ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ເສີມຂະຫຍາຍກຳລັງແຮງພາຍໃນຂອງຫວຽດນາມ

(VOVWORLD) -ກະແສຫລັກໃນປະຫວັດສາດຂອງຊາດຫວຽດນາມ ແຕ່ກ່ອນມາຮອດປະຈຸບັນ ນັ້ນແມ່ນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຄວາມສາມັກຄີທົ່ວປວງຊົນທັງຊາດແມ່ນຊຶມເລິກເຂົ້າໃນແນວຄິດ, ຈິດໃຈຂອງຊາວຫວຽດນາມແຕ່ລະຄົນ ແມ່ນເນື້ອໃນຈິດໃຈຂອງແນວຄິດຕົ້ນຂອງພັກກອມມູນິດ ຫວຽດນາມ ໃນການປະຕິວັດຊາດ ປະຊາທິປະໄຕປະຊາຊົນກໍ່ຄືໃນການປະຕິວັດສັງຄົມນິຍົມປະຈຸບັນ. ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຄືໃນວັນທີ 18 ພະຈິກ ທຸກປີ ເປັນການພິສູດໃຫ້ເຫັນວິທີການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຫວຽດນາມ, ເສີມຂະຫຍາຍກຳລັງແຮງພາຍໃນ ເພື່ອແນໃສ່ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມໃຫ້ສຳເລັດ.
ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ເສີມຂະຫຍາຍກຳລັງແຮງພາຍໃນຂອງຫວຽດນາມ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນໃນວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ຕາແສງ ດ້ຽນບຽນ ເມືອງບາດີ່ງ ນະຄອນ ຮ່າໂນ້ຍ ເມື່ອວັນທີ 14 ພະຈິກ ປີ 2022. (ພາບ:bqllang.gov.vn)

ໃນວິວັດການປັບປຸງ, ເປີດກວ້າງ ແນວໂຮມປະເທດຊາດ ຫວຽດນາມ, ຊາຍຄາລວມຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮຽກຮ້ອງຕ້ອງວາງ ວຽກງານແນວໂຮມອອກຢູ່ຂັ້ນຮາກຖານ, ເຂດຊຸມຊົນເພື່ອສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ ຫວຽດນາມ. ໂດຍເລີ່ມມາຈາກພຶດຕິກຳຕົວຈິງນັ້ນ, ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ  ໄດ້ສ້າງຂຶ້ນ ແລະ ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ຈາກຫລາຍອົງການ, ຮູບການອັນອຸດົມສົມບູນ, ສອດຄ່ອງກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ.

ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ຈັດຂຶ້ນຢູ່ຫລາຍແຫ່ງໃນທົ່ວປະເທດ

ໃນຊຸມວັນນີ້, ວັນບຸນມະຫາສາມັກຄີໄດ້ຈັດຂຶ້ນຢູ່ຫລາຍແຫ່ງໃນທົ່ວປະເທດ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນທີ່ເປັນເອກະລັກສະເພາະ, ລາຍການສະແດງສິລະປະວັດທະນະທຳທີ່ຄຶກຄື້ນມ່ວນຊື່ນ. ກ່າວຄຳເຫັນໃນວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ຕາແສງ ດ້ຽນບຽນ ເມືອງ ບາດີ່ງ ນະຄອນ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນແນວທາງຍຸດທະສາດ, ລັດຖະນະໂຍບາຍຂອງການປະຕິວັດ ຫວຽດນາມ, ແມ່ນກົກເຄົ້າເຫງົ້າກໍກຳລັງແຮງຂອງທຸກຜົນສຳເລັດ, ໄຊຊະນະ. ບົນເນື້ອໃນຈິດໃຈນັ້ນ ທ່ານປະທານປະເທດ ປາດຖະຫນາວ່າ:                 “ຄະນະພັກ, ອຳນາດການປົກຄອງ ແນວໂຮມປະເທດຊາດ ແລະອົງການຈັດຕັ້ງມະຫາຊົນທຸກຂັ້ນ ຄວນເປັນເຈົ້າການກຳແຫນ້ນຫາງສຽງ, ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ ເປັນຕົ້ນແມ່ນບັນຫາກ່ຽວຂ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງກັບກົດໝາຍຂອງປະຊາຊົນ ເພື່ອມີຄຳເຫັນສະເຫນີຕໍ່ຄະນະພັກທຸກຂັ້ນ, ອຳນາດການປົກຄອງທ້ອງຖິ່ນສົມທົບກັນແກ້ໄຂ. ພ້ອມກັນນັ້ນ ແມ່ນເບິ່ງແຍງດູແລ, ສ້າງຄອບຄົວຜາສຸກ, ສະເຫມີພາບ, ຄວາມກ້າວຫນ້າ”

