ສິ່ງທ້າທາຍບົນເສັ້ນທາງແຫ່ງການສ້າງຕັ້ງລັດຖະບານເຢຍລະມັນທີ່ມີສະຖຽນລະພາບ

(VOVWORLD) -ເວທີການເມືອງຢູ່ເຢຍລະມັນພວມຢືນຢູ່ຕໍ່ໜ້າຄວາມສ່ຽງກ້າວເຂົ້າສູ່ການເລືອກຕັ້ງຄັ້ງໃໝ່ ຊຶ່ງມີຄວາມໝາຍເຊັ່ນດຽວກັນກັບເລື່ອງພາໄປເຖິງການສ້າງຕັ້ງລັດຖະບານທີ່ມີສະຖຽນລະພາບ ພັດຜ່ານໄລຍະທາງຍາວໄກຕື່ມອີກ ແລະ ຍັງມີການຜັນແປຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ

ດ້ວຍເລື່ອງພັກປະຊາທິປະໄຕເສລີ FDP ໄດ້ຖະແຫຼງປະກາດຖອນຕົວອອກ, ການເຈລະຈາແນໃສ່ສ້າງຕັ້ງລັດຖະບານປະສົມໃໝ່ຢູ່ເຢຍລະມັນໄດ້ສິ້ນສຸດລົງດ້ວຍປະລາໄຊເມື່ອວັນທີ 20 ພະຈິກ. ສິ່ງນີ້ໄດ້ຢັ້ງຢືນວ່າ ເວທີການເມືອງຢູ່ເຢຍລະມັນພວມຢືນຢູ່ຕໍ່ໜ້າຄວາມສ່ຽງກ້າວເຂົ້າສູ່ການເລືອກຕັ້ງຄັ້ງໃໝ່ ຊຶ່ງມີຄວາມໝາຍເຊັ່ນດຽວກັນກັບເລື່ອງພາໄປເຖິງການສ້າງຕັ້ງລັດຖະບານທີ່ມີສະຖຽນລະພາບ ພັດຜ່ານໄລຍະທາງຍາວໄກຕື່ມອີກ ແລະ ຍັງມີການຜັນແປຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ.

ສິ່ງທ້າທາຍບົນເສັ້ນທາງແຫ່ງການສ້າງຕັ້ງລັດຖະບານເຢຍລະມັນທີ່ມີສະຖຽນລະພາບ - ảnh 1 ທ່ານນາງນາຍົກລັດຖະມົນຕີ Angela Merkel

    ວັນທີ 20 ພະຈິກ, ພັກປະຊາທິປະໄຕເສລີ FDP ໄດ້ຖະແຫຼງປະກາດຖອນຕົວອອກຢ່າງເປັນທາງການ, ຢຸດທຸກການເຈລະຈາເພື່ອສ້າງຕັ້ງລັດຖະບານປະສົມກັບທ່ານນາງນາຍົກລັດຖະມົນຕີ Merkel ແລະ ພັກຂຽວເພື່ອກຳອຳນາດ. ເກືອບ 2 ເດືອນພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ, ປະເທດເຢຍລະມັນຍັງຄົງສາມາດສ້າງຕັ້ງລັດຖະບານໃໝ່ໄດ້. ນີ້ແມ່ນເຫດການເປັນຄັ້ງທຳອິດໄດ້ເກີດຂຶ້ນໃນປະຫວັດສາດຂອງ ສ. ສະຫະພັນເຢຍລະມັນນັບແຕ່ປີ 1949 ມາຮອດປະຈຸບັນ.

    ບໍ່ສາມາດຊອກຫາສຽງເວົ້າລວມໄດ້.

 ໃນການເລືອກຕັ້ງເມື່ອເດືອນກັນຍາທີ່ຜ່ານມາ, ເຖິງວ່າ ສຳພັນທະພາບພັກນິຍົມຮັກສາເດີມ CDU/CSU ຂອງ ທ່ານນາງນາຍົກລັດຖະມົນຕີ Merkel ຍາດໄດ້ໄຊຊະນະກໍຕາມ, ແຕ່ກໍຈຳເປັນຕ້ອງຮ່ວມສຳພັນກັບພັກອື່ນໆເພື່ອມີເງື່ອນໄຂພຽງພໍເພື່ອສ້າງຕັ້ງສຳພັນທະພາບກຳອຳນາດ, ບໍລິຫານປະເທດຊາດ.

