ສັນຍາການຄ້າເສລີອາເມລິກາເໜືອ (NAFTA) ກັບຄວາມສ່ຽງບໍ່ມີການເຂົ້າຮ່ວມຂອງການາດາ

(VOVWORLD) -ພາຍຫຼັງເມັກຊີໂກ ແລະ ອາເມລິກາ ແຈ້ງຂໍ້ຕົກລົງ 2 ຝ່າຍ, ການາດາ ໄດ້ມີບັນດາການກະທຳທີ່ສະແດງໃຫ້ເຫັນເຈດຈຳນົງໃນການເຂົ້າຮ່ວມບັນດາການເຈລະຈາຄືນໃໝ່ ເພື່ອ “ກູ້ເອົາ” ຂໍ້ຕົກລົງດ້ານການຄ້າເສລີ ອາເມລິກາເໜືອ (NAFTA). ບໍ່ຮູ້ວ່າການປະນິປະນອມດັ່ງກ່າວຂອງ Ottawa ຈະສ້າງເງື່ອນໄຂຢ່າງພຽງພໍຫຼືບໍ່ ເພື່ອສ້າງສົນທິສັນຍາໃໝ່ລະຫວ່າງ 3 ຝ່າຍ?

ສັນຍາການຄ້າເສລີອາເມລິກາເໜືອ (NAFTA) ກັບຄວາມສ່ຽງບໍ່ມີການເຂົ້າຮ່ວມຂອງການາດາ - ảnh 1 ການນຳອາເມລິກາ ແລະ ການາດາ

(ພາບປະກອບ: EPA)

ໃນອາທິດກ່ອນ, ອາເມລິກາ ແລະ ເມັກຊີໂກ ໄດ້ເຫັນດີກ່ຽວກັບເລື່ອງປັບປຸງສັນຍາການຄ້າເສລີອາເມລິກາເໜືອ (NAFTA), ທີ່ກໍ່ຄວາມກົດດັນບັງຄັບໃຫ້ການາດາ ເຫັນດີກັບບັນດາຂໍ້ມາດຕາໃໝ່ກ່ຽວກັບການເຄື່ອນໄຫວດ້ານການຄ້າດ້ວຍປະເພດສິນຄ້າແມ່ນລົດໃຫຍ່. ຊ້ຳບໍ່ໜຳ, ອາເມລິກາ ຍັງຖະແຫຼງວ່າ NAFTA ສາມາດເຈລະຈາສະເພາະກັບແຕ່ລະປະເທດ ຫຼື NAFTA ບໍ່ຕ້ອງການມີການເຂົ້າຮ່ວມຂອງການາດາ.

ຄວາມສ່ຽງ NAFTA ກາຍເປັນຂໍ້ຕົກລົງ 2 ຝ່າຍ

        ນັບແຕ່ໄດ້ຮັບດຳລົງຕຳແໜ່ງເປັນປະທານາທິບໍດີອາເມລິກາ, ທ່ານ Donald Trump ໄດ້ມີບັນດາການກະທຳຖອນຕົວອອກ ຫຼື ປ່ຽນແປງບັນດາຂໍ້ຕົກລົງດ້ານການຄ້າຢ່າງຕໍ່ເນື່ອງ ຖ້າຫາກມັນສົ່ງຜົນສະທ້ອນນາບຂູ່ເຖິງຜົນປະໂຫຍດດ້ານການຄ້າຂອງອາເມລິກາ. ເລື່ອງອາເມລິກາ ກໍ່ຄວາມກົດດັນຕໍ່ປະເທດບ້ານໃກ້ເຮືອນຄຽງການາດາ ໃນການເຈລະຈາ NAFTA ກໍ່ນອນໃນເປົ້າໝາຍອາລັກຂາດ້ານການຄ້າດັ່ງກ່າວຂອງວໍຊິງຕັນ.

        ບັນດາຄຳນາບຂູ່ທີ່ແຂງກະດ້າງຂອງທ່ານປະທານາທິບໍດີ Donald Trump ໄດ້ຍົກອອກມາ ພາຍຫຼັງທີ່ອາເມລິກາ ແລະ ການາດາ ບໍ່ບັນລຸໄດ້ຂໍ້ຕົກລົງໃນການເຈລະຈາ ຍ້ອນເກີດຄວາມບໍ່ລົງລອຍກັນໃນການກຳນົດບັນດາການຂັດແຍ້ງດ້ານການຄ້າ ທີ່ກ່ຽວຂ້ອງເຖິງການຕ້ານການຂາຍບຸບລາຄາ. ຝ່າຍອາເມລິກາ ຢາກໃຫ້ການາດາ ຍົກະເລີດຂໍ້ກຳນົດກ່ຽວກັບການຕ້ານການຂາຍບຸບລາຄາສຳລັບບັນດາຜະລິດຕະພັນຄື: ນ້ຳນົມ, ເນີຍນຳເຂົ້າ, ໃນຂະນະທີ່ຝ່າຍການາດາ ປາດຖະໜາຢາກສະກັດກັ້ນເລື່ອງອາເມລິກາ ນຳໃຊ້ບັນດາຂໍ້ກຳນົດກ່ຽວກັບການຕ້ານການຂາຍບຸບລາຄາ ແລະ ເຫດຜົນດ້ານປ້ອງກັນຄວາມໝັ້ນຄົງເພື່ອຈັດວາງອັດຕາພາສີສຳລັບບັນດາສິນຄ້າຂອງການາດາ. ເລື່ອງອາເມລິກາ ຈັດວາງພາສີຕໍ່ໂລກໄດ້ເຄີຍເຫັນປະຈັກຕາຜ່ານການເພີ່ມອັດຕາພາສີຂຶ້ນ 10% ແລະ 25% ສຳບັບສິນຄ້າອາລູມີນຽມ ແລະ ເຫຼັກກ້າຂອງອາເມລິກາ ຫວ່າງມໍ່ໆມານີ້.

