ສ​ປ​ຊ ກ່າວ​ເຕືອນ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ທົ່ວ​ໂລກ ບໍ່​ສະ​ຫວ່າງ​ສະ​ໄຫວ

(VOVWORLD) -  ໃນບົດລາຍງານປະກາດໃນວັນທີ 11 ທັນວາ, ສປຊ ໃຫ້ຮູ້ວ່າ ສະພາບການມະນຸດສະທຳທົ່ວໂລກ ໃນໄລຍະຈະມາເຖິງ ຈະສືບຕໍ່ປະເຊີນໜ້າກັບບັນດາສິ່ງທ້າທາຍ ທີ່ໃຫຍ່ຫຼວງ, ເມື່ອການປະທະກັນ ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ພວມເຮັດໃຫ້ວົງຄະນະຍາດຕົກເຂົ້າສູ່ສະພາບການມີຄວາມສ່ຽງສູງ, ໃນຂະນະນັ້ນ ບັນດາອົງການຂອງ ສປຊ ນັບມື້ນັບຂາດແຄນງົບປະມານໃນການເຄື່ອນໄຫວ.

ສ​ປ​ຊ ກ່າວ​ເຕືອນ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ທົ່ວ​ໂລກ ບໍ່​ສະ​ຫວ່າງ​ສະ​ໄຫວ - ảnh 1ຊາວປາແລັດສະຕິນ ເດີນທາງອອກຈາກເຂດ ກາຊາ (ພາບ: TTXVN)

ບົດລາຍງານ “ແງ່ຫວັງມະນຸດສະທຳທົ່ວໂລກ” ປີ 2024 ໂດຍ ສປຊ ປະກາດໃນວັນທີ 11 ທັນວາ ໄດ້ຕີລາຄາວ່າ ການປະທະກັນ, ກໍລະນີສຸກເສີນກ່ຽວກັບດິນຟ້າອາກາດ ແລະ ການລົ້ມລະລາຍຂອງຫຼາຍພື້ນຖານເສດຖະກິດພວມກໍ່ຄວາມດັນຕໍ່ກຸ່ມຄົນ ທີ່ມີຄວາມສ່ຽງສູງທີ່ສຸດ ຢູ່ທຸກທະວີບ, ພາໄປເຖິງເກີດຂຶ້ນໄພອຶດຫິວຢ່າງຮ້າຍແຮງ, ການອົບພະຍົບໃນຂອບເຂດກວ້າງຂວາງ ແລະ ເກີດໂລກລະບາດ.

ການປະທະກັນເຮັດໃຫ້ເກີດວິກິດການດ້ານມະນຸດສະທຳ

ຄວາມເຄັ່ງຕຶງດ້ານພູມີສາດການເມືອງ ພາໄປເຖິງການປະທະກັນຢູ່ຫຼາຍພາກພື້ນໃນທົ່ວໂລກ ໃນປີນີ້. ຕາມຫ້ອງວ່າການປະສານງານບັນດາບັນຫາມະນຸດສະທຳ ຂອງ ສປຊ ແລ້ວ, ປັດຈຸບັນ  ໃນຈຳນວນເດັກນ້ອຍ 5 ຄົນ ມີຄົນໜຶ່ງຕ້ອງດຳລົງຊີວິດຢູ່ເຂດປະທະກັນ ຫຼື ຕ້ອງລົບໜິຈາກເຂດປະທະກັນນີ້. ມີປະຊາຊົນປະມານ 258 ລ້ານຄົນໃນທົ່ວໂກລກ ພວມປະເຊີນໜ້າກັບໄພອຶດຫິວຢ່າງຮີບດ່ວນ, ໝາຍຄວາມວ່າ ອາດຈະເສຍຊີວິດໃນທັນທີ ຖ້າບໍ່ໄດ້ເຂົ້າເຖິງກັບແຫຼ່ງຊ່ວຍເຫຼືອ. ນອກຈາກນັ້ນ, ໃນໃຈນວນ 73 ຄົນ ມີ 1 ຄົນຕ້ອງປະລະເຮືອນຊານ ຍ້ອນການປະທະກັນ, ໄພທຳມະຊາດ ຫຼື ວິກິດການດ້ານເສດຖະກິດ, ຕົວເລກນີ້ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບ 10 ປີກ່ອນ.

ປັດຈຸບັນ, ການປະທະກັນຢູ່ເຂດກາຢາ ພວມແມ່ນຈຸດສຸມດຶງດູດຄວາມສົນໃຈຈາກໂລກ ຍ້ອນສະພາບການມະນຸດສະທຳຢູ່ທີ່ນີ້ ນັບມື້ນັບຊົ່ວຮ້າຍລົງ. ຕາມບັນດາຕົວເລກ ໂດຍ ສປຊ ປະກາດຍາມຕົ້ນອາທິດນີ້ແລ້ວ, 85% ຈຳນວນປະຊາກອນຢູ່ ເຂດກາຊາ, ປະມານ 1,6 ລ້ານຄົນ, ຕ້ອງປະລະເຮືອນຊານ ຍ້ອນການປະທະກັນລະຫວ່າງກຳລັງ ຮາມາດ ແລະ ກອງທັບ ອິດສະລາແອັນຢູ່ທີ່ນີ້. ມີສາມັນຊົນ ປະມານກ່ວາ 18.000 ຄົນ ໃນນັ້ນມີເດັກນ້ອຍຫຼາຍຄົນ ຖືກເສຍຊີວິດ ແລະ ປະມານ 5 ໝຶ່ນຄົນຖືກຮັບບາດເຈັບ.

