ສະພາແຫ່ງຊາດປະຕິບັດເປົ້າໝາຍສະຫັດສະວັດຄວາມສະເໝີພາບລະຫວ່າງຍິງ-ຊາຍ

ໃນ​ໂຄງ​ການ​ດຳ​ເນີນ​ງານ​ຂອງກອງປະ​ຊຸມໃຫຍ່ IPU 132 ຊຶ່ງ​ດຳ​ເນີນຢູ່​ຫວຽດ​ນາມ​ແຕ່​ວັນ​ທີ 28/3 ຫາ​ວັນ​ທີ ¼  ນັ້ນ, ຈະ​ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ທີ່​ຕິດ​ພັນ​ກັບ​ບັນ​ຫາ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ. ໂດຍ​ແມ່ນ​ປະ​ເທດ​ເຈົ້າ​ພາບ, ຫວຽດ​ນາມ ກໍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ໃຫ້​ບັ​ນ​ດາ​ເນື້ອ​ໃນ ແລະ ຈຸດ​ປະ​ສົງ​ການ​ເຄື່ອນ​ໄຫວ​ຂອງ IPU, ໃນ​ນັ້ນ, ມີ​ການ​ຊຸກ​ຍູ້​ບົດ​ບາດ, ສິດ​ຂອງ​ແມ່​ຍິງ. ຫວຽດ​ນາມ ກໍ​ແມ່ນ​ປະ​ເທດ​ໄດ້​ສຳ​ເລັດ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ກ່ຽວ​ກັບ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ແລະ ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ໃຫ້​ແມ່​ຍິງ.

ສະພາແຫ່ງຊາດປະຕິບັດເປົ້າໝາຍສະຫັດສະວັດຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1
ຫວຽດ​ນາມ​ພວມ​ຊຸກ​ຍູ້​ບົດ​ບົດ​ຂອງ​ແມ່​ຍິງ ແລະ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ


    ເດືອນ 5/2008, ໃນສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຊຸດ​ທີ່ 12, ເປັນ​ຄັ້ງ​ທຳ​ອິດ​ທີ່​ກຸ່ມສະ​ມາ​ຊິກ ສະ​ພາ​ແຫ່ງ​ຊາດ​ຍິງໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ນີ້​ແມ່ນ​ອົງ​ການ​ທຳ​ອິດ​ຂອງ​ບັນ​ດາ ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຍິງຫວຽດ​ນາມ, ໃນ​ນັ້ນ ຈຸດ​ໝາຍ​ອັນ​ໃຫຍ່ຫຼວງກວ່າ​ໝູ່​ແມ່ນ​ການ​ຊຸກ​ຍູ້ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ. ຜ່ານ 2 ອາ​ຍຸ​ການ​ເຄື່ອນ​ໄຫວ, ກຸ່ມສະ​ພາ​ຊິກສະ​ພາ​ແຫ່ງ​ຊາດ​ຍິງໄດ້​ສ້າງ​ເວ​ທີ​່ປາ​ໄສເພື່ອ​ໃຫ້​ບັນ​ດາ ສະ​ມາ​ຊິກ ສະ​ພາ​ແຫ່ງ​ຊາດ​ຍິງ​ມີ​ໂອ​ກາດ​ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ວິເຄາະນະ​ໂຍ​ບາຍ, ສ້າງ​ເງື່ອນ​ໄຂ​ເພື່ອ​ມີ​ສຽງ​ເວົ້າ​ລວມ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ແມ່​ຍິງ, ເດັກ​ນ້ອຍ ແລະ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ…ຍ້ອນ​ແນວນັ້ນ, ບັນ​ດາ​ນະ​ໂຍ​ບາຍ​ທີ່​​ປະ​ກາດ​ໃຊ້ນັ້ນ ໄດ້​ມີ​ການ​ຊັງ​ຊາ​ຈາກຫຼາຍ​ແງ່​ມຸມ​ໃນ​ບັນ​ຫາ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ຄື: ການ​ເພີ່ມ​ເວ​ລາ​ພັກ​​ການ​ເມື່ອຖື​ພາ​ມານ ແລະ ປະ​ສູດ​ລູກ​ໃຫ້​ຄົນ​ງານ​ຍິງ​ຈາກ 4 ເດືອນ​ຂຶ້ນ​ເປັນ 6 ເດືອນ, ຂໍ້​ກຳ​ນົດ​ກ່ຽວ​ກັບ​ເລື່ອງ​ຄົນ​ງານ​ຊາຍ​ໄດ້​ພັກ​ການ​ເມື່ອເມຍ​ປະ​ສູດ​ລູກ… ທ່ານ​ນາງ ຫງວຽນ​ທິກວຽດ​ເຕີມ , ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ເຂດ​ເລືອກ​ຕັ້ງນະ​ຄອນໂຮ່​ຈິ​ມິ​ນ ຖື​ວ່າ : 