ພາຍຫລັງ 2 ປີ ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ 19, ມີພະນັກງານ, ສະມາຊິກພັກ ແລະ ປະຊາຊົນຫລາຍຄົນຢູ່ ຕາແສງ ເມື່ອງຊາງ ເມືອງ ມົກເຈົາ ແຂວງ ເຊີນລາ ປີນີ້ໄດ້ມີຫນ້າຢູ່ ຫໍວັດທະນະທຳຕາແສງ ເພື່ອເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ດ້ວຍຈິດໃຈປິຕິຊົມຊື່ນ, ຄຶກຄຶ້ນ. ລຸງ ຮ່າວັນເບນ, ຊາວບ້ານ ຫນ່າຫນໍ່ ຕາແສງ ເມື່ອງຊາງ ເມືອງ ມົກເຈົາ ໃຫ້ຮູ້ວ່າ:                                              

“ດົນແລ້ວ ຂ້າພະເຈົ້າ ຈຶ່ງໄດ້ມາສຳນັກງານຄະນະກຳມະການປະຊາຊົນ ຕາແສງ ມາເຂົ້າຮ່ວມວັນບຸນ. ພາຍຫລັງຖືກຜົນສະທ້ອນຈາກໂລກລະບາດ, ປະຈຸບັນ ຕາແສງໄດ້ກັບຄືນສູ່ສະພາບເປັນປົກກະຕິ, ຟື້ນຕົວຄືນໃຫມ່. ພວກຂ້າພະເຈົ້າດີໃຈຫລາຍ, ທຸກຄົນດຳລົງຊີວິດຢ່າງເບີກບ້ານມ່ວນຊື່ນ. ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ຕາແສງ ເມື່ອງຊາງ ປີນີ້ ແມ່ນມ່ວນຫລາຍ ແລະ ພິເສດທີ່ສຸດ”

ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນ ຕາແສງ Cư prao, ເມືອງ  M’drak, ທ່ານ  Y Biêr Niê,    ໃຫ້ຮູ້ວ່າ:

“ຈຸດປະສົງຂອງວັນບຸນແມ່ນເພື່ອໃຫ້ພໍ່ແມ່ປະຊາຊົນເສີມຂະຫຍາຍສີສັນຂອງຊາດ ແລະ ແລກປ່ຽນ, ຮ່ຳຮຽນເອົາສິ່ງທີ່ດີງາມ. ບົນພື້ນຖານນັ້ນ ສາມາດສົມທົບກັບບາງນະໂຍບາຍ, ແຜນນະໂຍບາຍໃຫມ່ ເພື່ອໂຄສະນາສຶກສາໃຫ້ພໍ່ແມ່ປະຊາຊົນເຂົ້າໃຈຕື່ມ, ຈາກນັ້ນ ເຂົາເຈົ້າຈະມີຄວາມສະຫນິດຕິດພັນກວ່າໃນຊີວິດຂອງປະຊາຄົມກັບກົດໝາຍຂອງລັດເພື່ອສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບສວຍງາມກວ່າ”

ເສີມຂະຫຍາຍບົດບາດວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດໃນການສ້າງສາປະເທດຊາດ

ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ ແລະ ພວມຊີ້ໃຫ້ເຫັນວິທີການດີເລີດເພື່ອປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຊີດຊູບັນດາຄຸນຄ່າມູນເຊື້ອອັນດີງາມຂອງຊາດໃນການສ້າງສາ ແລະ ພັດທະນາປະເທດຊາດປະຈຸບັນ. ຜ່ານວັນບຸນ, ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນທຸກຊັ້ນວັນນະ, ບັນດາຊົນເຜົ່າຢູ່ບໍລິເວນ ຈະສືບຕໍ່ໄດ້ອະນຸລັກຮັກສາ ແລະເສີມຂະຫຍາຍຕໍ່ໄປ.

ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ເຂດຊຸມຊົນ ກໍ່ສ້າງເງື່ອນໄຂໃຫ້ແກ່ການເສີມຂະຫຍາຍສິດເປັນເຈົ້າໂດຍກົງຂອງປະຊາຊົນ, ປະກອບສ່ວນປະຕິບັດກົດລະບຽບປະຊາທິປະໄຕຢູ່ຂັ້ນຮາກຖານ, ສ້າງສະພາບແວດລ້ອມຢ່າງສະຫນິດຕິດພັນ, ໃກ້ຊິດລະຫວ່າງ ພັກ ກັບປະຊາຊົນ. ປະກອບສ່ວນຊ່ວຍພັກມີວິທີການນຳພາໃຫ້ນັບມື້ນັບສົມບູນແບບກວ່າ. ບົດບາດນີ້ຂອງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ ແລະ ພວມເສີມຂະຫຍາຍໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດດ ສ້າງແຫລ່ງກຳລັງແຮງລວມ, ໃຫຍ່ຫລວງອຂງທັງປະຊາຄົມ, ສ້າງກຳລັງຫນູນຢ່າງແຮງເພື່ອປະຕິບັດເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມປະຊາທິປະໄຕ, ຍຸຕິທຳ, ສິວິໄລຢ່າງສຳເລັດຜົນ”./.

ຕອບກັບ

ຂ່າວ/ບົດ​ອື່ນ