ສ​ປ​ຊ ​ກັ​ລ​ບັນ​ດາ​ພາ​ລະ​ກຳ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ປີ 2023

(VOVWORLD) - ວັນທີ 6 ກຸມພາ, ຢູ່ ນິວຢອກ, ອາເມລິກາ, ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ຈັດກອງປະຊຸມຄົບຄະນະກ່ຽວກັບບັນດາໜ້າທີ່ຈຸດສຸມຂອງປີ 2023. ໃນສະພາບການໂລກພວມຜ່ານຜ່າສິ່ງທ້າທາຍນາໆປະການແບບບໍ່ເຄີຍມີມາກ່ອນ, ໃນກອງປະຊຸມ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເນັ້ນໜັກເຖິງບັນດາການເຄື່ອນໄຫວບຸລິມະສິດຂອງອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກໃນປີນີ້, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດ ຈົ່ງຖືສັນຕິພາບເປັນໜ້າທີ່ໃຈກາງໃນທຸກຄຳວາຈາ ແລະ ການກະທຳ, ມຸ່ງໄປເຖິງການສ້າງໂລກແບບຍືນຍົງກວ່າ.

 ສ​ປ​ຊ ​ກັ​ລ​ບັນ​ດາ​ພາ​ລະ​ກຳ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ປີ 2023 - ảnh 1ກອງປະຊຸມຄົບຄະນະສະມັດຊາໃຫຍ່ ສປຊ ຊຸດທີ 77 (ພາບ: TTXVN)

ກອງປະຊຸມຄົບຄະນະສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ດຳເນີນໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມສ່ຽງແບບບໍ່ເຄີຍມີມາກ່ອນ.

ໂລກມີການປ່ຽນແປງຫຼາຍຢ່າງ

ໂລກໄດ້ປ່ຽນແປງຫຼາຍຢ່າງໃນປີ 2022. ພື້ນຖານເສດຖະກິດທົ່ວໂລກ ຖືກຜົນສະທ້ອນຢ່າງໜັກໜ່ວງ ຍ້ອນຜົນຕາມມາຂອງໂລກລະບາດໂຄວິດ - 19 ແລະ ຍິ່ງຮ້າຍແຮງກວ່າເມື່ອມີການປະທະກັນຕ່າງໆເກີດຂຶ້ນຢ່າງຕໍ່ເນື່ອງຢູ່ຫຼາຍບ່ອນໃນໂລກ. ປີນີ້, ຄວາມສ່ຽງຊ້ອນແຝງເກີດການປະທະກັນຢູ່ທຸກຫົນແຫ່ງໃນທົ່ວໂລກ ນັບມື້ນັບສັນສົນຂຶ້ນຕື່ມ.

ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ກ້າວເຂົ້າສູ່ປີທີ 2 ດ້ວຍການຜັນແປສັບສົນ ແລະ ກາລະໂອກາດເພື່ອບັນລຸໄດ້ມາດຕະການສັນຕິພາບໃຫ້ແກ່ການປະທະກັນນີ້ນັບມື້ນັບຫຼຸດໜ້ອຍຖອຍລົງ. ຢູ່ ປາແລັດສະຕິນ ແລະ ອິດສະຣາແອັນ, ມາດຕະການຂອງສອງລັດພວມຕົກເຂົ້າສູ່ສະພາບຈົນຕາແຈ. ຢູ່ ອາບການິດສະຖານ, ບັນດາເຫດບຸກໂຈມຕີກໍ່ການຮ້າຍນອງເລືອດຍັງເກີດຂຶ້ນເປັນປະຈຳ. ໃນຂະນະນັ້ນ, ບັ້ນຕໍ່ສູ້ຕ້ານໄພອຶດຫິວ, ວິກິດການດ້ານດິນຟ້າອາກາດ, ການໃຊ້ຄວາມຮຸນແຮງ ແລະ ສະພາບການຂາດຄວາມສະເໝີພາບກ່ຽວກັບການພັດທະນາເສດຖະກິດ… ເກີດຂຶ້ນຢູ່ຫຼາຍພາກພື້ນ. ປະຊາຊົນນັບລ້ານຄົນຕ້ອງໄປລີ້ໄພຍ້ອນຖືກໃຊ້ຄວາມຮຸນແຮງ, ໄພແຫ້ງແລ້ງ ແລະ ໄພອຶດຫິວ. ຢູ່ ອາຊີ, ບັນດາຈຸດຮ້ອນເຮັ່ງ ບໍ່ເຄີຍມີສັນຍານຫຼຸດລົງເທື່ອ, ຊ້ຳບໍ່ໜຳ ຄວາມເຄັ່ງຕຶງຍັງເພີ່ມຂຶ້ນ ເມື່ອບັນດາທຳນຽມໃໝ່ໄດ້ສ້າງຂຶ້ນໃນການເຄື່ອນໄຫວການທະຫານຕ່າງໆເກີດຂຶ້ນຢູ່ອ້ອມຊ່ອງແຄບທະເລໄຕ້ຫວັນ (ຈີນ) ຫຼື ໂຄງການນິວເຄຼຍ ແລະ ການຍິງທົດລອງລູກສອນໄຟນຳວິຖີໄລຍະໄກ ຂອງ ສປປ.ເກົາຫຼີ. ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ - ຈີນ ກໍບໍ່ຫຼຸດລົງ ຂະນະທີ່ການພົວພັນສອງຝ່າຍປະເຊີນໜ້າກັບບັນດາການຜັນແປໃໝ່ຢ່າງເຄັ່ງຕຶງ.

