ສືບ​ຕໍ່​ສ້າງ​ເຄື່ອງ​ໝາຍ ຫວຽດ​ນາມ” ໃນ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ປີ 2024

(VOVWORLD) - ປີ 2023 ແມ່ນປີຟົດຟື້ນກ່ຽວກັບການພົວພັນຕ່າງປະເທດຂອງ ຫວຽດນາມ ດ້ວຍຫຼາຍຂີດໝາຍທີ່ພົ້ນເດັ່ນ, ພິເສດແມ່ນໃນຂົງເຂດການຕ່າງປະເທດຫຼາຍຝ່າຍ. ປີ 2024, ຫວຽດນາມ ຈະ ສືບຕໍ່ປະກອບສວ່ນດ້ວຍຫຼາຍຂໍ້ລິເລີ່ມ ແລະ ການກະທຳລະອຽດ, ຢັ້ງຢືນ ຫວຽດນາມຮັກຫອນສັນຕິພາບ, ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈ ແກ້ໄຂບັນດາສິ່ງທ້າທາຍ ເຊິ່ງປະຊາຄົມສາກົນ ພວມຕ້ອງປະເຊີນໜ້າ.

ສືບ​ຕໍ່​ສ້າງ​ເຄື່ອງ​ໝາຍ ຫວຽດ​ນາມ” ໃນ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ປີ 2024 - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ  (ພາບ: dangcongsan.vn)

ການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ໄດ້ຮັບການຜັນຂະຫຍາຍດ້ວຍທິດນຳທີ່ວ່າ: ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ດ້ວຍເປົ້າໝາຍນຳອະນາຄົດທີ່ມີການພັດທະນາ, ວັດທະນາຖາວອນ, ຍືນຍົງ ໃຫ້ແກ່ປະຊາຊົນໝົດທຸກຄົນ ແລະ ທຸກປະເທດ.

ສ້າງພາບພົດຫວຽດນາມ ທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ

ປີ 2024 ແລະ ຊຸມປີຕໍ່ໄປ, ການພົວພັນຕ່າງປະເທດຫຼາຍຝ່າຍສືບຕໍ່ແມ່ນທ່າອ່ຽງພົ້ນເດັ່ນໃນການພົວພັນສາກົນ ແລະ ສວມບົດບາດສຳຄັນ ໃນການດຳລົງຊີວິດດ້ານການເມືອງ, ເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ ກໍ່ຄືໃນໂລກ. ສຳລັບ ຫວຽດນາມ, ການເຂົ້າຮ່ວມບັນດາກົນໄກ, ເວທີປາໄສຫຼາຍຝ່າຍ ສືບຕໍ່ແມ່ນຊ່ອງທາງສຳຄັນ ເພື່ອແນໃສ່ປະກອບສ່ວນຮັກສາ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ ແລະ ມີສະຖຽນລະພາບ, ຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ປະກອບສ່ວນສຽງເວົ້າເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ທີ່ກ່ຽວຂ້ອງເຖິງປະເທດຊາດ, ພາກພື້ນ ແລະ ທົ່ວໂລກ, ຍາດແຍ່ງທຸກແຫຼ່ງກຳລັງພາຍນອກຢ່າງສຸດຂີດ ເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ...

ຕາມນັ້ນແລ້ວ, ຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງການຈັດຕັ້ງການເຄື່ອນໄຫວບັນດາເຫດການຂັ້ນສູງ ແລະ ຈັດຕັ້ງສຳເລັດບັນດາເຫດການເຊິ່ງ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນ, ຕັ້ງໜ້າເສີມຂະຫຍາຍບົດບາດຢູ່ ບັນດາກົນໄກ ທີ່ ຫວຽດນາມ ໄດ້ຮັບການຄັດເລືອກ ໃນສປຊ, UNESCO, ສະພາສິດທິມະນຸດ... ແລະ ຂົນຂວາຍ ອອກສະໝັກເຂົ້າເປັນສະມາຊິກບັນດາອົງການຕ່າງ, ກໍ່ຄືປະກອບສ່ວນຂໍ້ລິເລີ່ມໃນຂົງເຂດການຕ່າງປະເທດ ສະເພາະກິດຄື: ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ, ມໍລະດົກວັດທະນະທຳ... ກ່ຽວກັບການກຳນົດທິດການຕ່າງປະເທດ ຫວຽດນາມ ປີ 2024, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໃຫ້ຮູ້ວ່າ:

ສືບຕໍ່ຍູ້ແຮງການປ່ຽນແປງຈິນຕະນາການກ່ຽວກັບການພົວພັນຕ່າງປະເທດ. ດ້ວຍທ່ວງທ່າ ແລະ ກຳລັງໃໝ່ຂອງປະເທດຊາດ ທີ່ບໍ່ເຄີຍມີມາກ່ອນ, ຕ້ອງຊອກຫາວິທີການເຮັດໃໝ່ເພື່ອ ຜົນປະໂຫຍດຂອງ ປະເທດຊາດ - ຊົນຊາດ. ຢາກເຮັດໄດ້ຄືແນວນັ້ນ, ຕ້ອງຄົ້ນພົບບັນຫາໃໝ່ໂດຍໄວ, ກຳນົດໄດ້ກາລະໂອກາດ, ທີ່ຕັ້ງບົດບາດທາງດ້ານຍຸດທະສາດຂອງປະເທດຊາດຢ່າງຖືກຕ້ອງ ແລະ ຍາດແຍ່ງໄດ້ບັນດາທ່າອ່ຽງສາກົນ ເປັນຢ່າງດີ ເພື່ອເປົນເຈົ້າການ ໃນການວາງ ແຜນນະໂຍບາຍ, ນະໂຍບາຍຊີ້ຂາດ, ບາດກ້າວເດີນ ໃນການພົວພັນຕ່າງປະເທດທີ່ເໝາະສົມ.

