ສະພາບຄວາມຈິງສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ

(VOVWORLD) - ຢູ່ ຫວຽດນາມ ໃນຊຸມມື້ນີ້, ສະມາຄົມພຸດທະສາສະຫນາ ຫວຽດນາມ ພ້ອມກັບພະສົງສຳມະເນນ, ສາສະນິກະຊົນໃນທົ່ວປະເທດ ພວມຈັດຕັ້ງການເຄື່ອນໄຫວຕ່າງໆ ຂ່ຳນັບຮັບຕ້ອນວັນບຸວິສາຂະບູຊາ 2023 (ພສ 2567). ເລື່ອງປະຊາຊົນເຊື່ອຖືສາສະຫນາຂ່ຳນັບຮັບຕ້ອນວັນບຸນໃຫຍ່ນີ້ ເປັນການສະແດງໃຫ້ເຫັນການພັດທະນາ ແລະ ເຊື່ອມໂຍງຂອງສາສະຫນາພຸດ ພ້ອມທັງເປັນການຢັ້ງຢືນຄວາມຈິງການເຄົາລົບ ແລະຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຂອງ  ພັກ ແລະ ລັດ ຫວຽດນາມ ຕໍ່ຫນ້າການຕີລາຄາທີ່ຂາດພາວະວິໄສກ່ຽວກັບສິດເສລີໃນການເຊື່ອຖືສາສະຫນາ ຢູ່ ຫວຽດນາມ.

ຢູ່ ຫວຽດນາມ, ວັນບຸນວິສາຂະບູຊາ ພສ 2567 ຈະດຳເນີນເປັນເວລາປະມານ 1 ສັບປະດາ ແຕ່ວັນທີ 08-4- 15/4 (ໄລ່ຕາມຈັນທະປະຕິທິນ) ກົງກັບວັນທີ 26 ພຶດສະພາ ຫາວັນທີ 2 ມິຖຸນາ ປີ 2023 ຢູ່ ຫລາຍທ້ອງຖິ່ນໃນທົ່ວປະເທດ.

ມີການເຄື່ອນໄຫວຫລາຍຢ່າງຂ່ຳນັບຮັບຕ້ອນ ວັນບຸນວິສາຂະບູຊາ

ຫນຶ່ງໃນບັນດາເຫດການໃຫຍ່ ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ ນັ້ນແມ່ນ ເລື່ອງ ພະສົງຢູ່ພາຍໃນປະເທດ ແລະ ສາກົນ3000 ອົງ ໄດ້ເຂົ້າຮ່ວມພິທີເປີດສະຫລອງ ສະຖາບັນພຸດທະສາສະຫນາ ນິກາຍ ນາມຕົງຂະແມ (ນິກາຍນີລະຍານ) ແລະ ພິທີກຳເປັນເອກະລັກຂອງພຸດທະສາສະຫນານິການນີລະຍານ ຢູ່ ນະຄອນ ເກີນເທີ   ໃນວັນທີ 26 ເມສາຜ່ານມາ.

ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກ ພັກ, ລັດ, ລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ, ສູນກາງສະມາຄົມພຸດທະສາສະຫນາ ຫວຽດນາມ ແລະ ອຳນາດການປົກຄອງທຸກຂັ້ນ,  ປີ 2017   ສະຖາບັນພຸດທະສາສະຫນາ ນິກາຍ ນາມຕົງຂະແມ ໄດ້ເລີ່ມລົງມືກໍ່ສ້າງໃນເນື້ອທີ່ 6,7 ເຮັກຕາ ແມ່ນແຫ່ງບຳລຸງຄວາມຮູ້ໃຫ້ແກ່ພະສົງ ຂະແມ ຂັ້ນປະລິຍາຕີ ສາສະຫນາພຸດ ບາລີ - ຂະແມ, ພະສົງສາສະຫນານາມຕົງຂະແມ ຢູ່ ບັນດາແຂວງ, ນະຄອນພາກໃຕ້. ນອກນັ້ນ ສະຖາບັນແຫ່ງນີ້ ຍັງຈັດຕັ້ງການເຄື່ອນໄຫວຫລາຍຢ່າງທາງດ້ານສາສະຫນາ. ເຂົ້າຮ່ວມພິທີ, ພະມະຫາອາຈານ ທິກຈີກວ໋າງ, ປະທານ ສະພາສົງສະມາຄົມພຸດທະສາສະຫນາ ຫວຽດນາມ ແບ່ງປັນວ່າ:                 

