ສັນຍານບໍ່ດີໃນການແກ້ໄຂບັນຫາຊາວອົບພະຍົບ

(VOVWORLD) -ໃນຊຸມວັນມໍ່ໆມານີ້, ບາງປະເທດປະກາດຢ່າງຕໍ່ເນື່ອງຈະປະຕິເສດ ສົນທິສັນຍາທົ່ວໂລກ ກ່ຽວກັບບັນຫາຊາວອົບພະຍົບຂອງ ສະຫະປະຊາຊາດ ແລະ ກໍຈະບໍ່ເຂົ້າຮ່ວມກອງປະຊຸມຂອງ ສະຫະປະຊາຊາດ ກ່ຽວກັບການປ່ອນບັດຮັບຮອງເອົາສົນທິສັນຍາດັ່ງກ່າວ ໃນກາງເດືອນ ທັນວາ ຈະມາເຖິງ, ຢູ່ ມາຣົກ. ເລື່ອງປະຕິເສດສົນທິສັນຍາທີ່ໄດ້ບັນດາປະເທດໄດ້ເຫັນດີ ໃນເດືອນ ກໍລະກົດ 2018 ເໝືອນດັ່ງການກະທໍາທີ່່ທໍາລາຍບັນດາຄວາມມານະພະຍາຍາມໃນການແກ້ໄຂບັນຫາຊາວອົບພະຍົບຂອງອົງການຈັດຕັ້ງຫຼາຍຝ່າຍ ໃຫຍ່ທີ່ສຸດໃນໂລກນີ້. ສິ່ງດັ່ງກ່າວ ກໍສະແດງໃຫ້ເຫັນຄວາມສັບສົນ ກໍຄື ບັນດາຄວາມຫຍຸ້ງຍາກໃນການແກ້ໄຂບັນຫາຊາວອົບພະຍົບໃນທົ່ວໂລກ.

        ປະເທດຫຼ້າສຸດທີ່ມີຊື່ໃນບັນຊີລາຍຊື່ບັນດາປະເທດປະຕິເສດສົນທິສັນຍາທົ່ວໂລກ ກ່ຽວກັບບັນຫາຊາວອົບພະຍົບ ແມ່ນ ອົດສະຕາລີ. ກ່ອນໜ້ານັ້ນ, ອາເມລິກາ, ຮຸງກາຣີ, ໂອຕາລິດ, ສ.ເຊັກໂກ, ໂປໂລຍ ແລະ ອິດສະຣາແອັນ ໄດ້ປະກາດຂໍ້ຕົກລົງທີ່ຄ້າຍ ຄືກັນ.

ສັນຍານບໍ່ດີໃນການແກ້ໄຂບັນຫາຊາວອົບພະຍົບ - ảnh 1 ຊາວອົບພະຍົບ ເຕົ້າໂຮມກັນຢູ່ Ixtepec, ລັດ Oaxaca, ເມັກຊີໂກໃຕ້  (ພາບ: Reuters)

ສົນທິສັນຍາທົ່ວໂລກກ່ຽວກັບບັນຫາຊາວອົບພະຍົບ ຂອງ ສປຊ ໄດ້ວາງອອກ 23 ເປົ້າ ໝາຍ ເພື່ອຮັບປະກັນບັນດາການເຄື່ອນໄຫວອົບພະຍົບຢ່າງຜິດກົດໝາຍ; ຢັ້ງຢືນຄືນໃໝ່ ແລະ ປົກປ້ອງສິດຂອງຊາວລີ້ໄພ ແລະ ຊາວອົບພະຍົບທັງໝົດຢ່າງຄົບຖ້ວນ. ເລື່ອງຈໍາແນກການປະພຶດກັບຊາວອົບພະຍົບ ຈະຖືກສະກັດກັ້ນ, ໃນຂະນະນັ້ນ  ແມ່ຍິງ ແລະ ເດັກນ້ອຍ ຈະໄດ້ຮັບການປົກປ້ອງເປັນພິເສດ.

