ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ພັກ ແມ່ນ​ຄວາ​ມ​ຄາດ​ຫວັງ​ພັດ​ທະ​ນາ​ຂອງ​ຊາດ

(VOVWORLD) -ໃນບົດຂຽນດ້ວຍຫົວຂໍ້ວ່າ:  “ກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ເປັນຢ່າງດີ, ນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃຫມ່”, ໃນຂະນະກະກຽມການດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ຂຶ້ນກັບສູນກາງ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ສະແດງໃຫ້ເຫັນບັນດາທັດສະນະ, ແນວຄວາມຄິດຊີ້ນຳໃຫຍ່ຂອງສູນກາງ, ຂອງກົມການເມືອງ, ຄະນະເລຂາ ແລະ ຂອງການນຳພັກ, ລັດ ກ່ຽວກັບທິດທາງ, ຫນ້າທີ່ຂອງອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ແລະ ໄລຍະຈະມາເຖິງ ຢ່າງຮອບດ້ານ. ບົດຂຽນໄດ້ສົ່ງກຳລັງວັງຊາໃຫມ່ໃນຫາງສຽງສັງຄົມກໍ່ຄືພະນັກງານ ສະມາຊິກພັກ ແລະ ປະຊາຊົນ.

ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ພັກ ແມ່ນ​ຄວາ​ມ​ຄາດ​ຫວັງ​ພັດ​ທະ​ນາ​ຂອງ​ຊາດ - ảnh 1 ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ

ພາບ: VGP

ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຄາດຄະເນວ່າ ໃນຊຸມປີຈະມາເຖິງ ສະພາບສາກົນ ພາກພື້ນ ສືບຕໍ່ມີການປ່ຽນແປງຫລາຍຢ່າງອັນສັບສົນ, ວ່ອງໄວ,ຍາກທີ່ຄາດຄະເນລ່ວງຫນ້າໄດ້, ນາບຂູ່ຢ່າງຮ້າຍແຮງເຖິງການພັດທະນາຢ່າງລະຖຽນລະພາບ, ຍືນຍົງຂອງໂລກ ພາກພື້ນ ແລະ ຫວຽດນາມ.

 ແນວຄິດຍຸດທະສາດ ແມ່ນການພັດທະນາວ່ອງໄວ ແລະ ຍືນຍົງ

ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຢືນຢັນ ແນວຄິດຊີ້ນຳນຳພາຂອງພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ແມ່ນຢືດໝັ້ນ ແລະ ໝູນໃຊ້, ພັດທະນາ ລັດທິມາກ - ເລນິນ, ແນວຄິດ ໂຮ່ຈີມິນ ຢ່າງມີຫົວຄິດປະດິດສ້າງ; ຢຶດໝັ້ນເປົ້າໝາຍເອກະລາດຊົນຊາດ ແລະ  ສັງຄົມນິຍົມ; ຢຶດໝັ້ນແນວທາງປ່ຽນແປງໃຫມ່ຂອງພັກ ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ. ຕາມທ່ານເລຂາທິການໃຫຍ່ແລ້ວ, ນີ້ແມ່ນບັນຫາມີຄວາມໝາຍເປັນຕາຍສຳລັບລະບອບ ແມ່ນພື້ນຖານອັນໝັ້ນແກ່ນຂອງພັກກອມມູນິດຫວຽດນາມ.

ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ ແນວຄິດຍຸດທະສາດພັດທະນາຮອບດ້ານຂອງປະເທດຊາດຫວຽດນາມ ໃນໄລຍະຈະມາເຖິງ ແມ່ນພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຮັບປະກັນການສະຫນິດຕິດພັນຢ່າງແຫນ້ນແຟ້ນ ແລະ ຜັນຂະຫຍາຍບັນດາຫນ້າທີ່ຢ່າງຄົບຊຸດ, ໃນນັ້ນ ພັດທະນາເສດຖະກິດ ສັງຄົມ ແມ່ນບັນຫາໃຈກາງ; ກໍ່ສ້າງພັກ ແມ່ນບັນຫາຫລັກແຫລ່ງ; ພັດທະນາວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ; ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແມ່ນບັນຫາແກ່ນສານ ເປັນປະຈຳ. ກຳລັງຫນູນ ແລະ ແຫລ່ງກຳລັງໃຫ້ແກ່ການພັດທະນາຂອງປະເທດຊາດໃນໄລຍະໃຫມ່ ແມ່ນການປຸກລຸກກຳລັງແຮງຈິດໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍກຳລັງແຮງສັງລວມຂອງທັງລະບົບການເມືອງ ແລະ ຂອງພື້ນຖານວັດທະນະທຳ, ຊາວຫວຽດນາມ; ສົມທົບກັບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄຫມ.

ຕາມທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລ້ວ, ປັດໄຈມີຄວາມໝາຍຕັດສິນຊີ້ຂາດຜົນສຳເລັດຂອງພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ປົກປັກຮັກສາປະເທດຊາດ ແມ່ນເພີ່ມທະວີການກໍ່ສ້າງ, ປັບປຸງພັກ, ຍົກສູງກຳລັງຄວາມສາມາດການຊີ້ນຳນຳພາ, ຄວາມສາມາດກຳອຳນາດ ແລະ ກຳລັງຕໍ່ສູ້ຂອງພັກ; ສ້າງລັດ ແລະ ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ; ສ້າງຖັນແຖວພະນັກງານ, ສະມາຊິກພັກ ເປັນຕົ້ນແມ່ນພະນັກງານຍຸດທະສາດ, ໃຫ້ມີຈັນຍາບັນ ຄວາມສາມາດ ແລະ ອິດທິພົນ ເທົ່າທຽມກັບຫນ້າທີ່, ສະຫນິດຕິດພັນຢ່າງແຫນ້ນແຟ້ນກັບປະຊາຊົນ.

ສູ້ຊົນນຳຫວຽດນາມ ກາຍເປັນປະເທດພັດທະນາຕາມການກຳນົດທິດສັງຄົມນິຍົມ

ເສີມຂະຫຍາຍເຈດຈຳນົງ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ກອງປະຊຸມໃຫຍ່ຄັ້ງຈະມາເຖິງຄວນມີວິໄສທັດຍາວໄກກວ່າ ແມ່ນຮອດກາງສັດຕະວັດທີ 21, ສູ້ຊົນນຳຫວຽດນາມ ກາຍເປັນປະເທດພັດທະນາຕາມການກຳນົດທິດສັງຄົມນິຍົມ, ວາງອອກບັນດາຄາດໝາຍ ແລະ ຫນ້າທີ່ລະອຽດ ຕ້ອງສຳເລັດໃຫ້ແກ່ແຕ່ລະໄລຍະ; ສະແດງອອກໃຫ້ເຫັນຢ່າງຈະແຈ້ງລັກສະນະສືບທອດ ແລະ ພັດທະນາ, ລັກສະນະຕໍ່ເນື່ອງ ແລະ ສົມບູນແບບໃນວິວັດການກໍ່ສ້າງ ສັງຄົມນິຍົມຢູ່ຫວຽດນາມ;

ບົນຫລັກການຮັບປະກັນລັກສະນະວິທະຍາສາດ, ຄວາມເປັນໄປ ແລະ ພຶດຕິກຳຕົວຈິງ; ການສືບທອດ ແລະ ເພີ່ມເຕີມໃຫ້ເໝາະສົມກັບບັນດາການປ່ຽນແປງໃນແຕ່ລະໄລຍະພັດທະນາຂອງປະເທດຊາດ ພ້ອມທັງ ທາບທາມບົດຮຽນຈາກບັນດາປະເທດ ແລະ ມາດຖານພັດທະນາລວມຂອງໂລກ, ເອກະສານກອງປະຊຸມໃຫຍ່ຂອງພັກ ໄດ້ກຳນົດບັນດາຄາດໝາຍລະອຽດ ມຸ່ງໄປເຖິງບັນດາຂີດໝາຍພັດທະນາສຳຄັນຂອງຫວຽດນາມ. ນັ້ນແມ່ນ ຮອດປີ 2025 ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳຕາມທິດທັນສະໄຫມ, ຜ່ານຜ່າລະດັບລາຍຮັບປານກາງຕ່ຳ. ຮອດປີ 2030 ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳ ທັນສະໄຫມ, ລາຍຮັບປານກາງສູງ. ຮອດປີ 2045 ກາຍເປັນປະເທດພັດທະນາ, ລາຍຮັບສູງ.

