ສູ້ຊົນບັນລຸຄາດໝາຍມີຄົນງານ 30 ລ້ານຄົນເຂົ້າຮ່ວມປະກັນໄພສັງຄົມໃນປີ 2020

(vovworld) - ຫວຽດ​ນາມ ໄດ້​ວາງ​ຄາດ​ໝາຍ​ຮອດ​ປີ 2020, ຈະ​ມີ​ຄົນ​ງານ 50% ເຂົ້າ​ຮ່ວມ​ປະ​ກັ​ນ​ໄພ​ສັງ​ຄົມ. ເພື່ອ​ບັນ​ລຸ​ໄດ້​ຄາດ​ໝາຍ​ດັ່ງ​ກ່າວ ຕ້ອງ​ມີ​ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ເປີດກວ້າງ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ປະ​ກັນ​ໄພສັງ​ຄົມ. ​ບົດ​ຂຽນ “ສູ້​ຊົນ​ບັ​ນ​ລຸ​ຄາດ​ໝາຍຄົນ​ງານ 30 ​ລ້ານ​ຄົນ​ເຂົ້າ​ຮ່ວມ​ປະ​ກັນ​ໄພສັງ​ຄົມ​ໃນ​ປີ 2020” ຂອງ​ນັກ​ຂ່າ​ວ VOV.

ສູ້ຊົນບັນລຸຄາດໝາຍມີຄົນງານ 30 ລ້ານຄົນເຂົ້າຮ່ວມປະກັນໄພສັງຄົມໃນປີ 2020 - ảnh 1
(ພາບ​ປະ​ກອບ)

ປະ​ຈຸ​ບັນ, ໃນ​ທົ່ວ​ປະ​ເທດ​ມີ 13 ລ້ານ​ຄົນ​ພວມ​ເຂົ້າ​ຮ່ວມປະ​ກັນ​ໄພສັງ​ຄົມ​ແບບບັງ​ຄັບ ແລະ 200.000 ຄົນ​ເຂົ້າ​ຮ່ວມປະ​ກັນ​ໄພສັງ​ຄົມ​ໂດຍ​ສະ​ໝັກ​ໃຈ. ສະ​ນັ້ນ, ພຽງ​ແຕ່​ມີ​ 13.200.000 ຄົນ​ເຂົ້າ​ຮ່ວມ​ເທົ່າ​ນັ້ນ. ໃນ​ຂະ​ນະ​ນັ້ນ, ຮອດ​ປີ 2020, ຄາດ​ວ່າ​ກຳ​ລັງ​ຄົນ​ງານ​ຂອງ​ຫວຽດ​ນາມ ແມ່ນ 60 ລ້ານ​ຄົນ, ຖ​້າ​ຫາກວາງ​ຄາດ​ໝາຍ ຈ​ຳ​ນວນ​ຜູ້​ເຂົ້​າ​ຮ່ວມປະ​ກັນ​ໄພສັງ​ຄົມໃນ​ປີ 2020 ແມ່ນ 50%​ ໝາ​ຍ​ຄວາມ​ວ່າ​ຕ້ອງ​ມີ 30 ລ້ານ​ຄົນ​​ເຂົ້າ​ຮ່ວມ. ຈາກ​ຕົວ​ເລກ 13 ລ້ານ​ຄົນ​ຂຶ້ນ​ເຖິງ 30 ລ້ານ​ຄົນ ແມ່ນ​ໄລ​ຍະ​ຫ່າງໃຫຍ່​ທີ່​ສຸດ. ທ່ານ ຢ້​ວາ​ນ​ຈິ໋​ເມົ້າ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​, ໃຫ້​ຮູ້​ວ່າ.

