ວິທະຍຸກະຈາຍສຽງຫວຽດນາມ ຫັນປ່ຽນຕົນເອງໃນທ່າອຽງໃໝ່

(VOVWORLD) -ຮ່ວມເດີນທາງພ້ອມກັບການພັດທະນາຂອງສື່ມວນຊົນປະຕິວັດ, ໃນໄລຍະ 74 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ
ວິທະຍຸກະຈາຍສຽງຫວຽດນາມ ຫັນປ່ຽນຕົນເອງໃນທ່າອຽງໃໝ່ - ảnh 1 (ທ່ານຮອງສາດສະດາຈານ, ປະລິຍາເອກ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV)

ວັນທີ 21 ມິຖຸນາແມ່ນວັນຄົບຮອບ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2019). ຮ່ວມເດີນທາງພ້ອມກັບການພັດທະນາຂອງສື່ມວນຊົນປະຕິວັດ, ໃນໄລຍະ 74 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປ່ຽນແປງໃໝ່ເນື້ອໃນລາຍການ, ລົງທຶນເຄື່ອງອຸປະກອນ ເພື່ອນຳມາໃຫ້ມະຫາຊົນບັນດາຜະລິດຕະພັນດ້ານສື່ສານດີທີ່ສຸດ. ນີ້ສືບຕໍ່ແມ່ນທິດທາງເດີນເຊິ່ງ VOV ສຸມໃສ່ປະຕິບັດໃນໄລຍະຈະມາເຖິງ. ນັ້ນແມ່ນຄຳຢັ້ງຢືນຂອງທ່ານຮອງສາດສະດາຈານ, ປະລິຍາເອກ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ.

        ຕາມທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV ແລ້ວ, ບໍ່ວ່າອົງການສື່ມວນຊົນ ຫຼື ຮູບແບບໜັງສືພິມໃດກໍ່ລ້ວນແຕ່ມີທ່າແຮງສະເພາະ. ຖ້າຫາກຮູ້ຈັກຂຸດຄົ້ນ, ຮູ້ຈັກຈຳກັດບັນດາຈຸດອ່ອນນັ້ນ ຈະມີຈຸດຢືນໃນຈິດໃຈຂອງຜູ້ຟັງ, ຜູ້ອ່ານໄດ້.

        ປະຈຸບັນ, VOV ແມ່ນອົງການສື່ມວນຊົນມີຄົບ 4 ປະເພດ, ໃນນັ້ນການກະຈາຍສຽງຍັງແມ່ນປະເພດແຮງທີ່ສຸດ, ພ້ອມກັນນັ້ນ, ລັດຖະບານໄດ້ມອບໝາຍໃຫ້ VOV ຄຸ້ມຄອງວິທະຍຸ VTC (ໂທລະພາບ). ມີໜັງສືພິມເອເລັກໂຕນິກ 2 ສະບັບ ນັ້ນແມ່ນ vov.vn ແລະ vtcnews, ໜັງສືພິມ ຕ໊ຽງນ໊ອຍຫວຽດນາມ ແລະ ວາລະສານ ຊ໊ອງຫວຽດ.

