ສະພາສູງອາເມລິກາປະຕິເສດຂໍ້ສະເຫນີຮ່າງກົດໝາຍປະຕິຮູບສາທາລະນະສຸກ Obamacare

(vovworld)-​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ເວ​ລາ 17 ປີຜ່ານມາ, ບັນດາ​ອົງການ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ ຕ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ​ຍ້ອນບໍ່​ມີ​ງົບປະມານ. ຕອນ​ທ່ຽງ​ວັນ​ທີ 1/10 ຕາ​ມ​ເວລາ​ຫວຽດນາມ, ດ້ວຍ​ບັດ​ຄ້ານ 54 ບັດ ​ແລະ ບັດ​ເຫັນ​ດີ 46, ​ບັນດາ​ສະມາຊິກ​ສະພາ​ຂຶ້ນ​ກັບ​ຝ່າຍ​ພັກປະຊາທິປະ​ໄຕ​ກວມ​ເອົາ​ທີ່​ນັ່ງ​ສ່ວນ​ຫລາຍ​ໄດ້​ປະຕິ​ເສດ​ຂໍ້​ສະ​ເຫ​ນີຂອງ​ສະພາ​ຕຳ່ ​ໂດຍ​ຝ່າຍ​ພັກສາ​ທາ​ລະນະ​ລັດ​ຄວບ​ຄຸມ ກ່ຽວ​ກັບ​ການ​ຕໍ່​ກຳນົດ​ເວລາ​ອີກ​ຫນຶ່ງ​ປີ​ສຳລັບ​ຮ່າງ​ປະຕິ​ຮູບ​ສາທາລະນະ​ສຸກ Obamacare ​ເພື່ອ​ເພີ່ມ​ງົບປະມານ​ໃຫ້​ແກ່​ລັດຖະບານ​ສະຫະລັດ ຫລັງ​ວັນ​ທີ 30/9. ສິ່ງ​ດັ່ງກ່າວ​ໄດ້​ພິສູ​ດ​ໃຫ້​ເຫັນ​ການ​ສູ້​ຢັນ​ລະຫວ່າງ​ພັກສາ​ທາ​ລະນະ​ລັດທີ່​ພວມ​ຄວບ​ຄຸ​ມຢູ່​ສະພາ​ຕຳ່ ກັບ​ພັກ​ປະຊາທິປະ​ໄຕ​ກວມ​ເອົາ​ທີ່​ນັ່ງ​ສ່ວນ​ຫລາຍ​ຢູ່​ສະພາ​ສູງ.

        ດ້ວຍ​ຂໍ້​ຕົກລົງ​ດັ່ງກ່າວ, ຄາດ​ວ່າ​ມີ ລັດຖະກອນ 800.000 - 1.000.000 ຄົນ​ໃນ​ຍອດ​ຈຳນວນ 2,8 ລ້ານ​ຄົນ​ເຮັດ​ວຽກ​​​ໃຫ້​ແກ່​ລັດຖະບານ​ສະຫະລັດ ຕ້ອງ​ພັກ​ການ​ໂດ​ຍບໍ່​ມີ​ເງິນ​ເດືອນ, ນາຍ​ທະຫານ 1,4 ລ້ານ​ຄົນ​ສືບ​ຕໍ່​ປະຕິບັດ​ຫນ້າ​ທີ່​ແຕ່​ອາດ​ຈະ​ຮັບ​ເງິນ​ເດືອນ​ຕາມ​ຫລັງ, ອົງການ​ການບິນ​ອາ​ວະ​ກາດ​ອາ​ເມ​ລິ​ກາ (NASA) ຈະ​ໃຫ້​ພາລະ​ກອນ​​ເກືອບ​ທັງ​ໝົດ​ພັກ​ການ. ບັນດາ​ຂະ​ແຫນງ​ການ ​ແລະ ອົງການ​ປະຕິບັດ​ຫນ້າ​ທີ່​ຈຳ​ເປັນ​ຄື: ຄວບ​ຄຸມ​ກາງຫາວ, ກວດກາ​ຜູ້​ໂດຍສານ, ບັນດາ​ສານ​ຂອງ​ສະຫະລັດ, ອົງການ​ໄປສະ​ນີ ​ແລະ ລັດຖະກອນ​ຂອງ​ກະຊວງ​ຕຳຫລວດ​ພາຍ​ໃນ​ປະ​ເທດ ຈະ​ສືບ​ຕໍ່​ເຮັດ​ວຽກ, ສ່ວນ​ບັນດາ​ສະ​ຖາ​ບັນ​ແຫ່ງ​ຊາດ, ຫໍ​ສະມຸດ ​ແລະ ຫໍພິພິດ​ທະ​ພັນ​ຈະ​ອັດ​ປະຕູ. ​ໃນ​ຂະນະ​ນັ້ນ ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ແບ່ງ​ແຍກ​ຢ່າງ​ເລິ​ກ​ເຊິ່ງທີ່​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ໄດ້​ເຮັດ​ໃຫ້​ສະກຸນ​ເງິນ USD ຖືກ​ເສຍ​ຄ່າ. ສິ້ນ​ສຸດ​ວາລະ​ຕິດ​ຕໍ່​ຄ້າຂາຍ​ໃນ​ວັນ​ທີ 1/10 ຢູ່ ຕະຫລາດ​ໂຕ​ກຽວ, ອັດຕາ​​ແລກປ່ຽນ​ເງິນ USD/​ເງິນ​​ເຢັນ​ຂອງ​ຍີ່​ປຸ່ນ​ແມ່ນ ຢູ່​ໃນ​ລະດັບ 98,16 ​ເຢັນ/USD ​ຫລຸດຜ່ອນ​ລົງເມື່ອ​ທຽບ​ກັບ​ວັນ​ທີ 30/9​ ​ແມ່ນ 98/21 ​ເຢັນ/USD ທີ່​ນິວຢອກ. ​ແລະ​ໃນ​ການ​ຕິດ​ຕໍ່​ຄ້າຂາຍທຳ​ອິດ​ຂອງ​ເດືອນ 10/2013, ຄ່າ​ຂອງ ສະກຸນ​ເງິນ USDຖືກ​ຫລຸດ​ລົງ​ເມື່ອ​ທຽບ​ໃສ່​ບັນດາ​ສະກຸນ​ເງິນ​ຕົ້ນຕໍ​ຢູ່ ອາຊີ ປາຊີ​ຟີ​ກຄື: ​​ສະກຸນ​ເງິນ​ເປ​ໂຊ​ຂອງ ຟີ​ລີບ​ປີນ, ​ໂດ​ລາ​ຂອງ​ສິງກະ​ໂປ, ​ເງິນ​ບາດ​ຂອງ​ໄທ ​ແລະ ຣູບີ​ຂອງ ອິນ​ໂດ​ເນ​ເຊຍ…