ໄປຄຽງຄູ່ກັບການສຸມໃສ່ຮັບ ບົດບາດໜ້າທີ່ຢູ່ບັນດາອົງການຈັດຕັ້ງ, ອົງການສາກົນຕ່າງໆ ເຊິ່ງຫວຽດນາມ ພວມເປັນສະມາຊິກ, ຫວຽດນາມ ສືບຕໍ່ສະເໜີ, ຊຸກຍູ້ບັນດາຂໍ້ລິເລີ່ມ ຮ່ວມມື ທີ່ກ່ຽວຂ້ອງເຖິງບັນດາຂົງເຂດຮ້ອນເຮັງໃນປັດຈຸບັນຄື: ການຫັນປ່ຽນພະລັງງານ, ຄວາມໝັ້ນຄົງແຫຼ່ງນ້ຳ ແລະ ສະບຽງອາຫານ, ການຫັນເປັນດີຈີຕອນ... ຜ່ານນັ້ນ, ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຢ່າງແຮງ ກ່ຽວກັບເຊີດຊູລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊ, ຊຸກຍູ້ການ ສົນທະນາ, ການຮ່ວມມື, ຄວາມສາມັກຄີ, ການກະທຳເພື່ອສັນຕິພາບ, ການພັດທະນາແບບຍືນຍົງ  ແລະ ການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ຢ່າງມີປະສິດທິຜົນ.

ປະເທດທີ່ມີອິດທິພົນຊື່ສຽງ ຢູ່ລະດັບພາກພື້ນ ແລະ ພູມີສາດການເມືອງ

ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍແນວທາງການຕ່າງປະເທດຫຼາຍຝ່າຍ ຢ່າງມີປະສິດທິຜົນ ດ້ວຍຈິດໃຈຮັບຜິດຊອບສູງ, ສ້າງພາບພົດປະເທດທີ່ທັນສະໄໝ ແລະ ກາຍເປັນໜຶ່ງໃນບັນດາປະເທດ ທີ່ມີອິດທິພົນຊື່ສຽງ ຢູ່ລະດັບພາກພື້ນ ແລະ ພູມີສາດການເມືອງ.

ນອກຈາກການເຂົ້າຮ່ວມບັນດາອົງການເຊື່ອມໂຍງດ້ານເສດຖະກິດ, ຫວຽດນາມ ຍັງແມ່ນສະມາຊິກທີ່ຕັ້ງໜ້າ ແລະ ເຮັດວຽກຢ່າງເຂັ້ມງວດໃນບັນດາອົງການຈັດຕັ້ງ ພູມີສາດການເມືອງ, ໃນນັ້ນມີ ສປຊ, ໄດ້ຮັບການຕີລາຄາສູງ ຈາກ ບັນດາອົງການຈັດຕັ້ງ ແລະ ຄູ່ຮ່ວມມື, ຜ່ານນັ້ນສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ຜັນຂະຫຍາຍແນວທາງການຕ່າງປະເທດ ຫຼາຍຝ່າຍຢ່າງມີປະສິດທິຜົນ ດ້ວຍຈິດໃຈທີ່ມີຄວາມຮັບຜິດຊອບສູງ. ໃນຂົງເຂດການທູດ, ບັນດາເອກອັກຄະລັດຖະທູດ ຫວຽດນາມ ພ້ອມກັນສ້າງພາບພົດ ປະເທດ ຫວຽດນາມ ທີ່ທັນສະໄໝ ແລະ ມີສຽງເວົ້າລວມ ຢູ່ລະດັບພາກພື້ນ ແລະ ພູມີສາດການເມືອງ.

ປີ 2024 ມີຄວາມໝາຍສຳຄັນຍິ່ງ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຢ່າງມີໄຊ. ຜ່ານບັນດາການເຄື່ອນໄຫວການຕ່າງປະເທດ ຫຼາຍຝ່າຍ, ຫວຽດນາມ ໄດ້ສົ່ງສານກ່ຽວກັບທັດສະນະ, ວິທີການສຳຜັດຂອງ ປະເທດພວມພັດທະນາຕໍ່ບັນດາບັນຫາທີ່ໂລກພວມຕ້ອງປະເຊີນໜ້າ, ພ້ອມທັງກໍ່ປະກອບສ່ວນເຂົ້າໃນການປະຕິບັດບັນດາການກຳນົດທິດໃຫຍ່ກ່ຽວກັບການພົວພັນຕ່າງປະເທດ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