ສັນຍານເຄັ່ງຕຶງຢູ່ພາກຕາເວັນອອກກາງນັບມື້ນັບເພີ່ມຂຶ້ນ

ສັນຍານເຄັ່ງຕຶງຢູ່ພາກຕາເວັນອອກກາງນັບມື້ນັບເພີ່ມຂຶ້ນ - ảnh 1
​ເກີດ​ກະ​ແສຟອງ​ແຫ່​ຂະ​ບວນ​ປະ​ທ້ວງ​
ໃນ​ໝູ່​ປະ​ຊາ​ຄົມ​ຊ​າວ​ມຸດ​ສະ​ລິມ ນີ້​ກາຍ​ຊີ​ອາ
(ພາບປະກອບ: Reuters)


(vovworld) - ເລື່ອງ​ຊາ​ອຸ​ດີ​ອາ​ຣາ​ເບຍ ປະ​ຫານ​ຊີ​ວິດ 47 ຄົນ​​ດ້ວຍໂທດ “ກໍ່​ການ​ຮ້າຍ”, ໃນ​ນັ້ນ​ມີ​ບາດ​ຫຼວງອິດ​ສະ​ລາມ ນີ້​ກາຍ​ຊີ​ອາ Nimr al Nimr ​ໄດ້ ແລະ ພວມຖືກ​ຕຳ​​ນິຕິຕຽນ​ຢ່າງ​ແຮງ​ຈາກ​​ຫາງ​ສຽງສາ​ກົນ ແລະ ເຮັດ​ໃຫ້​ເກີດ​ກະ​ແສຟອງ​ແຫ່​ຂະ​ບວນ​ປະ​ທ້ວງ​ໃນ​ໝູ່​ປະ​ຊາ​ຄົມ​ຊ​າວ​ມຸດ​ສະ​ລິມ ນີ້​ກາຍ​ຊີ​ອາ ຢູ່​ພາກຕາ​ເວັນ​ອອກ​ກາງ, ​ພິ​ເສດ​ແມ່ນ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ອີ​ຣານ ແລະ ຊາ​ອຸ​ດີ​ອາ​ຣາ​ເບຍ ນັບ​ມື້​ນັບເພີ່ມ​ຂຶ້ນ. ​ບັນ​ດາ​ນັກ​ຊ່ຽວ​ຊ​ານ​​ໄດ້ໄຈ​້​ແຍກ​ ແລະ ກ່າວ​ເຕືອນ​ວ່າ ເຫດ​ການນີ້​ອາດ​ຈະ​ກໍ​່​ຜົນ​​​ຮ້າຍ​ຢ້ອນ​ຫຼັງ​ທີ່​ຮ້າຍ​ແຮງ​ສຳ​ລັບ​ພາ​ກ​ພື້ນ. ບົດ​ຂຽນ “ສັນ​ຍາ​ນເຄັ່ງ​ຕຶງ​ຢູ່ພາກ​ຕາ​ເວັນ​ອອກ​ກາງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ” ຂອງ​ບັນ​ນາ​ທິ​ການ ແອ໋ງ​ຮ່ວຽນ, ວິ​ທະ​ຍຸ​ກະ​ຈາຍ​ສ​ຽງ​ຫວຽດ​ນາມ.

        ເລື່ອງປະ​ຫານ​ຊີ​ວິດ​ບາດ​ຫຼວງ Nimr a​l Nimr, ພ້ອມ​ກັບ 46 ຄົນ​ອື່ນ​ໄດ້​ເຮັດ​ໃຫ້​ການ​ແບ່ງ​ແຍກ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​, ເຊິ່ງ​ແມ່ນ​ເຂດ​ທີ່​ຂາດ​ຄ​ວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ເຄີຍ​ມີການ​ໃຊ້​ຄວາມ​​ຮຸນ​ແຮງ​ດ້ານ​​ສາ​ສະ​ໜາ ເລິກ​ເຊິ່​ງ​ຂຶ້ນ​ຕື່ມ. ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​​ໄດ້​ເກີດ​ຂຶ້ນ​ພາຍ​ຫຼັງ​ການ​ປະ​ຫານ​ຊີ​ວິດ​ດັ່ງ​ກ່າວ, ເຮັດ​ໃຫ​້​ການ​ພົວ​ພັນ​ທາງ​ການ​ທູ​ດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ຖືກ​ແຕກ​ແຫງ​ຢ່າງ​ຮ້າຍ​ແຮງ.

