ວັນບຸນເອກະລາດ, ວັນບຸນສາມັກຄີຂອງຊາວເຜົ່າມົ້ງ

(VOVWORLD) - ແຕ່ລະປີ, ເມື່ອຮອດວັນທີ 02 ກັນຍາ, ພໍ່ແມ່ປະຊາຊົນຊາວເຜົ່າມົ້ງ ທັງຜູ້ເຖົ້າ - ໄວໜຸ່ມ, ທັງຍິງ - ທັງຊາຍ, ຈາກບັນດາບ້ານຢູ່ໃກ້ ແລະ ໄກຂອງແຂວງ ເຊີນລາ ກໍ່ຊັກຊວນກັນມາເຕົ້າໂຮມຢູ່ເທດສະບານ ໂມກເຈົາ, ເມືອງ ໂມກເຈົາ, ແຂວງ ເຊີນລາ ໃນບັນຍາກາດຟົດຟື້ນມ່ວນຊື່ນ

ເພື່ອສະເຫຼີມສະຫຼອງວັນບຸນເອກະລາດຂອງປະເທດຊາດ. ວັນບຸນເອກະລາດຂອງຊົນເຜົ່າມົ້ງ ແມ່ນເພື່ອສະແດງຄວາມຮູ້ບຸນຄຸນຕໍ່ພັກ, ຕໍ່ປະທານ ໂຮ່ຈີມິນ, ຕໍ່ລັດຖະບານ ໄດ້ນຳມາເຊິ່ງເອກະລາດ, ເສລີພາບໃຫ້ພໍ່ແມ່ປະຊາຊົນໃນທົ່ວປະເທດເວົ້າລວມ ແລະ ຊົນເຜົ່າມົ້ງເວົ້າສະເພາະ.

ວັນບຸນເອກະລາດ, ວັນບຸນສາມັກຄີຂອງຊາວເຜົ່າມົ້ງ - ảnh 1 ວັນບຸນເອກະລາດ, ວັນບຸນສາມັກຄີຂອງຊາວເຜົ່າມົ້ງ

ຕາມຜູ້ເຖົ້າຜູ້ແກ່ຊາວເຜົ່າມົ້ງເລົ່າສູ່ຟັງວ່າ, ນັບແຕ່ວັນປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ (02/09/1945) ນັ້ນ, ຊາວເຜົ່າມົ້ງ ໄດ້ເຄົາລົບນັບຖື ແລະ ຖືວັນນັ້ນ ບໍ່ພຽງແຕ່ແມ່ນວັນບຸນເອກະລາດເທົ່ານັ້ນ ຫາກຍັງແມ່ນວັນບຸນສະເພາະຂອງຊົນເຜົ່າຕົນອີກດ້ວຍ. ໃນຊຸມວັນນີ້, ຢູ່ເທດສະບານ ໂມກເຈົາ ລຽບຕາມຖະໜົນຫົນທາງຫລາຍສາຍ ປະຊາຊົນໄດ້ປະດັບທຸງແດງດາວເຫລືອງເພື່ອສະເຫຼີມສະຫຼອງວັນສະຖາປະນາປະເທດຊາດ, ຊາວໜຸ່ມຈາກທົ່ວທຸກສາລະທິດໄດ້ມາເຕົ້າໂຮມຢູ່ແຫ່ງນີ້ ເພື່ອພ້ອມກັນເຂົ້າຮ່ວມບັນດາການລະຫຼິ້ນ, ເປົ່າແຄນ, ຟ້ອນລຳທຳເພງນຳກັນ, ຮັບເປັນອ້າຍນ້ອງກັນ, ບ່າວສາວພ້ອມກັນສະແດງຄວາມໃນໃຈຄວາມຮັກແພງໝົດຄືນຊອດແຈ້ງ ຮອດຮຸ່ງເຊົ້າຈຶ່ງຈາກກັນ ແລະ ໝັ້ນໝາຍວັນນີ້ຂອງປີໜ້າຈະພົບກັນໃໝ່. ສະນັ້ນ, ວັນບຸນເອກະລາດຍັງເອີ້ນວ່າ ວັນບຸນທຸງແດງດາວເຫລືອງ. ທ່ານ ດັ້ງວັນຮຸ່ງ, ຫົວໜ້າພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງ ເຊີນລາ ໃຫ້ຮູ້ວ່າ:

