກິດການນິວເຄຼຍຢູ່ອີຣານ - ຍາກທີ່ຈະຊອກຫາວິທີການແກ້ໄຂ

ວິກິດການນິວເຄຼຍຢູ່ອີຣານ - ຍາກທີ່ຈະຊອກຫາວິທີການແກ້ໄຂ - ảnh 1
ໂຮງງານໄຟຟ້ານິວເຄຼຍ Bushehr ຂອງ ອີຣານ (ພາບ:Reuters )
ອີຣານ ​ແລະ ກຸ່ມ P5+1 ຊຶ່ງລວມມີ 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ​ເຢັຍລະ​ມັນ ຈະ​ດຳ​ເນີນການ​ເຈລະຈາ​ຮອບ​ໃໝ່​ໃນ​ກາງ​ເດືອນ​ເມສາ​ນີ້, ​ເພື່ອ​ຊອກ​ຫາ​ທິດ​ກ​້າວ​ເດີນ ​ແລະ ວິທີ​ການ​ແກ້​ໄຂ​ວິ​ກິດ​ການ​ນິວ​ເຄຼຍຢູ່​ອີຣານ. ຫາງ​ສຽງ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ບັນດາ​ສັນຍານ​ອັນ​ຕັ້ງໜ້າ​ຈາກ​ບັນດາ​ຝ່າ​ຍທີ່​ກ່ຽວຂ້ອງ​ເພື່ອ​ເປີດ​ຊ່ອງ​ທາງ​ແກ້​ໄຂ​ສະພາບ​ບໍ່​ມີ​ທາງອອກ​ໃນ​ປະຈຸ​ບັນ. ​ແຕ່​ກຳລັງ​ດັນ​ຈາກ 2 ຝ່າຍ​ທີ່​ເກີດ​ຂຶ້ນ​ກ່ອນ​ການ​ພົບ​ປະ​ນັ້ນ, ​ໄດ້ ​ແລະ ພວມ​ເປັນ​ເງົາ​ມືດ​ທຳລາຍ​ໝາກ​ຜົນ​ແຫ່ງ​ການ​ເຈລະຈາ.

    ວັນ​ທີ 4/4 ກະຊວງ​ການ​ຕ່າງປະ​ເທດ ອີຣັກ ​ໃຫ້​ຮູ້​ວ່າ ອຳ​ນາດການ​ປົກຄອງ​ຂອງ​ປະທານາທິບໍດີ ອີຣານ Mahmoud Ahmadinejad ​ໄດ້​ສະ​ເໜີ ​ແບກ​ແດດ ​​ເປັນ​ເຈົ້າພາບຈັດການ​ເຈລະຈາ​ຮອບ​ນີ້. ສ່ວນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິຣັກ Hoshyar Zebari ຢືນຢັນ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ປະທານກອງ​ປະຊຸມ ​ແລະ ຈະ​ຕິດ​ຕໍ່​ພົວພັນ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ. ນີ້​ຖືກ​ຖື​ວ່າ ​ແມ່ນ​ການ​ຜັນ​ແປ​ຫຼ້າ​ສຸດ​ຂອງ​ວິ​ກິດ​ການ​ນິວ​ເຄຼຍນີ້, ​ເພາະວ່າ ກ່ອນ​ໜ້າ​ນັ້ນ, ອີຣານ ​ແລະ ວົງ​ການ​ເຈົ້າ​ໜ້າ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ເລືອກ​ເອົາ​ນະຄອນ Istanbul ປະ​ເທດ​ຕວກກີ ​ເປັນ​ສະຖານ​ທີ​ດຳ​ເນີນ​ການ​ເຈລະຈາ. ຫາງ​ສຽງ​ສາກົນ​ຖື​ວ່າ ນີ້​ພຽງ​ແຕ່​ແມ່ນ 1 ​ໃນ​ບັນດາ​ປັດ​ໃຈ​ສ້າງຄວາ​ມ​ຫວັງ​ຕໍ່​ໝາກ​ຜົນ​ຂອງ​ການ​ເຈລະ​ຈາ. ບັນຫາ​ທີ່​ສຳຄັນທີ່​ສຸດ​ໃນ​ປະຈຸບັນ ແມ່ນເນື້ອໃນການເຈລະຈາ ແລະ ເຈດຕະນາດີຂອງທຸກໆຝ່າຍ.