        “​ກ່ຽວ​ກັບປະ​ກ​ັນ​ໄພ​ສັງ​ຄົມ​​ແບບບັງ​ຄັບ ສຳ​ລັບ​​ພ​າກ​ສ່ວນ​ທີ່ມີ​ການ​ພົວ​ພັນ​ກັບ​ຄົນ​ງານ ເຊິ່ງ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ໄພ​ສັງ​ຄົມ ປີ 2014 ມີ​ຂໍ້​ກຳ​ນົດ​ວ່າ ບັນ​ດາ​ຄົນ​ງານ​ໃດ​ມີ​ສັນ​ຍາອອກ​ແຮງ​ງານ​​ໄລ​ຍະແຕ່ 1 ເດືອນ​ຂຶ້ນ​ໄປ​​ແມ່ນຕ້ອງ​ເຂົ້າ​ຮ່ວມ​ປະ​ກັນ​ໄພ​ສັງ​ຄົມ​ແບບບັງ​ຄັບ. ປະ​ຈຸ​ບັນ, ກຳ​ລັງ​ຄົນ​ງານ​ຫວຽດ​ນາມ 60% ພວ​ມ​ເຮັດ​ວຽກ​ຢູ່​​ພ​າກ​ສ່ວນບໍ່​ມີ​ການ​ພົວ​ພັນ​​ແຮງ​ງານ. ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ໄພ​ສັງ​ຄົມ​ປີ 2014 ກໍ່​ຊີ້​ແຈ້ງ​ວ່າຈະ​ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ສົ່ງ​ເສີມ​ຄົນ​ງານ​ເຂົ້າ​ຮ່ວມ​ປະ​ກັນ​ໄພ​ສັງ​ຄົມ​ໂດຍ​ສະ​ໝັກ​ໃຈ​​”.

        ໃນ​ໄລ​ຍະ​ຈະ​ມາ​ເຖິງ, ມີ​ບັນ​ດາ​ນະ​ໂຍ​ບາຍ​ສົ່ງ​ເສີມ​ບັນ​ດາ​ຄົນ​ງານ​ໃນ​​ພາກ​ສ່ວນ​ປອດ​ໂຄງ​​ສ້າງ, ບັນ​ດາ​ຜູ້ບໍ່​ມີ​ການ​ພົວ​ພັນ​​ແຮງ​ງານ​ສາ​ມາດ​ເຂົ້າ​ຮ່ວມ​ປະ​ກັນ​ໄພ​ສັງ​ຄົມ​ໂດຍ​ສະ​ໝັກ​ໃຈ. ສົ່ງ​ເສີມ​ບັນ​ດາ​ຜູ້​ສາ​ມາດ​ຫັນ​ປ່ຽນ​ຈາກ​ປະ​ກັນ​ໄພ​ສັງ​ຄົມ​ແບບ​ບັງ​ຄັບ ແລະ ບໍ່​ມີ​ສັນ​ຍາ​ແຮງ​ງານ ໄປ​ສູ່ປະ​ກັນ​ໄພ​ສັງ​ຄົມ​ໂດຍ​ສະ​ໝັກ​ໃຈ. ປະ​ກັນ​ໄພ​ສັງ​ຄົມ​ຫວຽດ​ນາມ ກໍ່​ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ, ເຜີຍ​ແຜ່​ເພື່ອ​ແກ້​ໄຂ​ສະ​ພາບ​ບໍ່​ເຂົ້າ​ຮ່ວມ​ປະ​ກັນ​ໄພ​ສັງ​ຄົມ. ທ່ານ ຢ້ວານ​ຈິ໋​ເມົ້າ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ໃຫ້​ຮູ້​ຕື່ມ​ອີກ​ວ່າ.

        “ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ໄພ​ສັງ​ຄົມ ປີ 2014 ອ​ະ​ນຸ​ຍາດ​ໃຫ້​ປະ​ກັນ​ໄພ​ສັງ​ຄົມ​ຫວຽດ​ນາມ ສ້າງ​ຕັ້ງ ແລະ ປະ​ຕິ​ບັດ​ໜ້າ​ທີ່ກວດ​ກາ​ເກັບ​ເງິນ​ປະ​ກັນ​ໄພ​ສັງ​ຄົມ. ປະ​ກັນ​ໄພ​ສັງ​ຄົມ​ຫວຽດ​ນາມ ຈະ​ປະ​ຕິ​ບັດ​ບົດ​ບາດກວດ​ກາ ເກ​ັບ​ເງິນ​ປະ​ກັນ​ໄພ​ສັງ​ຄົມ”.