ຕ້ອນຮັບວັນບຸນ ວັນທີ 02 ກັນຍາ ແມ່ນໂອກາດວັນບຸນໃຫຍ່ຂອງທົ່ວປວງຊົນ ຫວຽດນາມ, ແຕ່ສຳລັບສະເພາະຊາວເຜົ່າມົ້ງ ນັ້ນແມ່ນວັນບຸນທີ່ສຳຄັນ. ຊາວເຜົ່າມົ້ງກະກຽມໃຫ້ບຸນວັນທີ 02 ກັນຍາ ດ້ວຍບັນຍາກາດອັນແຮງກ້າຂອງຊົນຊາດ ຊຶ່ງພັກ ແລະ ລັດໄດ້ໃຫ້ຄວາມເອົາໃຈໃສ່. ພໍ່ແມ່ປະຊາຊົນຊາວເຜົ່າມົ້ງ ໄດ້ເຊື່ອມຕົວເຂົ້າໃນບັນດາການເຄື່ອນໄຫວ, ພ້ອມກັນເປົ່າແຄນ, ຟ້ອນລຳທຳເພງ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີມິນ, ຕໍ່ການຊີ້ນຳນຳພາຂອງ ພັກ ທີ່ໄດ້ນຳມາເຊິ່ງເອກະລາດໃຫ້ພໍ່ແມ່ປະຊາຊົນຊາວເຜົ່າມົ້ງ ກໍ່ຄືບັນດາຊົນເຜົ່າອື່ນ.

ວັນບຸນເອກະລາດ, ວັນບຸນສາມັກຄີຂອງຊາວເຜົ່າມົ້ງ - ảnh 2 ທ່ານ ດັ້ງວັນຮຸ່ງ, ຫົວໜ້າພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວແຂວງ ເຊີນລາ

 ວັນບຸນເອກະລາດຂອງຊົນເຜົ່າມົ້ງຈະດຳເນີນແຕ່ວັນທີ 29 ສິງຫາ ເຖິງວັນທີ 02 ກັນຍາ, ໃນນັ້ນ ວັນທີ 01 ກັນຍາ ແມ່ນມີຄວາມຄັບຄາໜາແໜ້ນເບີກບານມ່ວນຊື່ນທີ່ສຸດ. ກ່ອນທີ່ເຂົ້າຮ່ວມບຸນ, ຊາວເຜົ່າມົ້ງ ຕ້ອງກະກຽມເປັນເວລາຫລາຍມື້. ຜູ້ຊາຍແມ່ນຫົວຄຽນຜ້າ, ໃສ່ປອກຄໍ, ບ່າພາຍແຄນ. ຜູ້ຍິງໃສ່ຊຸດກະໂປ່ງດ້ວຍສີສັນຫລາກຫລາຍ, ມືຈັບປີ່, ຂີ່ມ້າລົງເມືອງ. ສີສັນຂອງທຸງແດງປະສົມເຂົ້າກັບສີສັນຂອງຊຸດອາພອນຂອງເຜົ່າມົ້ງໄດ້ສ້າງເປັນຮູບພາບສີສັນຫລາກຫລາຍທີ່ເປັນເອກະລັກສະເພາະ. ຄອບຄົວລຸງ ວີອາຮາວ ຊົນເຜົ່າມົ້ງ ມີທັງໝົດ 7 ຄົນ, ຈາກແຂວງ ດ້ຽນບຽນ ໄດ້ລຸຍນ້ຳຂ້າມປ່າລົງມາແຂວງ ໂມກເຈົາ ເພື່ອເຂົ້າຮ່ວມບຸນເອກະລາດ. ລຸງ ວີອາຮາວ ກ່າວວ່າ:

ຕ້ອນຮັບວັນບຸນແມ່ນມີຄົນຫລາຍ ແລະ ມີຄວາມເບີກບານມ່ວນຊື່ນທີ່ສຸດ. ນີ້ເປັນຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມວັນບຸນຂອງຊົນເຜົ່າຕົນຢູ່ ໂມກເຈົາ, ດັ່ງນັ້ນ ຂ້າພະເຈົ້າເຫັນວ່າ ມັນຕ່າງກັບຢູ່ບ່ອນອື່ນ. ຢູ່ບ້ານ ຕົວຈົວ ຂອງພວກຂ້າພະເຈົ້າ ຍັງບໍ່ທັນມີວັນບຸນມ່ວນຊື່ນເຊັ່ນນີ້.

ໃນຊຸມວັນບຸນເອກະລາດ ຍັງມີການລະຫຼິ້ນພື້ນເມືອງຫລາຍຢ່າງເຊັ່ນ: ການແຂ່ງ  ຂັນເຮັດ ບັນໄຢ, ແຂ່ງຂັນຫຸງເຂົ້າ, ໂຍນໝາກຄອນ…ຢູ່ທີ່ນີ້ ຍັງມີບັນດາຮ້ານວາງສະແດງອາຫານການກິນ, ເຄື່ອງມືອຸປະກອນການອອກແຮງານຮັບໃຊ້ການຜະລິດຂອງຊົນເຜົ່າມົ້ງ. ບັນດາການເຄື່ອນໄຫວໄດ້ດຳເນີນຢູ່ເທດສະບານ ດ້ວຍການເຂົ້າຮ່ວມຂອງບັນດາຊົນເຜົ່າອື່ນໆເປັນຈຳນວນຫລວງຫລາຍ.

ໃນວັນບຸນເອກະລາດ, ເຂດພູພຽງ ໂມກເຈົາ ພໍ່ພຽງແຕ່ຕ້ອນຮັບຊາວເຜົ່າມົ້ງກັບເມືອຫຼິ້ນບຸນເທົ່ານັ້ນ ຫາກຍັງມີການເຂົ້າຮ່ວມຂອງບັນດາຊົນເຜົ່າອ້າຍນ້ອງກໍ່ມາລະຫຼິ້ນວັນບຸນອີກດ້ວຍ. ວັນບຸນເອກະລາດນັບມື້ນັບຄຶກຄື້ນມ່ວນຊື່ນກ່ວາ, ຊາວເຜົ່າມົ້ງນັບພັນໆຄົນຈາກບັນດາແຂວງເຂດຕາເວັນຕົກສ່ຽງເໜືອກໍ່ມາເຂົ້າຮ່ວມ. ແຕ່ປີ 2000, ຍັງມີຊາວເຜົ່າມົ້ງຢູ່ເຂດ ຫວຽດບັກ, ແຂວງ ແທງຮ໋ວາ, ເງະອານ ແລະ ທັງຊາວເຜົ່າມົ້ງຢູ່ປະເທດລາວໃກ້ຄຽງກໍ່ມານີ້ເຂົ້າຮ່ວມວັນບຸນກັບຊາວເຜົ່າມົ້ງ ໂມກເຈົາ. ບັນດາຊົນເຜົ່າອ້າຍນ້ອງຄື: ຜູ້ໄທ, ເມືອງ, ກິງ, ຢ້າວ, ຂະມຸ ຢູ່ບັນດາບ້ານໃກ້ຄຽງ ກໍ່ພາກັນເຕົ້າໂຮມຢູ່ເທດສະບານ ໂມກເຈົາ ເພື່ອເຂົ້າຮ່ວມວັນບຸນກັບພໍ່ແມ່ປະຊາຊົນຊາວເຜົ່າມົ້ງ. ວັນບຸນສະຖາປະນາປະເທດຢູ່ ໂມກເຈົາ ໄດ້ຄ່ອຍໆກາຍເປັນວັນບຸນລວມຂອງພໍ່ແມ່ປະຊາຊົນບັນດາເຜົ່າເຂດພູສູງ, ບັນດາຊົນເຜົ່າອ້າຍນ້ອງຄື: ຜູ້ໄທ, ເມືອງ, ກິງ, ຢາວ, ຂະມຸ…ສ້າງຄວາມເບີກບານມ່ວນຊື່ນຖານອ້າຍນ້ອງລະຫວ່າງບັນດາເຜົ່າ. ທ້າວ ບູຍວັນທັ໋ງ ຊາວເຜົ່າເມື່ອງ ມາຈາກແຂວງ ຮ່ວາບີງ ໃຫ້ຮູ້ວ່າ:

ວັນບຸນເອກະລາດ ວັນທີ 02 ກັນຍາ ນີ້, ພວກຂ້າພະເຈົ້າໄດ້ເຂົ້າຮ່ວມບັນດາການລະຫຼິ້ນກັບໝູ່ເພື່ອນອ້າຍນ້ອງຊົນເຜົ່າອື່ນໆ, ໄດ້ມີການພົບປະແລກປ່ຽນ. ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ສຸດ ເມື່ອໄດ້ມານີ້ ເຂົ້າຮ່ວມວັນບຸນເອກະລາດ.

ວັນບຸນເອກະລາດ, ວັນບຸນສາມັກຄີຂອງຊາວເຜົ່າມົ້ງ - ảnh 3

ເຈືອຈານເຂົ້າກັບບັນຍາກາດເບີກບານມ່ວນຊື່ນຕ້ອນຮັບວັນບຸນສະຖາປະນາປະເທດຊາດນັ້ນ, ເອື້ອຍ ລີວໄໝ, ຊາວເຜົ່າ ຢ້າວ, ມາຈາກເມືອງ ຊີນໂຮ, ແຂວງ ລາຍເຈົາ ໃຫ້ຮູ້ວ່າ:

ຂ້າພະເຈົ້າໄດ້ຮູ້ວ່າ ຊົນເຜົ່າມົ້ງຈັດວັນບຸນເອກະລາດຢ່າງຍິ່ງໃຫຍ່ທີ່ສຸດ. ວັນບຸນເອກະລາດແມ່ນຂອງທົ່ວປວງຊົນ ຫວຽດນາມ. ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນ ເມື່ອໄດ້ມານີ້ເຂົ້າຮ່ວມວັນບຸນພ້ອມກັບບັນດາຊົນເຜົ່າອື່ນໆ ແລະ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຢ່າງຟົດຟື້ນຢູ່ນີ້.

ອາດຈະ ບໍ່ມີແຫ່ງໃດມີການເຕົ້າໂຮມເພື່ອຂ່ຳນັບຮັບຕ້ອນວັນບຸນເອກະລາດ ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນຄືຢູ່ເຂດພູພຽງ ໂມກເຈົາ ນັ້ນ. ປັດຈຸບັນ ໂມກເຈົາ ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໃນແຂວງ ເຊີນລາ ກໍ່ຄືບັນດາແຂວງໃກ້ຄຽງມາທ່ອງທ່ຽວ ແລະ ຊົມສິ່ງສວຍງາມເທົ່ານັ້ນ ຫາກຍັງແມ່ນສະຖານທີ່ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຂອງປະເທດເພື່ອນມິດ ລາວ ມາຮ່ວມເບີກບານມ່ວນຊື່ນ, ແບ່ງປັນບັນດາການເຄື່ອນໄຫວທີ່ເປັນມູນເຊື້ອຂອງທ້ອງຖິ່ນອີກດ້ວຍ ./.

ຕອບກັບ

ຂ່າວ/ບົດ​ອື່ນ