ສະຖຽນລະພາບທີ່ບໍ່ແນ່ນອນຢູ່ມາລີ

   ວັນ​ທີ 28/1, ປະທານາທິບໍດີ​ຝະລັ່ງ Francois Hollande ​ໄດ້​ປະກາດ​ວ່າ​ກອງທັບ​ມາລີ ​ໂດຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ທະຫານ​ຝະລັ່ງ ​ເກືອບ 3000 ຄົນ ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ຍາດ​ເອົາສິດ​ຄວບ​ຄຸມ​ພາກ​ເໜືອ​ຂອງ​ປະ​ເທດ​ອາ​ຟຼິກກາ​ນີ້ ຈາກ​ກຳມື​ຂອງ​ພວກ​ທະຫານແຕກ​ທັບ​ຊາວ​ມຸດ​ສະ​ລິ​ມ. ​ໄຊຊະນະ​ນີ້​ແມ່ນ​ການ​ລໍຄອຍ​ຂອງ​ຊາວ​ມາລີ ຫຼາຍຄົນ​ແຕ່​ກໍ່​ວາງ​ອອກ​ສິ່ງທ້າ​ທາຍ​ບໍ່​ແມ່ນໜ້ອຍ.

ສະຖຽນລະພາບທີ່ບໍ່ແນ່ນອນຢູ່ມາລີ - ảnh 1

ສະພາບ​ສັບສົນ​ຢູ່​ມາລີ

(ພາບ:qdnd.vn)

    ພ້ອມກັບຄຳ​ປະກາດ​ຂອງປະທານາທິບໍດີ​ຝະລັ່ງ Francois Hollande, ກອງທັບ ​ແລະ ລັດຖະບານ​ມາລີ ​ກໍ່ຮັບ​ຮູ້​ວ່າ​ທະຫານ​ປະສົມ​ຝະລັ່ງ-​ມາລີ ​ຍາດ​ໄດ້​ສິດ​ຄວບ​ຄຸມ​ນະຄອນ Timbuktu ທັງ​ໝົດ ຊື່​ງ​ແມ່ນ​ກຳ​ແພງ​​ຂອງ​ບັນດາ​ມື​ປືນ​ຊາວ​ມຸດ​ສະ​ລິ​ມຫົວ​ຮຸນ​ແຮງຍຶດຄອງທາງ​ພາກ​ເໜືອ​ມາລີ ນັບ​ແຕ່​ເດືອນ 4/2012. ກ່ອນໜ້ານັ້ນ, ​ໃນ​ວັນ​ທີ 26/1, ກຳລັງ​ໂດຍ​ຝະລັ່ງ ນຳ​ໜ້າ​ໄດ້​ຍາດ​ເອົາເທດສະບານ​ເມືອງ Gao ຄືນ​ໄດ້ ຊື່​ງ​ແມ່ນ​ເທດສະບານ​ເມືອງ​ໃຫ່ຍກ່ວາ​ໝູ່​ຢູ່​ພາກ​ເໜືອ​ມາລີ. ນີ້​ຖືກ​ຖື​ວ່າ ​ແມ່ນ​ໄຊ​ຊະນະ​ສຳຄັນ​ຂອງ​ກຳລັງ​ໂດຍ​ຝະລັ່ງ ນຳ​ໜ້າ ນັບ​ແຕ່​ໄດ້​ດຳ​ເນີນ​ບັ້ນຮົບຂັບ​ໄລ່ພວກ​ທະຫານ​ແຕກ​ທັບ​ຊາວ​ມຸດ​ສະ​ລິ​ມ ອອກ​ຈາກ​ພາກ​ເໜືອມາລີ ​ແຕ່​ວັນ​ທີ 11/1.
   ພ້ອມ​ກັບຄຳ​ປະກາດ​ຍາດ​ໄດ້​ໄຊຊະນະ, ປະທານາທິບໍດີ​ຝະລັ່ງ Francois Hollande ຍັງ​ຢັ້ງຢືນວ່າ: ພັນທະ​ຂອງ​ຝະລັ່ງ​ ແມ່ນ​ຈະ​ນຳ​ມາ​ເຊິ່ງຄວາມ​ມີ​ສະຖຽນ​ລະ​ພາບ​ອັນ​ຍາວ​ນານ​ໃຫ້​ແກ່​ມາລີ​. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນີ້​ແມ່ນ​ຈຸດໝາຍ​ທີ່​ບໍ່​ງ່າຍດາຍ ຂະນະ​ທີ່ຢູ່​ມາລີ ຍັງ​ມີ​ຫຼາຍ​ບັນຫາ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ. ທີ​ໜຶ່ງ​ແມ່ນ​ ​ເຖິງ​ວ່າກຳລັງ​ໂດຍ​ຝະລັ່ງ ນຳ​ໜ້າ​ໄດ້​ຍຶດ​ເອົາ​ຫຼາຍ​ນະຄອນ​ສຳຄັນ​ຢູ່​ພາກ​ເໜືອກໍ່ຕາມ ​ແຕ່​ຍັງ​ບັງຄັບ​ໃຫ້​ກຳລັງ​ລຸກ​ຮຶ້ຂຶ້ນ​ຕ້ອງ​ຍົກ​ຍ້າຍ​ຂຶ້ນ​ເຂດ​ທະ​ເລ ຊາຍ​​ແລະ ​ເຂດ​ພູດ​ອຍ​ເທົ່າ​ນັ້ນ. ອີກ​ຢ່າງ​ໜຶ່ງ, ກຳລັງ​ຊາວ​ມຸດ​ສະ​ລິ​ມຫົວ​ຮຸນ​ແຮງ​ຢູ່​ມາລີ ​ໄດ້​ຮັບ​ບັນດາ​ບ້ວງ​ເງິນ​ອຸປະຖຳ​ກ້ອນ​ໃຫ່ຍ, ອາດຈະຂຶ້ນ​ເຖິງ​ນັບ​ສີ​ບລ້ານ​ໂດ​ລາ​ສະຫະລັດ​ຈາກ​ບັນດາ​ອົງການ​ຄ້າຂາຍ​ມະນຸດ ຫລື​ຄ້າຂາຍ​ຢາ​ເສບ​ຕິດ​ຂ້າມ​ຊາດ. ບ້ວງ​ເງິນ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ບັນດາ​ມື​ປືນ​ລຸກ​ຮຶ້ຂຶ້ນ ​ໄດ້​ຮັບ​ການ​ປະກອບ​ອາວຸດ​ທັນ​ສະ​ໄໝພໍ​ສົມຄວນ.

