ວຽກງານຮັບປະກັນຊີວິດສັງຄົມປີ 2024

(VOVWORLD) -ປີ 2024 ຫວຽດນາມພັດທະນາລະບົບຮັບປະກັນຊີວິດສັງຄົມກວມລວມ, ເປັນຫລາຍຮູບແບບ, ຍົກສູງຄວາມສາມາດເຂົ້າເຖິງບັນດາກຸ່ມເປົ້າໝາຍ, ເປັນຕົ້ນແມ່ນຜູ້ມີຄວາມສ່ຽງ, ຊົນເຜົ່າສ່ວນ້ອຍ, ໃນນັ້ນເອົາໃຈໃສ່ເຖິງ 3 ບັນຫາ: ທັງປ້ອງກັນ, ແກ້ໄຂທັງຮັບມືກັບຄວາມສ່ຽງ, ມຸ່ງໄປເຖິງການກໍ່ສ້າງລະບົບຮັບປະກັນຊີວິດສັງຄົມກວມລວມ, ຍືນຍົງ, ທຸກຄົນລ້ວນແຕ່ໄດ້ເຂົ້າຮ່ວມແລະຊົມໃຊ້ໝາກຜົນຈາກສັງຄົມ.

ວຽກງານຮັບປະກັນຊີວິດສັງຄົມປີ 2024 - ảnh 1ນະໂຍບາຍຮັບປະກັນຊີວິດສັງຄົມ ແມ່ນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ. ພາບປະກອບ:chinhphu.vn

ນະໂຍບາຍຮັບປະກັນຊີວິດສັງຄົມແມ່ນແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແລະ ຜ່ານແຕ່ລະໄລຍະ, ບັນດານະໂຍບາຍນີ້ນັບມື້ນັບໄດ້ຮັບການເພີ່ມເຕີມ, ພັດທະນາ ແລະປັບປຸງໃຫ້ສົມບູນແບບ. ປີ 2024, ວຽກງານຮັບປະກັນຊີວິດສັງຄົມສືບຕໍ່ປ່ຽນແປງໃຫມ່ຕາມທິດມີປະສິດທິຜົນ, ຮອບດ້ານ ແລະໝັ້ນຄົງ.

ສູ້ຊົນບັນລຸບັນດາຄາດໝາຍພັດທະນາກ່ຽວກັບແຮງງານ, ຜູ້ມີຄຸນງາມຄວາມດີ ແລະ ສັງຄົມໃຫ້ມີລະດັບສູງສຸດ

ປີ 2024, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສູ້ຊົນບັນລຸບັນດາຄາດໝາຍພັດທະນາກ່ຽວກັບແຮງງານ, ຜູ້ມີຄຸນງາມຄວາມດີແລະສັງຄົມໃຫ້ມີລະດັບສູງສຸດ, ພິເສດສູ້ຊົນສຳເລັດ 3 ຄາດໝາຍໂດຍສະພາແຫ່ງຊາດ, ລັດຖະບານ ວາງອອກ. ນັ້ນແມ່ນ ຫລຸດອັດຕາສ່ວນວ່າງງານຢູ່ເຂດຕົວເມືອງ, ອັດຕາຄອບຄົວທຸກຍາກບັນລຸມາດຖານຫລາຍຂົ້ວ ແລະ ເພີ່ມອັດຕາແຮງງານທີ່ໄດ້ຮັບການບຳລຸງສ້າງ.

ເພື່ອບັນລຸຄາດໝາຍນີ້ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ພວມສຸມໃສ່ສ້າງ, ຍື່ນສະເຫນີລັດຖະບານປະກາດໃຊ້ໂຄງການດຳເນີນງານກ່ຽວກັບການສືບຕໍ່ປ່ຽນແປງໃຫມ່, ຍົກສູງຄຸນນະພາບນະໂຍບາຍສັງຄົມ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນໄລຍະໃຫມ່, ຍື່ນສະເຫນີສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ)ທີ່ກອງປະຊຸມສະໄຫມສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ XV.ທ່ານ ດ່າວງອັກຢູງ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

