ສັນຍາການຄ້າເສລີ: ກາລະໂອກາດພັດທະນາໃຫ້ທະວີບອາຟະລິກາ

(VOVWORLD) -ສັນຍາເຂດການຄ້າເສລີອາຟະລິກາ (AfCFTA) ເຊິ່ງສະພາແຫ່ງຊາດ Gambia ໃຫ້ສັດຕະຍາບັນ ເມື່ອວັນທີ 02 ເມສາ, ໄດ້ຍົກຈຳນວນປະເທດສະມາຊິກທີ່ໃຫ້ສັດຕະຍາບັນຂຶ້ນເຖິງ 22 ປະເທດ, ແມ່ນຕົວເລກກຳນົດຢູ່ໃນລະດັບຕ່ຳສຸດເພື່ອໃຫ້ AfCFTA ມີຜົນສັກສິດ.

ສັນຍາການຄ້າເສລີ: ກາລະໂອກາດພັດທະນາໃຫ້ທະວີບອາຟະລິກາ - ảnh 1AfCFTA ໄດ້ຮັບຄວາມຫວັງວ່າຈະຊ່ວຍລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ

(ພາບປະກອບ: hanoimoi.com.vn)

ເມື່ອເປັນຄືແນວນັ້ນ, ສັນຍາ AfCFTA ຈະມີຜົນສັກສິດພາຍຫຼັງເວລາ 30 ວັນ, ນັບແຕ່ຈຸດເວລາທີ່ສະຫະພາບອາຟະລິກາ (AU) ຮັບສຳເນົາເອກະສານໃຫ້ສັດຕະຍາບັນຂອງ 22 ປະເທດເຫຼົ່ານັ້ນຢ່າງຄົບຖ້ວນ. AfCFTA ໄດ້ຮັບຄວາມຫວັງວ່າ ຈະສ້າງເຂດການຄ້າເສລີໃຫຍ່ທີ່ສຸດຢູ່ທະວີບອາຟະລິກາ, ເປີດກາລະໂອກາດພັດທະນາໃຫ້ແກ່ທະວີບນີ້ໃນອະນາຄົດ.

        ເມື່ອສັນຍາ AfCFTA ມີຜົນສັກສິດ, ສັນຍານີ້ຈະລົບລ້າງພາສີອາກອນ 90% ຈຳນວນປະເພດສິນຄ້າ, ສ້າງຕະຫຼາດລວມອາຟະລິກາ ດ້ວຍຜູ້ອຸປະໂພກຫຼາຍກວ່າ 1 ຕື້ຄົນ ແລະ ຍອດ GDP ສູງກວ່າ 3.000 ຕື້ USD, ເຮັດໃຫ້ອາຟະລິກາ ກາຍເປັນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ.

ບາດລ້ຽວໃຫ້ແກ່ການເຕີບໂຕ ແລະ ການຮ່ວມສຳພັນຢູ່ພາກພື້ນ

        ເດືອນ ມີນາ 2018, ມີ 49 ປະເທດໃນຈຳນວນ 55 ປະເທດອາຟະລິກາ ໄດ້ລົງນາມໃນ AfCFTA ເພື່ອແນໃສ່ສ້າງເຂດການຄ້າເສລີທີ່ກວ້າງໃຫຍ່, ວາງອອກເປົ້າໝາຍຊຸກຍູ້ການເຕີບໂຕດ້ານການຄ້າພາຍໃນກຸ່ມໃຫ້ຂຶ້ນເຖິງ 52% ໃນປີ 2022. ດ້ວຍຍອດ GDP ຂອງບັນດາປະເທດສະມາຊິກບັນລຸ 3 ລ້ານ USD, ສັນຍາ AfCFTA ຈະສ້າງເງື່ອນໄຂໃຫ້ການຄ້າລະຫວ່າງພາກພື້ນ, ຊຸກຍູ້ການເຕີບໂຕ ແລະ ຊ່ວຍລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.

