ສຸມໃສ່ພິຈາລະນາ, ຕັດສິນແຜນຮ່າງສຳຄັນ 3 ສະບັບ

(VOVWORLD) -ກ່ອນອື່ນໝົດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຢັ້ງຢືນການເຕີບໂຫຍ່ຂະຫຍາຍຕົວ, ການພັດທະນາຂອງຖັນແຖວພະນັກງານ ແລະ ບັນດາຈຸດທີ່ດີໃນວຽກງານພະນັກງານ ແມ່ນປັດໄຈຫຼັກແຫຼ່ງ, ຕັດສິນຊີ້ຂາດສ້າງເປັນຜົນງານຍິ່ງໃຫຍ່ຫລາຍຢ່າງ, ມີຄວາມໝາຍປະຫວັດສາດໃນພາລະກິດປ່ຽນແປງໃໝ່ປະເທດຊາດ.

ກອງປະຊຸມຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ຊຸດທີ 12) ພວມດຳເນີນຢູ່ ຮ່າໂນ້ຍ, ໄດ້ປຶກສາຫາລື ແລະ ປະກອບຄຳຄິດເຫັນກ່ຽວກັບເນື້ອໃນຕ່າງໆຄື: ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດ; ການປະຕິຮູບນະໂຍບາຍເງິນເດືອນ; ປະຕິຮູບນະໂຍບາຍປະກັນສັງຄົມ;  ແລະ ບາງບັນຫາສຳຄັນອື່ນໆ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ກ່າວຄຳປາໄສໃນພິທີໄຂໄດ້ເນັ້ນໜັກເຖິງບັນດາບັນຫາທີ່ມີລັກສະນະເຈາະຈິ້ມກ່ຽວກັບບັນດາບັນຫາດັ່ງກ່າວ.

ສຸມໃສ່ພິຈາລະນາ, ຕັດສິນແຜນຮ່າງສຳຄັນ 3 ສະບັບ - ảnh 1 ກອງປະຊຸມຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ຊຸດທີ 12)

        ກ່ອນອື່ນໝົດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຢັ້ງຢືນການເຕີບໂຫຍ່ຂະຫຍາຍຕົວ, ການພັດທະນາຂອງຖັນແຖວພະນັກງານ ແລະ ບັນດາຈຸດທີ່ດີໃນວຽກງານພະນັກງານ ແມ່ນປັດໄຈຫຼັກແຫຼ່ງ, ຕັດສິນຊີ້ຂາດສ້າງເປັນຜົນງານຍິ່ງໃຫຍ່ຫລາຍຢ່າງ, ມີຄວາມໝາຍປະຫວັດສາດໃນພາລະກິດປ່ຽນແປງໃໝ່ປະເທດຊາດ.

        ສະໄໝໃດ, ຂະບວນການໃດ ແມ່ນພະນັກງານນັ້ນ.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຄັດສະເໜີຄວາມຮຽກຮ້ອງຕ້ອງການຂອງມະຕິກອງປະຊຸມໃຫຍ່ຊຸດທີ 12 ຂອງພັກກອມມູນິດ ຫວຽດນາມ ກ່ຽວກັບວຽກງານພະນັກງານ, ຕາມນັ້ນແລ້ວ ຕ້ອງສຸມໃສ່ກໍ່ສ້າງຖັນແຖວພະນັກງານ, ເປັນຕົ້ນແມ່ນພະນັກງານຂັ້ນຍຸດທະສາດ, ມີຄຸນນະທາດ, ກຳລັງຄວາມສາມາດ ແລະ ມີອິດທິພົນຊື່ສຽງ, ເໝາະສົມກັບລະດັບໜ້າທີ່ວຽກງານ ຖືກຕາມຈິດໃຈ “ສະໄໝໃດ, ຂະບວນການໃດ ແມ່ນພະນັກງານນັ້ນ”. ດັ່ງນັ້ນ, ຄະນະເລຂາສູນກາງພັກ ໄດ້ສ້າງຕັ້ງຄະນະຊີ້ນຳສ້າງແຜນຮ່າງເພື່ອປະຕິບັດໜ້າທີ່ກອງປະຊຸມໃຫຍ່ຊຸດທີ 12, ດຳເນີນການສະຫລຸບ 20 ປີ (1997 - 2017) ປະຕິບັດມະຕິສູນກາງພັກຄັ້ງທີ 3 ຊຸດທີ 12 ກ່ຽວກັບ “ຍຸດທະສາດພະນັກງານໃນສະໄໝຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ”, ບົນພື້ນຖານນັ້ນ ສ້າງແຜນຮ່າງ ແລະ ຮ່າງມະຕິເພື່ອຍື່ນສະເໜີຕໍ່ກອງປະຊຸມສູນກາງພັກຄັ້ງນີ້. ທ່ານເລຂາທິການໃຫຍ່ສະເໜີວ່າ ສູນກາງຕ້ອງຕອບໃຫ້ໄດ້ຄຳຖາມທີ່ວ່າ ເປັນຫຍັງ 20 ປີຜ່ານມາ, ພິເສດແມ່ນຊຸມປີມໍ່ໆມານີ້ ເຖິງວ່າພັກກອມມູນິດ ຫວຽດນາມ ມີຫລາຍແຜນນະໂຍບາຍ, ນະໂຍບາຍກ່ຽວກັບວຽກງານພະນັກງານ ເຊິ່ງໄດ້ຮັບຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຈາກພະນັກງານ, ສະມາຊິກພັກ ແລະ ປະຊາຊົນກໍ່ຕາມ ແຕ່ໃນການປະຕິບັດຍັງມີຂໍ້ຂາດຕົກບົກຜ່ອງ ແລະ ປະສິດທິຜົນຍັງຕ່ຳຢູ່.