        ກ່ອນໜ້ານັ້ນ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ກໍ່ຄວາມກົດດັນຕໍ່ກັບການາດາ ດ້ວຍການຮຽກຮ້ອງໃຫ້ປະເທດບ້ານໃກ້ເຮືອນຄຽງທາງພາກເໜືອ ຕ້ອງຍົກເລີກກົນໄກຄຸ້ມຄອງແຫຼ່ງສະໜອງ, ພ້ອມທັງຢືນຢັນວ່າ ຈະບໍ່ຮັບຮູ້ສັນຍາການຄ້າເສລີອາເມລິກາເໜືອ (NAFTA) ສະບັບໃໝ່ ຫາກບໍ່ມີຂໍ້ມາດຕາໃດທີ່ອະນຸຍາດໃຫ້ເຈລະຈາ NAFTA 5 ປີເທື່ອໜຶ່ງຄືນໃໝ່. ການນຳອາເມລິກາ ກໍ່ໃຫ້ຮູ້ວ່າ, ວໍຊິງຕັນ ພ້້ອມແລ້ວທີ່ຈະຖອນຕົວອອກຈາກ NAFTA ໃນປະຈຸບັນ ເພື່ອເຈລະຈາບັນດາຂໍ້ຕົກລົງດ້ານການຄ້າສະເພາະກັບການາດາ ແລະ ເມັກຊີໂກ.

        ບັນດາຄຳຖະແຫຼງທີ່ແຂງກະດ້າງນັ້ນຂອງທ່ານ D.Trump ໄດ້ຍົກອອກມາໃນສະພາບປະເທດນີ້ ແລະ ເມັກຊີໂກ ຫາກໍ່ບັນລຸໄດ້ບັນດາຂໍ້ຕົກລົງພື້ນຖານ. ດ້ວຍເລື່ອງອາເມລິກາ ເຄີຍຖອນຕົວອອກຈາກຫຼາຍຂໍ້ຕົກລົງຫຼາຍຝ່າຍທີ່ສຳຄັນກວ່າເມື່ອທຽບກັບ NAFTA, ຫາງສຽງພວມຕັ້ງຄຳຖາມວ່າ ຄຳນາບຂູ່ຂອງທ່ານ D.Trump ອາດຈະກາຍເປັນຄວາມຈິງ, ເພື່ອນຳ NAFTA ໃຫ້ກາຍເປັນ “ເກມການເຄື່ອນໄຫວ” ທີ່ມີພຽງອາເມລິກາ ແລະ ເມັກຊີໂກ ຫຼື ບໍ່?

ບໍ່ແມ່ນເລື່ອງງ່າຍທີ່ການາດາຈະຢືນຢູ່ນອກເກມການເຄື່ອງໄຫວດັ່ງກ່າວ

        ຕາມບັນດານັກໄຈ້ແຍກແລ້ວ, ທ່ານ D.Trump ອາດສາມາດປະຕິບັດຄຳນາບຂູ່ຂອງຕົນ, ຖ້າຫາກສັງເກດດ້ານນິຕິກຳ. ແຕ່ກ່ຽວກັບດ້ານການເມືອງ, ນັ້ນແນ່ນອນວ່າຈະບໍ່ແມ່ນບາດກ້າວທີ່ງ່າຍດາຍ. ຜົນປະໂຫຍດດ້ານເສດຖະກິດແມ່ນປັດໄຈເຊິ່ງອາເມລິກາ ຈະຊັ່ງຊາຢ່າງລະອຽດລະອໍ ຖ້າຫາກຢາກສົ່ງເສີມຂ້ໍຕົກລົງ NAFTA ໂດຍບໍ່ມີການາດາ ແລະ ສະພາແຫ່ງຊາດອາເມລິກາ ເຂົ້າໃຈສິ່ງດັ່ງກ່າວແຈ້ງທີ່ສຸດ.