        ການ​ຜັນ​ປ່ຽນຄວາມ​ເຄັ່ງ​ຕຶງ

        ໃນ​ ການຜັນ​​ປ່ຽນ​ຫຼ້າ​ສຸດ, ວັນ​ທີ 03/01, ຊາ​ອຸ​ດີ​ອາ​ຣາ​ເບຍ ໄດ້​ຖະ​ແຫຼງ​ໂດຍ​ບັງ​ເອີນ​ວ່າ ຊາ​ອຸ​ດີ​ອາ​ຣາ​ເບຍ ​ໄດ້​ຕັດ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ອີ​ຣານ​, ພ້ອມ​ທັງ​ຮ​ຽກ​ຮ້ອງ​ບັນ​ດາ​ນັກ​ການ​ທູດ​ອີ​ຣານ ຕ້ອງ​ເດີນ​ທາງ​ອອກ​ຈາກ​ປະ​ເທດນີ້​ໃນ​ຮອບ​ເວ​ລາ 48 ຊົ່ວໂມງ. ພາຍ​ຫຼັງ​​ປະ​ກາດ​ຄຳ​ຖະ​ແຫຼງ​ຂອງຊາ​ອຸ​ດີ​ອາ​ຣາ​ເບຍ, Baharin, ຊູ​ດັງ ແລະ ບັນ​ດາ​ປະ​ເທດ​ອາ​ຫຼັບ​ເອມ​ມີ​ເລດ​ຢູ່​ໃນ​ເຕບ (UAE) ​ພຽງ 2 – 3 ຊົ່ວ​ໂມງ, ບັນ​ດາ​ປະ​ເທ​ດ​ພັນ​ທະ​ມິດ​ຂອງ​ຊາ​ອຸ​ດີ​ອາ​ຣາ​ເບຍ ໂດຍ​ຊາວ​ມຸດ​ສະ​ລິມ ນີ້​ກາຍ ຊີ​ອາ ນຳພາ​ກໍ​ຢືນ​ຢັນ: ​ຕັດ​ສາຍ​ພົວ​ພັນ​ທາງ​ການ​ທູດ ແລະ ຫຼຸດ​ລະ​ດັບ​ການ​ພົວ​ພັນ​ກັບ​ອີ​ຣານລົງ. ບັນ​ດາ​ຄຳ​​ຖະແຫຼງ​ຕັດ​ສາຍ​ພົວ​ພັນ​​ທາງການ​ທູດ​ທີ່​ໄດ້​ຍົກ​ອອກ​ມາ ພາຍ​ຫຼັງ​ທີ່ຜູ້​ແຫ່​ຂະ​ບວນ​ປະ​ທ້ວງອ​ີ​ຣານ ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ​ບຸກ​ໂຈ​ມ​ຕີ, ແກວ່ງ​ລະ​ເບີດ​ນ້ຳ​ມັນ​ໃສ່​ສະ​ຖານ​ທ​ູດຊາ​ອຸ​ດີ​ອາ​ຣາ​ເບຍ ຢູ່​ເຕ​ເຮ​ຣານ ເພື່ອ​ຄັດ​ຄ​້ານ​ເລື່ອງຊາ​ອຸ​ດີ​ອາ​ຣາ​ເບຍ ປະ​ຫານ​ຊີ​ວິດ​ບາດ​ຫຼວງ​ທີ່​ມີ​ຊື່​ສຽງ Nimr a​l Nimr. ບັນ​ດາ​ຜູ້​ແຫ່​ຂະ​ບວນ​ປະ​ທ້​ວງ​ໄດ້​ບຸກ​ເຂົ້າ​ສຳ​ນັກ​ງານ, ທຳ​ລາຍວັດ​ຖຸ​ສິ່ງ​ຂອງ ​ກ່ອນ​ທີ່​​ຈະຖືກຕຳ​ຫຼວດຍູ້​ໃຫ້​ຖອຍ​ໄປ.

