ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນໄດ້ຮັບປະກັນຢູ່ຫວຽດນາມ

(VOVWORLD) - ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ແມ່ນບັນດາຫລັກການພື້ນຖານຂອງມະນຸດ ໂດຍຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດຕາມບັນດາຫລັກການລວມຂອງຖະແຫລງການສາກົນກ່ຽວກັບສິດທິມະນຸດ. ເຖິງຢ່າງໃດກໍຕາມ, ນີ້ແມ່ນບັນຫາສະດຸ້ງໄວ ຊື່ງບັນດາອິດທິກຳລັງເປັນປໍລະປັກ, ປະຕິການ, ຂັດເຄືອງການເມືອງ ເຄີຍສວຍໃຊ້ເພື່ອຕ້ານທຳລາຍພັກ, ລັດ ແລະ ລະບອບສັງຄົມນິຍົມ. ເຖິງແນວໃດກໍຕາມບັນດາຖອ້ຍທຳນອງນີ້ຈະບໍ່ມີຄວາມໝາຍອີກເມື່ອຄວາມຈິງກ່ຽວກັບສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນຢູ່ຫວຽດນາມ ນັບມື້ນັບມີຊີວິດຊີວາ ພິເສດແມ່ນໃນຊຸມມື້ຜ່ານມາ.

ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນໄດ້ຮັບປະກັນຢູ່ຫວຽດນາມ - ảnh 1 ນັກຂ່າວຫວຽດນາມແລະສາກົນປະຕິບັດຫນ້າທີ່ໃນໂອກາດດຳເນີນກອງປະຊຸມສຸດຍອດ       ອາເມລິກາ  -  ສປປ ເກົາຫລີ  ຢູ່ ຮ່າໂນ້ຍ

ໂດຍແມ່ນປະເທດສະມາຊິກທີ່ມີຄວາມຮັບຜິດຊອບຂອງ ສປຊ, ຫວຽດນາມ ໄດ້ເຂົ້າຮ່ວມ, ລົງນາມໃນບັນດາສົນທິສັນຍາສາກົນວ່າດ້ວຍການຮັບປະກັນບັນດາສິດພື້ນຖານຂອງມະນຸດ ແລະ ສິດພົນລະເມືອງໂດຍໄວ, ໃນນັ້ນມີ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ. ມາດຕາ 10 ໃນລັດຖະທຳມະນູນ ລົງວັນທີ 9 ມັງກອນປີ 1946 ຂອງສະພາແຫ່ງຊາດຫວຽດນາມ ໄດ້ຊີ້ແຈ້ງວ່າ: “ພົນລະເມືອງຫວຽດນາມ ມີ: ສິດເສລີໃນການປາກເວົ້າ, ສິດເສລີໃນການຈັດພິມຈຳຫນ່າຍ, ສິດເສລີໃນການຈັດຕັ້ງ ແລະ ໂຮມປະຊຸມ; ສິດເສລີ ໃນການເຫລື້ອມໃສສາສະຫນາ; ສິດເສລີໃນການພັກອາໄສ, ໄປມາຢູ່ພາຍໃນປະເທດ ແລະຕ່າງປະເທດ”. ບັນດາສິດພື້ນຖານນີ້ແມ່ນໄດ້ກຳນົດໄວ້ໃນລັດຖະທຳມະນູນສະບັບຕ່າງໆຂອງຫວຽດນາມ ແລະ ສືບຕໍ່ໄດ້ລະບຸໄວ້ໃນມາດຕາ 25 ຂອງລັດຖະທຳມະນູນປີ 2013 ວ່າ: “ພົນລະເມືອງ ມີ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ, ມີສິດສຳຜັດກັບຂໍ້ມູນຂ່າວ, ໂຮມປະຊຸມ, ສ້າງຕັ້ງສະມາຄົມ, ແຫ່ຂະບວນປະທ້ວງ. ການປະຕິບັດບັນດາສິດດັ່ງກ່າວລ້ວນແຕ່ໄດ້ ກຳນົດໃນກົດໝາຍ.”

