ວາລະຊັກຖາມ “ປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ສ້າງສັນ”

(VOVWORLD) -  ວາລະຊັກຖາມຄັ້ງນີ້ ສືບຕໍ່ຮຽກຮ້ອງໃຫ້ມີຄວາມກະທັດຮັດ, ຄຳຕອບຕ້ອງຖືກຕາມຄວາມຕ້ອງການ, ຖືກຕາມເນື້ອໃນຊັກຖາມ, ຄຸນນະພາບວາລະຊັກຖາມກໍ່ໄດ້ຍົກສູງຂຶ້ນ. ແຕ່ລະຄົນຕັ້ງຄຳຖາມໃນເວລາ 1 ນາທີ, ຕາມການກຳນົດແລ້ວ ຄຳຕອບໃຊ້ເວລາຫລາຍສຸດແມ່ນ 3 ນາທີ. 

ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 ຫາກໍ່ສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກລັດຖະບານ. ຫາງສຽງສັງຄົມ ແລະ ສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງຕໍ່ຄຸນນະພາບຂອງວາລະຊັກຖາມ ແລະ ຢືນຢັນວ່າ ວາລະຊັກຖາມໄດ້ດຳເນີນໄປໃນບັນຍາກາດມີປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ໄດ້ເຮັດແຈ້ງບັນດາບັນຫາ ເຊິ່ງສະມາຊິກສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີຄວາມສົນໃຈ.

ວາລະຊັກຖາມ “ປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ສ້າງສັນ” - ảnh 1ສະມາຊິກສະພາແຫ່ງຊາດຕອບສຳພາດຕໍ່ນັກຂ່າວ. ພາບ: ງອກແອງ/VOV5

        ວາລະຊັກຖາມໄດ້ດຳເນີນໄປເປັນເວລາ 2 ມື້ເຄິ່ງ (ວັນທີ 6, 9 ແລະ ຕອນເຊົ້າວັນທີ 10), ມີສະມາຊິກສະພາແຫ່ງຊາດຊັກຖາມລວມທັງໝົດ 122 ທ່ານ, ສະມາຊິກສະພາແຫ່ງຊາດໂຕ້ວາທີ 41 ທ່ານ. ຮອງນາຍົກລັດຖະມົນຕີ 3 ທ່ານ, ລັດຖະມົນຕີ 15 ທ່ານ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການກວດກາລັດຖະບານຕອບຄຳຊັກຖາມ. ຕອນສຸດທ້າຍຂອງວາລະຊັກຖາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ກ່າວຄຳເຫັນເຮັດແຈ້ງບາງບັນຫາທີ່ກ່ຽວຂ້ອງຕື່ມອີກ ຊຶ່ງຂຶ້ນກັບຄວາມຮັບຜິດຊອບຂອງລັດຖະບານ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.

ປ່ຽນແປງໃໝ່, ເສີມຂະຫຍາຍຈິດໃຈປະຊາທິປະໄຕ

       ນີ້ແມ່ນວາລະຊັກຖາມສຸດທ້າຍທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14. ນີ້ກໍ່ແມ່ນວາລະຊັກຖາມທີ່ບໍ່ໄດ້ຈຳກັດດ້ານເນື້ອໃນ, ຂົງເຂດ ເຊິ່ງບັນດາສະມາຊິກສະພາແຫ່ງຊາດສາມາດຊັກຖາມໄດ້. ສະມາຊິກສະພາແຫ່ງຊາດສາມາດຊັກຖາມກ່ຽວກັບວຽກງານຊີ້ນຳນຳພາ, ການບໍລິຫານ ແລະ ການປະຕິບັດກົດໝາຍຂອງບັນດາອົງການສຳນັກງານຂອງລັດຖະບານທັງໝົດ ກໍ່ຄືອົງການຕຸລາການ, ນັບແຕ່ບັນດາບັນຫາໃຫຍ່ຈົນເຖິງບັນດາບັນຫາລະອຽດ, ເປັນຕົ້ນແມ່ນບັນດາບັນຫາ “ເຄັ່ງຮ້ອນ” ເຊິ່ງຜູ້ມີສິດເລືອກຕັ້ງສົນໃຈ ຫຼື ບັນດາສິ່ງທີ່ຍັງຄົງຄ້າງ ເຊິ່ງໄດ້ຊັກຖາມໃນບັນດາກອງປະຊຸມສະໄໝສາມັນຄັ້ງກ່ອນ ແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ ຫຼື ຍັງບໍ່ທັນມີການຫັນປ່ຽນ. ທ່ານ ຫງວຽນງອັກເຟືອງ, ສະມາຊິກສະພາແຫ່ງຊາດແຂວງ ກ໋ວາງບີ່ງ ຖືວ່າ:

        “ຕ່າງກັບບັນດາວາລະຊັກຖາມຄັ້ງກ່ອນ ນັ້ນແມ່ນການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ການຂໍຄຳເຫັນກ່ຽວກັບເນື້ອໃນ ແລະ ເປົ້າໝາຍເພື່ອຊັກຖາມໃນຄັ້ງນີ້ ມີການປ່ຽນແປງແມ່ນເນື້ອໃນຊັກຖາມນັບແຕ່ຕົ້ນອາຍຸການຊຸດທີ 14 ມາຮອດປະຈຸບັນ. ບັນດາລັດຖະມົນຕີ, ຫົວໜ້າຂະແໜງ ແລະ ລັດຖະບານທັງໝົດ ລ້ວນແຕ່ຕອບຄຳຊັກຖາມ. ໃນຂະນະທີ່ຊັກຖາມ, ບັນດາສະມາຊິກສະພາແຫ່ງຊາດໄດ້ໂຕ້ວາທີຢ່າງຟົດຟື້ນ, ເປີດເຜີຍ ແລະ ກະຈ່າງແຈ້ງ.

        ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາວ່າວາລະຊັກຖາມແມ່ນມີປະຊາທິປະໄຕ, ກົງໄປກົງມາ, ໄປຮອດຂັ້ນສຸດທ້າຍຂອງບັນຫາວາງອອກ. ທ່ານ ໂດງອັກທີ້ງ, ສະມາຊິກສະພາແຫ່ງຊາດແຂວງ ແຄ໊ງຮ່ວາ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຖືວ່າ ຄຳຊັກຖາມ ແລະ ຕອບຄຳຊັກຖາມແມ່ນມີປະຊາທິປະໄຕ, ກະຈ່າງແຈ້ງ, ເປີດອົກເປີດໃຈ. ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕອບຢ່າງຈະແຈ້ງກ່ຽວກັບຄວາມສະດວກ, ສິ່ງທ້າທາຍໃນການສ້າງກົດໝາຍ, ເປົ້າໝາຍ, ຍຸດທະສາດໃນວຽກງານສ້າງກົດໝາຍ, ໂດຍພື້ນຖານແລ້ວ ໄດ້ບັນລຸຄວາມຮຽກຮ້ອງຕ້ອງການ.

ວາລະຊັກຖາມ “ປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ສ້າງສັນ” - ảnh 2 ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ປຶກສາຫາລືຕາມໜ່ວຍ. ພາບ: ງອກແອງ/VOV5

        ຍົກສູງບົດບາດຕິດຕາມກວດກາ ແລະ ຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດ

       ວາລະຊັກຖາມຄັ້ງນີ້ ສືບຕໍ່ຮຽກຮ້ອງໃຫ້ມີຄວາມກະທັດຮັດ, ຄຳຕອບຕ້ອງຖືກຕາມຄວາມຕ້ອງການ, ຖືກຕາມເນື້ອໃນຊັກຖາມ, ຄຸນນະພາບວາລະຊັກຖາມກໍ່ໄດ້ຍົກສູງຂຶ້ນ. ແຕ່ລະຄົນຕັ້ງຄຳຖາມໃນເວລາ 1 ນາທີ, ຕາມການກຳນົດແລ້ວ ຄຳຕອບໃຊ້ເວລາຫລາຍສຸດແມ່ນ 3 ນາທີ. ສິ່ງດັ່ງກ່າວ ທັງກໍ່ຄວາມກົດດັນໃຫ້ຜູ້ຕອບຄຳຖາມ ແຕ່ກໍ່ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດດ້ວຍບົດບາດໜ້າທີ່ຕິດຕາມ ກວດກາຂອງສະພາແຫ່ງຊາດ. ຜ່ານການຖາມ-ຕອບ ໄດ້ຊ່ວຍໃຫ້ 2 ຝ່າຍມີທິດທາງແກ້ໄຂບັນດາບັນຫາຢ່າງຕັ້ງໜ້າທີ່ສຸດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ທ່ານ ບຸຍແທງຕູ່ງ, ສະມາຊິກສະພາແຫ່ງຊາດນະຄອນ ຫ໋າຍຟ່ອງ ໃຫ້ຮູ້ວ່າ:

        “ທັງຜູ້ຊັກຖາມ ແລະ ຜູ້ຕອບຄຳຊັກຖາມລ້ວນແຕ່ມີການກະກຽມຢ່າງລະອຽດ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຕົນຢ່າງສູງສຸດທີ່ມີຕໍ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ. ບັນດາສະມາຊິກສະພາແຫ່ງຊາດສ່ວນຫລາຍໄດ້ຖາມຖືກຕາມບັນຫາ. ຂ້າພະເຈົ້າຕີລາຄາສູງຈິດໃຈສ້າງສັນນັບຖື ແລະ ສະຕິຄວາມຮັບຜິດຊອບຂອງບັນດາລັດຖະມົນຕີ, ຫົວໜ້າຂະແໜງໃນວາລະຊັກຖາມຄັ້ງນີ້. ປະທານບໍລິຫານວາລະຊັກຖາມມີວິທະຍາສາດ, ມີໄຫວພິບ, ມີຄວາມກົມກຽວ ແລະ ມີຄວາມຄ່ອງແຄ້ວທີ່ສຸດ.  ສະນັ້ນ ຈຶ່ງສ້າງບັນຍາກາດໂຕ້ວາທີຢ່າງຟົດຟື້ນ, ຊ່ວຍໃຫ້ບັນດາສະມາຊິກລັດຖະບານມີຄວາມທຸ່ນທ່ຽງ, ເຊື່ອໝັ້ນຕົນເອງຕອບບັນດາຄຳຖາມຢ່າງເຖິງຖອງ.

        ວາລະຊັກຖາມກໍ່ສະແດງໃຫ້ເຫັນວ່າບັນດາມະຕິຂອງສະພາແຫ່ງຊາດ ໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ເປັນເຈົ້າການຜັນຂະຫຍາຍຈາກ ລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍາການປະຊາຊົນສູງສຸດ ດ້ວຍບັນດາມາດຕະການຢ່າງຄົບຊຸດ, ຂ້ຽວຂາດ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ  ຢືນຢັນວ່າ:

        “ວາລະຊັກຖາມ ແລະ ຕອບຄຳຊັກຖາມໄດ້ປະສົບຜົນສຳເລັດຢ່າງຈົບງາມ. ເນື້ອໃນຈິດໃຈລວມຂອງວາລະຊັກຖາມນັ້ນແມ່ນ “ປະຊາທິປະໄຕ - ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ສ້າງສັນ”. ໝາກຜົນຂອງການຊັກຖາມແມ່ນຂົວເຊື່ອມຕໍ່ລະຫວ່າງສະພາແຫ່ງຊາດ 2 ຊຸດ, ຖ່າຍທອດບັນດາຄວາມມານະພະຍາຍາມ, ຄວາມຮັບຜິດຊອບຂອງລັດຖະບານ, ຂອງບັນດາກະຊວງ, ຂະແໜງການໃນວຽກງານຊີ້ນຳບໍລິຫານ ແລະ ຄວາມຮັບຜິດຊອບຂອງບັນດາສະມາຊິກສະພາແຫ່ງຊາດໃນການຕິດຕາມກວດກາ; ສ້າງກຳລັງໜູນ, ບັນຍາກາດ ແລະ ຈິດໃຈໃໝ່ ເພື່ອໃຫ້ປະເທດຊາດ ສືບຕໍ່ພັດທະນາແບບຍືນຍົງໃນອາຍຸການຕໍ່ໄປ.

        ການຊັກຖາມແມ່ນຮູບການຕິດຕາມກວດກາຂອງສະພາແຫ່ງຊາດສຳລັບໜ້າທີ່ບໍລິຫານເສດຖະກິດ - ສັງຄົມຂອງລັດຖະບານ ເພື່ອໃຫ້ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງທຸກຄົນລ້ວນແຕ່ມີຄວາມເຂົ້າໃຈ. ການຊັກຖາມ ແລະ ຕອບຄຳຊັກຖາມມີປະສິດທິຜົນ ຈະປະກອບສ່ວນເຮັດໃຫ້ບັນດາຈຸດດີມີຄວາມຈະແຈ້ງ ກໍ່ຄືບັນດາສິ່ງທີ່ຍັງຄົງຄ້າງ ເພື່ອນຳປະເທດຊາດພັດທະນາແບບຍືນຍົງກ່ວາ./.

ຕອບກັບ

ຂ່າວ/ບົດ​ອື່ນ