        ເຫດປະ​ຫານ​ຊີ​ວິດ​ບາດ​ຫຼວງ Nimr a​l Nimr ​ຖືກ​ປະ​ຊາ​ຄົມ​ສາ​ກົນ​ຄັດ​ຄ້ານ​ຢ່າງ​ແຮງ​, ພິ​ເສດ​ແມ່ນ​ໃນ​ໂລກຊາວ​ມຸດ​ສະ​ລິມ. ສັງ​ຄະ​ນາ​ຍົກ Ayatollah Ali Khammenei, ຜູ້​ນຳ​ສູງ​ສຸດ​ອີ​ຣານ ຖະ​ແຫຼງວ່າ, ຊາ​ອຸ​ດີ​ອາ​ຣາ​ເບຍ ຈະ​ເຫັນ​ປະ​ຈັກ​ຕາ​ການ​ແກ້​ແຄ້ນ​ຢ່າງ​ໂຫດ​ຮ້າຍ​ສາ​ມານ. ກຳ​ລັງທະ​ຫານ​ພິທັກ​ຮັກ​ສາ​ປະ​ຕິ​ວັດ​ອີ​ຣານ ໄດ້​ອອ​ກ​ຖ​ະ​ແຫຼງກ​ານ​ຢືນ​ຢັນ​ວ່າ, ຈະ​ໂຄ່ນ​ລົ້ມຊາ​ອຸ​ດີ​ອາ​ຣາ​ເບຍ, ພາຍ​ຫຼັງ​ບາດ​ຫຼວງ Nimr a​l Nimr ຖືກ​ປະ​ຫານ​ຊີ​ວິດ. ການ​ແຫ່​ຂະ​ບວນ​ປະ​ທ້​ວງ​ກໍ່ຖືກ​ເກີດ​ຂຶ້ນ​ໃນ​ຫຼາຍ​ປະ​ເທດ​ຢູ່​ພາກ​ພື້​ນ, ເຊິ່ງ​ແມ່ນ​ແຫ່ງ​ທີ່ມີ​ຊາວ​ມຸດ​ສະ​ລິມ ນີ້​ກາຍ​ຊີ​ອາ ດຳ​ລົງ​ຊີ​ວິດເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ຢູ່​ອີ​ຣັກ, ມີ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ນັບ​ຮ້​ອຍ​ຄົນ​ໄດ້​ຄັດ​ຄ້ານ​ຢູ່​ນະ​ຄອນ Karbala ທີ່​ສັກ​ສິດຂ​ອງ​ຊາວ ຊີ​ອາ. ນັກ​ສ້າງ​ກົດ​ໝາຍ Khalaf Abdelsamad ໄດ້​ຮຽກ​ຮ້ອງ​ອັດ​ປະ​ຕູ​ສະ​ຖານ​ທູ​ດ​ຂອງ​ຊາ​ອຸ​ດີ​ອາ​ຣາ​ເບຍ ຢູ່​ນະ​ຄອນ​ຫຼວງ​ແບັກ​ແ​ດດ ແລະ ກະ​ຕຸກ​ຊຸກ​ຍູ້​ລັດ​ຖະ​ບານເນ​ລະ​ເທດ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຊາ​ອຸ​ດີ​ອາ​ຣາ​ເບຍອອກ​ຈາກ​ປະ​ເທດ. ໃນ​ຂະ​ນະ​ນັ້ນ, ​ລັດ​ເຊຍ, ຝ່າຍ​ຕາ​ເວັນ​ຕົກ​ລ້ວນ​ແຕ່​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເຫດ​ການ​ດັ່ງ​ກ່າວ ແລະ ກ່າວ​ປະ​ນາມ​ການ​​ກະ​ທຳປະ​ຫານ​ຊີ​ວິດ​ວ່າ​ແມ່ນ​ການ​ລົ​ງ​ໂທດ​ໄຮ້​ມະ​ນຸດ​ສະ​ທຳ, ພ້ອມ​ທັງ​ກະ​ຕຸກ​ຊຸກ​ຍູ້​ບັນ​ດາກ​ານ​ນຳ​ຕາ​ເວັນ​ອອກ​ກາງ ​ມາ​ນະ​ພະ​ຍາ​ຍາມ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​​ທີ່ພວມ​ປີນ​ຂັ້ນ​ໄດ​ຢູ່​ພາກ​ພື້​ນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ກໍ່​ຮ​ຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ໃນ​ພາ​ກ​ພື້​ນ​ຕ້ອງມີ​ຄວ​າມ​ທຸ່ນ​ທ່ຽງ ແລະ ລະ​ງັບ​ໃຈ, ຊອກ​ຫ​າ​ທຸກ​ວິ​ທີ​ເພື່ອ​ບໍ່​​ໃຫ້ຄວາມ​ເຄັ່ງ​ຕຶງ​ດ້ານ​ສາ​ສະ​ໜາ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.