        ສາຍເຫດທີ່ພາໄປເຖິງການປະຕິເສດສົນທິສັນຍາ

ສົນທິສັນຍາທົ່ວໂລກກ່ຽວກັບບັນຫາຊາວອົບພະຍົບ ເຄີຍຖືກບັນດາປະເທດສະມາຊິກ ສປຊ ເຫັນດີເປັນເອກະພາບ ເມື່ອເດືອນ ກໍລະກົດ ຜ່ານມາ ພາຍຫຼັງການເຈລະຈາມາເປັນເວລາ 18 ເດືອນ (ເວັ້ນເສຍແຕ່ ອາເມລິກາ, ເຊິ່ງເປັນປະເທດທີ່ໄດ້ຖອນຕົວອອກຈາກສົນທິສັນຍາສະບັບດັ່ງກ່າວ ເມື່ອປີ 2017). ນີ້ໄດ້ຮັບການຕີລາຄາວ່າ ແມ່ນຊ່ວງເວລາເຈລະຈາທີ່ຫຍຸ້ງຍາກ ຍ້ອນວ່າກ່ຽວຂ້ອງເຖິງສິດ ແລະ ຜົນປະໂຫຍດຂອງແຕ່ລະປະເທດໃນການແກ້ໄຂບັນຫາຊາວອົບພະຍົບ. ບັນດາຮົ້ວກີດຂວາງທີ່ກ່ຽວຂ້ອງເຖິງບັນດາມາດຕະການແກ້ໄຂກະແສຊາວອົບພະຍົບຢ່າງຜິດກົດໝາຍ, ໃນນັ້ນມີບາງລັດຖະບານໄດ້ຕັດສິນໃຈເດັດດ່ຽວສົ່ງຄືນຊາວອົບພະຍົບເຂົ້າເມືອງ ທີ່ບໍ່ມີເອກະສານຖືກຕ້ອງກັບແຫ່ງກໍາເນີດຂອງເຂົາເຈົ້າ ເຊິ່ງໄດ້ຮັບຖືວ່າ ແມ່ນສາເຫດຕົ້ນຕໍພາໃຫ້ເກີດຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດ. ແລະ ບັນດາຄວາມວິຕົກກັງວົນດັ່ງກ່າວ ຍັງຄົງແກ່ຍາວມາຮອດທຸກວັນນີ້, ເຖິງວ່າ ກ່ອນໜ້ານັ້ນ ສົນທິສັນຍາສະບັບດັ່ງກ່າວໄດ້ຮັບຄວາມເຫັນດີເປັນເອກະພາບແລ້ວກໍຕາມ.

        ເມື່ອປະກາດກ່ຽວກັບເຫດຜົນທີ່ພາໄປເຖິງການປະຕິເສດສົນທິສັນຍາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຖືວ່າເລື່ອງຮັບຮອງເອົາສົນທິສັນຍາສະບັບດັ່ງກ່າວ “ຈະມີຄວາມສ່ຽງ ສົ່ງເສີມຊາວອົບພະຍົບເຂົ້າປະເທດ ອົດສະຕາລີ ຢ່າງຜິດກົດໝາຍ ແລະສົ່ງຜົນກະທົບບໍ່ດີເຖິງບັນດາຜົນງານທີ່ບັນລຸໄດ້ໃນການຕ້ານໄພການຄ້າມະນຸດ” ທີ່ຫຍຸ້ງຍາກລໍາບາກນັ້ນ. ໃນຂະນະນັ້ນ, ເຈົ້າໜ້າທີ່ບາງຄົນໃນຄະນະລັດຖະບານອົດສະຕາລີ ຖືວ່າສົນທິສັນຍາສະບັບດັ່ງກ່າວ “ບໍ່ເໝາະສົນກັບບັນດານະໂຍບາຍກໍຄືບໍ່ຮັບໃຊ້ຜົນປະໂຫຍດຂອງອົດສະຕາລີ”.