ກ່ຽວກັບວິກິດການດ້ານດິນຟ້າອາກາດ, ໂລກພວມປະເຊີນໜ້າກັບຄວາມສ່ຽງສຸກເສີນ ເມື່ອອຸນຫະພູມໜ່ວຍໂລກໄດ້ເພີ່ມຂຶ້ນລະດັບ 1,5 ອົງສາ C ແລະ ພວມມີທ່າເພີ່ມຂຶ້ນລະດັບ 2,8 ອົງສາ C. ມະນຸດຍັງກໍ່ຜົນຕາມມາຢ່າງໜັກໜ່ວງຕໍ່ກັບຊີວະນາໆພັນຂອງໜ່ວຍໂລກ. ມະຫາສະໝຸດຕ່າງໆກໍນັບມື້ນັບເປັນມົນລະພິດ ຍ້ອນສິ່ງເສດເຫຼືອ, ຢາງພະລາດສະຕິກ ແລະ ທາດເຄມີ.

ໃນຂະນະນັ້ນ, ໄພເງິນເຟີ້, ລະບົບສະໜອງຖືກຕັດຕອນ, ລາຄາພະລັງງານເພີ່ມຂຶ້ນຢ່າງແຮງ, ຄວາມສ່ຽງເສດຖະກິດຕົກເຂົ້າສູ່ສະພາບກຊຸດໂຊມ ແລະ ໄພນາບຂູ່ຂາດຄວາມໝັ້ນຄົງດ້ານສະບຽງອາຫານ… ໄດ້ສະແດງໃຫ້ເຫັນຄວາມສັບສົນ ແລະ ສິ່ງທ້າທາຍທັງໝົດຂອງອົງການຈັດຕັ້ງ ແລະ ລະບອບລະບຽບການສາກົນ ໃນປັດຈຸບັນ. ທຸກສິ່ງທ້າທາຍທີ່ພວມວາງອອກສຳລັບ ສປຊ - ອົງການຫຼາຍຝ່າຍໃຫຍ່ສຸດໃນໂລກ - ບັນດາໜ້າທີ່ອັນໜັກໜ່ວງໃນການຍົກສູງຮ້ານທຸງແຫ່ງສັນຕິພາບ, ສອດຄ່ອງກົດບັດ ສປຊ ແລະ ກົດໝາຍສາກົນ, ຫຼຸດຜ່ອນການປະທະກັນ, ຮັບປະກັນຊີວິດການເປັນຢູ່ອັນດີງາມໃຫ້ແກ່ປະຊາຊົນ.

