ສສຊ ປຶກສາຫາລື 3 ເນື້ອໃນສຳຄັນຂອງ ຮ່າງລັດຖະທຳມະນູນປີ 1992

(vovworld)- ພາຍຫຼັງ​ໄດ້​ຮັບ​ການ​ປັບປຸງ, ຮັບ​ເອົາ​ຄຳເຫັນ​ຈາກ​ທົ່ວ​ປວງ​ຊົນ, ​ເນື້ອ​ໃນ​ທັງ​ໝົດ​ຂອງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງໄດ້​ຍົກ​ອອກ​ມາ​ເພື່ອ​ຮັບ​ເອົາ​ຄຳ​ເຫັນຈາກບັນດາ​ທ່ານ ສສຊ ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ວາລະ​ປຶກສາ​ຫາລື​ເລີ່​ມ​ແຕ່​ຕອນ​ເຊົ້າວັນ​ທີ 23/10 ດ້ວຍ​ຄຳ​ເຫັນ​ຕີ​ລາຄາ​ສູງ​ຄຸນ​ນະພາ​ບຂອງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງຂອງຫຼາຍ​ທ່ານ. ບັນດາ ສສຊ ​ໄດ້​ສົນ​ໃຈ​ຕໍ່​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ລະບອບ​ເສດຖະກິດ, ບັນຫາ​ຖອນ​ທີ່​ດິນຄືນ​, ສິດທິ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນ​ລະ​​ເມື​ອງ.

 ສສຊ ປຶກສາຫາລື 3 ເນື້ອໃນສຳຄັນຂອງ ຮ່າງລັດຖະທຳມະນູນປີ 1992 - ảnh 1

 (ພາບ: vov.vn)

 ເຄົາລົບ​ນັບຖື, ປົກ​ປ້ອງ​ສິດທິ​ດມະນຸ​ດ
ສິດທິທະນຸ​ດ, ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ​ຖືກ​ຖື​ວ່າ​ແມ່ນ​ການ​ກຳນົດ​ສຳຄັນ​ໃນ​ກົດໝາຍ​ຂອງ​ປະ​ເທດ​ຊາດ. ສສຊ ຫຼາຍ​ທ່ານ​ຖື​ວ່າ, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງຄັ້ງນີ້ມີ​ຫຼາຍ​ຈຸດ​ໃໝ່, ກ້າວໜ້າ, ສອດຄ່ອງ​ກັບ​ສົນທິສັນຍາ​ສາກົນສະບັບ​ຕ່າງໆກ່ຽວ​ກັບ ສິດທິທະນຸ​ດຊື່​ງຫວຽດນາມ ​ແມ່ນ​ສະມາຊິກ. ທ່ານ​ນາງ​ເຈິ່ນທິກ​ວກ​ແຄງ ສສຊ ນະຄອນ​ຮ່າ​ໂນ້ຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

 “​​​ພວກ​ເຮົາ​ຕ້ອງ​ເວົ້າ​ເຖິງ​ດ້ານສິດທິ​ແຕ່ລະ​ຢ່າງ, ລັດຖະທຳ​ມະນູນ​​ໄດ້​ລະບຸ​ກ່ຽວ​ກັບສິດຕ່າງໆ​ທີ່​ຕ້ອງ​ປະຕິບັດ​ຕາມ​ກົດໝາຍຢ່າງ​ຈະ​ແຈ້ງ. ສິ່ງ​ດັ່ງກ່າວ​ແມ່ນ​ກ້າວໜ້າ​ ​ແລະ ດີ​ທີ່​ສຸດ“.

 ສສຊ ປຶກສາຫາລື 3 ເນື້ອໃນສຳຄັນຂອງ ຮ່າງລັດຖະທຳມະນູນປີ 1992 - ảnh 2 

ບັນດາ ສສຊ ປຶກສາ​ຫາລື​ຢູ່​ໜ່ວຍ

(ພາບ: baomoi.com)