    “ ມີ ສະ​ມາຊິກ ສະ​ພາ​ແຫ່ງ​ຊາດ​ຍິງຫຼາຍ​ຄົນ​ໃນ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ກ່າວ​ເຖິງ​ສຽງ​ເວົ້າ, ຄວາມ​ໃນ​ໃຈ, ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ພິ​ເສດ​ແມ່ນ ຜູ້​ມີ​ສິດ​ເລືອກ​ຕັ້ງຍິງ. ບັນ​ດາ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ພຶດ​ຕິ​ກຳ ແລະ ວິ​ທະ​ຍາ​ສາດ ໄດ້​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື, ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ບັນ​ດາ ສະ​ມາ​ຊິກ ສະ​ພາ​ແຫ່ງ​ຊາດ​, ຈາກນັ້ນ​ໄດ້​ພາ​ໄປ​ເຖິງ​ບັນ​ດາ​ຄຳ​ຕັດ​ສິນ​ທີ່​ສຳ​ຄັນ​ຂອງສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ”

   ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ປະ​ກອບ​ຄຳ​ເຫັນ​ທີ່​ເວ​ທີ່​ປາ​ໄສ​ລັດ​ຖະ​ສະ​ພາ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ,  ກຸ່ມສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຍິງ​ຂອງ​ຫວຽດ​ນາມ​ຍັງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ໃນ​ໂລກ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ​ຄື : ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງສະ​ມາ​ຊິກ​ລັດ​ຖະສະ​ພາ​​ຍິງ AIPA , ກອງ​ປະ​ຊຸມສະ​ມາ​ຊິກລັດ​ຖະສະ​ພາຍິງ IPU ທີ່​ຈັດ​ຂຶ້ນ​ໃນ​ແຕ່​ປີ…ທ່ານ​ນາງ ເຈືອງ​ທິ​ມາຍ ຫົວ​ໜ້າ​ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ປະ​ທານ​ກຸ່ມສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຍິງ ໃຫ້​ຮູ້​ວ່າ : 

   “ ບັນ​ດາ​ຫົວ​ເລື່ອງ ແລະ ບັນ​ດາ​ຂໍ້​ສະ​ເໜີ້​ແນະ​ໃນ​ບັນ​ດາ​ເວ​ທີ່​ປາ​ໄສ​ນີ້, ຍາມ​ໃດ​ກໍ​ມຸ່ງ​ໄປ​ສູ່​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ກາ​ລະ​ໂອ​ກາດ ແລະ ການ​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ສະ​ເໝີ​ພາບ ສຳ​ລັບ​ແມ່​ຍິງ ແລະ ເດັກ​ຍິງ, ມອບ​ສິດ ແລະ ຊຸກ​ຍູ້​ການ​ເຂົ້າ​ຮ່ວມຫຼາຍ​ກ່​ວາ​ຂອງ​ແມ່​ຍິງ​ເຂົ້າ​ໃນ​ຂົງ​ເຂດການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ…ພ້ອມ​ກັນ​ນັ້ນ, ຫວຽດ​ນາມ​ກໍ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ເວ​ທີ່​ປາ​ໄສ​ນີ້ ແມ່ນ​ເພື່ອ​ປັບ​ປຸງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ບັນ​ດາ​ລັດ​ຖະ​ສະ​ພາ​ສະ​ມາ​ຊິກ ແລະ ໃນ​ບັນ​ດາ​ອົງ​ການ​ຈັດ​ຕັງ​ສາ​ກົນ, ສ້າງ​ເງື່ອນ​ໄຂ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ ແລະ ຮ່ວມ​ມື​ລະ​ຫວ່າງ​ບັນ​ດາສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຍິງ ”