   ແຕ່ສະພາບການປະຈຸບັນ ແມ່ນບໍ່ນຳມາເຊິ່ງຄວາມຫວັງທີ່ໜ້າຊົມຊື່ນໃດໆ ໃຫ້ແກ່ວົງການນັກສັງເກດການ. ລະຫວ່າງອີຣານ ແລະ ບັນດາປະເທດຝ່າຍ ຕາເວັນຕົກ, ພິເສດແມ່ນ ອາເມລິກາ ໄດ້ມີບັນດາການກະທຳກໍ່ກຳລັງດັນແນໃສ່ ສ້າງທ່າໄດ້ປຽບກ່ອນທີ່ 2 ຝ່າຍດຳເນີນການເຈລະຈາ. ວັນທີ 3/4 ລັດຖະມົນຕີ ການຕ່າງປະເທດອາເມລິກາ Hillary Clinton ​ໄດ້​ສະ​ເໜີ ອີຣານ ຈົ່ງ​ໃຫ້​ຄຳ​ໝັ້ນ​ສັນຍາ​ລະອຽດທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ​ອີຣານຢູ່​ທີ່​ການ​ເຈລະຈາ​ທີ່​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ເມື່ອ​ໄປ​ຮັບ​ລາງວັນ​ຢູ່​ວິທະຍາຄານ​ການ​ທະຫານ Virginia, ລັດຖະມົນຕີການຕ່າງປະເທດອາເມລິກາ Hillary Clinton ​ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ ຈະ​ສືບ​ຕໍ່​ສ້າງ​ກຳລັງດັນ​ສັງ​ລວມທີ່​ມີ​ຕໍ່​ອຳນາດ​ການ​ປົກຄອງ​ອີຣານ, ນຳ​ໃຊ້​ມາດ​ຕະການ​ລົງ​ໂທດ​ຢ່າງຮອບ​ດ້ານ​ກ່ວາ​ໝູ່​ໃນ​ປະຫວັດສາດ ​ແລະ ​ເຮັດ​ໃຫ້ ​ເຕ​ເຮຣານຕົກ​ຢູ່​ໃນ​ທ່າ​ໂດດ​ດຽວ​ກ່ວາ​ເກົ່າ. ກ່ອນ​ໜ້າ​ນັ້ນ, ​ໃນ​ທ້າ​ຍເດືອນ 3 ​ແລ້ວ​ນີ້, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ກ່າວ​ເຕືອນ​ວ່າ ອີຣານບໍ່​ເຫຼືອ​ເວລາ​ຫຼາຍ​ເພື່ອ​ສະ​ແດງ​ເຈດ​ຕະນາ​ດີ ​ແລະ ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ກັບ​ຝ່າຍ​ຕາ​ເວັນ​ຕົກ​ໂດຍ​ໝູນ​ອ້ອມ​ໂຄງ​ການ​ນິວ​ເຄຼຍທີ່​ກໍ່​ການ​ໂຕ້​ຖຽງ​ຂອງ​ປະ​ເທດ​ນີ້ ຜ່ານ​ວິທີ​ທາງ​ການ​ທູດ. ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ກໍ​ອະນຸຍາດ​ໃຫ້​ນຳ​ໃຊ້​ບັນດາ​ມາດ​ຕະການລົງ​ໂທດ​ໃໝ່​ທີ່​ແນ​ໃສ່​ຂະ​ແໜງ​ນ້ຳມັນ​ຂອງ​ ອີຣານ. ຕາມ​ນັ້ນ​ແລ້ວ, ອາ​ເມ​ລິ​ກາ​ອາດ​ຈະ ນຳ​ໃຊ້​ບັນດາ​ມາດ​ຕະການລົງ​ໂທດ​ສຳລັບ​ບັນດາ​ທະນາຄານ ​ແລະ ບັນດາ​ອົງການ​ການ​ເງິນ​ຕ່າງໆ ທີ່​ຊື້​ນ້ຳມັນ​ຂອງ ອີຣານ. ບາດກ້າວ​​ເດີ​ນນີ້​ຖືກ​ຖື​ວ່າ ຈະ​ສົ​່ງຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ເຖິງ ​ເຕ​ເຮຣານ, ​ເພາະວ່າ ​ໃນ​ຂັ້ນ​ພື້ນຖານ​ແລ້ວ, ຈະ​ເປັນ​ການ​ບັງຄັບ​ໃຫ້​ບັນດາ​ບໍລິສັດ​ໃນ​ໂລກ​ຕ້ອງ​ເລືອກ​ເອົາການ​ແລກປ່ຽນ​ຄ້າຂາຍ​ກັບ ອາ​ເມ​ລິ​ກາ ຫຼື​ຊື້​ນ້ຳມັນ​ຂອງ ອີຣານ. ຕາມ​ວົງ​ການ​ນັກສັງ​ເກດ​ການ​ແລ້ວ, ກ່ອນ​ໜ້າ​ນີ້, ຈີນ, ສ.​ເກົາຫຼີ, ອີ​ນເດຍ, ຝະລັ່ງ, ອັງກິດ, ​ແອດ​ສປາຍ, ​ເກຼັກ ​ແລະ ອີ​ຕາ​ລີ ລ້ວນ​ແຕ່​ແມ່ນ​ລູກ​ຄ້າ​ລາຍ​ໃຫຍ່​ທີ່​ນຳ​ເຂົ້າ​ນ້ຳ​ມັນ​ຈາກ ອີຣານ ​ແລະ ປະຈຸ​ບັນ​ສາມາດ​ປະ​ເຊີນ​ໜ້າ​ກັບ​ບັນດາ​ມາດ​ຕະການ ລົງ​ໂທດຂອງ ​ອາ​ເມ​ລິ​ກາ ຖ້າ​ຫາກ​ບໍ່​ຫຼຸດ​ຜ່ອນປະລິມານ​ນ້ຳມັນ​ທີ່​ນຳ​ເຂົ້າ​ຈາກ ອີຣານ. ຈຸດປະສົງ​ຕົ້ນ​ຕໍ່​ທີ່​ ວໍ​ຊິງ​ຕັນ ມີ​ຄວາມ​ຫວັງ​ແມ່ນ​ຢາກ​ໃຫ້​ພື້ນຖານ​ເສດຖະກິດ ອີຣານ ຊຸດ​ໂຊມ ​ແລະ ບໍ່​ສາ​ມາດ​ຟື້ນ​ຕົວ​ຄືນຖ້າ​ຫາກບໍ່​ປະລະ​ເຈດ​ຈຳນົງ​ພັດທະນາ​ພະລັງງານ​ນິວ​ເຄຼຍ. ມາ​ຮອດ​ປະຈຸ​ບັນ, ສະຫະ​ປະຊາ​ຊາດ​ໄດ້​ຈັດ​ວາງການລົງ​ໂທດ ອີ​ຣານ ​ເປັນ 4 ຄັ້ງ​ແລ້ວ, ຍ້ອນ​ລະ​ແວງ​ສົງ​ໃສ​ປະ​ເທດ​ນີ້​ຊອກ​ຫາ​ວິທີ​ຜະລິດ​ອາວຸດນິວ​ເຄຼຍ​ໂດຍ​ຜ່ານ​ການ​ພັດທະນາ​ດ້ານ​ເຕັກ​ໂນ​​ໂລ​ຢີ ​ແລະ ການ​ເຄື່ອນ​ໄຫວ​ເສີມ​ທາດ Urani. ສະຫະພາບ​ເອີ​ລົບ EU ​ແລະ ບາງ​ປະ​ເທດ​ອື່ນ​ກໍ​ພວມ​ຈັດ​ວາງ​ຄຳ​ສັ່ງ​ຂໍ້ວາ​ບາດສຳລັບ​ບັນດາ​ທະນາຄານ, ອົງການ​ການ​ເງິນ ​ແລະ ຂະ​ແໜງ​ນ້ຳມັນ​ຂອງ ອີຣານ ​ເພື່ອ​ກໍ່​ກຳລັງດັນບັງຄັບ​ໃຫ້ ​ເຕ​ເຮຣານ ກັບ​ຄືນ​ສູ່​ການ​ເຈລະຈາ.

