ສະພາແຫ່ງຊາດຊຸດທີ XIV: ຄວາມເອກອ້າງທະນົງໃຈ ກ່ຽວກັບບັນດາໝາກຜົນທີ່ບັນລຸໄດ

(VOVWORLD) - ວຽກງານຕິດຕາມກວດກາຂອງສະພາແຫ່ງຊາດໄດ້ເອົາໃຈໃສ່ເປັນພິເສດ ດ້ວຍ 7 ຫົວເລື່ອງທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດ - ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ບົດລາຍງານສະຫລຸບອາຍຸການສະພາແຫ່ງຊາດຊຸດທີ XIV ໂດຍທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ສະເໜີທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV ໃນຕອນເຊົ້າວັນທີ 24 ມີນາ, ໃນນັ້ນ ເນັ້ນໜັກວ່າ ອາຍຸການສະພາແຫ່ງຊາດຊຸດທີ XIV ໄດ້ປະສົບຜົນສຳເລັດ ດ້ວຍໝາກຜົນຢ່າງຮອບດ້ານພໍສົມຄວນ ໃນບັນດາຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ບັນດາໝາກຜົນດັ່ງກ່າວ ໄດ້ປະກອບສ່ວນສ້າງການຫັນປ່ຽນຢ່າງຕັ້ງໜ້າ, ປະກອບສ່ວນອັນໃຫຍ່ຫລວງເຂົ້າຜົນງານ 35 ປີແຫ່ງການປ່ຽນແປງໃໝ່ຂອງປະເທດຊາດ, ເສີມຂະຫຍາຍມູນເຊື້ອ 75 ປີສະຫງ່າລາສີຂອງສະພາແຫ່ງຊາດ ຫວຽດນາມ .

ສະພາແຫ່ງຊາດຊຸດທີ XIV: ຄວາມເອກອ້າງທະນົງໃຈ ກ່ຽວກັບບັນດາໝາກຜົນທີ່ບັນລຸໄດ - ảnh 1ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV. ພາບ: TTXVN

        ວັນທີ 22 ພຶດສະພາ 2016, ຜູ້ມີສິດເລືອກຕັ້ງໄດ້ເລືອກຕັ້ງສະພາແຫ່ງຊາດຊຸດທີ XIV. ໃນໄລຍະ 5 ປີຜ່ານມາ, ສະພາແຫ່ງຊາດໄດ້ຜັນຂະຫຍາຍການເຄື່ອນໄຫວໃນສະພາບການໂລກ, ພາກພື້ນມີບັນດາການຜັນປ່ຽນ, ກາລະໂອກາດ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍສະຫລັບກັນ; ທີ່ຕັ້ງບົດບາດ ແລະ ກຳລັງຂອງປະເທດ ນັບມື້ນັບເຕີບໃຫຍ່ເຂັ້ມແຂງພາຍຫລັງ 35 ປີແຫ່ງການປ່ຽນແປງໃໝ່.

ຍາມໃດກໍ່ເລີ່ມມາຈາກເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ

       ໂດຍແມ່ນອົງການຜູ້ແທນສູງສຸດຂອງປະຊາຊົນ, ອົງການມີສິດອຳນາດລັດສູງສຸດຂອງປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ, ສະພາແຫ່ງຊາດຊຸດທີ XIV ໄດ້ສະແດງໃຫ້ເຫັນຢ່າງເລິກເຊິ່ງ ແມ່ນຮູບຕົວແທນຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ມີຈິນຕະນາການປະດິດຄິດສ້າງ, ປ່ຽນແປງໃໝ່ການເຄື່ອນໄຫວຢ່າງແຮງ, ໄຫວພິບ, ລະມັດລະວັງ, ຕັດສິນໃຈ, ຍົກສູງຈິດໃຈຄວາມຮັບຜິດຊອບ, ມີການກະທຳເພື່ອຜົນປະໂຫຍດຂອງປະຊາຊົນ, ຂອງປະເທດຊາດ, ປະຕິບັດສຳເລັດວຽກງານໃນບັນດາຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ຕັດສິນໃຈບັນດາບັນຫາສຳຄັນຂອງປະເທດຊາດ, ເປັນເຈົ້າການໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດ ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນພາກພື້ນກໍ່ຄືໃນໂລກ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ:

        “ບັນດານະໂຍບາຍຊີ້ຂາດຂອງສະພາແຫ່ງຊາດ ຍາມໃດກໍ່ເລີ່ມມາຈາກເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ຜົນປະໂຫຍດຂອງປະເທດ ຈາກຄວາມຮຽກຮ້ອງພັດທະນາຂອງປະເທດ, ສ້າງການຫັນປ່ຽນຢ່າງຕັ້ງໜ້າ, ເຂັ້ມແຂງໃນຊີວິດທາງດ້ານເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ປະກອບສ່ວນຍູ້ແຮງກິດຈະການປ່ຽນແປງໃໝ່, ສ້າງສາ, ປົກປັກຮັກສາປະເທດຊາດ.