        ໃນໄລຍະ 25 ປີແຫ່ງການທີ່ຄົງຕົວນັ້ນ, ດ້ວຍບັນດາຂໍ້ກຳນົດທີ່ຍົກເລີກພາສີເກືອບທັງໝົດລະຫວ່າງອາເມລິກາ - ການາດາ - ເມັກຊີໂກ, NAFTA ໄດ້ປະກອບສ່ວນກຳນົດທິດບັນດາຂົງເຂດຜະລິດຂອງທັງ 3 ປະເທດຄືນທັດໝົດ. ອາດເຫັນໄດ້ວ່າ, ຂົງເຂດຜະລິດສ່ວນຫຼາຍຂອງອາເມລິກາ ແລະ ການາດາ ມີການ “ຜູກມັດ” ກັນຢູ່ລະດັບແໜ້ນແຟ້ນຍິ່ງກວ່າປະເທດໃດໝົດໃນໂລກ. ປະຈຸບັນ, ການາດາ ແມ່ນຕະຫຼາດສົ່ງອອກອັນດັບໜຶ່ງຂອງອາເມລິກາ ໃນ 2 ປີມໍ່ໆມານີ້. ຖ້າຫາກທ່ານ D.Trump ຢາກຍົກເລີກການາດາ ອອກຈາກ NAFTA ແລະ ຈັດວາງອັດຕາພາສີ 25% ສຳລັບລົດໂອໂຕທີ່ຜະລິດຢູ່ການາດາ ຢ່າງແທ້ຈິງ, ນັ້ນຈະແມ່ນຂໍ້ຕົກລົງທີ່ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງບັນດານັກຜະລິດ ແລະ ຜູ້ບໍລິໂພກອາເມລິກາ. ແລະສິ່ງສຳຄັນແມ່ນ, ໂດຍບໍ່ວ່າສັນຍາ NAFTA ສະບັບໃໝ່ໃດໆ, ເລື່ອງມີຄົບທັງ 3 ປະເທດອາເມລິກາເໜືອນັ້ນ ຈຶ່ງອາດສາມາດສ້າງກຳລັງແກ່ງແຍ້ງໃຫ້ທົ່ວພາກພື້ນຕໍ່ບັນດານັກຜະລິດອາຊີ ແລະ ເອີລົບ.

        ນອກນັ້ນ, ທ່ານ D.Trump ແລະ ພັກສາທາລະນະຢູ່ສະພາແຫ່ງຊາດອາເມລິກາ ຈະອອກສະໝັກຮັບເລືອກຕັ້ງໃນເດືອນພະຈິກ. ຂໍ້ຕົກລົງ 2 ຝ່າຍອາດຈະປະເຊີນໜ້າກັບການຄັດຄ້ານໃນສະພາແຫ່ງຊາດອາເມລິກາ. ມີສະມາຊິກສະພາແຫ່ງຊາດອາເມລິກາ ຫຼາຍທ່ານໄດ້ອອກສຽງວ່າ ເຂົາເຈົ້າຈະບໍ່ຮັບຮອງເອົາບໍ່ວ່າຂໍ້ຕົກລົງສະບັບໃໝ່ໃດໆ ຖ້າຫາກບໍ່ມີປະເທດການາດາ.

        ສະນັ້ນ, ອາເມລິກາ ແລະ ການາດາ ຕ້ອງມານະພະຍາຍາມຕັ້ງໜ້າເຈລະຈາເພື່ອບັນລຸໄດ້ NAFTA ທີ່ມີຄົບ 3 ຝ່າຍ. ປະຈຸບັນ, ແມ່ນຈຸດເວລາສຸດທ້າຍເພື່ອລົງນາມໃນຂໍ້ຕົກລົງ NAFTA ໃໝ່ ມີພຽງອີກ 80 ວັນເທົ່ານັ້ນ. ໃນໄລຍະເວລານີ້, ອາເມລິກາ ແລະ ການາດາ ຍັງມີກາລະໂອກາດຫຼາຍຢ່າງເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນທີ່ຍັງຄົງຄ້າງເພື່ອສາມາດກ້າວໄປເຖິງ NAFTA ສະບັບປັບປຸງລະຫວ່າງ 3 ຝ່າຍ. ໃນຖະແຫຼງການທີ່ຫາກໍ່ຍົກອອກຫວ່າງແລ້ວນີ້, ຜູ້ຕາງໜ້າທັງການາດາ ແລະ ອາເມລິກາ ລ້ວນແຕ່ສະແດງໃຫ້ເຫັນຄວາມປະເອີບໃຈກ່ຽວກັບວິວັດການເຈລະຈາ ແລະ ບັນດາສັນຍານດັ່ງກ່າວລ້ວນແຕ່ນຳມາເຊິ່ງຄວາມຫວັງກ່ຽວກັບຂໍ້ຕົກລົງການຄ້າເສລີໃໝ່ທີ່ສ້າງຄວາມເພິ່ງພໍໃຈໃຫ້ທຸກຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