ສົງຄາມການຄ້າ ອາເມລິກາ - ອີຢູ: ຜົນສະທ້ອນເຖິງເສດຖະກິດທົ່ວໂລກ

(VOVWORLD) -ໄພຈະເກີດຂຶ້ນສົງຄາມການຄ້າ ລະຫວ່າງ ອາເມລິກາ ກັບບັນດາພື້ນຖານເສດຖະກິດອື່ນ ພິເສດ ແມ່ນສະຫະພາບເອີລົບ (EU) ພວມນັບມື້ນັບເພີ່ມຂຶ້ນ ດ້ວຍບັນດາການກະທຳຫລາຍຢ່າງຈັດວາງອັດຕາພາສີ ຊື່ງໄດ້ຮັບການຜັນຂະຫຍາຍເພື່ອເລັ່ງໃສ່ເຊິ່ງກັນ ແລະກັນ. ໃນສະພາບການພື້ນຖານເສດຖະກິດໂລກ ຍັງຄົງຕົວມີສິ່ງກີດຂວາງຫລາຍຢ່າງໃນເສັ້ນທາງຟື້ນຕົວ, ບັນດາການກະທຳໂຕ້ຕອບດ້ານການຄ້າເຊິ່ງກັນ ແລະກັນນີ້ ອາດຈະກໍ່ຜົນຮ້າຍເຖິງພື້ນຖານເສດຖະກິດທົ່ວໂລກຢູ່ໃນລະດັບໃຫຍ່ກວ່າ.

ສົງຄາມການຄ້າ ອາເມລິກາ - ອີຢູ: ຜົນສະທ້ອນເຖິງເສດຖະກິດທົ່ວໂລກ - ảnh 1  (ພາບປະກອບ:AFP/TTXVN)

ນັບແຕ່ວັນທີ 1 ກໍລະກົດຈະມາເຖິງ, ສະຫະພາບເອີລົບ (EU) ຈະເລີ່ມຕົ້ນການຈັດວາງອັດຕາພາສີເພີ່ມເຕີມສຳລັບສິນຄ້າບາງປະເພດນຳເຂົ້າຈາກ ອາເມລິກາ. ແຈ້ງການດັ່ງກ່າວໂດຍ ຄະນະກຳມະການເອີລົບ (EC) ປະກາດເມື່ອຕົ້ນເດືອນມິຖຸນາ, ຕາມນັ້ນແລ້ວ ບັນດາປະເທດສະມາຊິກ EU ເຫັນດີສະຫນັບສະຫນູນແຜນການຂອງ EC, ຈັດວາງອັດຕາພາສີສຳລັບສິນຄ້າສົ່ງອອກຂອງອາເມລິກາ ລວມມູນຄ່າ 2,8 ຕື້ ເອີໂຣ (ປະມານ 3,3 ຕື້ USD). ຂໍ້ຕົກລົງທີ່ແຂງກະດ້າງດັ່ງກ່າວຂອງ EU ຍົກອອກມາ ພາຍຫລັງ ອາເມລິກາຖະແຫລງຈັດວາງອັດຕາພາສີຢູ່ໃນລະດັບ 10% ແລະ 25% ສຳລັບຜະລິດຕະພັນອາລູມີນຽມ ແລະ ເຫລັກກ້ານຳເຂົ້າຈາກ EU, ການາດາ ແລະ ເມຊີໂກ.

ບໍ່ທັນເວົ້າເຖິງເລື່ອງບັນດາວິສາຫະກິດຂອງທັງສອງຝ່າຍອາດຈະຖືກລຸບທຶນກ່ຽວກັບລາຍຮັບຍ້ອນບັນດາອັດຕາພາສີໃຫມ່, ຄວາມສ່ຽງໃຫຍ່ກວ່າແມ່ນຄວາມເປັນລະບຽບຮຽບຮ້ອຍດ້ານການຄ້າທົ່ວໂລກ ແລະ ບັນດາຄຳໝັ້ນສັນຍາໃນອົງການການຄ້າໂລກ (WTO) ອາດຈະຖືກຜົນສະທ້ອນຢ່າງຫນັກຫລືຊ້ຳບໍ່ໜຳຖືກແຕກສະຫລາຍ. ໃນກໍລະນີສົງຄາມການຄ້າປີນຂັ້ນໄດ, ບັນດາຜົນຮ້າຍຢ້ອນຫລັງ ຊື່ງມັນປະໄວ້ຈະນາບຂູ່ເຖິງການເຕີບໂຕ ແລະ ສະຖຽນລະພາບດ້ານການເງິນທົ່ວໂລກ.