ຢັ້ງຢືນ​ບົດບາດ​ຂອງ​ເສດຖະກິດ​ແຫ່ງ​ລັດ

ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງຂອງ​ບັນດາ​ພາກສ່ວນ​ເສດຖະກິດ, ຄຳ​ເຫັນ​ຂອງ​ຫຼາຍ​ທ່ານ​ຖື​ວ່າ: ​ໃນ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຢູ່​ຫວຽດນາມ, ບົດບາດ​ກຳນົດ​ທິດ, ບໍລິຫານພື້ນຖານ​ເສດຖະກິດຂອງ​ລັດ​ແມ່ນ​ສຳຄັນ​ທີ່​ສຸດ. ລັດຖະທຳ​ມະນູນ​ຕ້ອງ​ກຳນົດ​ບົດບາດ​ຕົ້ນຕໍ​ຂອງ​ເສດຖະກິດ​ແຫ່ງ​ລັດ. ທ່ານ​ຫງວຽນ​ຮົ່ງ​ເຊີນ ສສຊ ນະຄອນ​ຮ່າ​ໂນ້ຍ ​ປະກອບ​ຄຳ​ເຫັນ​ວ່າ:

 “ຜ່ານ​ການຄົ້ນຄ້ວາ​ເອກະສານ​ສະບັບ​ຕ່າງໆ, ຂ້າພະ​ເຈົ້າ​ເຫັນ​ວ່າ​ຕ້ອງ​ກຳນົດ​ໃນ​ລັດຖະທຳ​ມະນູນວ່າ: ພື້ນຖານ​ເສດຖະກິດຫວຽດນາມ ​ແມ່ນ ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ມີ​ການ​ກຳນົດ​ທິດ, ຄຸ້ມ​ຄອງ, ບໍລິຫານ​ຂອງ​ລັດ​ດ້ວຍ​ຫຼາຍ​ຮູບ​ການ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ, ​ເສດຖະກິດ​ແຫ່ງ​ລັດ​ລວມມີ​ງົບປະມານ​ແຫ່ງ​ລັດ, ການສະ​ສົມ​ແຫ່ງ​ຊາດ, ຊັບພະຍາກອນ​ແຫ່ງ​ຊາດ, ຊັບ​ສິນຂອງລັດ ​ແລະ ລັດ​ວິ​ສາ​ຫະກິດ​ສວມ​ບົ​ດບາດຕົ້ນຕໍ  “.

ການ​ຖອນ​ທີ່​ດິນ​ຄືນ​ຮັບປະກັນ​ຫຼັກການ​ເປີດ​ເຜີຍ, ຈະ​ແຈ້ງ, ມີ​ການ​ຊົດ​ເຊີຍ

ກ່ຽວ​ກັບ​ບັນ​ຫາ​ຖອນ​ທີ່​ດິນຄືນ, ຄຳ​ເຫັນ​ຂອງ​ຫຼາຍ​ທ່ານ​ຖື​ວ່າ, ສິດ​ນຳ​ໃຊ້​ທີ່​ດິນ​ແມ່ນ​ສິດ​ສຳຄັນ​ຂອງ ປຊຊ, ສະນັ້ນ, ລັດຖະທຳ​ມະນູນ​ຕ້ອງ​ກຳນົດ​ບັນດາ​ກໍລະນີ​ຖອນ​ຄືນຢ່າງ​ແໜ້ນ​ແຟ້ນ. ນີ້​ກໍ່​ແມ່ນ​ພື້ນຖານ​ສຳຄັນ​ໃຫ້​ແກ່​ກົດ​ໝາຍວ່າ​ດ້ວຍ​ທີ່​ດິນ​ກຳນົດ​ເພື່ອ​ຫລີກ​ເວັ້ນການ​ສວຍ​ໂອກາດ​ເພື່ອ​ຖອນ​ ​ທີ່​ດິນຄືນ​ໃນ​ວົງ​ກ້ວາງ​ ຊື່​ງກໍ່​ຜົນ​ສະທ້ອນ​ເຖິງ​ສິດ ​ແລະ ຜົນ​ປະ​ໂຫຍ​ດ ອັນ​ຊອບ​ທຳ​ຂອງ ປຊຊ. ​ໃນ​ເງື່ອນ​ໄຂ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ຍັງ​ຕ້ອງການ​ຖອນ​ທີ່​ດິນຄືນ ​ຍ້ອນ​ເຫດຜົນ​ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຜົ​ນປະ​ໂຫຍ​ດຂອງ​ຊາດ, ຜົນ​ປະ​ໂຫຍ​ດລວມ ​ແລະ ​ເພື່ອປະຕິບັດ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ຖອນ​ທີ່​ດິນຄືນ ​ເພື່ອປະຕິບັດ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ​ສັງຄົມ ຕິດ​ພັນ​ໂດຍ​ກົງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຜູ້ນຳ​ໃຊ້​ທີ່​ດິນ ​ແລະ ວິ​ສາ​ຫະກິດ, ສະນັ້ນຕ້ອງ​ກຳນົດຢ່າງ​ແໜ້ນ​ແຟ້ນ, ຮັບປະກັນ​ຫຼັກກ​ານ​ເປີກ​ເຜີຍ, ຈະ​ແຈ້ງ ​ແລະ ມີ​ການ​ຊົດ​ເຊີຍ. ທ່ານ​ເລ​ນາມ, ຮອງ​ຫົວໜ້າ​ຄະນະ ສສຊ ​ແຂວງ​ແທງ​ຮວາ ສະ​ເໜີ​ວ່າ:

   “ການ​ຖອນ​ທີ່​ດິນຄືນ​​ແມ່ນ​ໜ້າ​ທີ່​ຈຳ​ເປັນ​ແຕ່​ກຳນົດ​ການ​ຖອນ​ທີ່​ດິນຄືນ​​ເພື່ອ​ຮັບປະກັນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ແມ່ນ​ບັນຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງຍັງ​ມີ​ຄວາມ​ວິຕົກ​ກັງວົນ. ຖ້າ​ກຳນົດຄື​ລັດຖະທຳ​ມະນູນ​ແຕ່​ບໍ່​ມີ​ກົນ​ໄກ, ວິທີ​ການ​ເພື່ອ​ກວດກາ, ຮັບປະກັນ​ການ​ຖອນ​ທີ່​ດິນຄືນ​ຊື່​ງ​ແມ່ນ​ເຄື່ອງ​ພາຫະນະ​ການ​ຜະລິດ​ສຳຄັນ​ຂອງ ປຊຊ ນັ້ນ, ບັນດາ​ຂໍ້​ຕິດ​ຂັດ​ຈະ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ. ນັ້ນ​ແມ່ນ​ບັນດາ​ບັນຫາ​ຊື່​ງພວກ​ຂ້າພະ​ເຈົ້າມີ​ຄວາມ​ສົນ​ໃຈ ​ແລະ ຄິດ​ວ່າ​ຕ້ອງ​ກຳນົດ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ“.

  ລະບອບ​ເສດຖະກິດ, ບັນຫາ​ຖອນທີ່​ດິນ​ຄືນ, ສິດ​ທະ​ມະນຸດ, ສິດ ​ແລະ ພັນທະ​ພື້ນຖານຂອງພົນລະ​ເມືອງ​ພຽງ​ແຕ່ແມ່ນ 3 ​ໃນ​ຈຳນວນ​ຫຼາຍ​ເນື້ອ​ໃນ​ຊື່​ງບັນດາ​ ສສຊ ມີ​ຄວາມ​ສົນ​ໃຈ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງທີ່​ສະ​ໄໝ​ປະຊຸມ​ຄັ້ງນີ້. ບັນດາ​ເນື້ອ​ໃນ​ດັ່ງກ່າວ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປຶກສາ​ຫາລື​ຢ່າງ​ລະອຽດ​ໃນ​ວາລະ​ປະຊຸມ​ຄັ້ງຈະ​ມາ​ເຖິງ​ຂອງກອງ​ປະຊຸມ​ສະ​ໄຫມ​ສາມັນ​​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຊຸດ​ທີ 13 ​ເພື່ອ​ໃຫ້ການ​ຮັບຮອງ​ລັດຖະທຳ​ມະນູນ​ໃນ​ທ້າຍ​ສະ​ໄໝ​ປະຊຸມ​ບັນລຸ​ໄດ້​ໝາກຜົນ​ສູງ, ຮັບປະກັນ​ປະຊາທິປະ​ໄຕ, ຕອບ​ສະໜອງ​ຄວາມ​ມຸ່ງ​ຫວັງ​ຂອງ ປຊຊ./.

ຕອບກັບ

ຂ່າວ/ບົດ​ອື່ນ