ສະພາສູງອາເມລິກາປະຕິເສດຂໍ້ສະເຫນີຮ່າງກົດໝາຍປະຕິຮູບສາທາລະນະສຸກ Obamacare - ảnh 1
ສຳນັກງານສະພາແຫ່ງຊາດ ອາເມລິກາ
ພາບ:internet

        ​ເປັນ​ທີ່​ຈະ​ແຈ້ງ​​ແລ້ວ​ວ່າ ບັນດາ​ຜົນກະທົບ​ຈາກ​ລັດຖະບານຂອງ​ປະ​ເທດ​ມີ​ພື້ນຖານ​​ເສດຖະກິດໃຫຍ່​ກວ່າ​ໝູ່​ໃນ​ໂລກ​ຢຸດ​ການ​ເຄື່ອນ​ໄຫວ ​ໄດ້​ກໍ່​ຜົນ​ສະທ້ອນ​ເຖິງ​ຫລາຍ​ດ້ານ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນບັນດາ​ປະ​ເທດ​ໂລກ. ບໍລິສັດ​ຄົ້ນ​ຄ້ວາ HIS ຄາດ​ຄະ​ເນ​ວ່າ, ອາ​ເມ​ລິ​ກາ ຈະ​ຖືກ​ເສຍ​ຫາຍ​ຢ່າງ​ຫນ້ອຍ​ສຸດ 300 ລ້ານ USD ​ໃນ​ແຕ່​ລະ​ມື້ ຍ້ອນ​ປະລິມານ​ການ​ຜະລິດ​ດ້ານ​ເສດຖະກິດ​ຫລຸດ​ລົງ. ລະດັບ​ຜົນ​ສະທ້ອນ​ດັ່ງກ່າວ​ຈະ​ເພີ່ມ​ຂຶ້ນ​ຖ້າ​ຫາກສະພາບອັດ​ປະຕູ​ແກ່ຍາວ ​ເຮ​ັດ​ໃຫ້​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ໃຊ້​ຈ່າຍ​ຂອງ​ບັນດາ​ວິ​ສາ​ຫະກິດ, ຜູ້​​ໃຊ້​ສອຍ​ຫລຸດ​ລົງ. ຄາດ​ຄະ​ເນວ່າ ລັດຖະບານ​ອາ​ເມ​ລິ​ກາ ອັດ​ປະຕູ​ໃນ​ເວລາ 2 ອາທິດ ຈະ​ເຮັດ​ໃຫ້ການ​ເຕີບ​ໂຕ GDP ຂອງ​ໄຕ​ມາດ​ທີ 4 ຫລຸດ​ລົງ 0,5%, ອັດ​ປະຕູ​​ທັງເດືອນ 10/2013  ຈະ​ເຮັດ​​ໃຫ້ GDP ຫລຸດ​ລົງ 2%.