        ການ​ປະ​ທະ​ກັນ​ໃນ​ອະ​ດີດ​ຕະ​ການ​ຖືກ​ເຊື່ອມ​ຕໍ່

        ບາດ​ຫຼວງ Nimr a​l Nimr ໄດ້​​ຮັບ​ຖື​ວ່າ​ແມ່ນ​ຜູ້​ນຳ​ນີ​ກາຍ​ຊີ​ອາ ​ທີ່ມີ​ອິ​ດ​ທິ​​ພົນຊື່​ສຽງ​​ທີ່​ສຸດ​ຢູ່ ຊາ​ອຸ​ດີ​ອາ​ຣາ​ເບຍ. ທ່ານ​ໄດ້​ຕຳ​ໜິ​ຕິ​ຕຽນ​ລາ​ຊະ​​ວົງ ຊາ​ອຸ​ດີ​ອາ​ຣາ​ເບຍ ເປັນ​ຫຼາຍ​ຄັ້ງ ແລະ ຮຽກ​ຮ້ອງ​​ໃຫ້ຂະ​ບວນ​ປະ​ທ້ວງ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ. ປີ 2012, ທ່ານ​ຖືກ​ກ່າວ​ຫາ​ວ່າ: ຢູ່​ເບື້ອງ​ຫຼັງ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ໃສ່​ກຳ​ລັງ​ຕຳ​ຫຼວດ ແລະ ຖືກ​ຈັບ​ຕົວ. ເດືອນ 10/2015, ສານ​ສູງ​ສຸດ​ຂອງຊາ​ອຸ​ດີ​ອາ​ຣາ​ເບຍ ໄດ້ປະ​ຕິ​ເສດ​ໃບຟ້ອງ​ສານ​ອຸ​ທອນ​ຕັດ​ສິນ​ປະ​ຫານ​ຊີ​ວິດ​ຂອງ​ທ່ານ Nimr a​l Nimr.

        ແຕ່​ດົນ​ນານ​ມາ​ແລ້ວ​ການ​ພົວ​ພັນ​ລະ​​ຫວ່າງອີ​ຣານ ແລະ ຊາ​ອຸ​ດີ​ອາ​ຣາ​ເບຍ ​​ເຊິ່ງແມ່ນ 2 ປະ​ເທດ​ມະ​ຫາອ​ຳ​ນາດ​ໃນ​ພາກ​ພື້ນຕາ​ເວັນ​ອອ​ກາງ ​ຍາມ​ໃດ​ກໍ​ສັບ​ສົນ ແລະ ມີ​ການປະ​ທະ​ກັນ​​ໃນ​ຫຼາຍ​ບັນ​ຫາ​, ພິ​ເສດ​ແມ່ນ​ຄວາມ​ແຕກ​ຕ່າງ​ທາງດ້ານ​ສາ​ສະ​ໜາ ຄວາມ​ຂັດ​ແຍ່ງກັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ເມືອງ. ຢູ່​ລາ​ຊະ​ອາ​ນາ​ຈັກ ຊາ​ອຸ​ດີ​ອາ​ຣາ​ເບຍ ​ຍັງ​ຄົງ​ຮັກ​ສາລະ​ບອບປະ​ຊາ​ທິ​ປະ​ໄຕ ​ຊັນ​ນີ, ໃນ​ຂະ​ນະ​ທີ່​ສາ​ທາ​ລະ​ນະ​ລັດ​​ອິດ​ສະ​ລາມ ອີ​ຣານ ​ພັດ​ແມ່ນ​ສູນກາງ​​​ອິດ​ສະ​ລາມນີກາຍ ​ຊີ​ອາ ຂອງ​ໂລກ. ພາຍ​ຫຼັງ​​ການ​ປະ​ຕິ​ວັດ ອິດ​ສະ​ລາມ​ ເມື່ອ​ປີ 1979 ຢູ່​ອີ​ຣານ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໄດ້​ກາຍ​ເປັນ​ແບບ​ການ​ແກ່ງ​ແຍ່ງ​ທີ່​ເຄັ່ງ​ຕຶງ​ຢູ່​ພາກ​ພື້​ນ. ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ສະ​ຕິ​ຄວາມຮັບ​ຮູ້​ຂອງ​ລຸ່ນ​ຕ່າງໆ, ບັນ​ດາ​ປັດ​ໃຈ​ຊົນ​ຊາດ ແລະ ສາ​ສະ​ໜາ, ທີ່​ຕັ້ງ​ພູມ​ສາດ​​ກາ​ນ​ເມືອງ​ຢູ່​ຕາ​ເວັນ​ອອກ​ກາງ… ໄດ້​ເຮັ​ດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດນີ້​ຖືກ​ກີດ​ຂວາງ​ຫຼາຍ​ຢ່າງ. ພິ​ເສດ​, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ມະ​ຫາ​ອ​ຳ​ນາດຢ​ູ່​ເຂດ​ຕາ​ເວັນ​ອອ​ກ​ກາງ ຖືກ​ຊົ່ວ​ຮ້າຍ​ລົງ​ຢ່າງ​ເຫັນ​ໄດ້​ຊັດ, ຍ້ອ​ນນການ​ປະ​ຕິ​ບັດ​ສັງ​ຄົມ - ການ​ເມືອງ ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​​ໃນ​ປີ 2011, ດ້ວຍ​ຊື່​ວ່າ ລະ​ດູ​ບານ​ໃໝ່​ອາ​ຣັບ. ພ້ອ​ມ​ກັນ​ນັ້ນ, ຊີ​ຣີ ກ​ໍ​ກາຍ​ເປັນ​ “ແນວ​ຮົບ​ໃໝ່” ໃນ​ການ​ຕໍ່​ສູ້​ດ້ານ​ການ​ເມືອງ​ລະ​ຫວ່າງ​ຊາ​ອຸ​ດີ​ອາ​ຣາ​ເບຍ ແລະ ອີ​ຣານ. ໃນ​ນັ້ນ, ທັດ​ສະ​ນະ​ຂອງ Riyadh ແລະ ເຕ​ເຮຣານ ພັດ​ກົງ​ກັນ​ຂ້າມ. ອີ​ຣານ ໜູນ​ຊ່ວຍ​ປະ​ທາ​ນາ​ທິ​ບໍ​ດີ Bashar al Assad, ສ່ວນ ຊາ​ອຸ​ດີ​ອາ​ຣາ​ເບຍ ແມ່ນ​ນັກ​ອຸ​ປະ​ຖຳ​ຕົ້​ນ​ຕໍ​ໃຫ້​ຝ່າຍ​ຄ້ານ. ​ຍັງມີ​ປັດ​ໃຈ​ໜຶ່ງ​ອີກ​​ທີ່​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ສັບ​ສົນ​ຂຶ້ນ​ຕື່ມນັ້ນ​ແມ່ນ ສະ​ພາບ​ການ​ຢູ່ Yemen, ເຊິ່ງ​ແມ່ນ​ແຫ່ງ​ຝ່າຍ​ລຸກ​ຮື້​ຂື້ນ Houthi (ນີ​ກາຍ​ຊີ​ອາ) ​ຂຶ້ນ​ກຳ​ອຳ​ນາດ ພາຍ​ຫຼັງ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ນິ​ຍົມຊາ​ອຸ​ດີ​ອາ​ຣາ​ເບຍ. Riyadh ຖື​ວ່າ, ອີ​ຣານ ໄດ້​ໜູນ​ຫຼັງ​ພວກ​ທະ​ຫານ​ລຸກ​ຮື້​ຂຶ້ນ Houthi ຢູ່ Yemen.