ບັນດາມາດຕະການໂຕ້ຕອບດ້ານການຄ້າປີນຂັ້ນໄດ

ຫວ່າງແລ້ວນີ້ ອາເມລິກາ ຈັດວາງອັດຕາພາສີ 25% ສຳລັບເຫລັກກ້າ ແລະ 10% ສຳລັບອາລູມີນຽມ. ນອກນັ້ນ EU ຍັງມີຄູ່ຮ່ວມມືດ້ານການຄ້າອື່ນຂອງ ອາເມລິກາ ນັ້ນແມ່ນ ການາດາ, ເມຊີໂກ, ຈີນ. ນີ້ແມ່ນອັດຕາພາສີສູງສຸດບໍ່ວ່າໃນບັນຊີລາຍຊື່ຕາຕະລາງຜະລິດຕະພັນໃດນັບແຕ່ປີ 1971 ເປັນຕົ້ນໄປ.

ໃນທັນທີ ການກະທຳນັ້ນ ຂອງ ອາເມລິກາ ໄດ້ສ້າງປະຕິກິລິຍາໃປທົ່ວໂລກ. ໃນຖະແຫລງການຫວ່າງແລ້ວນີ້ EU ໃຫ້ຮູ້ວ່າ: ສະພາ ເອີລົບ ຮູ້ສຶກເປັນຫນ້າເສຍດາຍກ່ຽວກັບຂໍ້ຕົກລົງຂອງ ອາເມລິກາ ໄດ້ຈັດວາງອັດຕາພາສີໃສ່ບັນດາປະເພດສິນຄ້ານຳເຂົ້າຄື ອາລູມີນຽມ ແລະ ເຫລັກກ້າ. ຖະແຫລງການສະຫນັບສະຫນູນຢ່າງແຮງບັນດາຄວາມມານະພະຍາຍາມຂອງ ຄະນະກຳມະການເອີລົບ ເພື່ອແນໃສ່ຮັບປະກັນການປົກປ້ອງບັນດາສິດຂອງ EU ໃຫ້ຖືກຕ້ອງ ຕາມບັນດາຂໍ້ກຳນົດຂອງ ອົງການການຄ້າໂລກ (WTO) ເພື່ອແນໃສ່ໂຕ້ຕອບຢ່າງເໝາະສົມກັບບັນດາການກະທຳຂອງ ອາເມລິກາ. ກຸ່ມນີ້ ຖືວ່າ ທ່ານ Trump ພວມປຸກປັ່ນ EU ແລະ ພ້ອມແລ້ວທີ່ຈະສູ້ຢັນກັບ EU. ໃນທັນທີນັ້ນ EU ໄດ້ຂຶ້ນແຜນໂຕ້ຕອບ, ແລະ ຖະແຫລງຈັດວາງອັດຕາພາສີ 25% ເພື່ອເລັ່ງໃສ່ສິນຄ້າປະມານ 200 ປະເພດຂອງ ອາເມລິກາຄື: ລົດຈັກ, ຢາສູບ ແລະ ເຫລົ້າ whisky.

ນັບແຕ່ຕົ້ນປີ 2018, ສົງຄາມການຄ້າລະຫວ່າງອາເມລິກາ ແລະ ອີຢູ ໄດ້ກ້າວເຂົ້າສູ່ໄລຍະໃໝ່. ນັກໄຈ້ແຍກບາງຄົນຖືວ່າ ລັດຖະບານຂອງອາເມລິກາ ໃນໄລຍະຈະມາເຖິງ ຈະຈັດວາງອັດຕາພາສີປະເພດໃໝ່ ແລະ ມີດ້ວຍຂອບຂະໜາດໃຫຍ່ກວ່າຕື່ມອີກ ເພື່ອເລັ່ງໃສ່ອີຢູ. ໃນການເລືອກຕັ້ງເມື່ອປີ 2016, ເສດຖີ Donald Trump ໄດ້ຢຶດໝັ້ນກັບຄຳຂວັນ ອາລັກຂາການຄ້າ, ຄັດຄ້າຄວາມເສລີການຄ້າ ແລະການຫັນເປັນໂລກາພິວັດຂອງພື້ນຖານເສດຖະກິດ. ໃນການຂົນຂວາຍການຫາສຽງເລືອກຕັ້ງເປັນປະທານາທິບໍດີຂອງທ່ານເອງ, ທ່ານ Donald Trump ໄດ້ໝັ້ນໝາຍວ່າ ຈະຈັດວາງອັດຕາພາສີສິນຄ້ານຳເຂົ້າຫຼາຍປະເພດ. ເພາະວ່າ, ຕາມທ່ານ Donald Trump ແລ້ວ, ອາເມລິກາຖືກບັນດາປະເທດໃນທົ່ວໂລກ ສວຍໃຊ້ເຂົ້າໃນການຂຸດຄົ້ນມາແຕ່ດົນນານແລ້ວ. ເພາະສະນັ້ນ, ເພື່ອປະຕິບັດສຳເລັດຄຳໝັ້ນໝາຍ ກັບຜູ້ມີສິດເລືອກຕັ້ງ, ນັບແຕ່ຕົ້ນປີ 2018, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເລີ່ມດຳເນີນການສູ້ຢັນດ້ານເສດຖະກິດລະຫວ່າງ ອາເມລິກາ ກັບບັນດາຄູ່ຮ່ວມມື.

