ສະພາແຫ່ງຊາດຊຸດທີ XIV ຍົກສູງປະສິດທິຜົນການເຄື່ອນໄຫວໃນປີ 2016

(vovworld)- ປີ 2016 ແມ່ນ​ປີ​ທຳ​ອິດ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ໄດ້​ຮັບ​ການ​ບູ​ລ​ະ​ນະ​ກົງ​ຈັກ ແລະ ນຳ​ເຂົ້າ​ເຄື່ອນ​ໄຫວພາຍ​ຫລັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ ໄດ້​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 22/5/2016. ​ເປັນປີ​ທຳ​ອິດ​ຂອງ​ອາ​ຍຸ​ການຊຸ​ດ​ທີ XIV, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ສ້າງ​ຂີດ​ໝາຍ​ການ​ປ່ຽ​ນ​ໃຫມ່​ດ້ານ​ເນື້ອ​ໃນ ແລະ ຮູບ​ການ​ເຄື່ອນ​ໄຫວ​ໃນ​ໄລ​ຍະ 70 ປີ​ແຫ່ງ​ການການ​ພັດ​ທະ​ນາ.

ປີ 2016, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ດຳ​ເນີນກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ ເປັນ 2 ຄັ້ງ. ສະ​ພາ​ແຫ່ງ​ຊາດໄດ້​ສຳ​ເລັດ​ຫນ້າ​ທີ່​ສຳ​ຄັນ​ຍິ່ງ ນັ້ນ​ແມ່ນ​ບູ​ລະ​ນະ​ບຸກ​ຄະ​ລາ​ກອນ​ຂັ້ນ​ສູງ​ຂອງ​ບັນ​ດາ​ອົງ​ການ​ລັດ. ສະ​ພາ​ແຫ່ງ​ຊາດ​ກໍ​ໄດ້​ຕັດ​ສິນ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້​ແກ່​ປີ 2017, ປະ​ກາດ​ໃຊ້​ກົດ​ໝາຍ​ສຳ​ຄັນ​ບາງ​ສະ​ບັບ​ ​ໄດ້ສົ່ງ​ຜົນ​ກະ​ທົບ​ອັນ​ໃຫຍ່​ຫລວງ​ເຖິງ​ຊີ​ວິດ​ສັງ​ຄົມ.

ສະພາແຫ່ງຊາດຊຸດທີ XIV ຍົກສູງປະສິດທິຜົນການເຄື່ອນໄຫວໃນປີ 2016 - ảnh 1
ກອງ​ປະ​ຊຸມ​ຄັ້​ງ​ປະ​ຖົມ​ມະ​ເລີກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14


ສະ​ແດງ​ບົດ​ບາດ​ຂອງ​ອົງ​ການ​ມີ​ສິດ​ອຳ​ນາດ​ສູງ​ສຸດ​ຢ່າງ​ຈະ​ແຈ້ງ

ທີ່ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV (ເດືອນ 7/2016), ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ຫນ້າ​ທີ່​ສຳ​ຄັນ​ທຳ​ອິດນັ້ນ​ແມ່ນ ສ້າງ ​ລະ​ບົບ​ກົດ​ໝາຍ​ໃຫ້ສົມ​ບູນ​ແບບ ແລະ ​ຄົບ​ຊຸດ, ເປັນ​ເອ​ກະ​ພາບ, ມີ​ຄວາມ​ເປັນ​ໄປ​ໄດ້. ບົນ​ພື້ນ​ຖານນັ້ນ, ບັນ​ດາ​ຮ່າງ​ກົດ​ໝາຍ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ໃນ​ປີ 2016 ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ສ້າງ​ລັດ​ແຫ່ງ​ກົດ​ໝາຍ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເມືອງ​ຄື: ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫລື້ອມ​ໃສ​ສາ​ສະ​ຫນາ. ສະ​ພາ​ແຫ່ງ​ຊາດ​ກໍ​ຖື​ການ​ສ້າງ​ລະ​ບົບ​ກົດ​ໝາຍ​ດ້ານ​ການ​ເງິນ, ເງິນ​ຕາ, ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ເປັນ​ສຳ​ຄັນ​ເມື່ອ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການປະ​ມູນ​​ຂາຍ​ຊັບ​ສິນ, ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ມາດ​ຕາ 6 ແລະ ເອ​ກະ​ສານ​ຊ້ອ​ນ​ທ້າຍ 4 ກ່ຽວ​ກັບ​ບັນ​ຊີ​ລາຍ​ຊື່​ຂະ​ແຫນງ, ອາ​ຊີບ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ມີ​ເງື່ອນ​ໄຂ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ມະ​ຕິ​ປັບ​ປຸງ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ຍົກ​ເວັ້ນ, ຫລຸດ​ຜ່ອນ​​ພາ​ສີ​ນຳ​ໃຊ້​ທີ່​ດິນ​ກະ​ສິ​ກຳ. ເປັນ​ຫນ້າ​ສົນ​ໃຈ, ເປັນ​ຄັ້ງ​ທຳ​ອິດ​ທີ່​ສະ​ພາ​ແຫ່ງ​ຊາດ​ຕັດ​ສິນ​ລະ​ບົບ​ບັນ​ດາ​ແຜນ​ການ​ໄລ​ຍະ​ກາງ​ທີ່​ມີ​ລັກ​ສະ​ນະ​ສັງ​ລວມ​ກ່ຽວ​ກັບ​ດ້ານ​ການ​ເງິນ ແລະ ການ​ລົງ​ທຶນ, ມີ​ການ​ຕິດ​ພັນ​ຢ່າງສະ​ຫນິດ​ແຫນ້ນ​ທັງ​ໃນ​ໄລ​ຍະ​ສັ້ນ, ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ ເມື່ອ​ຮັບ​ຮອງ​ເອົາ​ບັນ​ດາ​ມະ​ຕິ​ກ່ຽວ​ກັບ​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ໄລ​ຍະ 2016-2020, ແຜນ​ການ​ການ​ເງິນ​ໄລ​ຍະ 5 ປີ, ແຜນ​ການ​ລົງ​ທຶນ​ຂອງ​ລັດ​ໄລ​ຍະ​ກາງ ແຕ່​ປີ 2016-2020, ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2017, ຕັດ​ສິນ​ແຜນ​ງົບ​ປະ​ມານ​ແຫ່ງ​ລັດ ແລະ ຈັດ​ແບ່ງ​ງົບ​ປະ​ມານ​ສູນ​ກາງ​ປີ 2017.

ໃນ​ຂະ​ນະ​ນັ້ນ, ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ​ປີ 2016 ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ສຳ​ຄັນ, ຮ້ອນ​ເຮັ່ງ​ຊື່ງ​ປະ​ຊາ​ຊົນ ແລະ ຜູ​້​ມ​ີ​ສິດ​ເລືອກ​ຕັ້ງ​​ມີ​ຄວາມສົນ​ໃຈ; ເພີ່ມ​ທະ​ວີ​ບົດ​ບາດ​ຕິດ​ຕາມກວດ​ກາ​ຂອງ​ບັນ​ດາ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ກຳ​ມາ​ທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ. ການ​ເຄື​່ອນ​ໄຫວ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​​ເປັນ​ຮັບ​ປະ​ກັນ​ການ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປ​ະ​ໄຕ, ​ເພີ່ມ​ລັກ​ສະ​ນະ​ໂຕ້​ວາ​ທີ.

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ໃນ​ເຄື່ອນ​ໄຫວ​ປີ​ທຳ​ອິດ​ກໍ່​​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບກວ່າ​ອີກ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ສັງ​ຄົມ, ງົບ​ປະ​ມານ​ແຫ່ງ​ລັດ, ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ສຳ​ຄັນ​ທີ່​​ສະ​ດຸ້ງ​ໄວ​ ໄດ້ສົ່ງ​ຜົນ​ກະ​ທົບ​ເຖິງ​ສະ​ຖຽນ​ລະ​ພາບເສດ​ຖະ​ກິດ​ມະ​ຫາ​ພາກ, ຜົນ​ສະ​ທ້ອນ​ເຖິງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບຢ່າງ​ເລິກ​ເຊິ່ງ,ກວ້າງ​ຂວາງ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ລວມ​ຂອງ​ຊາດ. ດ້ວຍ​ການ​ພິ​ຈາ​ລະ​ນາ​ຢ່າງ​ລະ​ມັດ​ລະ​ວັງ, ​ການຄິດ​ໄລ່​ຊັ່ງ​ຊາ​ຢ່າງ​ລະ​ອຽດ, ສະ​ພາ​ແຫ່ງ​ຊາດ​ໄດ້​ຕົກ​ລົງ​ຢຸດ​ຕິ​ການ​ປະ​ຕິ​ບັດ​ໂຄງ​ການ​ສ້າງ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ນີງ​ທ້ວນ.