        ລັດຖະບານ ໂປໂລຍ ທີ່ເດີນຕາມແນວທາງຝ່າຍຂວາ ກໍຍົກອອກຖະແຫຼງການ ບໍ່ສະໜັບສະໜູນສົນທິສັນຍາທົ່ວໂລກ ກ່ຽວກັບບັນຫາຊາວອົບພະຍົບຂອງ ສປຊ ຍ້ອນເຂົາເຈົ້າຖືວ່າ ສົນທິສັນຍາດັ່ງກ່າວ ບໍ່ຮັບປະກັນຄວາມສະຫງົບແຫ່ງຊາດ ແລະ ອາດຈະພາໄປເຖິງກະແສຊາວອົບພະຍົບເຂົ້າເມືອງຢ່າງຜິດກົດໝາຍ. ຕາມ ໂປໂລຍ ແລ້ວ, ສົນທິສັນຍາສະບັບດັ່ງກ່າວ ແມ່ນໄປຝືນກັບບັນດາບຸລິມະສິດຂອງ Warsaw, ລວມທັງເລື່ອງຮັບປະກັນຄວາມປອດໄພຂອງພົນລະເມືອງ ກໍຄື ນະໂຍບາຍເພີ່ມທະວີການຄວບຄຸມກະແສຊາວອົບພະຍົບຢ່າງເຄັ່່ງຄັດ ຢ່າງແໜ້ນແຟ້ນ. ຖະແຫຼງການດັ່ງກ່າວ ກໍໄດ້ເນັ້ນໜັກເຖິງສົນທິສັນຍາທົ່ວໂລກ ກ່ຽວກັບບັນຫາຊາວອົບພະຍົບຂອງ ສປຊ ຖືກປະລາໄຊໃນການຮັບປະກັນສິດອໍານາດອະທິປະໄຕຂອງບັນດາປະເທດ.

        ສ່ວນ ຮຸງກາຣີ ແລະ ສ.ເຊັກໂກ ຍາມໃດກໍຮັກສາທັດສະນະແຂງກະດ້າງ ຕໍ່ການຮັບເອົາຊາວອົບພະຍົບເຂົ້າເມືອງ, ໂດຍຖືວ່າ ບັນຫານີ້ ຂົມຂູ່ເຖິງສະຖຽນລະພາບຂອງເອີີຣົບ ແລະ ສົ່ງຜົນກະທົບເຖິງເຂດຊາຍແດນທາງພາກໃຕ້ຂອງ ຮຸງກາຣີ.

ຜົນກະທົບ

ເລື່ອງເອກະສານສາກົນສະບັບທຳອິດກ່ຽວກັບການຄວບຄຸມການເຄື່ອນໄຫວອົບພະຍົບໃນໂລກ ຖືກປະຕິເສດຈາກຫລາຍປະເທດ, ບໍ່ເຫັນດີປ່ອນບັດຮັບຮອງເອົາ ເປັນການສະແດງໃຫ້ເຫັນລັກສະນະສັບສົນ, ສະດຸ້ງໄວຂອງບັນຫານັ້ນ. ຄວາມຈິງ ການແກ້ໄຂບັນຫາຊາວອົບພະຍົບໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບມະນຸດສະທຳຂອງບັນດາປະເທດຮັບເອົາຊາວອົບພະຍົບ ບາງເທື່ອໄດ້ສົ່ງຜົນສະທ້ອນເຖິງຜົນປະໂຫຍດດ້ານເສດຖະກິດ ແລະ ຄວາມໝັ້ນຄົງຂອງປະເທດນັ້ນເອງ.

