ສະ​ພາບ​ການ​ສັງ​ລວມ​ຢູ່​ຕາ​ເວັນ​ອອກ​ກາງ: ສິ່ງ​ທ້າ​ທາຍ ແລະ ຄວາມ​ຫວັງ

(VOVWORLD) - ບໍ່ຢູ່ນອກເໜືອຄວາມວິຕົກກັງວົນຂອງວົງການນັກໄຈ້ແຍກ, ສະພາບການຢູ່ພາກພື້ນຕາເວັນອອກກາງປີ 2021 ຍັງມີການຜັນແປຢ່າງສັບສົນ, ຂາດສະຖຽນລະພາບ ແລະ ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ໃນປີຜ່ານມາ, ບາງຈຸດທີ່ພົ້ນເດັ່ນກໍ່ຍັງບໍ່ທັນຊ່ວຍໃຫ້ສະພາບການໃນພາກພື້ນດີຂຶ້ນໄດ້ ແຕ່ຍັງຖືກຖືວ່າ ແມ່ນພື້ນຖານສຳຄັນເພື່ອຕັ້ງຄວາມຫວັງຕໍ່ຄວາມຄືບໜ້າໃນໄລຍະທີ່ຈະມາເຖິງ.
ສະ​ພາບ​ການ​ສັງ​ລວມ​ຢູ່​ຕາ​ເວັນ​ອອກ​ກາງ: ສິ່ງ​ທ້າ​ທາຍ ແລະ ຄວາມ​ຫວັງ - ảnh 1

ເຮືອນຊານຢູ່ນະຄອນ Khan Younis, ເຂດ Gaza, ຖືກທຳລາຍ ເມື່ອ Israel ໄດ້ບຸກໂຈມຕີທາງອາກາດ ເມື່ອວັນທີ 19/5/2021 (ພາບ: THX/TTXVN)

    ທີ່ການປະຊຸມຄັ້ງສຸດທ້າຍໃນປີ 2021 ກ່ຽວກັບສະພາບການຢູ່ຕາເວັນອອກກາງ ເມື່ອວັນທີ 21 ທັນວາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຕີລາຄາວ່າ: ສະພາບການຢູ່ຕາເວັນອອກກາງ ຍັງຂາດສະຖຽນລະພາບ. ໃນນັ້ນ, ການຜັນແປຢູ່ບັນດາເຂດດິນແດນຂອງຊາວ ປາແລັດສະຕິນ ຊື່ງແມ່ນສ່ວນໜຶ່ງທີ່ມີຄວາມສຳຄັນໃນວິວັດການສັນຕິພາບຢູ່ຕາເວັນອອກກາງ ຍັງມີຄວາມເຄັ່ງຕຶງ.

ຍັງມີຈຸດຮ້ອນເຮັ່ງຫຼາຍແຫ່ງ

ຕົວເລກຂອງ ສປຊ ໃຫ້ເຫັນວ່າ, ສະພາບການໃຊ້ຄວາມຮຸນແຮງສືບຕໍ່ເພີ່ມຂຶ້ນຢູ່ເຂດດິນແດນຂອງຊາວ ປາແລັດສະຕິນ, ພິເສດແມ່ນເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຊື່ງເຮັດໃຫ້ຈຳນວນຊາວ ປາແລັດສະຕິນ ເສຍຊີວິດໃນປີ 2021 ໄດ້ເພີ່ມຂຶ້ນສູງທົບ 3 ເທົ່າເມື່ອທຽບກັບປີ 2020. ຕົວຈິງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນການປະທະກັນລະຫວ່າງ ປາແລັດສະຕິນ-ອິດສະຣາແອນ ຊື່ງແມ່ນຈຸດສຸມຂອງວິວັດການສັນຕິພາບຢູ່ຕາເວັນອອກກາງ ຍັງມີຄວາມສັບສົນທີ່ສຸດ.

   ແຕ່ວ່າ, ບໍ່ພຽງແຕ່ວິວັດການໄກ່ເກ່ຍປອງດອງລະຫວ່າງ ປາແລັດສະຕິນ-ອິດສະຣາແອນ ຕົກເຂົ້າສູ່ສະພາບການບໍ່ມີທາງອອກເທົ່ານັ້ນ, ບັນດາຈຸດຮ້ອນເຮັ່ງອື່ນໆຂອງຕາເວັນອອກກາງ ຄື: ສົງຄາມພາຍໃນ ຊີຣີ, ການຕໍ່ສູ້ຢູ່ ເຢແມນ, ສະພາບຂາດສະຖຽນລະພາບຢູ່ ອີຣັກ… ກໍ່ບໍ່ມີຄວາມຄືບໜ້າເທື່ອ.