ຫວຽດນາມ ແມ່ນປະເທດມີ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນຢ່າງແທ້ຈິງ

ເພື່ອໃຫ້ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ນັບມື້ນັບໄດ້ຮັບປະກັນໃນພຶດຕິກຳຕົວຈິງ. ປີ 2016 ສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການສຳຜັດກັບຂໍ້ມູນຂ່າວສານ ແລະ ກົດໝາຍວ່າດ້ວຍສື່ມວນຊົນ. ໃນນັ້ນ ມາດຕາ 3 ກົດໝາຍວ່າດ້ວຍການສຳຜັດກັບຂໍ້ມູນຂ່າວສານໄດ້ກຳນົດວ່າ: ພົນລະເມືອງທຸກຄົນລ້ວນແຕ່ມີຄວາມສະເຫມີພາບ, ບໍ່ຖືກຈຳແນກການປະພຶດໃນການປະຕິບັດສິດສຳຜັດກັບຂໍ້ມູນຂ່າວສານ. ມາດຕາ 10 ຂອງກົດໝາຍສະບັບນີ້ ກໍ່ໄດ້ກຳນົດວ່າ ພົນລະເມືອງ ມີສິດເສລີໃນການສຳຜັດກັບຂໍ້ມູນຂ່າວສານໂດຍອົງການລັດ ເປີດເຜີຍ ພ້ອມທັງມີສິດສະເຫນີໃຫ້ອົງການລັດສະຫນອງຂໍ້ມູນຂ່າວສານ.

ກ່ຽວກັບສິດເສລີໃນການປາກເວົ້າຜ່ານສື່ມວນຊົນຂອງພົນລະເມືອງ, ກົດໝາຍສະບັບນີ້ ຊີ້ແຈ້ງວ່າ “ລັດ ສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງປະຕິບັດ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ. ທຸກຄົນບໍ່ໄດ້ສວຍໃຊ້ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ເພື່ອລ່ວງລະເມີດຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງອົງການຈັດຕັ້ງ ແລະພົນລະເມືອງ. ເປັນອັນວ່າ ກ່ຽວກັບດ້ານນິຕິກຳ, ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ແລະ ສິດສຳຜັດກັບຂໍ້ມູນຂ່າວສານຂອງພົນລະເມືອງຢູ່ຫວຽດນາມແມ່ນໄດ້ກຳນົດຢ່າງຮອບດ້ານ, ຄົບຖ້ວນ ດ້ວຍບັນດາເນື້ອໃນລະອຽດ, ເຂົ້າໃຈງ່າຍ, ໝູນໃຊ້ງ່າຍ ແລະ ປະຕິບັດງ່າຍໃນຊີວິດ.

 ປະຕິບັດ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນໃຫ້ເໝາະສົມກັບເງື່ອນໄຂແຫ່ງຊາດ

ຄວາມຈິງ ບໍ່ສະເພາະຢູ່ຫວຽດນາມ, ບັນດາປະເທດສ່ວນຫລາຍມີຫລັກການພື້ນຖານ ນັ້ນແມ່ນ ການປະຕິບັດ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ຕ້ອງເໝາະສົມກັບສະພາບການ, ເງື່ອນໄຂປະຫວັດສາດ, ວັດທະນະທຳ, ລະດັບຄວາມຮັບຮູ້ຂອງປະຊາຊົນ, ລະບອບການເມືອງຂອງແຕ່ລະປະເທດ, ບໍ່ໄດ້ສວຍໃຊ້ສິດພື້ນຖານນີ້ເພື່ອລ່ວງລະເມີດຜົນປະໂຫຍດຂອງຊາດ. ໃນຕົວຈິງ ບໍ່ມີປະເທດໃດອະນຸຍາດໃຫ້ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ “ ຢືນຢູ່ນອກກົດໝາຍ”ແລະລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ.

 ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ພັກ, ລັດ  ຫວຽດນາມ ຍາມໃດກຳນົດການຮັບປະກັນ, ປະຕິບັດສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນຢູ່ ຫວຽດນາມ ແມ່ນໜຶ່ງໃນບັນດາມາດຕະການສຳຄັນເພື່ອປຸກລຸກ, ເສີມຂະຫຍາຍເຈດຈຳນົງ,  ຄວາມມຸ່ງມາດປາດຖະໜາ, ພູມປັນຍາ, ກຳລັງແຮງດ້ານຈິດໃຈຂອງປະຊາຊົນທຸກຊັ້ນວັນນະແນໃສ່ປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕສີວິໄລໄດ້ຢ່າງມີໄຊ. ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນຢູ່ ຫວຽດນາມ ໄດ້ ແລະ ພວມໄດ້ຮັບປະກັນໃນຕົວຈິງ. ຍິ່ງໄປກວ່ານັ້ນ, ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ຍາມໃດກໍ່ມີຈິດໃຈຮັບເອົາຄຳເຫັນປະກອບ, ຕັ້ງໜ້າຮັບເອົາ, ບົດຮຽນ,  ທາບທາມບັນດາບົດຮຽນກ້າວໜ້າຂອງບັນດາປະເທດຕ່າງໆເພື່ອປະຕິບັດສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນໃຫ້ແກ່ປະຊາຊົນສ່ວນຫຼາຍໃຫ້ນັບມື້ນັບດີກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