ພິ​ເສດ, ທີ່ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ໄດ້​ເລືອກ​ຕັ້ງ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ບັນ​ດາ​ຖາ​ນະ​ຕຳ​ແຫນ່ງ​ການ​ນຳ​ຫລັກ​ແຫລ່ງ​​ໃນບັນ​ດາ​ອົງ​ການ​ລັດ ອາ​ຍຸການ 2016-2021. ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ ໄດ້​ປຶກ​ສາ​ຫາ​ລືຢ່າງ​​ມີປະ​ຊາ​ທິ​ປະ​ໄຕ, ມີ​ຄວາມ​ສະ​ຫລາດ​ສ່ອງ​ໃສໃນ​ການ​ຄັດ​ເລືອກ​ຜູ້​ທີ່​ເໝາ​ະ​ສົມ​ເຂົ້າ​ດຳ​ລົງ​ຕຳ​ແຫນ່ງ​ການ​ນຳ​ຫລັກ​ແຫລ່ງ​ຂອງ​ບັນ​ດາ​ອົງ​ການ​ລັດ. ທ່ານ ບູ່ຍ​ວັນ​ເກືອງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ຢາ​ລາຍ ຖື​ວ່າ:

“ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ສຸມ​ພູມ​ປັນ​ຍາ​ເພື່ອ​ປະ​ກອບ​ສ່ວນ​ບັນ​ດາ​ຄຳ​ເຫັນ​​ໃສ່ບັນ​ດາ​ເນື້ອ​ໃນ​ຂອງກອງ​ປະ​ຊຸມ. ກອງ​ປະ​ຊຸມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ, ແມ່ນ​ການ​ເປີດ​ສາກ​ຢ່າງ​ສະ​ດວກ​​ໃຫ້​ແກ່​ອາ​ຍຸ​ການ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV. ຂ້າ​ພະ​ເຈົ້າ​ມີ​ຄ​ວາມ​ເຊື່ອ​ໝັ້ນ​ວ່າ ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ນີ້ ຈະ​ປະ​ຕິ​ບັດ​ຫລາຍ​ວຽກ​ງານກວ່າ​ເມື່ອ​ທຽບ​ໃສ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ຜ່ານ​ມາ.”