ສະ​ພາບ​ການ​ສັງ​ລວມ​ຢູ່​ຕາ​ເວັນ​ອອກ​ກາງ: ສິ່ງ​ທ້າ​ທາຍ ແລະ ຄວາມ​ຫວັງ - ảnh 2

ບັນດາຜູ້ແທນເຂົ້າຮ່ວມຮອບເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍຢູູ່ ວຽນ ປະເທດໂອຕາລິດ ເມື່ອວັນທີ 27/12/2021 (ພາບ: AFP /TTXVN)

   ໃນຂະນະນັ້ນ, ວິວັດການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ກໍ່ບໍ່ທັນບັນລຸໄດ້ໝາກຜົນບຸກທະລຸ, ເຖິງວ່າມີຫຼາຍຮອບເຈລະຈາໄດ້ເຊື່ອມຕໍ່ຄືນໃໝ່ຢູ່ ວຽນ ປະເທດໂອຕາລິດ ແຕ່ເດືອນເມສາປີ 2021. ຄວາມບໍ່ລົງລອຍກັນລະຫວ່າງ ອາເມລິກາ-ອີຣານ ຍັງແມ່ນຮົ້ວກີດຂວາງທີ່ໃຫ່ຍຫຼວງ ເຮັດໃຫ້ບັນດາຝ່າຍບໍ່ສາມາດບັນລຸໄດ້ຂໍ້ຕົກລົງສະບັບສຸດທ້າຍ. ສ່ວນຢູ່ປະເທດ ອີຣັກ, ສະພາບຂາດສະຖຽນລະພາບສືບຕໍ່ແມ່ນສິ່ງທ້າທາຍອັນໃຫ່ຍຫຼວງ ຕໍ່ວິວັດການສ້າງສາປະເທດຊາດຄືນໃໝ່ ໃນຂະນະທີ່ອົງການກໍ່ການຮ້າຍລັດອິດສະລາມອ້າງຊື່ງເອງ (IS)  ໄດ້ດຳເນີນບັນດາການບຸກໂຈມຕີຢ່າງລຽນຕິດ ແນໃສ່ບັນດາກຳລັງປ້ອງກັນຄວາມສະຫງົບ, ເປົ້າໝາຍຕ່າງປະເທດ ແລະ ອົງການແຫ່ງລັດ ອີຣັກ. ໃນຂະນະນັ້ນ, ເວທີການເມືອງ ອີຣັກ ກໍ່ໄດ້ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນພາຍຫຼັງການເລືອກຕັ້ງທົ່ວປະເທດ ທີ່ກໍ່ການໂຕ້ຖຽງກັນເມື່ອເດືອນຕຸລາທີ່ຜ່ານມາ.

ຄວາມມານະພະຍາຍາມ ແລະ ຄວາມຫວັງ

   ຕາມວົງການນັກໄຈ້ແຍກພາກພື້ນ ແລະ ສາກົນແລ້ວ, ເລື່ອງຂາດຄວາມຄືບໜ້າໃນຄວາມມານະພະຍາຍາມຫລຸດຜ່ອນຄວາມເຄັ່ງຕຶງ ຢູ່ຕາເວັນອອກກາງໃນປີຜ່ານມາ ແມ່ນຍ້ອນຫຼາຍສາຍເຫດ. ກ່ອນອື່ນໝົດ, ນີ້ລ້ວນແຕ່ແມ່ນບັນດາບັນຫາສັບສົນ, ແກ່ຍາວ ແລະ ມີການເຂົ້າຮ່ວມ ແລະ ແຊກແຊງຂອງຫຼາຍຝ່າຍ. ແຫຼ່ງກຳລັງສາກົນສະຫງວນໃຫ້ແກ່ການແກ້ໄຂບັນດາບັນຫາຂອງພາກພື້ນ ຖືກຫລຸດລົງຫຼາຍພໍສົມຄວນ ໃນສະພາບການທົ່ວໂລກ ຕ້ອງສຸມກຳລັງເພື່ອປະເຊີນໜ້າກັບໂລກລະບາດໂຄວິດ 19; ພ້ອມກັນນັ້ນ ປະເທດມະຫາອຳນາດໃນໂລກ ແລະ ພາກພື້ນຈຳນວນໜຶ່ງທີ່ມີຜົນສະທ້ອນ ພັດໄດ້ສຸມແຫຼ່ງກຳລັງໃຫ້ແກ່ການຄິດໄລ່ຊັ່ງຊາຍຸດທະສາດອື່ນ ຮັບໃຊ້ບັນດາຜົນປະໂຫຍດພື້ນຖານ ແລະ ຫຼັກແຫຼ່ງຂອງຕົນ.