ເຖິງຢ່າງໃດກໍຕາມ ເມື່ອບັນດາປະເທດໃນໂລກບໍ່ມີຄວາມສາມັກຄີກັນໃນການແກ້ໄຂຊາວອົບພະຍົບຈະສົ່ງຜົນສະທ້ອນເຖິງບັນດາເປົ້າໝາຍຮັບປະກັນບັນດາການເຄື່ອນໄຫວອົບພະຍົບຢ່າງຖືກຕ້ອງຕາມກົດໝາຍ, ພ້ອມທັງສົ່ງຜົນສະທ້ອນເຖິງການຄຸ້ມຄອງກະແສຊາວອົບພະຍົບໃນສະພາບຈຳນວນຊາວອົບພະຍົບໄດ້ຂຶ້ນເຖິງ 250 ລ້ານຄົນ, ກວມເອົາເຖິງ 3% ຈຳນວນພົນລະເມືອງໃນໂລກ.

ການນຳຫລາຍທ່ານຖືວ່າ ຖ້າຫາກສົນທິສັນຍາທົ່ວໂລກກ່ຽວກັບຊາວອົບພະຍົບໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ເອກະສານສະບັບນີ້ ຈະສ້າງກົນໄກຢ່າງໝັ້ນຄົງ, ມີຄວາມຮັບຜິດຊອບກວ່າເພື່ອໃຫ້ບັນດາປະເທດສະມາຊິກ ສະຫະປະຊາຊາດ ຮ່ວມແຮງຮ່ວມໃຈກັນແກ້ໄຂສະພາບການຊາວອົບພະຍົບ ແລະ ຊາວລີ້ໄພໃນໂລກ. ສະນັ້ນ ເມື່ອມີຫລາຍປະເທດປະຕິເສດສົນທິສັນຍາສະບັບນີ້, ໃນນັ້ນ ກວ່າ 1/2 ແມ່ນບັນດາປະເທດ ເອີລົບ. ທ່ານ Claude Juncker ປະທານຄະນະກຳມະການເອີລົບ ໄດ້ຕຳຫນິຕິຕຽນການກະທຳນີ້ ແລະ ກ່າວເຕືອນ ອີຢູ ຈະເສຍບົດບາດຊັກຈູງໃນການແກ້ໄຂວິກິດການອົບພະຍົບ ຖ້າຫາກມີການປະຕິເສດເຂົ້າຮ່ວມຈາກບັນດາສະມາຊິກ ອີຢູ ຕື່ມອີກ. ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ພັດຕີລາຄາວ່າ ເອກະສານສະບັບນີ້ ແມ່ນນອນໃນ “ຜົນປະໂຫຍດແຫ່ງຊາດ” ຂອງເຢຍລະມັນ. ຕາມທ່ານນາງ Angela Merkel  ແລ້ວ, ສົນທິສັນຍາ ແມ່ນ “ຄຳຕອບອັນຖືກຕ້ອງ” ເພື່ອພ້ອມກັນແກ້ໄຂບັນຫາທົ່ວໂລກ.

ໃນສະພາບບັນຫາຊາວລີ້ໄພ ແລະ ເຂົ້າເມືອງ ພວມກາຍເປັນຫົວເລື່ອງກໍ່ຄວາມຖົກຖຽງກັນຢ່າງຮ້າຍແຮງຢູ່ທັງ ອາເມລິກາ ແລະ ເອີລົບ, ອີກຄັ້ງຫນຶ່ງສະແດງໃຫ້ເຫັນວ່າ ນີ້ບໍ່ພຽງແຕ່ແມ່ນສິ່ງທ້າທາຍຂອງສະເພາະປະເທດໃດຫນຶ່ງເທົ່ານັ້ນ ຫາກໄດ້ກາຍເປັນວິກິດການມີລັກສະນະທົ່ວໂລກອີກດ້ວຍ. ຄວາມຈິງນີ້ໄດ້ຊີ້ອອກຄວາມສຳຄັນຂອງເລື່ອງແກ້ໄຂບັນຫາຊາວອົບພະຍົບ ແລະ ສະແດງໃຫ້ເຫັນວ່າ ບໍ່ມີປະເທດໃດສາມາດແກ້ໄຂດ້ວຍຕົນເອງໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