ສັນຍາ FTA ລະຫວ່າງ ຫວຽດນາມແລະພັນທະມິດເສດຖະກິດ ອາຊີ - ເອີລົບ: ກາລະໂອກາດໃຫຍ່ເພື່ອເປີດກວ້າງການຮ່ວມມື

(vovworld)- ວັນ​ທີ 29/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ເດີນ​ທາງ​ໄປ​ຢ້ຽມ​ຢາມ ສາ​ທາ​ລະ​ນະ​ລັດ ກາ​ຢັກ​ສະ​ຖານ, ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ​ຫວຽດ​ນາມ ແລະ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ ຢ່າງ​ເປັນ​ທາ​ງ​ການ. ຫວຽດ​ນາມ ແມ່ນ​ປະ​ເທດ​ທຳ​ອິດ​ ເຊັນ​ສັນ​ຍາ FTA ກັບ​ພັນ​ທະ​ມິດດັ່ງ​ກ່າວ ແລະ ນີ້​ຈະ​ແມ່ນ​ກອບ​ກົດ​ໝາຍ​ສະ​ດວກ​ສະ​ບາຍ ແລະ ເປັນ​ປົກ​ກະ​ຕິ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ພັນ​ທະ​ມິດ.
 ສັນຍາ FTA ລະຫວ່າງ ຫວຽດນາມແລະພັນທະມິດເສດຖະກິດ ອາຊີ - ເອີລົບ: ກາລະໂອກາດໃຫຍ່ເພື່ອເປີດກວ້າງການຮ່ວມມື - ảnh 1
ພາບ​ປະ​ກອບ:internet

        ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ (EAEC) ລວມ​ມີ 5 ປະ​ເທດ ນັ້ນ​ແມ່ນ ລັດ​ເຊຍ, ກາ​ຢັກ​ສະ​ຖານ, ເບ​ລາ​ຣຸດ, ອາ​ເມ​ນິ​ອາ ແລະ ກຽກ​ກີ​ສະ​ຖານ. ດ້ວຍ​ພົນ​ລະ​ເມືອງກວ່າ 170 ລ້ານ​ຄົນ ແລະ GDP ປະ​ມານ 4000 ຕື້ USD, EAEC ແມ່ນ​ຕະ​ຫລາດ​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ.

        ສົມດູນ​ຜົນ​ສະ​ໂຫຍດ

 ​ເດືອນ 5/2014 ຢູ່ ນະ​ຄອນ​ຫລວງ Astana, ​ປະ​ເທດ ກາ​ຢັກ​ສະ​ຖານ, ປະ​ທາ​ນາ​ທິ​ບໍ​ດີ 3 ປະ​ເທດຄື: ລັດ​ເຊຍ, ກາ​ຢັກ​ສະ​ຖານ ແລະ ເບ​ລາ​ຣຸດ ໄດ້​ລົງ​ນາ​ມ​ໃນ​ສົນ​ທິ​ສັນ​ຍາ​ສ້າງ​ຕັ້ງ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ(EEU) ແລະ ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 1/1/2015 ເປັນ​ຕົ້ນ​ໄປ.  ວັນ​ທີ 1/1/2015, ພັນ​ທະ​ມິດ​ດັ່ງ​ກ່າວ ໄດ້​ຫັນ​ປ່ຽນ​ເປັນ​ພັນ​ທະ​ມິດ ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ ລວມ​ມີ ລັດ​ເຊຍ, ກາ​ຢັກ​ສະ​ຖານ, ເບ​ລາ​ຣຸດ, ອາ​ເມ​ນິ​ອາ ແລະ ກຽກ​ກີ​ສະ​ຖານ. ພ​າຍ​ຫລັງ​ກວ່າ 2 ປີ, ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ ຫວຽດ​ນາມ ແລະ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ ໄດ້​ສິ້ນ​ສຸດ​ຢ່າງ​ເປັນ​ທາ​ງ​ການ. ເມື່ອ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ, ທ່ານ ດັ້ງ​ຮ່​ວາງ​ຫາຍ, ຫົວ​ຫນ້າ​ກົມ​ຕະ​ຫລາດ ເອີ​ລົບ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ, ຫົວ​ຫນ້າ​ຄະ​ນ​ະ​ເຈ​ລະ​ຈາ​ສັນ​ຍາ FTA ຂັ້ນ​ເຕັກ​ນິກ ຂອງ​ຫວຽດ​ນາມ ຖື​ວ່າ: ສັນ​ຍານີ້​ມີ​ຈຸດ​ພິ​ເສດ​ສະ​ເພາະ ນັ້ນ​ແມ່ນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ ຊື່ງ​ຫວຽດ​ນາມ ດຳ​ເນີນ​ການ​ເຈ​ລະ​ຈາ ລ້ວນ​ແຕ່​ແມ່ນ​ບັນ​ດາ​ປະ​ເທດ​ມີ​ການ​ພົວ​ພັນ​ມິດ​ຕະ​ພ​າບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ກັບ​ຫວຽດ​ນາມ.