   ​ໃນ​ຂະນະ​ນັ້ນ, ອຳ​ນາກ​ການ​ປົກຄອງ ເຕ​ເຮຣານ ກໍ​ມີ​ບັນດາ​ການ​ກະທຳ​ໂຕ້​ຕອບ​ຄືນ. ວັນ​ທີ 3/4 ນາຍພົນ Massoud Jazayeri ຜູ້​ບັນຊາ​ການ​ກຳລັງ​ພິທັກ​ປະຕິວັດ ອີຣານ ຖະ​ແຫຼ​ງວ່າ ອາ​ເມ​ລິ​ກາ ຈະ​ບໍ່​ມີ​ຄວາມ​ປອດ​ໄພ​ຕໍ່ໜ້າ​ການ​​ໂຈມ​ຕີ​ໂຕ້​ຕອບ​ຂອງ ອີຣານ ຖ້າ​ຫາກ​ປະ​ເທດ​ນີ້​ຖືກ ວໍ​ຊິງ​ຕັນ​ບຸກ​ໂຈມ​ຕີ. ກ່ອນ​ໜ້າ​ນັ້ນ ສາດສະດາ Ali Khamenei ຊຶ່ງ​ແມ່ນ​ບຸກຄົນ​ມີ​ສິດ​ອຳນາດ​ສູງ​ສຸດ​ຂອງ​ ອີຣານ ​ໄດ້​ກ່າວ​ຫາ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດ​ໃນ​ທະວີບ​ເອີ​ລົບ ​ໄດ້​ປ່ຽນ​ແປງ​ບັນດາ​ເຫດຜົນ​ຂອງ​ເຂົາ​ເຈົ້າ​ເພື່ອ​ແຊກ​ແຊງ​ເຂົ້າ ອີຣານ ​ແລະ ຈຸດໝາຍ​ຢ່າງ

​ແທ້​ຈິງ​ນັ້ນ ​ແມ່ນ​ແນ​ໃສ່​ຄວບ​ຄຸມ​ບັນດາ​​ແຫຼ່ງສະ​ສົ​ມນ້ຳມັນ​ຢ່າ​ງມະຫາສານ​ຂອງ ອີຣານ. ຫາງ​ສຽງ​ມີ​ຄວາມ​ວິຕົກ​ກັງວົນວ່າ ສະພາບ​ການ​ນີ້ ຈະ​ພາ​ໃຫ້ ​ເຕ​ເຮຣານ ມີ​ການ​ກະທຳ​ແບບ​ຫຍໍ້​ທໍ້. ລະອຽດ​ແມ່ນ​ການ​ປິດ​ປະຕູ​ຊ່ອງ​ແຄບ​ທະ​ເລ Hormuz ຊຶ່ງ​ແມ່ນ​ເສັ້ນທາງ​ຂົນ​ສົ່ງ​ນ້ຳມັນ​ດິບ​ທີ່​ສຳຄັນ​ຈາກ ອ່າວ​ເປີ​ເຊຍ ອອກ​ສູ່​ບັນດາ​ປະ​ເທດ​ໃນ​ໂລກ. ປະຈຸ​ບັນ, ອີຣານ ​ແມ່ນ​ປະ​ເທດ​ສົ່ງອອກ​ນ້ຳມັນ​ຫຼາຍ​ອັນ​ດັບ​ທີ່ 5 ​ໃນ​ໂລກ ​ແລະ ​ແມ່ນ​ປະ​ເທດ​ຜະລິດ​ນ້ຳມັນ​ຫຼາຍ​ອັນ​ດັບ​ທີ່ 2 ​ໃນ​ອົງການ​ບັນດາ​ປະ​ເທດ​ສົ່ງ​ອອກ​ນ້ຳມັນ OPEC. ​ເພື່ອ​ເປັນ​ການ​ໂຕ້​ຕອບ​ຕໍ່​ບັນດາ​ມາດ​ຕະການລົງ​ໂທດຂອງ​ຝ່າຍ​ຕາ​ເວັນ​ຕົກນັ້ນ, ອາດ​ຈະ​ແມ່ນ​ວ່າ ນ້ຳມັນ​ຂອງ ອີຣານ ຈະ​ບໍ່​ປະກົດ​ຕົວ​ໃນ​ທ້ອງ​ຕະຫຼາດ​ໂລກ. ສິ່ງ​ນີ້​ຈະ​ເຮັດ​ໃຫ້​ລາຄາ​ນ້ຳມັນ​ສູງ​ຂຶ້ນ​ເຖິງ​ລະດັບ​ສົ່ງ​ຜົນ​ສະທ້ອນ​ ​ເຖິງ​ວິວັດທະນາ​ການ​ຟື້ນ​ຟູ​ເສດຖະກິດ​ທົ່ວ​ໂລກໂດຍ​ກົງ.

    ປະຈຸ​ບັນ, ຫາງ​ສຽງ​ຍັງ​ບໍ່​ເຫັນ​ສັນຍານ​ທີ່​ສະຫວ່າງ​ສະ​ໄຫວ​ໃດໆ​ສຳລັບ​ວິວັດ ທະນາ​ການ​ເຈລະ​ຈາລະ​ຫວ່າງ ອີຣານ ​ແລະ​ກຸ່ມ P5+1 ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ. ການ​ເຈລະຈາ​ຮອບ​ທີ່​ຜ່ານ​ມາລະຫວ່າງ 2 ຝ່າຍເມື່ອ​​ເດືອນ 1 ປີ 2011 ຢູ່ Istanbul, ​ແມ່ນ​ບໍ່​ບັນລຸ​ໝາກ​ຜົນ​ໃດໆ ຍ້ອນ ​ເຕ​ເຮຣານ ປະຕິ​ເສດ​ການ​ຢຸດ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ນິວ​ເຄຼຍ ​ເພື່ອ​ແລກ​ເອົາ​ການ​ຊ່ວຍ​ໜູນ​ທາງ​ດ້ານ​ເຕັກ​ໂນ​ໂລ​ຢີ ​ແລະ ການ​ຄ້າ. ​ເພາະ​ສະ​ນັ້ນ​, ກ່ອນ​ການ​ເຈລະຈາ​ຮອບ​ໃໝ່​ນີ້, ບັນດາ​ການ​ກະທຳ​ລ່ວງ​ໜ້າ​ຈາກ​ທັງ 2 ຝ່າຍ​ໄດ້​ບົ່ງ​ບອກ​ເຖິງ​ໝາກຜົນ​ທີ່​ບໍ່​ເປັນ​ໜ້າ​ຊື່ນ​ຊົມ​ປານ​ໃດ.

ຕອບກັບ

ຂ່າວ/ບົດ​ອື່ນ