ບັນດາມາດຕະການລະອຽດ

ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ເຕື້ອງເຖິງ 5 ມາດຕະຖານ ສ້າງສາ ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃຫມ່. ທີຫນຶ່ງແມ່ນ: ສືບຕໍ່ປ່ຽນໃຫມ່ຈິນຕະນາການ, ສ້າງສາ, ສ້າງລະບອບນະໂຍບາຍພັດທະນາເສດຖະກິດ, ການເມືອງ, ວັດທະນະທຳ,ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ.. ແບບຍືນຍົງ ຄົບຊຸດ. ປຸກລຸກທຸກຄວາມສາມາດບົ່ມຊ້ອນ ແລະ ແຫລ່ງກຳລັງ, ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພັດທະນາປະເທດຊາດ ຢ່າງ ວ່ອງໄວ ແລະ ໝັ້ນຄົງ. ທີສອງ ປ່ຽນໃຫມ່ຮູບແບບເຕີບໂຕຢ່າງແຮງ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄຫມ, ຍົກສູງຄຸນນະພາບການເຕີບໂຕ, ສະມັດຕະພາບແຮງງານ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ ບົນພື້ນຖານຄວາມຮັບຮູ້ ນີ້ແມ່ນຫນ້າທີ່ພື້ນຖານ, ສຳຄັນຍິ່ງ, ມີຄວາມໝາຍຕັດສິນຊີ້ຂາດສຳລັບການປະຕິບັດຄາດໝາຍພັດທະນາປະເທດຊາດຢ່າງວ່ອງໄວ ແລະ ໝັ້ນຄົງ. ທີສາມ: ແມ່ນປະຕິບັດບັນຫາຄຸ້ມຄອງພັດທະນາສັງຄົມແບບຍືນຍົງໃຫ້ຖືກຕ້ອງ ຄົບຖ້ວນ; ແກ້ໄຂບັນດາການພົວພັນຜົນປະໂຫຍດໃນສັງຄົມຢ່າງກົມກຽວ. ແກ້ໄຂການພົວພັນລະຫວ່າງການປະຕິບັດປະຊາທິປະໄຕ ໄປຄຽງຄູ່ກັບການເພີ່ມທະວີສ້າງລະບອບກົດໝາຍຢ່າງມີປະສິດທິຜົນ, ຮັບປະກັນລະບຽບຮຽບວິໄນທາງສັງຄົມ, ຮັບປະກັນຄວາມກ້າວຫນ້າ, ຍຸຕິທຳສັງຄົມ. ທີສີ່ ແມ່ນ: ຜັນຂະຫຍາຍການເຄື່ອນໄຫວການຕ່າງປະເທດຢ່າງຄົບຊຸດ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ, ສ້າງພື້ນຖານການທູດທັນສະໄຫມ ເພື່ອຜົນປະໂຫຍດຂອງຊາດ, ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງເພື່ອຮັບໃຊ້; ເປັນເຈົ້າການ ແລະ ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ ຢ່າງຮອບດ້ານ, ເລິກກວ້າງ. ທີຫ້າ ແມ່ນ:ເພີ່ມທະວີການກໍ່ສ້າງ ແລະ ປັບປຸງພັກ, ລັດ ແລະ ທົ່ວລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ກະທັດລັດ, ເຄື່ອນໄຫວປະສິດທິພາບ ແລະ ປະສິດທິຜົນ.

ກ່ອນດຳເນີນກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ໄດ້ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ເປັນຈິດຫນຶ່ງໃນດຽວ ຮ່ວມແຮງຮ່ວມໃຈ ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ເປັນຢ່າງດີ ນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃຫມ່ ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”, ປະຕິບັດສຳເລັດຄວາມມຸ່ງມາດປາດຖະຫນາຂອງປະທານໂຮ່ຈີມິນ ແລະ ຂອງປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