 “ໃນໄລຍະອັນສັ້ນໆ ສະຖາບັນໄດ້ຮັບການກໍ່ສ້າງສຳເລັດທີ່ໃຫຍ່ໂຕສວຍງາມຄືແນວນີ້ ຂ້າພະເຈົ້າປາດຖະຫນາວ່າ ສະຖາບັນແຫ່ງນີ້ ບໍ່ພຽງແຕ່ສືກສາບຳລຸງສ້າງພະສົງນາມຕົງຂະແມ ຢູ່ ທາງທິດຕາເວັນຕົກພາກໃຕ້ເທົ່ານັ້ນຫາກຍັງເຊື່ອມຕໍ່ກັບທຸກປະເທດໃນໂລກອີກດ້ວຍ. ຖ້າຫາກພວກເຮົາຍົກລະດັບຂຶ້ນ ແລະ ບຳລຸງສ້າງພະສົງທີ່ມີລະດັບຄວາມຮູ້ ບາລີ ແລະ ມີລະດັບດ້ານພາສາອັງກິດອີກ ແນ່ນອນວ່າ ການພົວພັນລະຫວ່າງພວກເຮົາ ແລະ ສາກົນ ຈະນຳມາເຊິ່ງໝາກຜົນອັນດີງາມໃຫ້ແກ່ພຸດສາສະຫນາ ກໍຄືປະເທດຫວຽດນາມ”

ສະພາບຄວາມຈິງສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ - ảnh 1ບັນຍາກາດວັນບຸນວິສາຂະບູຊາ ຈັດຂຶ້ນ ຢູ່ ນາມດ່ານ ແຂວງ ເງ້ອານ. ພາບ: ສະມາຄົມພຸດທະສາສະຫນາຫວຽດນາມ.

ສັບປະດາວັນບຸນວິສາຂະບູຊາ ຢູ່ ເທື່ອທຽນເຫ້ວ ຊື່ງແມ່ນທ້ອງຖິ່ນມີຈຳນວນປະຊາຊົນເຊື່ອຖືສາສະຫນາພຸດຢ່າງຫລວງຫລາຍ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆໃນໂອກາດນີ້ ດ້ວຍ ພິທີຫົດສົງ ແລະ ແຫ່ພະພຸດທະຮູບພາວະນາຂໍໃຫ້ປະເທດຊາດວັດທະນາຖາວອນມີຄວາມສະຫງົບສຸກ ປະຊາຊົນຢູ່ເຢັນເປັນສຸກ….

ກ່ອນຫນ້ານັ້ນ ວັນທີ 20 ແລະ 21ພຶດສະພາຢູ່ ວັດ ບາວ່າງ ນະຄອນ ອວງບີ ແຂວງ ກວ໋າງນິງ ກໍ່ໄດ້ຈັດຕັ້ງວັນບຸນວິສາຂະບູຊາ 2023 ຂຶ້ນຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງພະສົງສຳມະເນນ ສາສະນິກະຊົນນັບພັນໆຄົນຢູ່ພາຍໃນ ແລະ ຕ່າງປະເທດ. ສ່ວນຢູ່ ພາກໃຕ້ ຫວຽດນາມ,  ວັດ ຢ້ຽວຟາບ ເມືອງ ບີ່ງແທ້ງ ກໍ່ໄດ້ຈັດພິທີລອຍກະທົງຂ່ຳນັບຮັບຕ້ອນວັນບຸນໃຫຍ່ນີ້. ເນື່ອງໃນໂອກາດນີ້ ຫລາຍຄະນະຜູ້ແທນ ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດທຸກຂັ້ນ ພ້ອມກັບສະມາຄົມພຸດທະສາສະຫນາ ຫວຽດນາມ ທຸກຂັ້ນ ແລະພະສົງສຳມະເນນ ສາສະນິກະຊົນ ຈັດຕັ້ງວັນບຸນວິສາຂະບູຊາ ແລະ ຢື້ຢາມຖາມຂ່າວມອບຂອງຂວັນໃຫ້ພະສົງສຳມະເນນ ສາສະນິກະຊົນ.

ພິສູດໃຫ້ເຫັນການພັດທະນາ, ເຊື່ອມໂຍງຂອງສາສະຫນາພຸດ ແລະສິດເສລີໃນການເຊື່ອຖືສາສະຫນາ ຢູ່ ຫວຽດນາມ.

ບໍ່ພຽງແຕ່ຈັດການເຄື່ອນໄຫວຫລາຍຢ່າງຂ່ຳນັບຮັບຕ້ອນ ວັນບຸນວິສາຂະບູຊາ ຢູ່ ພາຍໃນປະເທດເທົ່ານັ້ນ ຫາກໃນຂອບເຂດຂອງວັນບຸນ ຢູ່ ສີລັງກາແຕ່ວັນທີ 3-7 ພຶດສະພາ,  ສະຖານທູດ ຫວຽດນາມ ພ້ອມກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ສີລັງກາ ໄດ້ຈັດຕັ້ງເຂດວາງສະແດງ ແນະນຳພິທີກຳໃນວັນບຸນວິສາຂະບູຊາ ຢູ່ ຫວຽດນາມ ມາໃຫ້ເພື່ອນມິດສາກົນ ແລະ ປະຊາຊົນ ສີລັງກາ. ນອກນັ້ນ ຍັງຈັດການເຄື່ອນໄຫວພົວພັນແລກປ່ຽນພຸດທະສາສະຫນາ ລະຫວ່າງ ສີລັງກາ ແລະ ຫວຽດນາມ ອີກດ້ວຍ.