        AfCFTA ໄດ້ຮັບການລົງນາມກົງກັບຈຸດເວລາທີ່ຜົນປະໂຫຍດດ້ານການຄ້າເສລີຖືກປະເຊີນໜ້າກັບສິ່ງທ້າທາຍ ແລະ ບັນດາປະເທດໃຫຍ່ໃນໂລກທີ່ເຄີຍມີມູນເຊື້ອຖືການຄ້າແມ່ນກຳລັງໜູນໃຫ້ແກ່ການເຕີບໂຕນັ້ນ ປະຈຸບັນເກີດຄວາມລະແວງສົງໄສຕໍ່ບັນດາຫຼັກການຂອງການຄ້າເສລີ. ສະນັ້ນ, ກາລະໂອກາດເພື່ອໃຫ້ການຄ້າພາກພື້ນອາຟະລິກາ ເພີ່ມລະດັບຄວາມໄວໃນການຮັບຮອງເອົາ AfCFTA ແມ່ນໃຫຍ່ຫຼວງທີ່ສຸດ. ຕາມການຄາດຄະເນຂອງບັນດານັກຊ່ຽວຊານແລ້ວ, ອັດຕາສົ່ງອອກພາຍໃນກຸ່ມອາຟະລິກາ ໃນຍອດວົງເງິນການຄ້າສົ່ງອອກຂອງພາກພື້ນໄດ້ເພີ່ມຂຶ້ນຈາກລະດັບ 10% ໃນປີ 1995 ຂຶ້ນເຖິງ 17% ໃນປີ 2017, ແຕ່ຍັງຕ່ຳຢູ່ເມື່ອທຽບໃສ່ອັດຕາຂອງບັນດາທະວີບອື່ນ. ແລະນີ້ແມ່ນເຫດຜົນອາດຈະເປັນໜ້າປະເອີບໃຈກ່ຽວກັບດ້ານການຄ້າທີ່ວ່າ ຈະແມ່ນກຳລັງໜູນຕົ້ນຕໍເພື່ອຊຸກຍູ້ການເຕີບໂຕຢູ່ອາຟະລິກາ. ຕາມໝາກຜົນການຄາດຄະເນຂອງຄະນະກຳມະການເສດຖະກິດອາຟະລິກາ (ECA) ແລ້ວ, ສັນຍາ AfCFTA ຈະເຮັດໃຫ້ວົງເງິນການຄ້າສົ່ງອອກພາຍໃນກຸ່ມເພີ່ມຂຶ້ນ. AfCFTA ຈະແມ່ນສັນຍາຕົ້ນຕໍເພື່ອກະຕຸ້ນການຄ້າພາຍໃນກຸ່ມໃຫ້ພັດທະນາ. ຄາດວ່າ, ປີ 2040, ມູນຄ່າການຄ້າພາຍໃນກຸ່ມຈະເພີ່ມຂຶ້ນຕື່ມອີກຈາກ 15% ຫາ 25% (ຫຼື ປະມານເກືອບ 70 ຕື້ USD), ໂດຍອີງໃສ່ບັນດາຄວາມມານະພະຍາຍາມຫັນການຄ້າເປັນເສລີ, ເມື່ອທຽບໃສ່ຈຸດເວລາຍັງບໍ່ທັນມີສັນຍາ AfCFTA.

        ມີຈຸດພົ້ນເດັ່ນກວ່າຂອງ AfCFTA ເມື່ອທຽບໃສ່ບັນດາສັນຍາການຄ້າເສລີອື່ນ ນັ້ນແມ່ນຂອບຂະໜາດຂອງມັນໄດ້ລື່ນກາຍຂອບຂະໜາດຂອງເຂດການຖານຄ້າເສລີທີ່ເປັນມູນເຊື້ອ, ຕາມປົກກະຕິແມ່ນເຄີຍສຸມໃສ່ການຄ້າຂາຍສິນຄ້າ, ການບໍລິການ, ການລົງທຶນ, ສິດຊັບສິນທາງປັນຍາ, ນະໂຍບາຍແກ່ງແຍ້ງ, ການຄ້າເອເລັກໂຕນິກ ເຫຼົ່ານີ້ເປັນຕົ້ນຕໍ… ສັນຍາ AfCFTA ຍັງມີບັນດາຂໍ້ລິເລີ່ມຂັ້ນທະວີບອື່ນຕິດຂັດໄປເປັນຕົ້ນ, ລວມທັງເລື່ອງພົນລະເມືອງອາຟະລິກາ ສາມາດໄປທ່ອງທ່ຽວໃນທົ່ວທະວີບໂດຍບໍ່ຕ້ອງການວີຊາ, ມີສິດກາຍເປັນພົນລະເມືອງຂອງບໍ່ວ່າປະເທດໃດໃນທະວີບ ອາຟະລິກາ, ຫຼື ບໍ່ວ່າພົນລະເມືອງອາຟະລິກາ ຜູ້ໃດກໍ່ມີສິດສ້າງຕັ້ງວິສາຫະກິດ ຫຼື ຈ້າງຜູ້ອອກແຮງງານບໍ່ວ່າຢູ່ປະເທດອາຟະລິກາ ໃດ.