        ​ສະ​ພາບຕົວ​ຈິງ​​ສະ​ແດວ​ງໃຫ້​ເຫັນ​ວ່າ, ເລື່ອງ​ເປີດກວ້າງ​ປະ​ກັນ​ໄພ​ສັງ​ຄົມ​ໂດຍ​ສະ​ໝັກ​ໃຈມ​ີ​ເງື່ອນ​ໄຂ​ສະ​ດວກ ນັ້ນ​ແມ່ນ​ຈຳ​ນວນ “ລູກ​ຄ້າ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ” ຫຼາຍ​ພໍ​ສົມ​ຄວນ (ກວ່າ 40 ລ້ານ​ຄົນ). ນະ​ໂຍ​ບາບ​ດັ່ງ​ກ່າວກໍ່​ໄດ້​ຮັບ​ການ​ປັບ​ປຸງ​ເທື່ອ​ລະ​ກ້າວ ຕາມ​ທິດ “ເປີດ” ກ່ຽວ​ກັບ​ເປົ້າ​ໝາຍ​ເຂົ້າ​ຮ່ວມ, ວິ​ທີ​ປະ​ກອບ, ລະ​ດັບ​ປະ​ກ​ອບ ກໍ​ຄື​ລະ​ດັບ​​ຊົມ​ໃຊ້… ຫວ່າງ​ແລ້ວນີ້, ລັດ​ຖະ​ບານ​ໄດ້​ມີ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ລະ​ດັບ​ໜູນ​ຊ່ວຍ​ເງິນ​ປະ​ກອບ​ໃຫ້​ຜູ້​ເຂົ້​າ​ຮ່ວມ​ປະ​ກັນ​ໄພ​ສັງ​ຄົມ​ໂດຍ​ສະ​ໝັກ​ໃຈ​ຈາກ 10% ເຖິງ 30% ​ໂດຍ​ອີງຕາມ​ແຕ່​ລະ​ເປົ້າ​ໝາຍ (ນະ​ໂຍ​ບາຍ​ດັ່ງ​ກ່າວ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ແຕ່​ຕົ້ນ​ປີ 2018).

        ເພື່ອ​ໃຫ້​ນະ​ໂຍ​ບາຍ​ປະ​ກັນ​ໄພ​ສັງ​ຄົມ​ໂດຍ​ສະ​ໝັກ​ໃຈ​ກ້າວເຂົ້າ​ສູ່​ຊີ​ວິດ​ຕົວ​ໃຈ​ຢ່າງ​ແຮງກວ່າ, ຄາດ​ໝາຍກຳ​ລັງ​ຄົນ​ງານ 50% ເຂົ້າ​ຮ່ວມ​ປະ​ກັນ​ໄພ​ສັງ​ຄົມ​ໃນ​ປີ 2020 ບໍ່​ແມ່ນ​ໜ້າ​ທີ່ “ບໍ່​ສາ​ມາດ​​ເປັນ​ໄປ​ໄດ້”. ການ​ສົມ​ທົບ​ກັນ​ໃນ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການຢ​ູ່​ທ້ອງ​ຖິ່ນ​ກັບ​ອົງ​ການ​ປະ​ກັນ​ໄພ​ສັງ​ຄົມ ເປັນ​ປະ​ຈຳ, ມີ​ປະ​ສິດ​ທິ​ຜົນ ​ຈະປະ​ກອບ​ສ່ວນ​ປະ​ຕິ​ບັດ​ສຳ​ເລັດ​ຄາດ​ໝາຍ​ດັ່ງ​ກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