     ແຕ່ພາຍຫຼັງດຳເນີນດານເຈລະຈາເປັນເວລາຫຼາຍອາທິດ, ບັນດາພັກໃນເວທີການເມືອງເຢຍລະມັນ ບໍ່ບັນລຸຄວາມເຫັນດີເຫັນພ້ອມ, ອັນໄດ້ພາໄປເຖິງເປັນການຍາກໃນການ ສ້າງຕັ້ງສຳພັນທະພາບ. ບັນດາບັນຫາທີ່ຍັງບໍ່ເຫັນດີເຫັນພ້ອມຕົ້ນຕໍແມ່ນໝູນອ້ອມຫຼັກໝັ້ນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ນະໂຍບາຍພາສີອາກອນ ແລະ ການຄວບຄຸມຄົນເຂົ້າເມືອງ.

     ໃນຂະນະທີ່ພັກຂຽວອຽງຊ້າຍ ມານະພະຍາຍາມຊຸກຍູ້ການຢຸດຕິການນຳໃຊ້ຖ່ານຫີນ ແລະ ເຄື່ອງຍົນສັນດາບພາຍໃນເຖິງປີ 2030, ບັນດາພັກອື່ນ ກໍໝັ້ນໝາຍຈະຫຼຸດຜ່ອນການປ່ອຍດີໂອຊິດກາກບັອນນັ້ນ, ສະພັນທະພາບພັກຂອງ ທ່ານນາງນາຍົກລັດຖະມົນຕີ Merkel ຍັງບໍ່ທັນຍົກອອກກຳນົດເວລາລະອຽດເພື່ອຢຸດຕິການນຳໃຊ້ຖ່ານຫີນ. ກ່ຽວກັບບັນຫາຄົນເຂົ້າເມືອງ, ສຳພັນທະພາບພັກ CDU/CSU ຂອງ ທ່ານນາງນາຍົກລັດຖະມົນຕີ Merkel ຢາກກຳນົດລະດັບເພດານໃນແຕ່ລະປີກ່ຽວກັບຈຳນວນຄົນເຂົ້າເມືອງ ໃນຂະນະທີ່ພັກຂຽວອຽງຊ້າຍຢາກໃຫ້ອຳນາດການປົກຄອງເຢຍລະມັນຮັບເອົາຄົນເຂົ້າເມືອງຕື່ມອີກຫຼາຍຄົນເພື່ອສ້າງຄວາມສະໜິດຕິດພັນ, ດຶງດູດບັນດາຜູ້ທີ່ຮ່ວມທັດສະນະເຂົ້າເປັນສະມາຊິກພັກຂອງເຂົາເຈົ້າ.

    ຕໍ່ໜ້າຄວາມຂັດແຍ່ງດັ່ງກ່າວ, ພັກປະຊາທິປະໄຕເສລີ FDP ໄດ້ຕົກລົງຖອນອອກຈາກບັນດາການເຈລະຈາ ແນໃສ່ສ້າງຕັ້ງລັດຖະບານປະສົມ. ຕາມການນຳ ພັກປະຊາທິປະໄຕເສລີ FDP ທ່ານ Lindner ແລ້ວ, ສາຍເຫດແມ່ນແມ່ນບັນດາພັກການເມືອງເຂົ້າຮ່ວມການເຈລະຈາ ບໍ່ສາມາດຊອກຫາແນວຄວາມຄິດຮ່ວມໃຫ້ແກ່ການຫັນປະເທດຊາດເປັນທັນສະໄໝ ຊຶ່ງເຄີຍໄດ້ຮັບຖືວ່າ ແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ລັດຖະບານທີ່ມີສະຖຽນລະພາບ.