ສະເພາະດ້ານເນື້ອໃນ, ນຳໜ້າໃນການນຳໃຊ້ເຕັກໂນໂລຊີໃໝ່

        74 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ, VOV ມີຄວາມເອກອ້າງທະນົງໃຈກ່ຽວກັບເສັ້ນທາງທີ່ຜ່ານພົ້ນໄປ, ແຕ່ເມື່ອເບິ່ງໄປອະນາຄົດແລ້ວ ຍັງມີທັງຄວາມເບີກບານມ່ວນຊື່ນ, ພ້ອມກັບຄວາມເປັນຫວ່ງເປັນໄຍ, ມີສິ່ງທ້າທາຍບໍ່ແມ່ນໜ້ອຍ. ນັ້ນແມ່ນທ່າອຽງໂລກາພິວັດທາງດ້ານຂໍ້ມູນຂ່າວສານ, ການລະເບີດເກີດຂຶ້ນທາງດ້ານດີຈີຕອນ... ອົງການສື່ມວນຊົນໃດກໍ່ມີສະຕິຮັບຮູ້ສິ່ງດັ່ງກ່າວ, ແຕ່ສຳລັບບັນດາອົງການສື່ມວນຊົນໃຫຍ່ນັ້ນ ໜ້າທີ່ຄວາມຮັບຜິດຊອບ ຫຼື ຄວາມກົດດັນຍັງໃຫຍ່ຫຼວງກວ່າອີກ. ຕາມທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV ແລ້ວ, ສະພາບຕົວຈິງໄດ້ຮຽກຮ້ອງໃຫ້ອົງການສື່ມວນຊົນ, ຜູ້ນຳໜ້າບັນດາອົງການສື່ມວນຊົນຕ້ອງແກ້ໄຂ 5 ບັນຫາໃຫ້ໄດ້, ໃນນັ້ນດ້ານເນື້ອໃນແມ່ນປັດໃຈແຖວໜ້າ, ຍ້ອນເນື້ອໃນນັ້ນແມ່ນໝາກຫົວໃຈຂອງອົງການສື່ມວນຊົນ. ແລະ VOV ໄດ້ມີບັນດາການດັດປັບເພື່ອຮັກສາໄດ້ບົດບາດສຳຄັນໃນລະບົບສື່ມວນຊົນຫວຽດນາມ.

        “ປະຈຸບັນ, ຕ້ອງມຸ່ງໄປຫາຫົວເລື່ອງສະເພາະ, ຄືຊ່ອງ VOV1 ແມ່ນສຸມໃສ່ສະເພາະຂ່າວສະຖານະການ, ຜູ້ໃດຢາກຟັງຂ່າວສະຖານະການນັ້ນແມ່ນສາມາດຟັງໄດ້ໝົດມື້, ຮັບຟັງຕອນໃດກໍ່ໄດ້. ລາຍການວັດທະນະທຳສັງຄົມ (VOV2), ລາຍການດົນຕີ ແລະ ບັນເທິງ (VOV3), ລາຍການສຳລັບພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ລາຍການທີ່ສະຫງວນໃຫ້ຊາວຕ່າງປະເທດ ປະຈຸບັນໄດ້ກະຈາຍສຽງເປັນ 13 ພາສາ (VOV5), ຢູ່ບັນດາແຫ່ງທີ່ມີນັກທ່ອງທ່ຽວຕ່າງປະເທດຫຼາຍນັ້ນແມ່ນມີຊ່ອງກະຈາຍສຽງ ພາສາອັງກິດ 24/7, ລາຍການວັນນະຄະດີສິລະປະ (VOV6), ລາຍການ VOV ຈະລາຈອນ. ບັນດາລາຍການດັ່ງກ່າວຫາກໍ່ສົມທົບກັນປ່ຽນແປງດ້ານເນື້ອໃນສະເພາະຂອງຊ່ອງ, ແຕ່ພ້ອມກັນນັ້ນກໍ່ສະຫງວນສະເພາະໃຫ້ແກ່ທ່ານຜູ້ຟັງ, ແບ່ງສ່ວນສາທາລະນະ. ສິ່ງດັ່ງກ່າວໄດ້ສ້າງຈຳນວນຜູ້ຟັງສະເພາະ.”

        ມີຈຸດໜຶ່ງອີກນັ້ນແມ່ນເຕັກນິກເຕັກໂນໂລຊີ. ປະຈຸບັນ ຕ້ອງຖືເຕັກນິກເຕັກໂນໂລຊີເປັນສຳຄັນກວ່າ ຍ້ອນນີ້ແມ່ນວິທີເພື່ອສົ່ງຂໍ້ມູນຂ່າວສານເຖິງມະຫາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ຊ້ຳບໍ່ໜຳຕ້ອງແກ່ງແຍ້ງນຳກັນ ແລະ ພິເສດແມ່ນແກ່ງແຍ້ງກັນກັບສື່ສັງຄົມອອນລາຍ. ທ່ານ ຫງວຽນເທ໊ກີ໋, ຜູ້ອຳນວຍການໃຫຍ່ VOV, ໃຫ້ຮູ້ວ່າ.