        ໃນອະຍຸການຂອງຕົນ, ສະພາແຫ່ງຊາດຊຸດທີ XIV ໄດ້ປະກາດໃຊ້ເອກະສານນິຕິກຳຫລາຍສະບັບ ເພື່ອຫັນບັນດາແຜນນະໂຍບາຍ, ແນວທາງຂອງພັກເປັນລະບອບກົດໝາຍຢ່າງທັນການ ແລະ ສືບຕໍ່ຫັນເປັນລະອຽດ ແລະ ນຳລັດຖະທຳມະນູນປີ 2013 ເຂົ້າສູ່ຊີວິດຕົວຈິງ. ກົດໝາຍ 72 ສະບັບ, ລັດຖະບັນຍັດ 2 ສະບັບ ແລະ ມະຕິຫລາຍສະບັບທີ່ເປັນນິຕິກຳທີ່ໄດ້ຮັບການຮັບຮອງເອົາ ໄດ້ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ຊີວິດດ້ານເສດຖະກິດ - ສັງຄົມຢ່າງ ຮອບດ້ານ, ເລິກເຊິ່ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບຕົວຈິງ.

        ວຽກງານຕິດຕາມກວດກາຂອງສະພາແຫ່ງຊາດໄດ້ເອົາໃຈໃສ່ເປັນພິເສດ ດ້ວຍ 7 ຫົວເລື່ອງທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດ - ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ການຊັກຖາມ ແລະ ຕອບຄຳຊັກຖາມ ດ້ວຍວິທີ “ຖາມໄວ ຕອບກະທັດລັດ” ສ້າງເງື່ອນໄຂເພື່ອເພີ່ມຈຳນວນສະມາຊິກສະພາແຫ່ງຊາດຊັກຖາມ, ໂຕ້ວາທີ, ທັງກ່ຽວກັບດ້ານເນື້ອໃນ ແລະ ຄຸນນະພາບຄຳຖາມ, ຄຳຕອບ, ດຶງດູດຄວາມສົນໃຈຂອງສະມາຊິກສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ.

ສະພາແຫ່ງຊາດຊຸດທີ XIV: ຄວາມເອກອ້າງທະນົງໃຈ ກ່ຽວກັບບັນດາໝາກຜົນທີ່ບັນລຸໄດ - ảnh 2ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ພາບ: TTXVN

ປະກາດໃຊ້ມະຕິຫລາຍສະບັບຢ່າງທັນການ ເພື່ອຜົນປະໂຫຍດຂອງປະເທດຊາດ

       ໃນອາຍຸການນີ້, ສະພາແຫ່ງຊາດໄດ້ຍົກສູງການຮັບປະກັນລັກສະນະສັງລວມ, ຄວາມຮຽກຮ້ອງໜ້າທີ່ຕ້ອງຕິດແໜ້ນກັບແຫຼ່ງກຳລັງປະຕິບັດ ເມື່ອດຳເນີນການພິຈາລະນາ, ຕັດສິນແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2016 – 2020 ແລະ ທຸກໆປີ. ແຜນການລົງທຶນສາທາລະນະໄລຍະກາງ ແລະ ແຜນການການເງິນ 5 ປີໄລຍະ 2016 – 2020 ຄັ້ງທຳອິດ ໄດ້ຮັບຮອງເອົາ, ຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບ, ມຸ່ງໄປເຖິງການລະດົມ ແລະ ນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນກ່ວາ, ຮັບປະກັນໜິ້ສາທາລະນະຢ່າງປອດໄພ, ລັກສະນະໝັ້ນຄົງຂອງງົບປະມານ. ນະໂຍບາຍເງິນຕາ ແລະ ປີການເງິນໄດ້ຮັບການພິຈາລະນາຢ່າງລະມັດລະວັງ, ໄຫວພິບ, ປະກອບສ່ວນຈຳກັດບັນດາຜົນກະທົບບໍ່ດີ, ຮັກສາ, ຟື້ນຟູບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ.