     ຄວາມສ່ຽງຈະຕ້ອງດຳເນີນການເລືອກຕັ້ງຄືນໃໝ່

  ຕໍ່ໜ້າການຜັນແປໃນປະຈຸບັນ, ວົງການນັກສັງເກດການເຫັນວ່າ ອາດຈະເກີດ 3 ກໍລະນີສຳລັບເວທີການເມືອງເຢຍລະມັນໃນຊຸມມື້ທີ່ຈະມາເຖິງ.

   ທີ 1 , ສຳພັນທະພາບພັກ CDU/CSU ຂອງ ທ່ານນາງນາຍົກລັດຖະມົນຕີ Merkel ຈະຮ່ວມສຳພັນກັບພັກຂຽວເພື່ອສ້າງຕັ້ງລັດຖະບານສ່ວນໜ້ອຍ. ທີ 2 ທ່ານນາງນາຍົກລັດຖະມົນຕີ Merkel ອາດຈະກັບຄືນຮຽກຮ້ອງດຳເນີນການເຈລະຈາກັບພັກປະຊາທິປະໄຕ ສັງຄົມເຢຍລະມັນ SPD ຊຶ່ງເຄີຍແມ່ນຄູ່ຮ່ວມຂອງ ສຳພັນທະພາບ CDU/CSU ໃນ 4 ປີທີ່ຜ່ານມາ. ແຕ່ມາຮອດປະຈຸບັນ, ກໍລະນີນີ້ເກືອບຄືວ່າ ຖືກປັດເຂ່ຍອອກ.

    ກໍລະນີທີ 3 ໄດ້ຮັບຖືວ່າ ແມ່ນອາດຈະເກີດຂຶ້ນຢ່າງງ່າຍດາຍກວ່າ ນັ້ນແມ່ນເຢຍລະມັນຈະດຳເນີນ ການເລືອກຕັ້ງຄືນໃໝ່. ຕາມນັ້ນແລ້ວ, ກ່ອນອື່ນໝົດ ປະທານາທິບໍດີ Frank-Walter Steinmeier ຕ້ອງຍຸບເລີກ ສະພາແຫ່ງຊາດສະຫະພັນ ແລະ ຮຽກຮ້ອງໃຫ້ ດຳເນີນ ການເລືອກຕັ້ງທົ່ວປະເທດຄັ້ງໃໝ່. ສິ່ງນີ້ແທດເໝາະກັບຄຳຖະແຫຼງຂອງ ທ່ານນາງນາຍົກລັດຖະມົນຕີ Merkel ພາຍຫຼັງທີ່ການເຈລະຈາຖືກປະລາໄຊ ທີ່ວ່າ ທ່ານນາງຈະພົບປະກັບ ປະທານາທິບໍດີ Frank-Walter Steinmeier ເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນການເຈລະຈາທີ່ຜ່ານມາ, ພ້ອມທັງພົບປະກັບຄະນະການນຳພັກ CDU/CSU ເພື່ອປຶກສາຫາລືບັນດາບາດກ້າວເດີນຕໍ່ໄປ.

     ໃນປະຈຸບັນ, ຄວາມສົນໃຈ ແລະ ປາດຖະໜາທຸກຢ່າງ ກໍລ້ວນແຕ່ສຸມໃສ່ ທ່ານນາງນາຍົກລັດຖະມົນຕີ Merkel. ໃນຕົວຈິງ, ດ້ວຍບົດຮຽນໃນເວທີການເມືອງຂອງຕົນ, ທ່ານນາງນາຍົກລັດຖະມົນຕີ Merkel ແມ່ນບຸກຄົນຕິດພັນກັບບັນດາໄລຍະແຫ່ງການຫັນປ່ຽນຂອງປະເທດເຢຍລະມັນ. ດ້ວຍບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການຄັ້ງນີ້, ຫາງສຽງຍັງຝາກຝັງຄວາມເຊື່ອໝັ້ນຕໍ່ທ່ານນາງ Merkel ຈະສືບຕໍ່ນຳພາປະເທດຊາດຜ່ານຜ່າວິກິດການໄດ້ .

ຕອບກັບ

ຂ່າວ/ບົດ​ອື່ນ