ສະຖຽນລະພາບທີ່ບໍ່ແນ່ນອນຢູ່ມາລີ - ảnh 2

ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່​ມາລີ

(ພາບ:xaluan.com)

   ສະພາບ​ເສດຖະກິດ-​ສັງຄົມ​ກໍ່​ແມ່ນ​ປັດ​ໄຈ​ກໍ່​ຜົນ​ສະທ້ອນ​ຕໍ່​ສະຖຽນ​ລະ​ພາບ​ຢູ່​ມາລີ. ​ໃນ​ດ້ານ​ການ​ເມືອງ, ມາລີ​ ບໍ່​ມີ​ປະທານາທິບໍດີ​ຢ່າງ​ເປັນ​ທາງ​ການນັບ​ແຕ່​ເດືອນ 3/2012 ​ແລະ ບໍ່​ມີນາຍົກລັດຖະມົນຕີນັບ​ແຕ່​ເດືອນ 12/2012. ອີກ​ຢ່າງ​ໜຶ່ງ, ທະຫານ​ມາລີ ຖືກ​ແບ່ງ​ແຍກ​ດ້ວຍ​ລະບອບ​ອ່ອນ​ແອ​ທີ່​ສຸດ. ​ເລື່ອງ​ຂາດ​ບັນດາ​ອົງການ​ແຫ່ງ​ລັດ​​ໄດ້​ສ້າງ​ເງື່ອ​ນໄຂສະດວກ​ໃຫ້​ແກ່ການ ຂະຫຍາຍ​ພວກ​ຫົວ​ຮຸນ​ແຮງ, ກໍ່​ການ​ຮ້າຍ ​ແລະ ບັນດາ​ກຸ່ມ​ອາດຊະຍາ​ກຳ​. ​ໃນ​ດ້ານ​ພູມີ​ປະ​ເທດ, ມາລີ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຸກ​ຍາກ​ກ່ວາ​ໝູ່​ຢູ່​ອາ​ຟຼິກກາ, ​ແມ່ນ​ເຂດ​ດິນ​ແດນ​ທີ່​ກ້ວາງ​ໃຫ່ຍ​ແຕ່​ສ່ວນ​ຫຼາຍ​ແມ່ນ​ເຂດ​ທະ​ເລຊາຍ​, ປະຊາ​ກອນ​ໜ້ອຍ, ກະ​ແຈກ​ກະຈາຍ. ສປຊ ​ໃຫ້​ຮູ້​ວ່າ, ນັບ​ແຕ່​ບັ້ນຮົບ​ການ​ທະຫານ​ໄດ້​ເລີ່​ມດຳ​ເນີນ​ໄປ, ປະຊາຊົນ​ມາລີ 9000 ຄົນ​ຕ້ອງ​ໜີອອກ​ຈາກປະ​ເທດ​ຊາດ​ໄປ​ລົບ​ໄພ ​ແລະ 230.000 ຄົນ​ຕ້ອງ​ໄປ​ອົບ​ພະຍົບ. ມາລີ​ ມີ​ເສັ້ນຊາຍ​ແດນ​ຕິດ​ກັບ 7 ປະ​ເທດ, ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ເຂດ​ຊາຍ​ແດນບໍ່​​ໄດ້​ຮັບ​ການ​ຄວບ​ຄຸມ. ຫຼາຍ​ປະ​ເທດ​ໃນ​ຈຳນວນ​ເຫຼົ່ານັ້ນຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ, ລັດທິ​ຫົວ​ຮຸນ​ແຮງ, ຄວາມ​ຂາດ​ສະຖຽນ​ລະ​ພາບ. ມາລີ ຍັງ​ມີ​ບັນດາ​ເສັ້ນທາງຄ້າຂາຍ​ເຖື່ອນ​ທີ່​ຟົດ​ຟື້ນ​ກ່ວາ​ໝູ່​ຈາກ​ອາ​ຟິຼກກາ ​ໄປ​ເອີ​ລົບ ຊື່​ງ​ແຕ່​ດົນ​ນານ​ມາ​ແລ້ວ​ບັນດາ​ນັກຮົບ​ໄດ້​ຂຸດ​ຄົ້ນ​ເພື່ອ​ຫາ​ເງິນ​ໃຫ້​ແກ່​ຕົນ​ເອງ.