          “ປະຈຸບັນ VOV ໄດ້ຍື່ນສະເໜີຕໍ່ລັດຖະບານແຜນຮ່າງຫັນການກະຈາຍສຽງເປັນດີຈີຕອນ. ນອກຈາກພາຫະນະທາງດ້ານກະຈາຍສຽງ, ເຄື່ອງອຸປະກອນກະຈາຍສຽງແລ້ວ, ພວກຂ້າພະເຈົ້າຍັງກະຈາຍສຽງຜ່ານດາວທຽມຢູ່ພາກພື້ນຕ່າງໆໃນໂລກ, ພ້ອມກັນນັ້ນແມ່ນອີນເຕີແນັດ, ບັນດາໂປແກຼມ vov.vn, vtc new, ໄດ້ນຳບັນດາຂໍ້ມູນຂ່າວສານຂອງຕົນເຂົ້າໃນໂທລະສັບມືຖື, ແທບເປັດ (tablet) ແລະ ບັນດາພາຫະນະອື່ນໆ. ປະຈຸບັນ, ສັງຄົມພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ດີຂຶ້ນ, ຈຳນວນຜູ້ຂັບລົດໃຫຍ່ກໍ່ຫຼາຍ, ເຂົາເຈົ້າບໍ່ພຽງແຕ່ຮັບຟັງຊ່ອງ VOV ຈະລາຈອນເທົ່ານັ້ນ, ຫາກຍັງຮັບຟັງຊ່ອງກະຈາຍສຽງອື່ນອີກດ້ວຍ, ສະນັ້ນ ພວກເຮົາຕ້ອງເຮັດແນວໃດເພື່ອສົມທົບທັງດ້ານເນື້ອໃນ ແລະ ເຕັກນິກເຕັກໂນໂລຊີ ເຂົ້າກັນ”.

ວິທະຍຸກະຈາຍສຽງຫວຽດນາມ ຫັນປ່ຽນຕົນເອງໃນທ່າອຽງໃໝ່ - ảnh 2 (74 ປີແຫ່ງການກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ, VOV ມີຄວາມເອກອ້າງທະນົງໃຈກ່ຽວກັບເສັ້ນທາງທີ່ຜ່ານພົ້ນໄປ)

ສີສັນສະເພາະໃນສະພາບການວາງແຜນສື່ມວນຊົນ

          ແຜນຮ່າງຂອງລັດຖະບານກ່ຽວກັບການວາງແຜນພັດທະນາ ແລະ ຄຸ້ມຄອງສື່ມວນຊົນຮອດປີ 2025 ແລະ ຊຸມປີຕໍ່ໆໄປ ຈຸດປະສົງແມ່ນເຮັດໃຫ້ສື່ມວນຊົນແຂງແຮງກວ່າ, ຍິ່ງໄປກວ່ານັ້ນແມ່ນມີແຫຼ່ງກຳລັງທີ່ດີກວ່າເພື່ອພັດທະນາ. ແຕ່ລະປະເພດສື່ມວນຊົນຕ້ອງຮູ້ເສີມຂະຫຍາຍທ່າແຮງຮູບແບບຂອງຕົນ. ຕາມທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ VOV ແລ້ວ, ເມື່ອປະຕິບັດການວາງແຜນສື່ມວນຊົນ, ຕ້ອງຍົກສູງລັກສະນະວິທະຍາສາດ, ລັກສະນະອາຊີບ, ລັກສະນະລະບົບ, ເອົາໃຈໃສ່ເຖິງຄຸນລັກສະນະ, ຈຸດພິເສດສະເພາະຂອງແຕ່ລະປະເພດສື່ມວນຊົນ. VOV ພວມສ້າງໂຄງປະກອບຄືນໃໝ່ເພື່ອໃຫ້ເໝາະສົມກັບສະພາບການ ແລະ ກະທັດລັດກວ່າ.