 ສ​ປ​ຊ ​ກັ​ລ​ບັນ​ດາ​ພາ​ລະ​ກຳ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ປີ 2023 - ảnh 2ຜູ້ຕາງໜ້າ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ (ພາບ: VOV)

ຖືສັນຕິພາບເປັນໃຈກາງໃນທຸກຄຳວາຈາ ແລະ ການກະທຳ

ຕາມທ່ານເລຂາທິການໃຫຍ່ Antonio Guterres, ປັດຈຸບັນ ແມ່ນຈຸດເວລາທີ່ໂລກຕ້ອງມີສະຕິຮັບຮູ້ ແລະ ພ້ອມກັນກະທຳ. ຮອດຈຸດເວລາທີ່ບັນດາປະເທດຕ້ອງຍົກອອກຄຳໝັ້ນສັນຍາປະຕິບັດກົດບັດ ສປຊ ຄືນໃໝ່, ຖືສິດທິມະນຸດ ແລະ ກຽດສັກສີຂຶ້ນເປັນແຖວໜ້າ, ພ້ອມທັງຖືການປ້ອງກັນ, ສະກັດກັ້ນເປັນຈຸດສຸມໃນທຸກຄຳວາຈາ ແລະ ການກະທຳ.

ທ່ານ Antonio Guterres ເນັ້ນໜັກຄືນເນື້ອໃນໃນສານຕົ້ນປີໃໝ່ 2023. ນັ້ນແມ່ນປີ ທີ່ໂລກຕ້ອງມີສັນຕິພາບຫຼາຍກວ່າເວລາໃດໝົດ. ມີສັນຕິພາບຕໍ່ກັນ, ໂດຍຜ່ານການເຈລະຈາເພື່ອຢຸດຕິການປະທະກັນ. ສັນຕິພາບຕໍ່ທຳມະຊາດ ແລະ ດິນຟ້າອາກາດ, ເພື່ອສ້າງໂລກແບບຍືນຍົງກວ່າ. ສັນຕິພາບກໍມີຄວາມຈຳເປັນສຳລັບທຸກຄອບຄົວ, ເພື່ອໃຫ້ແມ່ຍິງ ແລະ ເດັກຍິງໄດ້ດຳລົງຊີວິດໃນຄວາມເປັນກຽດ ແລະ ປອດໄພ. ນອກຈາກນັ້ນແລ້ວ, ກໍ່ຕ້ອງມີສັນຕິພາບໃນເຄືອຂ່າຍອິນເຕີເນັດ ຍ້ອນບັນດາຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງ ແລະ ກົນອຸບາຍ ເພື່ອໃຫ້ທຸກປະເທດໄດ້ນຳໃຊ້ອິນເຕີເນັດດ້ວຍຄວາມປອດໄພ.

ສຳລັບລະບົບການເງິນທົ່ວໂລກ, ທ່ານ Guterres ຮຽກຮ້ອງໃຫ້ບັນດາປະເທດ ຍົກອອກຄຳໝັ້ນສັນຍາໃໝ່ ໂດຍມີຄວາມເອົາໃຈໃສ່ເຖິງບັນດາຄວາມຕ້ອງການຮີບດ່ວນ ແລະ ຄວາມຮຽກຮ້ອງຂອງບັນດາປະເທດພວມພັດທະນາ.

ປີ 2023 ເປັນ 78 ປີທີ່ໜ້າເອກອ້າງທະນົງໃຈ ທີ່ອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກນີ້ ຮັບໃຊ້ສັນຕິພາບໂລກ, ແຕ່ພ້ອມດຽວກັນນັ້ນ ກໍ່ແມ່ນປີທີ່ ສປຊ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ຫົວໜ້າການນຳ ສປຊ ຮຽກຮ້ອງວ່າ: ມີຫຼາຍບົດຮຽນໃນໄລຍະຜ່ານມາ ແລະນີ້ກໍແມ່ນໂອກາດເພື່ອໃຫ້ປະຊາຄົມສາກົນເວົ້າລວມ ແລະ ສປຊ ເວົ້າສະເພາະ ຊຸກຍູ້ການສ້າງໂລກໃຫ້ມີຄວາມຍຸຕິທຳກວ່າ, ເປັນສັງຄົມທີ່ຢູ່ໃນນັ້ນ ທຸກບັນຫາໃຫຍ່ຄືການສຶກສາ, ວຽກເຮັດງານທຳ, ການພັດທະນາແບບຍືນຍົງ ແລະ ຮັບປະກັນສະຫວັດດີການສັງຄົມ ລ້ວນແຕ່ໄດ້ປະຕິບັດບົນຫຼັກການ “ສິດສະເໜີພາບ” ແລະ “ກາລະໂອກາດໃຫ້ແກ່ທຸກຄົນ”. /.

ຕອບກັບ

ຂ່າວ/ບົດ​ອື່ນ