        “ຍ້ອນ​ນ້ຳ​ໃຈ​ມິດ​ຕະ​ພາບ ສະ​ນັ້ນ ​ມີຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນຢ່າງ​ສູງ ແລະ ສອງ​ຝ່າຍ​ເຄົາ​ລົບ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ຝ່າຍ, ລັກ​ສະ​ນະ​ພິ​ເສດ​ສະ​ເພາະ​ຂອງ​ແຕ່​ລະ​ປະ​ເທດ ແລະ ລ້ວນ​ແຕ່​ກ້າວ​ໄປ​ເຖິງ​ຈຸດ​ປະ​ສົງ ຕ້ອງ​ສົມ​ດູນ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ. ມາ​ຮອດ​ປະ​ຈຸ​ບັນ, ເມື່ອ​ວິ​ວັດ​ການ​ເຈ​ລ​ະ​ຈາ​ໄດ້​ສິ້ນ​ສຸດ ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຈຸດ​ປະ​ສົງນັ້ນ​ບັນ​ລຸໄດ້ແລ້ວ. ເລື່ອງ​ລົງ​ນາມ​ໃນ​ສັນ​ຍາ FTA ແມ່ນ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ​ໃນ​ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ ກໍ​ຄື ຂອງ​ຫວຽດ​ນາມ ແລະ ຮັບ​ປະ​ກັນ​ຄວາມ​ສົມ​ດູນ​ຜົນ​ປະ​ໂຫຍດ​ຂອງ​ທັງ​ສອງ​ຝ່າຍ.”

       ກົນ​ໄກ​ພາ​ສີ​ເສ​ລີ​ສະດວກ​ສະ​ບາຍ

        ເລື່ອງ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ ລະ​ຫວ່າງ​ຫວຽດ​ນາມ ແລະ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ ຈະ​ສ້າງກອບ​ກົດ​ໝາຍ​ຢ່າງ​ສະ​ດວກ​ສະ​ບາຍ ແລະ ເປັນ​ປົກ​ກະ​ຕິ ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ -ເອີ​ລົບ, ຈາກນັ້ນ ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ ເພື່ອ​ຜັນ​ຂະ​ຫຍາຍ​ສັນ​ຍາ​ກັບ​ແຕ່​ລະ​ປະ​ເທດ​ຢ່າງ​ລະ​ອຽດ.