   ເຖິງແນວນັ້ນກໍ່ຕາມ, ການແກ້ໄຂບັນດາບັນຫາຢູ່ພາກພື້ນຕາເວັນອອກກາງ ປີ 2021 ຍາມໃດກໍ່ໄດ້ຮັບຄວາມສົນໃຈ ພ້ອມກັບຄວາມມານະພະຍາຍາມຢ່າງເດັດດ່ຽວຂອງປະຊາຄົມສາກົນ. ຕົວຢ່າງຄື, ສຳລັບການປະທະກັນລະຫວ່າງ ປາແລັດສະຕິນ-ອິດສະຣາແອນ, ສະພາຄວາມໝັ້ນຄົງ ສປຊ ແລະ ບັນດາປະເທດມະຫາອຳນາດ ໄດ້ສົ່ງເສີມການປະຊຸມ, ການປຶກສາຫາລືຫຼາຍຄັ້ງ ແລະ ຍົກອອກບາງມາດຕະການທີ່ກ່ຽວຂ້ອງ. ໃນຂະນະນັ້ນ, ຈິດໃຈເຈລະຈາ, ໄກ່ເກ່ຍປອງດອງ ແລະ ປອດການໃຊ້ຄວາມຮຸນແຮງ ຍາມໃດກໍ່ໄດ້ຍົກສູງຂຶ້ນ. ກໍ່ເຊັ່ນດຽວກັນ, ສຳລັບວິວັດການເຈງະຈານິວເຄຼຍຂອງ ອີຣານ, ທັງ ສປຊ, ອີຢູ, ບັນດາປະເທດມາຫາອຳນາດ ແລະ ປະເທດທີ່ກ່ຽວຂ້ອງ ລ້ວນແຕ່ໄດ້ຕັ້ງໜ້າເຂົ້າຮ່ວມ ຊື່ງສະແດງອອກໃນການຈັດຮອບເຈລະຈາ 8 ຄັ້ງຢ່າງລຽນຕິດໃນເວລາພຽງ 8 ເດືອນເທົ່ານັ້ນ. ໃນສະພາບການນັ້ນ, ອິດສະຣາແອັນ ແລະ 3 ປະເທດ ອາຣັບ ແມ່ນ ຢູໄນເຕັດ ເອມີເລັດ (UAE),  ບາແຣງ ແລະ ມາຣົກ ໄດ້ ຕັ້ງໜ້າຜັນຂະຫຍາຍ ແລະ ປະຕິບັດຄຳໝັ້ນສັນຍາ ໃນບັນດາຂໍ້ຕົກລົງສັນຕິພາບ ລົງນາມປີ 2020.

   ຍ້ອນເຫດນັ້ນ, ເຖິງວ່າ ບໍ່ທັນແມ່ນສັນຍານທີ່ຕັ້ງໜ້າຕົ້ນຕໍ ໃນສະພາບການສັງລວມຢູ່ຕາເວັນອອກກາງປີ 2021 ກໍ່ຕາມ, ແຕ່ບັນດາຈຸດພົ້ນເດັ່ນດັ່ງກ່າວ ຍັງຖືກຖືວ່າ ແມ່ນບັນດາປະຖົມປັດໄຈ, ພື້ນຖານສຳຄັນ ເພື່ອໃຫ້ປະຊາຄົມສາກົນ ແລະ ບັນດາຝ່າຍ ສືບຕໍ່ມີຄວາມຫວັງ ແລະ ເດັດດ່ຽວມານະພະຍາຍາມ ເພື່ອອະນາຄົດອັນສົດໃສກ່ວາໃຫ້ແກ່ພາກພື້ນຕາເວັນອອກກາງ./.

           

ຕອບກັບ

ຂ່າວ/ບົດ​ອື່ນ