ການເຄື່ອນໄຫວຂ່ຳນັບຮັບຕ້ອນ ວັນບຸນວິສາຂະບູຊາ ຂອງສະມາຄົມພຸດທະສາສະຫນາ ຫວຽດນາມ ທຸກຂັ້ນ ແລະພະສົງສຳມະເນນ, ສາສະນິກະຊົນ ຫວຽດນາມ ຢູ່ ພາຍໃນ ແລະ ຕ່າງປະເທດ ເປັນການພິສູດໃຫ້ເຫັນການໂຕ້ຕອບຢ່າງແຮງຕໍ່ການເສກສັ້ນປັ້ນແຕ່ງຂອງບົດລາຍງານສິດເສລີໃນການເຊື່ອຖືສາສະຫນາຂອງກະຊວງການຕ່າງປະເທດ ອາເມລິກາ ແລະບົດລາຍງານປະຈຳປີກ່ຽວກັບສະພາບການສາສະຫນາສາກົນຂອງ ຄະນະກຳມະການຄວາມເສລີໃນການເຊື່ອຖືສາສະຫນາສາກົນອາເມລິກາກ່ຽວກັບສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ໃນໂອກາດນີ້. ພ້ອມກັບຄວາມຈິງດ້ານສາສະຫນາດັ່ງກ່າວ, ໃນຊ່ອງທາງຂອງຊາດ, ວັນທີ 18 ພຶດສະພາ ຜ່ານມາ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:

 “ໂດຍແມ່ນປະເທດທີ່ມີຫລາຍຊົນເຜົ່າ, ຫລາຍສາສະຫນາ ດ້ວຍການເຄື່ອນໄຫວ  ເຊື່ອຖືສາສະຫນາຢ່າງອຸດົມສົມບູນຫລາຍຮູບແບບ ຫວຽດນາມ ຍາມໃດກໍ່ປະຕິບັດນະໂຍບາຍສະເຫມີຕົ້ນສະເຫມີປາຍ ແມ່ນເຄົາລົບ ແລະຮັບປະກັນສິດເສລີໃນການເຊື່ອຖືສາສະຫນາ ແລະ ບໍ່ເຊື່ອຖືສາສະຫນາ ຂອງປະຊາຊົນ, ຮັບປະກັນຄວາມສະເຫມີພາບ, ບໍ່ມີການຈຳແນກການປະພຶດ ຍ້ອນສາຍເຫດສາສະຫນາ, ການເຊື່ອຖືສາສະຫນາ, ປົກປ້ອງທຸກການເຄື່ອນໄຫວຂອງບັນດາອົງການສາສະຫນາ ດ້ວຍກົດໝາຍ. ສິ່ງນີ້ໄດ້ລະບຸໃວ້ໃນລັດຖະທຳມະນູນ, ໃນກົດໝາຍວ່າດ້ວຍການເຊື່ອຖືສາສະຫນາປີ 2016 ແລະ ບັນດາເອກະສານນິຕິກຳກ່ຽວຂ້ອງ ແລະ ໄດ້ຮັບປະກັນການເຄົາລົບໃນຕົວຈິງ”

ການເຄື່ອນໄຫວຂ່ຳນັບຮັບຕ້ອນ ວັນບຸນວິສາຂະບູຊາ ຂອງພະສົງສຳມະເນນ ສາສະນິກະຊົນ ຫວຽດນາມ ຍັງສືບຕໍ່ດຳເນີນໄປ ແລະ ຄາດວ່າ ຈະໄດ້ຈັດຕັ້ງດ້ວຍຂອບຂະຫນາດກວ້າງຂວາງໃນທົ່ວປະເທດໃນຊຸມມື້ທ້າຍອາທິດ. ຖ້າຫາກໄດ້ລົງພຶດຕິກຳຕົວຈິງນັ້ນແລ້ວ ແນ່ນອນວ່າ ກະຊວງ ການຕ່າງປະເທດ ອາເມລິກາ ແລະ ຄະນະກຳມະການຄວາມເສລີໃນການເຊືື່ອຖືສາສາສະຫນາ ສາກົນ ອາເມລິກາ ຈະມີວິທີສັງເກດ ແລະ ຕີລາຄາອັນຖືກຕ້ອງ, ພາວະວິໄສກວ່າ ກ່ຽວກັບພຸດທະສາສະຫນາ ຫວຽດນາມ ໄດ້ ແລະ ພວມຮ່ວມເດີນທາງພ້ອມກັບຊາດ, ມີຄວາມເສລີໃນການພັດທະນາ ແລະເຊື່ອມໂຍງເຂົ້າກັບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