        ​ແຕ່​ສິ່ງ​ທີ່​ຖືກ​ຜົນ​ສະທ້ອນ​ຫລາຍ​ກວ່າ​ໝູ່​ໃນ​ການ​ສູ້​ຢັນ​ດັ່ງກ່າວ ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິ​ຮູບ​ສາທາລະນະ​ສຸກ​ຂອງ​ລັດຖະບານ Obama(Obamacare). ຕາມ​ນັ້ນ​ແລ້ວ, ກົດ​ໝາຍ​ສະບັບ​ດັ່ງກ່າວ​ໄດ້​ກຳນົດ​ຊາວ​ອາ​ເມ​ລິ​ກາ​ທັງ​ໝົດ ລ້ວນ​ແຕ່​ມີ​ປະກັນ​ສຸຂະພາບ​ກ່ອນ​ປີ 2014. ຖ້າ​ບໍ່​ມີ ​ເຂົາ​ເຈົ້າ​ຖືກ​ປັບ​ໄຫມ​ດ້ານ​ເສດຖະກິດ. ປະຈຸ​ບັນ ປະ​ເທດ​ອາ​ເມ​ລິ​ກາ ມີ​ປະມານ 50 ລ້ານ​ຄົນ, ກວມ​ເອົາ 16% ຈຳ​ນວນ​ພົນລະ​ເມືອງ​​ແມ່ນ​ບໍ່ມີ​ບັດ​ປະກັນ​ສຸຈະ​ພາບ. ກົດໝາຍ​ສະບັບ​ດັ່ງກ່າວ​ ຫວັງ​ວ່າ​ຈະ​ຊ່ວຍ​ປະຊາຊົນ 32 ລ້ານ​ຄົນ​ໄດ້​ຮັບ​ບັນດາ​ບໍລິການ​ສາທາລະນະ​ສຸກ​ຜ່ານ​ການປະກັນ​ສຸຂະພາບ. ຕາມ​ໝາກຜົນ​ສຳ​ຫລວດ​ຈາກ​ຫາງ​ສຽງ​ຂອງ ບໍລິສັດ CNBC ມີ 44% ຈຳ​ນວນ​ຜູ້​ຖືກ​ຖາມ​ແມ່ນ​ສະຫນັບສະຫນູນ​ເລື່ອງສະຫງວນ​ງົບປະມານ​ໃຫ້​ແກ່​ໂຄງການ​ປະຕິ​ຮູບ​ສາທາລະນະ​ສຸກ ​ໃນ​ຂະນະທີ່​ຜູ້​ຄັດຄ້ານ​ກວມ​ພຽງ 38%.

        ສ່ວນ​ຊັ້ນ​ຄົນ​ຮັ່ງມີ ​ແລະ ບັນດາ​ສະມາຊິກ​ສະພາ ທີ່​ຂຶ້ນ​ກັບ​ພັກສາ​ທາ​ລະນະ​ລັດໄດ້​ຄັດຄ້ານ Obamacare ດ້ວຍ​​ເຫດຜົນ​ຈະ​ເພີ່ມ​ອາກອນ​ປະມານ 500 ຕື້ USD ສຳລັບ​ຊາວ​ອາ​ເມ​ລິ​ກາ.

        ປະຈຸ​ບັນ ປະ​ເທດ​ອາ​ເມ​ລິ​ກາ ພວມ​ລໍຖ້າ​ການ​ກຳນົດ​ເວລາ​ໃຫມ່. ຕາມ​ນັ້ນ​ແລ້ວ, ວັນ​ທີ 17/10 ຈະ​ມາ​ເຖິງ ​ແມ່ນ​​ກຳນົດ​ເວລາ​ສຸດ​ທ້າ​ຍ​ໃຫ້​ແກ່​ການ​​ເພີ່ມ​ບ້ວງຫນີ້​ສິນຂອງ​ລັດຖະບານ​ທີ່​ພວມ​ຢູ່​ໃນ​ລະດັບ 16.700 ຕື້ USD. ຖ້າ​ຫາກ​ປະ​ເທດ​ນີ້ ບໍ່​ຮັບຮອງ​ເອົາ​​ເລື່ອງ​ເພີ່ມ​ບ້ວງຫນີ້​ສິນ, ປະ​ເທດ​ອາ​ເມ​ລິ​ກາ ຈະ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​ ບໍ່​ສາມາດ​ຊຳລະ​ໄດ້. ຫາງ​ສຽງ​ຖື​ວ່າ ພ້ອມ​ກັບບັນຫາ​ບລະດັບ​​ເພດານ​ຂອງ​ບ້ວງຫນີ້​ສິນ​ສູຂອງ​ສະຫະລັດ, ບັນຫາ​ງົບປະມານ​ໃນ​ປະຈຸ​ບັນ ​ໄດ້ ​ແລະ ພວມ​ນາບ​ຂູ່​ເຖິງ​ຄວາມ​​ເປັນ​ປົກກະຕິ​ຂອງ​ພື້ນຖານ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​ຢູ່​ໃນ​ໂລກ

ຕອບກັບ

ຂ່າວ/ບົດ​ອື່ນ