        “ໄຈ້ແຍກ, ຄາດຄະເນສະພາບການພາຍໃນປະເທດ ແລະ ສາກົນໃນໄລຍະຈະມາເຖິງ; ກຳນົດຢ່າງຈະແຈ້ງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃໝ່, ສະພາບການໃໝ່, ເປັນຕົ້ນແມ່ນບັນດາປັດໄຈມີຜົນກະທົບ, ທັງດ້ານຕັ້ງໜ້າ ທັງດ້ານຫຍໍ້ທໍ້ຕໍ່ພະນັກງານ ແລະ ວຽກງານພະນັກງານ. ຈາກນັ້ນ ລົງເລິກເຂົ້າໃນການປຶກສາຫາລື, ເຮັດແຈ້ງ, ສ້າງຄວາມເຫັນດີເປັນເອກະພາບກ່ຽວກັບທັດສະນະ, ແນວຄິດຊີ້ນຳ, ເປົ້າໝາຍໃນສະເພາະໜ້າ ກໍ່ຄືຍາວນານ ແລະ ບັນດາໜ້າທີ່, ມາດຕະການໃຫຍ່, ມີລັກສະນະບຸກທະລຸທີ່ມີຄວາມເປັນໄປໄດ້ສູງ ເພື່ອແກ້ໄຂບັນດາການຈຳກັດຢ່າງເຖິງຖອງ, ປະຕິບັດວຽກງານພະນັກງານໃຫ້ດີກ່ວາອີກ, ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດມີຄຸນນະທາດ, ກຳລັງຄວາມສາມາດ ແລະ ມີອິດທິພົນຊື່ສຽງ, ເໝາະສົມກັບລະດັບໜ້າທີ່ວຽກງານ”

        ປະຕິຮູບນະໂຍບາຍເງິນເດືອນໂດຍພື້ນຖານ

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊີ້ແຈ້ງນະໂຍບາຍເງິນເດືອນແມ່ນພາກສ່ວນໜຶ່ງສຳຄັນທີ່ສຸດ, ມີການພົວພັນຢ່າງແໜ້ນແຟ້ນກັບບັນດານະໂຍບາຍອື່ນໆ ໃນລະບົບນະໂຍບາຍເສດຖະກິດ - ສັງຄົມ. ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລ້ວ ຮອດຈຸດເວລາທີ່ ຫວຽດນາມ ຕ້ອງດຳເນີນການປະຕິຮູບນະໂຍບາຍເງິນເດືອນໂດຍພື້ນຖານ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວວ່າ:

        “ເຫັນດີເປັນເອກະພາບສະຕິຄວາມຮັບຮູ້ກ່ຽວກັບຄວາມຈຳເປັນ, ລັກສະນະຮີບດ່ວນ ແລະ ລັກສະນະເປັນໄປໄດ້ຂອງເລື່ອງດຳເນີນການປະຕິຮູບນະໂຍບາຍເງິນເດືອນໃນຄັ້ງນີ້; ກຳນົດແຈ້ງທັດສະນະ, ແນວຄິດຊີ້ນຳ, ເປົ້າໝາຍສັງລວມ ແລະ ເປົ້າໝາຍລະອຽດໃຫ້ແກ່ແຕ່ລະໄລຍະ; ບັນດານະໂຍບາຍ, ມາດຕະການ, ເປັນຕົ້ນແມ່ນບັນດານະໂຍບາຍ, ມາດຕະການມີລັກສະນະບຸກທະລຸ, ມີຄວາມເປັນໄປໄດ້ສູງ ເພື່ອແກ້ໄຂບັນດາສິ່ງຈຳກັດ, ຂາດຕົກບົກຜ່ອງໃນປັດຈຸບັນໂດຍໄວ, ຮັບປະກັນໃຫ້ການປະຕິຮູບເງິນເດືອນໃນຄັ້ງນີ້ ສ້າງໄດ້ບຸກທະລຸໃນລະບອບແຈກຢາຍຢ່າງແທ້ຈິງ, ສ້າງກຳລັງໜູນໃຫ້ແກ່ຄົນງານ ແລະ ພື້ນຖານເສດຖະກິດຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງຄວາມສາມາດແກ່ງແຍ້ງກັນ

        ມຸ່ງໄປເຖິງເປົ້າໝາຍປະກັນສັງຄົມໃຫ້ທົ່ວປວງຊົນ

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງສະເໜີສູນກາງພັກ ສະຫລຸບໂດຍພຶດຕິກຳຕົວຈິງ ແລະ ໄຈ້ແຍກ, ຄາດຄະເນຢ່າງວິທະຍາສາດ, ດ້ວຍວິໄສທັດໄກກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ ແລະ ລາຍຮັບຂອງປະຊາຊົນໃນໄລຍະກາງ ແລະ ຍາວ, ແລກປ່ຽນ, ເຫັນດີເປັນເອກະພາບກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ມາດຕະການ ສືບຕໍ່ຍູ້ແຮງການປ່ຽນແປງໃໝ່, ເຮັດສຳເລັດນະໂຍບາຍປະກັນສັງຄົມໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວວ່າ:

        “ສຸມໃສ່ກຳນົດ, ເຮັດແຈ້ງບັນດາທັດສະນະ, ເປົ້າໝາຍປ່ຽນແປງໃໝ່; ເນື້ອໃນປະຕິຮູບ, ເປັນຕົ້ນແມ່ນບັນດາບັນຫາຄື: ເປີດກ້ວາງຂອບເຂດນຳໃຊ້ປະກັນສັງຄົມ, ມຸ່ງໄປເຖິງເປົ້າໝາຍປະກັນສັງຄົມໃນທົ່ວປວງຊົນ; ຮັບປະກັນຄວາມດຸ່ນດ່ຽງການເງິນປະກັນສັງຄົມໃນໄລຍະຍາວ; ດັດປັບອາຍຸກະສຽນພັກບຳນານໃຫ້ເໝາະສົມກັບສະພາບການໃໝ່; ເພີ່ມທະວີການຮ່ວມສຳພັນ ແລະ ໜູນຊ່ວຍລະຫວ່າງບັນດານະໂຍບາຍປະກັນສັງຄົມ; ສືບທອດ ແລະ ພັດທະນາຫຼັກການດັດປັບເງິນບຳນານໃຫ້ເໝາະສົມກັບເງິນເດືອນຂອງຜູ້ທີ່ພວມເຮັດວຽກ; ຫຍໍ້ເງື່ອນໄຂຂອງເວລາເຂົ້າຮ່ວມປະກັນສັງຄົມ ເພື່ອໄດ້ຮັບເງິນບຳນານ…

        ຕາມທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລ້ວ, ກອງປະຊຸມສູນກາງພັກຄັ້ງນີ້ ດຳເນີນກົງກັບໄລຍະກາງຂອງອາຍຸການຊຸດທີ 12, ໃນສະພາວະພາລະກິດປ່ຽນແປງໃໝ່ປະເທດຊາດ ມີການຫັນປ່ຽນຢ່າງຕັ້ງໜ້າ ດ້ວຍບັນດາກາລະໂອກາດ, ສະພາບການໃໝ່, ດີງາມກ່ວາ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີບັນດາກຳມະການສູນກາງພັກເຂົ້າຮ່ວມກອງປະຊຸມ ຈົ່ງເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບຢ່າງສູງສຸດ, ສຸມໃສ່ຄົ້ນຄວ້າ, ປຶກສາຫາລືລະອຽດ, ປະກອບຄຳຄິດເຫັນ ເພື່ອປັບປຸງບັນດາບົດລາຍງານ, ແຜນຮ່າງ ແລະ ພິຈາລະນາ, ຕັດສິນໃນຕອນທ້າຍກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