 “ໃນປີ 2024, ທົ່ວຂະແຫນງຈະມີຄວາມເປັນເອກະພາບສູງສຸດ, ມານະພະຍາຍາມເພື່ອບັນລຸຜົນສຳເລັດທີ່ສູງກວ່າປີທີ່ຜ່ານມາ. ກ່ອນອື່ນໝົດ, ສູ້ຊົນປະຕິບັດ 3 ຄາດໝາຍທີ່ລັດຖະບານ ແລະສະພາແຫ່ງຊາດມອບໝາຍໃຫ້. ນັ້ນແມ່ນ: ອັດຕາການຫວ່າງງານໃນເຂດຕົວເມືອງຕໍ່າກວ່າ 4%; ມີ69% ແຮງງານທີ່ໄດ້ຮັບການບຳລຸງສ້າງ, ໃນນັ້ນມີ 28 ຫາ 28,5% ມີໃບຢັ້ງຢືນລະດັບທີ່ຕ້ອງການ; ອັດຕາການຫຼຸດຜ່ອນຄວາມທຸກຍາກຫຼາຍຂົ້ວຕ້ອງໃຫ້ຫຼຸດລົງກວ່າ 1%. ພ້ອມກັນນັ້ນ, ກໍ່ຕ້ອງສຳເລັດ 16 ຄາດໝາຍທີ່ຂະແໜງວາງອອກ.

ວຽກງານຮັບປະກັນຊີວິດສັງຄົມປີ 2024 - ảnh 2ທ່ານ ດ່າວງອັກຢູງ ລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະ ແລະ ສັງຄົມ. ພາບ:baotintuc.vn

ຄຽງຄູ່ກັນນັ້ນ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ກໍ່ໄດ້ສຸມໃສ່ພັດທະນາ ແລະ ຮັກສາຕະຫລາດແຮງງານເປັນປົກກະຕິ. ຕາມນັ້ນແລ້ວ ຄຸນນະພາບແຫລ່ງແຮງງານ ຕ້ອງໄດ້ຮັບການຍົກສູງຂຶ້ນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງເຂົ້າກັບສາກົນ ແລະ ບັນດາທ່າອ່ຽງຂອງຂະແຫນງ, ອາຊີບ, ຂົງເຂດໃຫມ່.ທ່ານ ດ່າວງອັກຢູງ ລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຢືນຢັນວ່າ:

“ໃນປີ 2024, ໄດ້ສຸມໃສ່ສ້າງຕະຫຼາດແຮງງານທີ່ໝັ້ນຄົງ, ມີໄຫວພິບ, ຫຼາຍຮູບຫຼາຍແບບ, ຍືນຍົງ ແລະ ເຊື່ອມໂຍງ. ເອົາໃຈໃສ່ເຖິງການຮ່ຳຮຽນເຊື່ອມຕໍ່, ສຸມໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ, ປະກອບສ່ວນຍົກສູງສະມັດຕະພາບແຮງງານ ແລະຍົກສູງຄຸນນະພາບຂອງຕະຫຼາດແຮງງານ”.

ພັດທະນາລະບົບຮັບປະກັນຊີວິດສັງຄົມກວມລວມ, ຮອບດ້ານ

ເພື່ອບັນລຸຄາດໝາຍຫຼຸດຜ່ອນອັດຕາຄອບຄົວທຸກຍາກຕາມມາດຕະຖານຄວາມທຸກຍາກຫຼາຍຂົ້ວໃຫ້ໄດ້ກວ່າ 1%, ໃນປີ 2024, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂລະອຽດ. ໃນນັ້ນສືບຕໍ່ປັບປຸງກົນໄກ, ນະໂຍບາຍຫຼຸດຜ່ອນຄວາມທຸກຍາກຕາມທິດໜູນຊ່ວຍໂດຍມີເງື່ອນໄຂ, ເສີມຂະຫຍາຍກຳລັງແຮງພາຍໃນບື່ນຕົວຂຶ້ນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກຂອງປະຊາຊົນແລະວົງຄະນາຍາດ;ຈັດຕັ້ງປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກໃນປະຈຸບັນແລະໂຄງການເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແຫ່ງຊາດໄລຍະ 2021-2025 ຢ່າງຄົບຖ້ວນແລະທັນການ.

ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນ 30 ປະເທດທຳອິດໃນໂລກ ແລະ ເປັນປະເທດທຳອິດຢູ່ອາຊີທີ່ປະຕິບັດມາດຕະຖານຄວາມທຸກຍາກຫຼາຍຂົ້ວ, ຮັບປະກັນລະດັບຄ່າຄອງຊີບໃນລະດັບຕ່ຳສຸດທີ່ຕ້ອງການ ແລະບໍ່ໄດ້ເຂົ້າເຖິງການບໍລິການສັງຄົມດ້ວຍ6 ດ້ານພື້ນຖານ: ວຽກເຮັດງານທຳ; ການແພດ; ການສຶກສາ; ເຮືອນຢູ່; ນ້ຳສະອາດແລະສຸຂາອະນາໄມ; ຂໍ້ມູນຂ່າວສານ. ສະນັ້ນ, ການປະຕິບັດເປົ້າໝາຍຫຼຸດຜ່ອນອັດຕາຄອບຄົວທຸກຍາກຫຼາຍຂົ້ວຕ້ອງໄດ້ຮັບການຍົກສູງຂຶ້ນຕາມຄວາມຕ້ອງການທີ່ສູງກວ່າ. ທ່ານເລວັນແທ່ງ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ໃຫ້ຮູ້ວ່າ:

 “ໂຄງການຫຼຸດຜ່ອນຄວາມທຸກຍາກ 2021-2025 ໄດ້ມີການປ່ຽນແປງໂດຍພື້ນຖານກ່ຽວກັບເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ສູງກວ່າເມື່ອທຽບໃສ່ໄລຍະກ່ອນນັ້ນ. ລັກສະນະສະເພາະຂອງວຽກງານຫຼຸດຜ່ອນຄວາມທຸກຍາກໃນໄລຍະນີ້ແມ່ນຫຍຸ້ງຍາກກວ່າແລະຄວາມຕ້ອງການກໍ່ສູງກວ່າເມື່ອທຽບໃສ່ໃນໄລຍະກ່ອນ. ນອກຈາກລາຍຮັບແລ້ວ, ຍັງຕ້ອງຫຼຸດຜ່ອນການຂາດເຂີນ 6 ການບໍລິການພື້ນຖານທາງສັງຄົມ.

ດ້ວຍທັດສະນະຖືມະນຸດເປັນໃຈກາງ, ເປັນເຈົ້າຂອງ, ເປົ້າໝາຍ, ກຳລັງຫນູນ, ແຫລ່ງຊັບພະຍາກອນພັດທະນາ, ບໍ່ນຳຄວາມກ້າວຫນ້າ, ຄວາມຍຸຕິທຳສັງຄົມ, ຮັບປະກັນຊີວິດສັງຄົມມາແລກເອົາພຽງການເຕີບໂຕນັ້ນ, ຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່, ເບິ່ງແຍງດູແລເພື່ອໃຫ້ປະຊາຊົນມີຊີວິດທີ່ນັບມື້ນັບອີ່ມໜຳສຳລານ, ສົມບູນພູນສຸກ. ເຖິງວ່າ ປະເທດຊາດ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມ ແຕ່ແຫລ່ງກຳລັງໃຫຍ່ ຍາມໃດກໍ່ໄດ້ຮັບການລົງທຶນ, ຫນູນຊ່ວຍ, ຮັບປະກັນຊີວິດສັງຄົມ, ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ. ປີ 2024, ວຽກງານຮັບປະກັນຊີວິດສັງຄົມສືບຕໍ່ໄດ້ເສີມຂະຫຍາຍຢ່າງຮອບດ້ານ, ຫລາຍຮູບແບບ, ເອົາໃຈໃສ່ເຖິງກຸ່ມເປົ້າໝາຍ, ເປັນຕົ້ນແມ່ນຜູ້ມີຄວາມສ່ຽງ ແລະຊາວຊົນເຜົ່າສ່ວນຫນ້ອຍ ຊ່ວຍໃຫ້ເຂົາເຈົ້າມີຊີວິດທີ່ເປັນປົກກະຕິ, ບືນຕົວຂຶ້ນເຊື່ອມຕົວເຂົ້າກັບວົງຄະນາຍາດ, ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ເຂົ້າຮ່ວມ ແລະ ຊົມໃຊ້ບັນດາໝາກຜົນຂອງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