        ຄວາມສ່ຽງຕ່າງໆສຳລັບເສດຖະກິດຂອງ ອີຢູກໍຄືເສດຖະກິດທົ່ວໂລກ

        ຕາມການຄາດຄະເນທີ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຍົກອອກມາ ນັ້ນ, ບັນດາອັດຕາພາສີໃໝ່ນີ້, ລວມຍອດປະລິມານການຄ້າທົ່ວໂລກຈະຫຼຸດລົງ 6% ແລະ GDP ຕົວຈິງຂອງບັນດາປະເທດທີ່ຖືກ ອາເມລິກາ ຈັດວາງອັດຕາພາສີ, ໃນນັ້ນມີ ອີຢູຈະຫຼຸດລົງໜ້ອຍສຸດແມ່ນ 2%.

        ຕາມບັນດານັກໄຈ້ແຍກ ແລ້ວ, ບັນດາຜົນກະທົບເສດຖະກິດມະຫາພາກຂອງລັດທິອາລັກຂາ ທີ່ ປະກົດອອກຢູ່ອາເມລິກາ. ເລື່ອງບັນດາປະເທດໂຕ້ຕອບການຈັດວາງອັດຕາພາສີດ້ວຍວິທີ ຈັດວາງອັດຕາພາສີຄືນນັ້ນ ໄດ້ ແລະ ກຳລັງກໍ່ໃຫ້ເກີດວົງຈອນຂອງຮົ້ວກີດຂວາງດ້ານການຄ້າ. ລາຍຈ່າຍຜະລິດ ແລະ ລາຄາທີ່ເກີດຂຶ້ນຈາກການຈັດວາງອັດຕາພາສີ ອາດຈະທະວີຄູນຂຶ້ນ, ໄປຄຽງຄູ່ກັນນັ້ນ ແມ່ນກໍ່ໃຫ້ເກີດການປີນຂັ້ນໄດທາງການເມືອງໃນທົ່ວໂລກ. ບັນດາຄວາມເຄັ່ງຕຶງເສດຖະກິດໃນປັດຈຸບັນ ລະຫວ່າງ ອາເມລິກາ ກັບ ອີຢູ ແລະ ຈະບໍ່ຢຸດຢູ່ພຽງແຕ່ເທົ່ານີ້ ຫາກຈະກາຍເປັນສົງຄາມເສດຖະກິດຮອບດ້ານໃນອະນາຄົດມໍ່ໆນີ້, ໃນນັ້ນ ແມ່ນບໍ່ມີຝ່າຍໃດໄດ້ຮັບຜົນປະໂຫຍດ. ຖ້າຫາກວ່າ ສົງຄາມການຄ້າເກີດຂຶ້ນ, ບັນຫາໄພເງິນເຟີ້ຢູ່ ອາເມລິກາ ກໍຈະເພີ່ມຂຶ້ນແຮງ ຍ້ອນອາເມລິກາອີງໃສ່ການນຳເຂົ້າ, ເກີດໄພປະຊາຊົນບໍ່ມີວຽກເຮັດງານທຳ. ສ່ວນອີຢູ ກໍຖືກຜົນເສຍຫາຍຢ່າງໜັກໜ່ວງ ເພາະວ່າອາເມລິກາ ແມ່ນຄູ່ຮ່ວມມືດ້ານການຄ້າ ແລະ ແມ່ນຕະຫຼາດສົ່ງອອກສຳຄັນທີ່ສຸດຂອງອີຢູ.

        ໃນສະພາບການທີ່ບັນດາປະເທດນຳໃຊ້ສະກຸນເງິນ euro ຍັງບໍ່ທັນສຳເລັດບັນດາການປະຕິຮູບລະບອບລະບຽບການຢ່າງຮອບດ້ານເທື່ອ ເພື່ອຮັບປະກັນຄວາມເປັນປົກກະຕິດ້ານການເງິນຂອງເອີຣົບ, ພ້ອມທັງຍັງພວມປະສົບກັບຄວາມຫຍຸ້ງຍາກໃນການແກ້ໄຂບັນຫາຊາວອົບພະຍົບ, ການຖືກຈັດວາງນະໂຍບາຍອັດຕາພາສີຈາກຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດໃນເວລານີ້ ແມ່ນບໍ່ຕ່າງຫຍັງກັບການຖືກຕີຢ່າງແຮງໃສ່ຄວາມມານະພະຍາຍາມຟຶ້ນຟູສະຖຽນລະພາບດ້ານເສດຖະກິດຂອງທະວີບ. ສິ່ງທີ່ຫາງສຽງພວມລໍຄອຍໃນຈຸດເວລານີ້ ແມ່ນບັນດາຝ່າຍອາດຈະຊອກຫາວິທີຫຼີກລ້ຽງສົງຄາມການຄ້າດັ່ງກ່າວ ດ້ວຍມາດຕະການທີ່ຄ່ອງແຄ້ວທາງການທູດ./.

ຕອບກັບ

ຂ່າວ/ບົດ​ອື່ນ