    ປະ​ຈຸ​ບັນ, ຫວຽດ​ນາມ​ແມ່ນ 1 ໃນຈຳ​ນວນ 5 ປະ​ເທດ​ພວມພັດ​ທະ​ນາ​ຢູ່​ອາ​ຊີ, ມີ​ອັດ​ຕາສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຍິງ​ສູງກວ່າ​ໃນສະ​ພາ​ແຫ່ງ​ຊາດ​. ຫວຽດ​ນາມ​ກໍ​ໄດ້​ສຳ​ເລັດ​ຈຸດ​ໝາຍ​ໂດຍ​ພື້ນ​ຖານ​ກ່ຽວ​ກັບຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ແລະ ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ໃຫ້​ແກ່​ແມ່​ຍິງ. ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ ປະ​ຕິ​ບັດ​ເປົ້າ​ໝາຍ​

ສະ​ຫັດສະ​ວັດກ່ຽວ​ກັບ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ. ໃນ​ມໍ່ໆ​ມານີ້, ໃນ​ການ​ພົບ​ປະ​ກັບ​ບັນ​ດາ ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຍິງ​ທີ່​ເປັນ​ການ​ນຳ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ຢູ່​ພາຍ​ໃນ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ສາ​ກົນ​ທີ່​ເຂົ້າ​ຮ່ວມ IPU 132, ທ່ານ ຫງວຽນ​ຊິງ​ຮຸ່ງ ປະ​ທານ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ ຫວຽດ​ນາມ​ແມ່ນ​ປະ​ເທດ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສ້າງ​ບັນ​ດາ​ນະ​ໂຍ​ບາຍ ແລະ ກອບ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ແລະ ນັບ​ມື້​ນັບ​ມີ​ແມ່​ຍິງຫຼາຍ​ຄົນ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ທີ່ຫຼັກ​ແຫຼ່ງ​ໃນ​ກົງ​ຈັກ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ. ທ່ານ ຫງວຽນ​ຊິງ​ຮຸ່ງ ປະ​ທານ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ : 

    “ ໂດຍ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ, ໄດ້​ຜ່ານ​ຜ່າຫຼາຍ​ປີ​ທຳ​ການ​ຕໍ່​ສູ​້ທີ່​ພິ​ລະ​ອາດ​ຫານ​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ, ຍິ່ງກວ່າ​ໃຜ​ໝົດ​ຊາວ​ຫວຽດ​ນາມຍາມ​ໃດ​ກໍ​ຮັບ​ຮູ້​ໄດ້​ເຖິງ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ມາດ​ຖານ​ສຳ​ຄັນ​ເພື່ອ​ຕີ​ລາ​ຄາ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ຍ້ອນ​ເຫດນີ້​ເອງ, ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແນ​ໃສ່​ກໍ່​ສ້າງ​ສັງ​ຄົມທີ່​ສະ​ເໝີ​ພາບ​ໃຫ້​ທຸກໆ​ຄົນ ”

     ຫົວ​ຂໍ້​ຂອງ IPU 132 ແມ່ນ “ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ : ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ”, ໃນ​ນັ້ນ​ຈຸດ​ໝາຍ ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ-ຊາຍ ກໍ​ເປັນ​ຈຸດ​ສຸມ. ເຂົ້າ​ຮ່ວມ​ IPU 132, ກຸ່ມ ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຍິງ​ຂ​ອງ​ຫວຽດ​ນາມ ຈະ​ສືບ​ຕໍ່​ສະ​ຫງວ​ນ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ນະ​ໂຍ​ບາຍ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ກັນລະ​ຫວ່າງ​ຍິງ-ຊາຍ, ມຸ່ງ​ໄປ​ສູ່​ຄວາມ​ສະ​ເໝີ​ພາບ​ຢ່າງ​ແທດ​ຈິງ, ປະ​ກອບ​ສ່ວນ​ຍົກ​ສູງ​ບົດ​ບາດ​ຂອງ​ແມ່​ຍິງ​ຫວຽດ​ນາມໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