ປ່ຽນ​ໃຫມ່​ຮູບ​ການ​ເຄື່ອນ​ໄຫວ

ປີ 2016, ສະ​ພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄ​ຳ​ຊັກ​ຖາມ​ທຳ​ອິດ​ຂອງ​ອາ​ຍຸ​ການ​ຊຸດ​ທີ XIV ສຳ​ລັບ​ສະ​ມາ​ຊິກ​​ຈຳ​ນວນ​ຫນຶ່ງໃນ​ຄະ​ນະລັດ​ຖະ​ບານ. ນີ້​ກໍ​ແມ່ນ​ເນື້ອ​ໃນ​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ໃຫມ່​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດຢ່າງ​ຈະ​ແຈ້ງເມື່ອ​ທຽບ​ໃສ່​ກ່ອນນີ້. ເລື່ອງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ມີ​ສິດ​ໂຕ້​ວາ​ທີທີ່​ວາ​ລະ​ປຶກ​ສາ​ຫາ​ລື ຫລື ທີ່​ບັນ​ດາ​ວາ​ລະ​ຊັກ​ຖາມ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ລັດ​ຖະ​ບານ ໄດ້​ຊ່ວຍ​ເຮັດ​ແຈ້ງ​ຫລາຍ​ບັນ​ຫາ, ຍົກ​ອອກ​ບັນ​ດາ​ຂໍ້​ສະ​ຫລຸບ​ສັງ​ລວມ, ​ມີ​ລັກ​ສະ​ນະວິ​ທະ​ຍາ​ສາດ, ເໝາະ​ສົມ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ. ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ມາ​ຄົມ ແລະ ຮ່າງ​ກົດ​ໝາຍ​​ປັບ​ປຸງ, ເພີ່ມ​ເຕີມ ບາງ​ຂໍ້​ມາ​ດ​ຕາ​ຂອງ​ປະ​ມວນ​ກົດ​ໝາຍ​ອາ​ຍາ ແມ່ນ​ການ​ພິ​ສູດ​ຢ່າງ​ເຫັນ​ໄດ້​ຊັດ​ກ່ຽວ​ກັບ​ການ​ກະ​ທົບ​ຈາກ​ການ​ໂຕ້​ວາ​ທີ. ນອກ​ຈາກ​ການ​ຕິດ​ຕາມກວດ​ກາ​ດ້ວຍ​ການ​ຊັກ​ຖາມ​​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ກັບ​ກອງ​ປະ​ຊຸມ​ຄັ້ງ​ກ່ອນ​ຢູ່​ບ່ອນ​ວ່າ ສະ​ພາ​ແຫ່ງ​ຊາດບໍ່​ພຽງ​ແຕ່​ເລືອກ​ເຟັ້ນ​ລັດ​ຖະ​ມົນ​ຕີ, ​ຫົວ​ໜ້າ​ຂະ​ແຫນງ​ຄົນ​ຫນຶ່ງ​ເທົ່າ​ນັ້ນ ຫາກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ເຟັ້ນ​ໝວດ​ບັນ​ຫາ​ເພື່ອ​ຊັກ​ຖາມ. ເປັນ​ອັນ​ວ່າ ການ​ປະ​ສານ​ສົມ​ທົບ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ແກ້​ໄຂວຽກ​ງານ ແລະ ການ​ປະ​ສານ​ສົມ​ທົບ​ໃນ​ການ​ຕອບ​ຄ​ຳ​ຊ​ັກ​ຖາມ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ໃນ​ລັດ​ຖະ​ບານ. ທ່ານ ຫວູ​ໝາວ, ອະ​ດີດ ຫົວ​ຫນ້າ​ກຳ​ມາ​ທິ​ການການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ ຕີ​ລາ​ຄາ​ວ່າ:

“ຈຸດ​ໃຫມ່​ອ່ຽມ ນັ້ນ​ແມ່ນ ສະ​ພາ​ແຫ່ງ​ຊາດ​ໄດ້​ສ້າງ​ບັນ​ຍາ​ກາດ​ແລກ​ປ່ຽນ, ໂຕ້​ວາ​ທີ​ໂດຍ​ກົງ​ລະ​ຫວ່າງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ. ສິ່ງ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ຊັກ​ຖາມ​ຂອງ​ຕົນ. ນີ້​ແມ່ນ​ສິ່ງ​ທີ່​ເປັນ​ຫນ້າ​ສົ່ງ​ເສີມ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ຫລາຍ​ບັນ​ຫາ​ຊື່ງ​ສະ​ພາ​ແຫ່ງ​ຊາດ​ຕ້ອງ​ເຮັດ. ການ​ເຄື່ອນໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ຕ້ອງ​ແຂງ​ແຮງກວ່າອີກເພື່ອຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ເທດ​ຊາດ​ສຳ​ລັບ​ສະ​ພາ​ແຫ່ງ​ຊາດ.”

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ຫາ​ກໍ​ສິ້ນ​ສຸດ​ປີ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ອາ​ຍຸ​ການ 5 ປີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ການ​ເຄື່ອນ​​ໄຫວທຳ​ອິດ​ຂອງ​ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ, ສືບ​ຕໍ່​ສ້າງ​ຂີດ​ໝາຍ​ໃຫມ່​ໃນ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ລາ​ສີ ແລະ ວິ​ວັດ​ການ​ພັດ​ທະ​ນາ 70 ປີ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ.


ຂ່າວ/ບົດ​ອື່ນ