        “ສະພາແຫ່ງຊາດໄດ້ຕົກລົງແຜນນະໂຍບາຍລົງທຶນແກ່ບັນດາໂຄງການ, ກິດຈະກຳສຳຄັນລະດັບຊາດ, ມີຄວາມໝາຍໃຫຍ່ຕໍ່ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ນັ້ນແມ່ນບັນດານະໂຍບາຍຊີ້ຂາດສຳຄັນພິເສດ, ຄົບຊຸດ, ຮອບດ້ານ, ຊຸກຍູ້ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເສີມຂະຫຍາຍກຳລັງພາຍໃນ, ພັດທະນາແບບຍືນຍົງ.

ເສີມຂະຫຍາຍທ່າແຮງໃນການເຄື່ອນໄຫວພົວພັນຕ່າງປະເທດ

       ບົດບາດການພົວພັນຕ່າງປະເທດຂອງສະພາແຫ່ງຊາດໄດ້ຢັ້ງຢືນໂດຍຜ່ານການຕັດສິນ ແລະ ປະຕິບັດບັນດານະໂຍບາຍໃຫຍ່ກ່ຽວກັບການພົວພັນຕ່າງປະເທດ; ຕິດຕາມກວດກາການປະຕິບັດບັນດາສົນທິສັນຍາສາກົນ ເຊິ່ງ ຫວຽດນາມ ເປັນສະມາຊິກ…ສະພາແຫ່ງຊາດຊຸດທີ XIV ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມເປັນເຈົ້າການປະກອບສ່ວນ, ສ້າງກົດລະບຽບເປັນຮູບປະທຳ, ຮັກສາ ແລະ ຊຸກຍູ້ບັນດາຜົນປະໂຫຍດຍຸດທະສາດກ່ຽວກັບຄວາມໝັ້ນຄົງ, ການພັດທະນາຂອງ ຫວຽດນາມ ໃຫ້ມີປະສິດທິຜົນ; ປະກອບຫລາຍຂໍ້ລິເລີ່ມສຳຄັນຢູ່ບັນດາເວທີປາໄສອົງການລັດຖະສະພາລະຫວ່າງຊາດລະດັບໂລກ ແລະ ພາກພື້ນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການເຈລະຈາ ແລະ ການຮ່ວມມື. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ດ້ວຍຈິດໃຈຍູ້ແຮງ ແລະ ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືເລິກເຊິ່ງກ່ວາ, ເປັນຕົ້ນແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາຄູ່ຮ່ວມມືຍຸດທະສາດ, ບັນດາປະເທດໃຫຍ່ ທີ່ມີບົດບາດສຳຄັນຕໍ່ການພັດທະນາຂອງປະເທດຊາດ, ສະພາແຫ່ງຊາດໄດ້ມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານກັບລັດຖະສະພາບັນດາປະເທດໃນພາກພື້ນ ແລະ ໂລກ, ມາຮອດປະຈຸບັນ ໄດ້ສ້າງຕັ້ງການພົວພັນກັນລັດຖະສະພາຂອງເກືອບ 180 ປະເທດມີອະທິປະໄຕ ແລະ ເປັນສະມາຊິກຂອງຫລາຍອົງການ, ເວທີປາໄສລັດຖະສະພາລະຫວ່າງຊາດພາກພື້ນ ແລະ ໂລກ.

        ຈາກສະພາບຕົວຈິງຂອງການເຄື່ອນໄຫວໃນໄລຍະ 5 ປີຜ່ານມາ, ຕາມທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ຜົນງານຂອງສະພາແຫ່ງຊາດຊຸດທີ XIV ແມ່ນສິ່ງຍອດຢ້ຽມຂອງການປະຕິບັດແນວທາງ, ແຜນນະໂຍບາຍຂອງພັກເປັນຢ່າງດີ, ເພື່ອຜົນປະໂຫຍດຂອງປະເທດ, ຂອງປະຊາຊົນ. ຄວາມສາມັກຄີ, ການປ່ຽນແປງໃໝ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ພິເສດແມ່ນຊາບຊຶມແນວຄິດຖືປະຊາຊົນເປັນກົກ, ໃກ້ຊິດຕິດແທດກັບປະຊາຊົນ, ເຂົ້າໃຈປະຊາຊົນ, ຖືປະຊາຊົນເປັນສຳຄັນ; ຮັບຟັງປະຊາຊົນ. ການສະໜັບສະໜູນ, ຄວາມໄວ້ເນື້ຶ້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ທັງແມ່ນກຳລັງໜູນ ທັງແມ່ນແຫຼ່ງລະດົມກຳລັງໃຈໃຫຍ່ຫລວງ ເພື່ອສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດມີຄວາມມານະພະຍາຍາມກ່ວາອີກ, ປະຕິບັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ./.

ຕອບກັບ

ຂ່າວ/ບົດ​ອື່ນ