  ໃນ​ສະພາບ​ການ​ດັ່ງກ່າວ, ​ໄພ​ອັນຕະລາຍ​ທີ່​ກຳລັງ​ຊາວ​ມຸດ​ສະ​ລິ​ມຫົວ​ຮຸນ​ແຮງ​ໄດ້​ພັດທະນາຄືນ​ໃໝ່​​ຢ່າງແຮງ​ຢູ່​ມາລີ ​​ແມ່ນ​ອາດ​ຈະ​ເກີດ​ຂຶ້ນ​ໄດ້. ຍ້ອນ​ເຫດ​ນັ້ນ, ທີ່​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ອາ​ຟຼິກກາ ດຳ​ເນີນ​ໄປ​ແຕ່​ວັນ​ທີ 28-29/1 ຢູ່ ​Ethiopia, ທ່ານ Hailemariam Desalegn ນາຍົກລັດຖະມົນຕີ Ethiopia, ປະທານສະຫະພາບ​ອາ​ຟຼິກກາ ​ໃຫ້​ຮູ້​ວ່າ: ສະຫະພາບ​ອາ​ຟຼິກກາ ຈະ​ໜູນ​ຊ່ວຍ​ຈຳນວນ​ເງິນ 50 ລ້ານ​ໂດ​ລາ​ສະຫະລັດ​ໃຫ້​ແກ່​ບັ້ນຮົບ​ການ​ທະຫານ​ຢູ່​ມາລີ. ນີ້​ແມ່ນ​ແຫຼ່ງກຳລັງ​ອັນ​ຈຳ​ເປັນ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ກຳລັງ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ມາລີ. ​ໃນ​ຂະນະ​ນັ້ນ, ຕາມ​ທ່ານ​ບານ​ກີ​ມູນ, ​ເລຂາທິການ​ໃຫ່ຍ ສປຊ ​ແລ້ວ, ສະພາ​ຄວາມໝັ້ນຄົງ ສປຊ ພວມ​ພິຈາລະນາ​ບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ດ້ານ​ພະລາ​ທິການ​ໃຫ້​ແກ່​ບັນດາ​ປະ​ເທດ​ອາ​ຟຼິກກາ. ທ່ານ​ບານ​ກີ​ມູນ ກໍ່​ໄດ້​ຊຸກຍູ້​ອຳນາດ​ການ​ປົກຄອງ​ມາລີ ຈົ່ງ​ຟື້ນ​ຟູ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ລັດຖະທຳ​ມະນູນ​ຄືນ​ໃໝ່. ທ່ານ​ໃຫ້​ຮູ້​ວ່າ, ສປຊ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ລັດຖະບານ​ມາລີ ດຳ​ເນີນ​ການ​ປະຕິ​ຮູບ​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ຍົກ​ສູງ​ຄວາມ​ສາມາດ​ບໍລິຫານ​ປະ​ເທດ​ຊາດ. ຄາດ​ວ່າ, ສະຫະພາບ​ອາ​ຟຼິກກາ ຈະ​ຈັດ​ກອງ​ປະຊຸມ​ບັນດາ​ນັກ​ອຸປະຖຳ​ຢູ່ ​Ethiopia ​ໃນ​ວັນ​ທີ 1/2 ທີ່​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ຮຽກຮ້ອງ​ປະຊາ​ຄົມ​ໂລກ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ແລະ ພະລາທິການ​ໃຫ້​ແກ່​ບັ້ນການ​ທະຫານຢູ່​ມາລີ.

   ພາຍຫຼັງ​ຜັນ​ຂະຫຍາຍ​ບັ້ນການ​ທະຫານ​ເປັນ​ເວລາ 2 ອາທິດ, ຝະລັ່ງ ບັນລຸ​ໄດ້​ຈຸດໝາຍ​ຍາດ​ເອົາ​ສິດ​ຄວບ​ຄຸມ​ພາກ​ເໜືອ​ມາລີ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ໝາກຜົນ​ດັ່ງກ່າວ​ຍັງ​ຊ້ອນ​ແຝງ​ຄວາມ​ສ່ຽງ​ຫຼາຍ​ຢ່າງ ​ແລະ ສະຖຽນ​ລະ​ພາບ​ຢູ່​ມາລີ ​ແມ່ນ​ສິ່ງ​ທີ່​ບໍ່​ແນ່ນອນ.

 

ຕອບກັບ

ຂ່າວ/ບົດ​ອື່ນ