ເຖິງຢ່າງໃດກໍ່ຕາມ, ທ່ານ Martin Griffiths ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາບັນຫາມະນຸດສະທຳ ແລະ ຊ່ວຍເຫຼືອດ່ວນ ຖືວ່າ ຄວາມເອົາໃຈໃສ່ຂອງໂລກ ບໍ່ຄວນສະຫງວນໃຫ້ແກ່ເຂດກາຊາເທົ່ານັ້ນ ຍ້ອນວ່າທົ່ວເຂດ ຕາເວັນອອກກາງ, ຊູດັງ, ອາບການິດສະຖານ ຫຼື ອາບຟຼິກກາຕາເວັນອອກ ກໍ່ແມ່ນຈຸດຮ້ອນເຮັງ ຕ້ອງໄດ້ຮັບການໜູນຊ່ວຍມະນຸດສະທຳທີ່ມີຂອບຂະໜາດໃຫຍ່. ໂດຍເຫັນດີຕໍ່ຄຳເຫັນດັ່ງກ່າວ, ທ່ານ Petroc Wilton ຜູ້ຕາງໜ້າ ອົງການສະບຽງອາຫານ ສປຊ (WFP) ປະຈຳ ໂຊມາລີ ກໍ່ຮຽກຮ້ອງປະຊາຄົມສາກົນ ຕ້ອງແບ່ງປັນຄວາມເອົາໃຈໃສ່ຢ່າງຍຸຕິທຳກ່ວາອີກ:

ພວກຂ້າພະເຈົ້າຫາກໍ່ເຫັນປະຈັກຕາ ບັນດາວິເຫດຮ້າຍ ກ່ຽວກັບດິນຟ້າອາກາດ. ຢູ່ໂຊມາລີ, ໄພອຶດຫິວ ພວມຢູ່ໃນລະດັບຊົ່ວຮ້າຍທີ່ສຸດໃນໄລຍະ 10 ປີຜ່ານມາ ເມື່ອໄພນ້ຳຖ້ວມທີ່ຮ້າຍແຮງເກີດຂຶ້ນຢູ່ປະເທດນີ້ ໂດຍທຳລາຍ ບັນດາຄອບຄົວທີ່ຕົກເຂົ້າສູ່ສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານໃນຫຼາຍປີມານີ້ ແລະ ພວມມານະພະຍາຍາມຟື້ນຟູພາຍຫຼັງໄພແຫ້ງແລ້ງທີ່ແກ່ຍາວທີ່ສຸດໃນປະຫວັດສາດຂອງປະເທດນີ້.

ສ​ປ​ຊ ກ່າວ​ເຕືອນ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ທົ່ວ​ໂລກ ບໍ່​ສະ​ຫວ່າງ​ສະ​ໄຫວ - ảnh 2ທ່ານ Martin Griffiths ຮອງເລຂາທິການໃຫຍ່ ສປຊ  (ພາບ: TTXVN)

ແຫຼ່ງການເງິນ ປະສົບກັບຄວາມຫຍຸ້ງຍາກ

ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍ ມະນຸດສະທຳທີ່ພວມເພີ່ມຂຶ້ນໃນທົ່ວໂລກ, ສປຊ ພວມຕ້ອງການແຫຼ່ງການເງິນທີ່ໃຫຍ່ຫຼວງ. ຕາມທ່ານ Martin Griffiths ຮອງເລຂາທິການໃຫຍ່ ສປຊ ແລ້ວ, ການໜູນຊ່ວຍຈາກປະຊາຄົມສາກົນ ໃນປັດຈຸບັນ ຍັງບໍ່ທັນພຽງພໍເພື່ອຕອບສະໜອງໄດ້ຄວາມຕ້ອງການໃນຕົວຈິງ. ລະອຽດແມ່ນ, ໃນປີ 2023 ບັນດາໂຄງການມະນຸດສະທຳພຽງແຕ່ລະດົມ ໄດ້ 35% ໃນຈຳນວນ 56,7 ຕື້ USD ເຊິ່ງໄດ້ຮຽກຮ້ອງ, ສ້າງຂີດໝາຍປີຂາດເຂີນງົບປະມານທີ່ຮ້າຍແຮງທີ່ສຸດ. ດ້ວຍແຫຼ່ງການເງິນນີ້, ສປຊ ພຽງແຕ່ອາດສາມາດ ໜູນຊ່ວຍ ແລະ ປົກປ້ອງໃຫ້ແກ່ປະຊາຊົນ 128 ລ້ານຄົນໃນປີນີ້.