        ຕາມ​ການ​ຕີ​ລາ​ຄາ​ຂອງ​ຜູ້​ຊ່ຽວ​ຊານ​ຫລາຍ​ທ່ານ​ແລ້ວ, ສັນ​ຍານີ້​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ເປີດ​ອົກ​ເປ​ີດ​ໃຈ​ໃນ​ບັນ​ຫາ​ພາ​ສີ​ເສ​ລີ, ໂດຍລະ​ອຽດ​ແມ່ນເລື່ອງ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EAEC ກັບ​ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ ການ​ຫລຸດ​ຜ່ອນ​ຫລື​ຍົກ​ເວັ້ນ​ພາ​ສີ​ນຳ​ເຂົ້າ ສຳ​ລັບ​ປະ​ເພດ​ສິນ​ຄ້າ​ສ່ວນ​ຫລາຍ​ໃນ​ບັນ​ຊີ​ລາຍ​ຊື່​ປະ​ເພດ​ສິນ​ຄ້າ​ເຂົ້າ​ຮ່ວມ​ສັນ​ຍາ, ບັນ​ດາ​ຝ່າຍ​ຍັງ​ສາ​ມາດ​ຮັກ​ສາ​ອາ​ລັກ​ຂາດ້ານ​ພາ​ສີ​ສຳ​ລັບ​ປະ​ເພດ​ສິນ​ຄ້າ​ສະ​ດ​ຸ້ງ​ໄວ​ຈຳ​ນວນ​ຫນຶ່ງ. ສຳ​ລັບ ຫວຽດ​ນາມ, ສັນ​ຍາ​ດັ່ງ​ກ່າວ​ບັນ​ລຸ​ໄດ້​ຈຸດ​ໝາຍ​ພື້ນ​ຖານ ຊື່ງ​ຫວຽດ​ນາມ ໄດ້​ວາງ​ອອກ. ນັ້ນ​ແມ່ນ ບັນ​ດາ​ປະ​ເພດ​ສິນ​ຄ້າ​ນອນ​ໃນ​ຄວາມ​ເອົາ​ໃຈ​ໃສ່​ບຸ​ລິ​ມະ​ສິດ​ສູງ​ແມ່ນ​ບັນ​ລຸ​ໄດ້​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ. ທ່ານ ດັ້ງ​ຮ່​ວາງ​ຫາຍ, ຫົວ​ຫນ້າ​ຄະ​ນະ​ເຈ​ລະ​ຈາ​ສັນ​ຍາ FTA ຂັ້ນ​ເຕັກ​ນິກ ຂອງ​ຫວຽດ​ນາມ ຖື​ວ່າ:

        “ຕົວ​ຢ່າງ​ຄື ສິນ​ໃນ​ນ້ຳ, ພວກ​ເຮົາ​ບັນ​ລຸ​ໄດ້ 100% ປະ​ລິ​ມານ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ເຊິ່ງພວກ​ເຮົາ​ພວມ​ສົ່ງ​ໄປ​ຂາຍ​ຢູ່ປະ​ເທດ​​ຕ່າງໆໃນ​ໂລກ ດ້ວຍ​ອັດ​ຕາ​ພາ​ສີ 0%. 80% ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ​ພວກ​ເຮົາ ​ກໍ່ໄດ້​ຍົກ​ເວັ້ນ​ພາ​ສີ. ເກີບ​ຫນັງ​ກໍ​ເຊັ່ນ​ດຽວ​ກັນ, ເລື່ອງ​ຫລຸດ​ຜ່ອນ​ອັດ​ຕາ​ພາ​ສີ 0%, ເກີບ​ຫນັງ​ຂອງ​ຫວຽດ​ນາມ​ສົ່ງ​ໄປ​ຂາຍ​ຢູ່​ບັນ​ດາ​ຕະ​ຫລາດ​ດັ່ງ​ກ່າວ​ຈະ​ມີຜົນ​ປະ​ໂຫຍດ​ທີ່​ສຸດ.”

        ບັນ​ດາ​ປະ​ເພດ​ສິນ​ຄ້າ ຊື່ງ​ສຳ​ລັບ​ບັນ​ດາ​ປະ​ເທດພັນ​ທະ​ມິດໃຫ້​ບຸ​ລິ​ມະ​ສິດ​ສູງ ຄື: ເຫລັກ​ກ້າ, ສິນ​ຄ້າ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ​ຈຳ​ນວນ​ຫນຶ່ງ, ຫວຽດ​ນາມ ກໍ​ພ້ອມ​ແລ້ວ​ເປີດ​ປະ​ຕູ​, ຍົກ​ເວັ້ນ​ພາ​ສີ. ຜະ​ລິດ​ຕະ​ພັນ​ກະ​ເສດ​ປະ​ເພດ​ອື່ນຈຳ​ນວນ​ຫນຶ່ງ ແມ່ນ​ເປີດ​ປະ​ຕູ​ຕາມ​ວິ​ວັດ​ການ. ສະ​ນັ້ນ ສັນ​ຍາ​ໄດ້​ສະ​ແດງ​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ທັງ​ສອງ​ຝ່າຍ​ເປັນ​ຢ່າງ​ດີ ແລະ ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຊື່ງ​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ບຸ​ລິ​ມະ​ສິດ.

