ສິ່ງທ້າທາຍໃນວິວັດທະນາການເຈລະຈາ Brexit

(VOVWORLD) - ອັງກິດ ແລະ ສະຫະພາບ ເອີຣົບ (ອີຢູ) ຫາກໍ່ເລີ່ມດຳເນີນວິວັດທະນາການເຈລະຈາຢ່າງເປັນທາງການ ນຳປະເທດ ອັງກິດ ຖອນອອກຈາກ ຊາຍຄາລວມຖືກຕາມຂັ້ນຕອນ. ພາຍຫລັງ 4 ທົດສະວັດທີ່ມີການເຊື່ອມຈອດກັນ, ການເຈລະຈາປະຫວັດສາດຄັ້ງນີ້ ບໍ່ພຽງແຕ່ສົ່ງຜົນກະທົບແຮງຕໍ່ອະນາຄົດຂອງ ອັງກິດ ເທົ່ານັ້ນ ຫາກຍັງທັງຄວາມເປັນລະບຽບຮຽບຮອຍດ້ານການເມືອງຂອງຝ່າຍຕາເວັນຕົກຕື່ມອີກ, ຊຶ່ງອາດຈະສັບສົນຢ່າງຮ້າຍແຮງ ຖ້າຫາກທັງ 2 ຝ່າຍບໍ່ບັນລຸໄດ້ໂດຍບໍ່ວ່າຂໍ້ຕົກລົງໃດໆ.
ສິ່ງທ້າທາຍໃນວິວັດທະນາການເຈລະຈາ Brexit - ảnh 1

ຕາມແຜນການແລ້ວ, ວິວັດທະນາການເຈລະຈາລະຫວ່າງ ອັງກິດ ແລະ ອີຢູ ຄາດວ່າຈະແກ່ຍາວເປັນເວລາ 2 ປີ, ດ້ວຍບັນຫາສັບສົນຫລາຍຢ່າງ ທີ່ບໍ່ເຄີຍມີມາກ່ອນໃນປະຫວັດຄວາມເປັນມາຂອງ ອີຢູ.

        ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ Theresa May ເຄີຍສ້າງບັນດາແຜນການ Brexit “ແຂງ”, ລວມມີ ການຖອນອອກຈາກຕະຫລາດລວມ ອີຢູ, ບັນລຸຂໍ້ຕົກລົງໃນຂົງເຂດພາສີສະບັບໃໝ່ ແລະ ກຳຈັດຄົນເຂົ້າເມືອງຈາກ ອີຢູ. ເຖິງຢ່າງໃດກໍ່ຕາມ, ດ້ວຍໝາກຜົນແຫ່ງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາໃນວັນທີ 08 ມິຖຸນາ, ທຸກສິ່ງທຸກຢ່າງປຽບເໝືອນໄດ້ປ່ຽນແປງ. ສິ່ງທ້າທາຍໃຫຍ່ສຸດຂອງທ່ານນາຍົກລັດຖະມົນຕີ Theresa May ໃນປະຈຸບັນແມ່ນ ເຮັດແນວໃດ ເພື່ອໄດ້ຮັບຮອງເອົາບັນດາຮ່າງກົດໝາຍກ່ຽວກັບ Brexit ຈາກສະພາແຫ່ງຊາດ, ແຫ່ງທີ່ພັກນິຍົມຮັກສາເດີມຂອງທ່ານນາງບໍ່ມີທ່າດີອີກ.