ຕໍ່ໜ້າສະພາບຕົວຈິງດັ່ງກ່າວ, ທ່ານ Martin Griffiths ຮອງເລຂາທິການໃຫຍ່ ສປຊ ຊີ້ແຈ້ງວ່າ ຖ້າບໍ່ຫຼຸດຈຳນວນເງິນລະດົມໄດ້ເກີດກໍ່ ຍາກທີ່ຈະບັນລຸໄດ້ບັນດາເປົ້າໝາຍ ໃນສະພາບການທີ່ບັນດາປະເທດໜູນຊ່ວຍ ກໍ່ພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນວິກິດການຄ່າໃຊ້ຈາຍໃນການດຳລົງຊີວິດ. ເພາະສະນັ້ນ, ສປຊ ໄດ້ຫຼຸດ ຈຳນວນເງິນຮຽກຮ້ອງລະດົມ ລົງຍັງເຫຼືອພຽງ 46,4 ຕື້ USD ໃຫ້ ປີຕໍ່ໄປ ແລະ ຈະສຸມໃສ່ສະໜອງການໜູນຊ່ວຍໃຫ້ແກ່ບັນດາກຸ່ມຄົນທີ່ມີຄວາມຕ້ອງການການໜູນຊ່ວຍທີ່ສຸດ ໃນຍອດຈຳນວນ ປະມານ 300 ລ້ານຄົນ. ທ່ານ Martin Griffiths ຮອງເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ສຸມໃສ່ບັນດາຄວາມຕ້ອງການລະອຽດ ຂອງປະຊາຊົນ 181 ລ້ານຄົນໃນຈຳນວນຜູ້ຕ້ອງການການໜູນຊ່ວຍ 300 ລ້ານຄົນ. ຄວາມແຕກຕ່າງກັນລະຫວ່າງສອງຕົວເລກນີ້ ບໍ່ແມ່ນບັນຫາກ່ຽວກັບຄວາມຕ້ອງການໄດ້ຮັບການໜູນຊ່ວຍ ຍ້ອນວ່າຍັງມີຫຼາຍອົງການຕ່າງໆຄື: ສະພາກາແດງ, ທ່ານໝໍ່ບໍ່ມີພົມແດນ ແລະ ຫຼາຍອົງການຕ່າງໆ ກໍ່ຈະຍົກອອກບັນດາຄວາມຮຽກຮ້ອງຕ້ອງການປະກອບສ່ວນ ແລະ ແຜນການກະທຳສະເພາະຂອງເຂົາເຈົ້າ.

ສປຊ ໃຫ້ຮູ້ວ່າ ຈຳນວນເງິນລະດົມໃນປີ 2024 ຈະນຳໃຊ້ເພື່ອໜູນຊ່ວຍ 72 ປະເທດ, ໃນນັ້ນມີ 26 ປະເທດພວມຕົກເຂົ້າສຸ່ສະພາບການວິກິດການ ແລະ 46 ປະເທດບ້ານໃກ້ເຮືອນຄຽງພວມຮັບຜົນຕາມມາຈາກວິກິດການຂອງບັນດາປະເທດນີ້. ກຸ່ມ 5 ປະເທດຕ້ອງການໜູນຊ່ວຍຫຼາຍທີ່ສຸດແມ່ນ: ຊີຣີ (4,4 ຕື້ USD), ຢູແກຼນ (3,1 ຕື້ USD), ອາບການິດສະຖານ (3 ຕື້ USD), ເອທີໂອເປຍ (2,9 ຕື້ USD) ແລະ ເຢແມນ (2,8 ຕື້ USD). ໄລ່ຕາມພາກພື້ນ, ໃນປີ 2024 ພາກພື້ນຕາເວັນອອກກາງ ແລະ ອາບຟຼິກກາເໜືອ ຕ້ອງການ 13,9 ຕື້ USD ສູງທີ່ສຸດໃນບັນດາພາກພື້ນ.

ສປຊ ຄາດວ່າ ຕົວເລກ 300 ລ້ານຄົນຕ້ອງຮັບການໜູນຊ່ວຍໃນທົ່ວໂລກ ໃນປີ 2024 ຈະໜ້ອຍກ່ວາປະມານ 60 ລ້ານຄົນເມື່ອທຽບໃສ່ກັບປີ 2023. ເຖິງຢ່າງໃດກໍ່ຕາມ, ສປຊ ກໍ່ຖືວ່າການປ່ຽນແປງຂອງດິນຟ້າອາກາດ ອາດຈະພວມທົດແທນການປະທະກັນ ເພື່ອກາຍເປັນສາຍເຫດເຮັດໃຫ້ຫຼາຍ ຄົນ ຕ້ອງການໜູນຊ່ວຍດ້ານມະນຸດສະທຳທີ່ສຸດ ແລະ ສິ່ງນີ້ຈະເຮັດໃຫ້ບັນດາອົງການມະນຸດສະທຳຂອງ ສປຊ ຍາກທີ່ຈະວາງແຜນກຳນົດ ແລະ ປັບປຸງແຜນການຮັບມືໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