        ພ້ອມກັນນັ້ນ, ຍ້ອນມີສັນຍາ AfCFTA, ຍ້ອນມີການຈໍລະຈອນສິນຄ້າ ແລະ ການບໍລິການຍົກເວັ້ນພາສີ, ປະຊາຊົນສາມາດໄປມາຢ່າງເສລີໃນທົ່ວທະວີບ ກໍ່ຈະຊຸກຍູ້ການພັດທະນາຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ເຊິ່ງປະຈຸບັນພວມດຶງດູດການສ້າງວຽກເຮັດງານທຳໄດ້ 80% ແລະ ສ້າງ GDP ຂອງອາຟະລິກາໄດ້ 50%.

ໝູນໃຊ້ກາລະໂອກາດເພື່ອສ້າງບາດກ້າວບຸກທະລຸ

        ຄວາມສາມາດບົ່ມຊ້ອນຂອງສັນຍາ AfCFTA ແມ່ນໃຫຍ່ຫຼວງທີ່ສຸດ, ສະນັ້ນ, ເພື່ອມີຄວາມເຂົ້າໃຈໄດ້ບັນດາກຳລັງຕົ້ນຕໍຂອງສັນຍາ ແລະ ບັນດາມາດຕະການດີທີ່ສຸດ ເພື່ອຂຸດຄົ້ນກາລະໂອກາດ ແລະ ຜ່ານຜ່າບັນດາຄວາມສ່ຽງ ແລະ ສິ່ງທ້າທາຍແມ່ນມີຄວາມຈຳເປັນທີ່ສຸດ. ປະຈຸບັນ, ລະດັບຜິດດ່ຽງດ້ານລາຍຮັບລະຫວ່າງບັນດາປະເທດສະມາຊິກ ພວມເປັນຮົ້ວກີດຂວາງໃຫຍ່ທີ່ສຸດສຳລັບວິວັດທະນາການເຊື່ອມໂຍງ ແລະ ໂຄງການບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ. ຕົວຢ່າງຄື: ອີຢິບ, ນີເຊເຣຍ ແລະ ອາຟະລິກາໃຕ້ ໄດ້ປະກອບສ່ວນຫຼາຍກວ່າ 50% GDP ຂອງອາຟະລິກາ, ໃນຂະນະທີ່ 6 ປະເທດເກາະຢູ່ທະວີບປະກອບພຽງແຕ່ 1% ຍອດ GDP ດັ່ງກ່າວ. ແຕ່ເຖິງຢ່າງໃດກໍ່ຕາມ, ສັນຍາ AfCFTA ກໍ່ແມ່ນເຄື່ອງມືເພື່ອຊຸກຍູ້ການເຕີບໂຕຢູ່ທະວີບນີ້, ຫັນບັນດາພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ. ນີ້ແມ່ນກາລະໂອກາດທີ່ໃຫຍ່ຫຼວງ ແລະ ປະຈຸບັນແມ່ນຈຸດເວລາທີ່ດີເພື່ອຍາດແຍ່ງປະຕິບັດ. ບໍ່ພຽງແຕ່ຊຸກຍູ້ການເຕີບໂຕພາຍໃນກຸ່ມ, ທະວີບອາຟະລິກາ ເຊື່ອມໂຍງ ແລະ ຮ່ວມສຳພັນເທົ່ານັ້ນ, ຫາກຍັງຊ່ວຍຊຸກຍູ້ເສດຖະກິດທົ່ວໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