ປະເທດ ອັງກິດ ພາຍຫລັງຕັດສິນຖອນອອກຈາກ ອີຢູ ເປັນເວລາ 1 ປີ

        ຫວນຄືນໄລຍະ 1 ປີ, ນັບແຕ່ເມື່ອຕັດສິນຖອນອອກຈາກ ອີຢູ, ສະພາບການເມືອງຢູ່ ອັງກິດ ໃນປະຈຸບັນໄດ້ມີຄວາມແຕກຕ່າງແລ້ວ. ໃນການເລືອກຕັ້ງທົ່ວປະເທດຜ່ານມາ, ເລື່ອງພັກນິຍົມຮັກສາເດີມຂອງທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ສູນເສຍທີ່ນັ່ງສ່ວນຫລາຍ ເຮັດໃຫ້ສະພາບການເມືອງຢູ່ ອັງກິດ ຂາດສະຖຽນລະພາບ, ພ້ອມທັງບໍ່ນຳມາຊຶ່ງຜົນປະໂຫຍດໃຫ້ທ່ານ May ໃນວິວັດທະນາການເຈລະຈາ Brexit. ໂດຍບໍ່ມີຄວາມເຂັ້ມແຂງຢ່າງພຽງພໍ ຄືກ່ອນທີ່ດຳເນີນການເລືອກຕັ້ງທົ່ວປະເທດ, ດັ່ງນັ້ນ ພັກນິຍົມຮັກສາເດີມບໍ່ສາມາດຕັດສິນບັນດາບັນຫາສຳຄັນຂອງປະເທດຊາດເອງ, ໃນນັ້ນ ມີວິວັດທະນາການເຈລະຈາ Brexit ກັບ ອີຢູ, ຊຶ່ງຕ້ອງຮັບຟັງ ແລະ ຮັບຄວາມກົດດັນຈາກບັນດາພັກການເມືອງອື່ນໆ. ສຳລັບທ່ານນາງນາຍົກລັດຖະມົນຕີ Theresa May ຍັງປະເຊີນໜ້າຕໍ່ຄວາມຫຍຸ້ງຍາກໃນໜ້າທີ່ເຈລະຈາກັບ ອີຢູ ຍ້ອນບັນດາຄຳເຫັນກົງກັນຂ້າມຈາກບັນດາເຈົ້າໜ້າທີ່ຄົນສຳຄັນໃນຄະນະລັດຖະບານ. ດັ່ງນັ້ນ, ເມື່ອສັງເກດກ່ຽວກັບທີ່ຕັ້ງ ເມື່ອກ້າວເຂົ້າເຈລະຈາ, ອັງກິດ ຍັງບໍ່ທັນຢູ່ໃນທ່າແຂງກະດ້າງຄືໄລຍະກ່ອນນີ້ 1ປີ.

        ກ່ຽວກັບເສດຖະກິດ, ພື້ນຖານເສດຖະກິດ ອັງກິດ ຮັບຮູ້ຊັກຊ້າໃນຊຸມເດືອນຕົ້ນປີນີ້ ໂດຍເງິນປອນຕົກລາຕາ, ຜ່ານນັ້ນ ເຮັດໃຫ້ເພີ່ມອັດຕາເງິນເຟີ້ຂຶ້ນສູງ, ກໍ່ຜົນກະທົບເຖິງການໃຊ້ຈ່າຍຂອງຜູ້ບໍລິໂພກອຸປະໂພກ. ສິ່ງນີ້ ຈະຍິ່ງເຮັດໃຫ້ບັນດາສົ່ງທ້າທາຍເພີ່ມຂຶ້ນ ຊຶ່ງທ່ານ May ຕ້ອງປະເຊີນໜ້າໃນການຄວບຄຸມວິວັດການ Brexit. ໃນຂະນະນັ້ນ, ຄວາມເຊື່ອໝັ້ນຂອງປະຊາຊົນໃນກຸ່ມ ອີຢູ ນັບມື້ນັບເພີ່ມຂຶ້ນສູງ. ສ່ວນຫລາຍ ພື້ນຖານເສດຖະກິດພາກພື້ນ ເອີຣົບ ລ້ວນແຕ່ໄດ້ຮັບຮູ້ກ່ຽວກັບລະດັບການເຕີບໂຕເປັນໜ້າຊື່ນຊົມ. ຕາມບັນດານັກໄຈ້ແຍກແລ້ວ, ສິ່ງດັ່ງກ່າວ ກໍ່ເກີດບັນດາຄວາມເປັນຫວ່າງໃໝ່ ແລະ ຍັງມີຄຳຖາມໃຫຍ່ກ່ຽວກັບຫຼັກໝັ້ນຂອງ ລອນດອນ. ໃນບັັ້ນຫາສຽງເລືອກຕັ້ງຂອງຕົນ, ທ່ານນາງນາຍົກລັດຖະມົນຕີ Theresa May ຍາມໃດກໍ່ເນັ້ນໜັກວ່າ ຈະປະຕິບັດວິວັດທະນາການ Brexit “ແຂງ”, ມີຄວາມໝາຍວ່າ ບໍ່ເຂົ້າຮ່ວມຕະຫລາດລວມ ແລະ ຫລຸດຜ່ອນຈຳນວນຄົນເຂົ້າເມືອງຢ່າງແຮງ. ເຖິງຢ່າງໃດກໍ່ຕາມ, ວິທີການ Brexit “ອ່ອນໂຍນ”, ດ້ວຍເລື່ອງ ອັງກິດ ຖອນອອກຈາກ ອີຢູ ແຕ່ຍັງຄົງຢູ່ໃນຕະຫລາດລວມ ແມ່ນອາດຈະຖືກຄິດໄລ່ຊັງຊາເຖິງ.

