ສົນທະນາ ເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ

(VOVWORLD) - ວັນທີ 17 ພຶດສະພາ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົນທະນາໂດຍກົງກັບປະຊາຄົມວິສາຫະກິດ ຫວຽດນາມ ແນໃສ່ຜັນຂະຫຍາຍປະສິດທິຜົນມະຕິເລກທີ 35 ຂອງລັດຖະບານກ່ຽວກັບການໜູນຊ່ວຍ ແລະ ພັດທະນາວິສາຫະກິດຈົນຮອດປີ 2020. ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ “ຮ່ວມເດີນທາງພ້ອມກັບວິສາຫະກິດ” ສະແດງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານ ແມ່ນລັດຖະບານສ້າງສັນ, ລັດຖະບານກະທຳ…ໃນການໜູນຊ່ວຍວິສາຫະກິດພັດທະນາ, ຄວາມຈິງແມ່ນກຳລັງໜູນພັດທະນາຂອງປະເທດຊາດ. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ “ສົນທະນາເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ”.
ສົນທະນາ ເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົນທະນາກັບວິສາຫະກິດ (ພາບ: VGP)

ນີ້ແມ່ນຄັ້ງທີ 2, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົນທະນາກັບວິສາຫະກິດ. ກອງປະຊຸມຄັ້ງທີ 1 ດຳເນີນໄປຢູ່ນະຄອນ ໂຮ່ຈີມິນ ກ່ອນນີ້ 1 ປີ. ມີຜູ້ແທນເຂົ້າຮ່ວມການສົນທະນາໂດຍກົງປະມານ 2.000 ຄົນ, ພ້ອມດ້ວຍຜູ້ແທນເຂົ້າຮ່ວມໂດຍທາງອ້ອມປະມານ 10.000 ຄົນຢູ່ 63 ແຫ່ງຜ່ານເຄືອຂ່າຍອິນເຕີແນັດໃນທົ່ວປະເທດ, ລວມມີຜູ້ແທນມາຈາກກຸ່ມວິສາຫະກິດນັກທຸລະກິດ, ວິສາຫະກິດມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ລັດວິສາຫະກິດ ແລະ ວິສາຫະກິດໄດ້ຫັນເປັນຫຸ້ນສ່ວນ, ບາງສະຖານທູດ ແລະ ບັນດາອົງການການເງິນໃຫຍ່, ບັນດາອົງການສຳນັກງານແຫ່ງລັດ…

        ແກ້ໄຂສິ່ງຄ້າງຄາ, ຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ

        ພາຍຫລັງການພົບປະກັບວິສາຫະກິດໃນປີ 2016, ນາຍົກລັດຖະມົນຕີປະກາດໃຊ້ມະຕິ 35/ລັດຖະບານ 2016 ກ່ຽວກັບການໜູນຊ່ວຍ ແລະ ພັດທະນາວິສາຫະກິດ. ຫລັງຈາກນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຍົກເລີກລະບຽບການບໍລິຫານ, ເງື່ອນໄຂດຳເນີນທຸລະກິດ, ໃບອະນຸຍາດບໍ່ເໝາະສົມທີ່ກີດຂວາງການເຄື່ອນໄຫວຂອງບັນດາວິສາຫະກິດນັບພັນສະບັບ. ນີ້ແມ່ນພຶດຕິກຳຕົວຈິງພໍສົມຄວນ, ສະແດງໃຫ້ເຫັນການປ່ຽນແປງໃໝ່ຢ່າງແຮງຂອງລັດຖະບານ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສົ່ງເສີມວິສາຫະກິດເລີ່ມທຸລະກິດ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ. ທ່ານ ດັ້ງເທ໋ເຫລືອງ ເລຂາທິການໃຫຍ່ສະຫະສະມາຄົມວິສາຫະກິດ ເມືອງຫາຍອານ, ນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ:

        “ປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຖືວັນທີ 10 ໃນແຕ່ລະເດືອນເພື່ອພົບປະ ແລະ ສົນທະນາກັບວິສາຫະກິດ. ຜ່ານນັ້ນ ຫລາຍວຽກງານໄດ້ຮັບການແກ້ໄຂຢ່າງທັນການ, ນີ້ແມ່ນວຽກງານທີ່ຖືກຕ້ອງ ແລະ ທັນການຕາມເນື້ອໃນຈິດໃຈຂອງມະຕິ 35. ນີ້ແມ່ນສາຍລົມໃໝ່ ຊຶ່ງບັນດາວິສາຫະກິດມີຄວາມໄວ້ເນື້ອເຊື່ອໃຈ, ຍ້ອນປະທານຄະນະກຳມະການປະຊາຊົນນະຄອນຖະແຫຼງວ່າ ບັນດາຄຳເຫັນທັງໝົດຂອງວິສາຫະກິດ ຈະໄດ້ຮັບການແກ້ໄຂຢ່າງສຸດກົກສຸດປາຍ. ບັນດາວຽກງານທີ່ກ່ຽວຂ້ອງເຖິງຂັ້ນເທິງ, ຂັ້ນກະຊວງ ແມ່ນກະຊວງຕ້ອງແກ້ໄຂ, ສ່ວນວຽກງານໃນຂອບເຂດສິດອຳນາດຂອງນະຄອນ ແມ່ນນະຄອນຈະແກ້ໄຂ”.