          “ແນ່ນອນວ່າບຸກຄະລາກອນຈະຖືກຫຼຸດລົງຫຼາຍ, ແຕ່ແທນທີ່ນັ້ນ VOV ຈະສຸມໃສ່ດຶງດູກບັນດາບຸກຄະລາກອນທີ່ມີຄວາມເກັ່ງກ້າສາມາດ. ທີ 2 ແມ່ນສ້າງຍຸດທະສາດພັດທະນາວິທະຍຸ. ປະຈຸບັນ, ການຜະລິດແມ່ນອີງໃສ່ບັນດາເຕັກໂນໂລຊີໃໝ່. ວິທະຍຸໄດ້ນຳໃຊ້, ຊອກຫາວິທີນຳເອົາເຕັກໂນໂລຊີທັນສະໄໝເຂົ້າໃນການຜະລິດລາຍການກະຈາຍສຽງ, ໂທລະພາບຂອງຕົນ. ການສົ່ງຄື້ນແມ່ນເຮັດແນວໃດເພື່ອກະຈາຍໃຫ້ໄປໄກທີ່ສຸດ, ສັນຍານດີທີ່ສຸດ ແລະ ມີຄວາມສະດວກທີ່ສຸດ… ໝາຍຄວາມວ່າ, ສາມາດເລືອກເຟັ້ນໃຫ້ຕົນເອງເປົ້າໝາຍມະຫາຊົນ, ພ້ອມທັງດຶງດູດມະຫາຊົນດ້ວຍບັນດາລາຍການທີ່ດີ. ຂ້າພະເຈົ້າຄິດວ່າ, ຈາກຜູ້ນຳສູງສຸດ ຕະຫຼອດຮອດພະນັກງານ, ນັກຂ່າວ,  ພາລະກອນ, ນັກສິລະປິນ ຍາມໃດກໍ່ສ້າງຄວາມກົດດັນໃຫ້ແກ່ຕົນ, ໝາຍຄວາມວ່າແມ່ນຄວາມພະຍາຍາມເພື່ອປ່ຽນແປງໃໝ່ຕົນເອງ, ບໍ່ໃຫ້ຖືກປະໄວ້ຢູ່ທາງຫຼັງ”.

          ນອກຈາກນັ້ນ, VOV ກໍ່ມານະພະຍາຍາມສ້າງຖັນແຖວນັກຂ່າວ ບໍ່ພຽງແຕ່ມີຄວາມເກັ່ງດ້ານວິຊາສະເພາະ, ບໍ່ພຽງແຕ່ມີຄຸນນະທາດດ້ານການເມືອງທີ່ທຸ່ນທ່ຽງເທົ່ານັ້ນ ຫາກຍັງມີຈັນຍາບັນອີກດ້ວຍ.

          ໂດຍແມ່ນອົງການສື່ມວນຊົນຫຼັກແຫຼ່ງຂອງປະເທດຊາດ, VOV ໄດ້ມີບັນດາບາດກ້າວໃໝ່ໃນໄລຍະຜ່ານມາ. ແລະ ໃນສະພາບຄືໃນປະຈຸບັນ, ເລື່ອງ VOV ສືບຕໍ່ປ່ຽນແປງໃໝ່ຫຼາຍກວ່າອີກ, ນຳໃຊ້ທ່າແຮງຂອງບັນດາຮູບແບບສື່ມວນຊົນ ຈະແມ່ນໂອກາດທີ່ດີເພື່ອໃຫ້ VOV ພັດທະນາຢ່າງແຮງກວ່າ, ຮັບມືກັບທ່າອ່ຽງພັດທະນາຂອງສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