ກາ​ລະ​ໂອ​ກາດ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ​້າ

        ຄາດ​ວ່າ ສັນ​ຍາ FTA ກັບ EAEC ພາຍ​ຫລັງ​ໄດ້​ຮັບ​ການ​ລົງ​ນາມ, ຮອດ​ປີ 2020 ປະ​ລິ​ມານ​ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ຫວຽດ​ນາມ ອາດ​ຈະ​ເພີ່ມ​ຂຶ້ນ​​ທົບຫລາຍ​ເທົ່າ​ເມື່ອ​ທຽບ​ໃສ່​ລະ​ດັບ​ປະ​ຈຸ​ບັນ. ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ​ອື່ນ​ໃນ​ພັນ​ທະ​ມິດ ສາ​ມາດ​ເປີດກວ້າງ​ການ​ຫນູນ​ຊ່ວຍ​ຫວຽດ​ນາມ ຫລາຍ​ສົມ​ຄວນ ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ພິ​ເສດ ໃນ​ຂົງ​ເຂດ​ພະ​ລັງ​ງານ, ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ຂຸດ​ຄົ້ນ​ບັນ​ດາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ. ສິ່ງ​ສຳ​ຄັນ ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ແລະ EAEC ບໍ່​ແກ້ງ​ແຍ້ງ​ນຳ​ກັນ​ຫາກ​ເພີ່ມ​ເຕີມ​ໃຫ້​ກັນ.

        ​ໂດຍແມ່ນ​ປະ​ເທດ​ທຳ​ອິດ​ລົງ​ນາມ​ໃນ​ສັນ​ຍາ FTA ກັບ EAEC, ເຖິງວ່າ ຫວຽດ​ນາມ ມີ​ການ​ພົວ​ພັນ​ຍາວ​ນານ, ແຕ່​ ປະ​ຈຸ​ບັນ ການ​ພົວ​ພັນ​ດ້ານ​ການ​ຄ້າ ​ ລະ​ຫວ່າງ​ຫວຽດ​ນາມ​ກັບ​ພັນ​ທະ​ມິດ ຍັງ​ຈຳ​ກັດ​ຢູ່. ແຕ່​ລະ​ປີ, ຕາມ​ຕົວ​ເລກ​ສະ​ຖິ​ຕິ​ລ້າ​ສຸດ ມີ​ພຽງ​ກວ່າ 3 ຕື້ USD. ສັນ​ຍາ FTA ຈະ​ແມ່ນ​ກຳ​ລັງ​ຫນູນ​ຮອບ​ດ້ານ ເພື່ອ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ. ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ກໍ​ຕີ​ລາ​ຄາ​ວ່າ ຫວຽດ​ນາມ ມີ​ບົດ​ບາດ​ຕັ້ງ​ຫນ້າ​ໃນ​ອາ​ຊຽນ ແລະ ຫວຽດ​ນາມ ຈະ​ແມ່ນ​ປະ​ຕູ​ເພື່ອ​ໃຫ້ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ເຂົ້າ​ອາ​ຊຽນ ແລະ ພາກ​ພື້ນ ອາ​ຊີ.

        ເລື່ອງ​ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ເດີນ​ທາງ​ເຖິງ ກາ​ຢັກ​ສະ​ຖານ ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ ຫວຽດ​ນາມ ແລະ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ຢ່າງ​ເປັນ​ທາງ​ການ ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ. ການ​ຢ້ຽມ​ຢາມ​ກໍ​ເພື່ອ​ແນ​ໃສ່​ແລກ​ປ່ຽນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ໃຫມ່, ດຶງ​ດູດ​ວິ​ສາ​ຫະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ ແລະ ລົງ​ທຶນ​ຢູ່ ຫວຽດ​ນາມ ພ້ອ​ມ​ທັງ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ລະ​ຫວ່າງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ເຫລົ່າ​ນັ້ນ ບັນ​ລຸ​ປະ​ສິດ​ທິ​ຜົນ ແລະ ໝັ້​ນ​ຄົງ​ກວ່າ

ຕອບກັບ

ຂ່າວ/ບົດ​ອື່ນ