     ທ່ານ ຫງວຽນຈີຢຸງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ບັນດາຄວາມມານະພະຍາຍາມປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຫລຸດຜ່ອນຄ່າໃຊ້ຈາຍ ແລະ ສົ່ງເສີມເລີ່ມທຸລະກິດ, ດຳເນີນທຸລະກິດຂອງບັນດາທ້ອງຖິ່ນຕາມຈິດໃຈມະຕິ 35 ປະກອບສ່ວນສຳຄັນໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ. ສະເພາະປີ 2016 ໄດ້ມີວິສາຫະກິດສ້າງຕັ້ງໃໝ່ກ່ວາ 110.000 ແຫ່ງ, ເພີ່ມຂຶ້ນກ່ວາ 16% ເມື່ອທຽບໃສ່ປີ 2015 ບັນລຸລະດັບສະຖິຕິນັບແຕ່ກ່ອນມາຮອດປະຈຸບັນ. ຕາມການຕີລາຄາຂອງທະນາຄານໂລກ (WB) ປີ 2016 ຫວຽດນາມ ໄດ້ເພີ່ມຂຶ້ນ 9 ຂັ້ນ (ແຕ່ອັນດັບທີ 91 ຂຶ້ນ 82) ກ່ຽວກັບຕົວເລກສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. ບັນດາອົງການຄື Eurocham, Amcham, Jetro ລ້ວນແຕ່ມີການສັງເກດຢ່າງຕັ້ງໜ້າກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ.

ສົນທະນາ ເພື່ອຮ່ວມເດີນທາງພ້ອມກັບວິສາຫະກິດ - ảnh 2 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົນທະນາກັບວິສາຫະກິດ (ພາບ: VGP)

ຮ່ວມເດີນທາງ, ໜູນຊ່ວຍວິສາຫະກິດເພື່ອພັດທະນາຢ່າງແຂງແຮງ

  ກ່ອນທີ່ດຳເນີນກອງປະຊຸມລັດຖະມົນຕີກັບວິສາຫະກິດປີ 2017, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມໄດ້ໜັງສືສະເໜີ 200 ສະບັບຂອງວິສາຫະກິດ ແລະ ໄດ້ສົ່ງເຖິງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ ເພື່ອພິຈາລະນາແກ້ໄຂ. ສຳນັກງານແຫ່ງນີ້ໄດ້ນຳສະເໜີຕໍ່ທ່ານນາຍົກລັດຖະມົນຕີກ່ຽວກັບ 5 ກຸ່ມມາດຕະການ ແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ທ່ານ ວູ້ຕ້ຽນໂລກ ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຕີລາຄາວ່າ :

     “ ທ່ານນາຍົກລັດຖະມົນຕີໄດ້ຮັບຟັງຄຳເຫັນຈາກທັງ 2 ຝ່າຍອຳນາດການປົກຄອງ ແລະ ວິສາຫະກິດເພື່ອຍົກອອກບັນດາຂໍ້ຄວາມຕັດສິນຢ່າງຖືກ     ຕ້ອງ. ຈິດໃຈຮ່ວມແມ່ນ ທ່ານນາຍົກລັດຖະມົນຕີແກ້ໄຂຢ່າງຂ້ຽວຂາດ. ຜ່ານການສ່ອງແສງຂອງບັນດາວວິສາຫະກິດ, ມີຫຼາຍກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຍັງບໍ່ທັນແນະນຳກ່ຽວກັບຄວາມຮຽກຮ້ອງຕ້ອງການຂອງມະຕິ 35 ນີ້. ດັ່ງນັ້ນ, ສິ່ງທ້າທາຍຢ່າງໃຫຍ່ຫຼວງຕໍ່ທ່ານນາຍົກລັດຖະມົນຕີ ແມ່ນເຮັດແນວໃດຫັນຄວາມຕັດສິນໃຈປະຕິຮູບ, ສານປະຕິຮູບຂອງລັດຖະບານກາຍເປັນການກະທຳໃນແຕ່ລະວັນຂອງຖັນແຖວພະນັກງານລັດຖະກອນໃນອຳນາດການປົກຄອງຂັ້ນຕ່າງໆ ”

     ຫວຽດນາມວາງເປົ້າໝາຍເຖິງປີ 2020, ມີກວ່າ 1 ລ້ານວິສາຫະກິດ, ແຕ່ຕາມຕົວເລກຕົວຈິງໃຫ້ເຫັນວ່າ ຈຳນວນວິສາຫະກິດຍຸບເລີກ ແລະ ຢຸດຕິການດຳເນີນທຸລະກິດພວມສືບຕໍ່ຢູ່ໃນລະດັບສູງ. ເປັນອັນວ່າ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມຍັງຂາດສະຖຽນລະພາບ. ກອງປະຊຸມລັດຖະມົນຕີກັບວິສາຫະກິດປີ 2017 ຖືກດຳເນີນໃນຈຸດເວລາພາຍຫຼັງກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ 12, ຊຶ່ງໄດ້ອອກມະຕິຊຸກຍູ້ການພັດທະນາເສດຖະກິດພາກເອກະຊົນ, ອັນໄດ້ສະແດງໃຫ້ເຫັນຄວາມມານະພະຍາມຂອງລັດຖະບານຫວຽດນາມໃນການຮ່ວມເດີນທາງພ້ອມກັບວິສາຫະກິດ, ຫນູນຊ່ວຍເພື່ອໃຫ້ປະຊາຄົມວິສາຫະກິດກາຍເປັນກຳລັງໜູນທີ່ສຳຄັນຂອງພື້ນຖານເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ. /. 

ຕອບກັບ

ຂ່າວ/ບົດ​ອື່ນ