        ໃນ​ສະ​ພາບການ​ຄື​ດັ່ງກ່າວນັ້ນ, ການ​ປະ​ຫານ​ຊີ​ວິດ​ບາດ​ຫຼວງ Nimr al Nimr ​​ຍິ່ງ​ເຮັດ​ໃຫ້​​ຄວາມ​ຂັດ​ແຍ່ງ​ກັນ​ລະ​ຫວ່າງ​ຊາ​ວ​ມຸດ​ສະ​ລິມ ຂຶ້ນ​ກັບ 2 ຝ່າຍ ຊີ​ອາ ແລະ ຊັນ​ນີ ເລິກ​ເຊິ່ງ​ຂຶ້ນ​ຕື່ມ​. ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ກ່າວ​ເຕືອນ​ວ່າ, ຖ້າ​ຫາກ​ປະ​ຊາ​ຄົມ​ສາກົນ​ບໍ່​ຮີບ​ເຮັ່ງ​ສົ່ງ​ເສີມ​ວິ​ວັດ​​ທະ​ນາການ​ທາງ​ການ​ທູດ​ໃໝ່ ເພື່ອ​​ເຮັດ​ໃຫ້ຊາ​ອຸ​ດີ​ອາ​ຣາ​ເບຍ ແລະ ອີ​ຣານ ​ເຈ​ລະ​ຈາ ນຳ​ກັນ, ​ຄວາມ​ຂັດ​​ແຍ່ງ​ກັນລະ​ຫວ່າງຊາ​ອຸ​ດີ​ອາ​ຣາ​ເບຍ ແລະ ອີ​ຣານ ຈະ​​ພາໃຫ້​ເກີດ​ການ​ປະ​ທະ​ກັນ​ຢູ່​​ເຂດຕາ​ເວັ​ນ​ອອກ​ກາງ ເພີ່ມ​ຂຶ້ນຕື່ມ.


ຂ່າວ/ບົດ​ອື່ນ