       ອີກສ່ວນໜຶ່ງທີ່ສຳຄັນໃນການເຈລະຈາ Brexit, ນັ້ນແມ່ນບັນຫາຄົນເຂົ້າເມືອງ. ແຜນການພາຍຫຼັງ Brexit ຂອງນາຍົກລັດຖະມົນຕີ Theresa May ແມ່ນເພື່ອແນໃສ່ຫຼຸດຜ່ອນຄົນເຂົ້າເມືອງຈະກໍຜົນກະທົບອັນຫຍໍ້ທໍ້ເຖິງພື້ນຖານເສດຖະກິດອັງກິດ. ເລື່ອງປະຕິເສດຄົນເຂົ້າເມືອງນັບພັນຄົນບໍ່ພຽງແຕ່ເຮັດໃຫ້ແຫຼ່ງແຮງງານທີ່ສຳຄັນຖືກສູນເສຍໄປເທົ່ານັ້ນ, ຫາກຍັງເຮັດໃຫ້ຂາດແຄນທາງດ້ານຈຳນວນຊັບພະຍາກອນໃນບັນດາຂົງເຂດສຳຄັນຂອງປະເທດນີ້ໃນປະຈຸບັນອີກດ້ວຍ.

      ຕ້ອງການມີແຜນການແກ້ໄຂສິ່ງທີ່ກີດຂວາງ

   ພາຍຫຼັງການເຈລະຈາໃນເບື້ອງຕົ້ນ, ເຈົ້າໜ້າທີ່ຂອງ 2 ຝ່າຍຕ່າງກໍໃຫ້ຂໍ້ສັງເກດວ່າ ຍັງບໍ່ທັນນຳມາເຊິ່ງໝາກຜົນທີ່ຈະແຈ້ງ. ໃນໄລຍະທີ່ຈະມາເຖິງ, 2 ຝ່າຍສືບຕໍ່ດຳເນີນການພົບປະຄັ້ງຕ່າງໆເພື່ອແກ້ໄຂບັນດາສິ່ງທີ່ກີດຂວາງ. ຕາມນັ້ນແລ້ວ, ທາງຝ່າຍ EU ພວມຄ່ອຍຖ້າຕາຕະລາງເວລາທີ່ຈະແຈ້ງກ່ວາກ່ຽວກັບແຜນການ Brexit ຂອງອັງກິດ. ແຕ່ເບິ່ງຄືວ່າ ສິ່ງນີ້ຍັງບໍ່ທັນໄປສູ່ຜົນສຸດທ້າຍ ເພາະເມື່ອບໍ່ດົນມານີ້, ພາຍຫຼັງການເຈລະຈາຮອບທີ 1, ນັກສ້າງກົດໝາຍກວ່າ 50 ທ່ານສັງກັດພັກແຮງງານພ້ອມກັນລົງລາຍເຊັນໃນຈົດໝາຍສະບັບໜຶ່ງ ຮຽກຮ້ອງອັງກິດສືບຕໍ່ເຂົ້າຮ່ວມຕະຫຼາດຮ່ວມເອີລົບ. ແຕ່ຫຼັກໝັ້ນນີ້ ຖືກສະມາຊິກພັກນິຍົມຮັກສາເດີມຫຼາຍຄົນຄັດຄ້ານ ແຕ່ຍັງໄດ້ຮັບຄວາມເຫັນດີເຫັນພ້ອມຈາກສະມາຊິກບາງຄົນອື່ນໃນພັກນີ້ເອງ. ສິ່ງນີ້ພວມກໍ່ຄວາມວິຕົກກັງວົນຕໍ່ຫຼັກໝັ້ນລວມຂອງລອນດອນໃນການຍົກອອກບັນດາຂໍ້ຄວາມຕັດສິນ Brexit ໃນໄລຍະທີ່ຈະມາເຖິງ.

     ປີທຳອິດພາຍຫຼັງທີ່ອັງກິດຖອນອອກຈາກ EU ກໍແມ່ນປີທີ່ເຕັມໄປດ້ວຍພາຍຸລົມແດງ. ສະພາບການວຸ່ນວາຍ ແລະ ຂາດສະຖຽນລະພາບຂອງປະເທດຊາດໄດ້ພາໃຫ້ເກີດເຫດບຸກໂຈມຕີກໍ່ການຮ້າຍຢ່າງຕໍ່ເນື່ອງ. ສິ່ງທັງໝົດເຫຼ່ົານັ້ນ, ພວມເຮັດໃຫ້ອັງກິດຢືນຢູ່ຕໍ່ໜ້າຄວາມທົດສອບຫຼາຍຢ່າງ. ຄາດວ່າ ອັງກິດຈະອອກຈາກ EU ໃນເດືອນມີນາປີ 2019 ຢ່າງເປັນທາງການ. ນັບແຕ່ນີ້ເຖິງຈຸດເວລານັ້ນ, ອັງກິດມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດ. ຄຳຕັດສິນໄດ້ມີແລ້ວ, ປະຈຸບັນແມ່ນຈຸດເວລາທີ່ລອນດອນຕັ້ງສະແດງໃຫ້ເຫັນຄວາມສາມັກຄີ, ຮ່ວມແຮງຮ່ວມໃຈເພື່ອນຳປະເທດຊາດຜ່ານຜ່າໄລຍະທີ່ຫຍຸ້ງຍາກນີ້./. 

ຕອບກັບ

ຂ່າວ/ບົດ​ອື່ນ