ສະພາແຫ່ງຊາດມີຄວາມປະເອີບໃຈຕໍ່ຄາດໝາຍ ການເຕີບໂຕເສດຖະກິດປີ 2018

(VOVWORLD) - ນັບແຕ່ຕົ້ນປີ 2018 ມາຮອດປັດຈຸບັນ, ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ; ໄພເງິນເຟີ້ໄດ້ຮັບການຄວບຄຸມ; ນະໂຍບາຍເງິນຕາໄດ້ຮັບການບໍລິຫານຍັງເປັນເຈົ້າການ, ມີໄຫວພິບ; ໜູນຊ່ວຍບັນດາອົງການສິນເຊື່ອທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຢ່າງທັນການ, 

ຄາດໝາຍການເຕີບໂຕ GDP ຂອງ ຫວຽດນາມ ປີ 2018 ວາງອອກແມ່ນໃຫ້ບັນລຸໄດ້ 6,7%. ທີ່ກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຊຸດທີ 14 ພວມດຳເນີນໄປຢູ່ ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ພື້ນຖານເສດຖະກິດຂອງປະເທດຊາດພວມພັດທະນາດີຂຶ້ນ, ສະພາບແວດລ້ອມແຫ່ງການລົງທຶນພວມມີບັນດາປັດໄຈສະດວກຫລາຍຢ່າງ ເຖິງວ່າຍັງປະສົບກັບສິ່ງທ້າທາຍບໍ່ໜ້ອຍກໍ່ຕາມ ຄືດຶງດູດການລົງທຶນຈາກຕ່າງປະເທດ, ໜີ້ສາທາລະນະຍັງຢູ່ໃນລະດັບສູງ…ຄາດໝາຍການເຕີບໂຕວາງອອກ ອາດຈະບັນລຸໄດ້ຢ່າງແນ່ນອນ.

ສະພາແຫ່ງຊາດມີຄວາມປະເອີບໃຈຕໍ່ຄາດໝາຍ ການເຕີບໂຕເສດຖະກິດປີ 2018 - ảnh 1 (ພາບປະກອບ)

        ຕາມບົດລາຍງານ ໂດຍທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ສະເໜີຕໍ່ສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດກ່ຽວກັບສະພາບການເສດຖະກິດ - ສັງຄົມປີ 2017, 7/13 ຕົວເລກຄາດໝາຍເສດຖະກິດ - ສັງຄົມໃນປະເທດ ແມ່ນບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ລະດັບການເຕີບໂຕ GDP ບັນລຸໄດ້ 6,81%, ວົງເງິນການຄ້າສົ່ງອອກເພີ່ມຂຶ້ນກ່ວາ 21% ແລະ ການສົ່ງອອກເກີນດຸນບັນລຸ 2,9 ຕື້ USD. ນີ້ແມ່ນບັນດາສັນຍານທີ່ໝັ້ນແກ່ນໃຫ້ແກ່ການພັດທະນາເສດຖະກິດຂອງ ຫວຽດນາມ ໃນປີ 2018.

        ສືບຕໍ່ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ

        ນັບແຕ່ຕົ້ນປີ 2018 ມາຮອດປັດຈຸບັນ, ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ; ໄພເງິນເຟີ້ໄດ້ຮັບການຄວບຄຸມ; ນະໂຍບາຍເງິນຕາໄດ້ຮັບການບໍລິຫານຍັງເປັນເຈົ້າການ, ມີໄຫວພິບ; ໜູນຊ່ວຍບັນດາອົງການສິນເຊື່ອທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຢ່າງທັນການ, ຮັບປະກັນການຊຳລະເງິນ ແລະ ຄວາມປອດໄພຂອງລະບົບ. ທ່ານ ເຈີ່ນຮ່ວາງເງິນ ຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ຖືວ່າ:

        “ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ, ຄວາມຕັດສິນໃຈຂອງລັດຖະບານ “ກະທຳ, ໂປ່ງໃສ ແລະ ສ້າງສັນ” ພວກເຮົາບັນລຸໄດ້ບັນດາຜົນງານເສດຖະກິດທີ່ເປັນໜ້າປະທັບໃຈໃນປີ 2017 ແລະ ຊຸມເດືອນຕົ້ນປີ 2018. ພວກເຮົາໄດ້ເຕີບໂຕບົນພື້ນຖານເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ…ຄວາມໄວ້ເນື້ອເຊື່ອໃຈຕໍ່ສະກຸນເງິນຂອງ ຫວຽດນາມ ເພີ່ມຂຶ້ນ; ລາຍຈ່າຍງົບປະມານແຫ່ງລັດເກີນດຸນປີ 2017 ໄດ້ຫລຸດລົງ 4.000 ຕື້ດົ່ງ.

        ບັນດາຄຳຄິດເຫັນຂອງສະມາຊິກສະພາແຫ່ງຊາດຖືວ່າ: ໃນຊຸມເດືອນທ້າຍປີ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ ຍ້ອນສະພາບການເສດຖະກິດໂລກ, ໃນການດຶງດູດການລົງທຶນຈາກຕ່າງປະເທດກໍ່ຕາມ…ແຕ່ເສດຖະກິດ ຫວຽດນາມ ສາມາດບັນລຸໄດ້ຄາດໝາຍທີ່ວາງອອກ.

ສະພາແຫ່ງຊາດມີຄວາມປະເອີບໃຈຕໍ່ຄາດໝາຍ ການເຕີບໂຕເສດຖະກິດປີ 2018 - ảnh 2 ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ 

        ປະຕິຮູບລະບອບລະບຽບການ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ

        ໃນສະພາບການປະຈຸບັນ, ສະພາບແວດລ້ອມຂອງລະບອບລະບຽບການ ພວມໄດ້ຮັບການປະຕິຮູບ, ຜົນກະທົບຈາກພາຍນອກ ມີລັກສະນະສະດວກຫລາຍກ່ວາ ເມື່ອ ຫວຽດນາມ ພວມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ, ໃນຂະນະນັ້ນ, ຕະຫລາດຂອງປະເທດໄດ້ເປີດກ້ວາງ. ທ່ານ ຈິ້ງງອັກເຟືອງ ຄະນະສະມາຊິກສະພາແຫ່ງຊາດແຂວງ ໄຕນິງ ຖືວ່າ:

        “ຕ້ອງມີນະໂຍບາຍພັດທະນາເຂດເສດຖະກິດ, ຊຸກຍູ້ເຂດພັດທະນາ ແລະ ສ້າງກຳລັງໜູນໃຫ້ເຂດພັດທະນາ. ພວກເຮົາບໍ່ຄວນລົງທຶນຢູ່ທ້ອງຖິ່ນດຽວ ເພືຶ່ອພັດທະນາເຂດເສດຖະກິດ, ສິ່ງດັ່ງກ່າວຈະກໍ່ຄວາມກົດດັນຕໍ່ທ້ອງຖິ່ນ. ພວກເຮົາຄວນມີຜູ້ບັນຊາເຂດ ແລະ ກອງທຶນໃຫ້ແຕ່ລະເຂດ ເມື່ອເວລາລົງທຶນກໍ່ຈະມີແຫຼ່ງທຶນໃຫ້ແກ່ການລົງທຶນ.

        ເພື່ອພັດທະນາເສດຖະກິດແບບຍືນຍົງ ແລະ ສ້າງທ່າໝັ້ນຄົງໃນຊຸມປີຕໍ່ໄປ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ລັດຖະບານຄວນເອົາໃຈໃສ່ເຖິງຖັນແຖວວິສາຫະກິດ, ນັກທຸລະກິດ. ຍ້ອນວ່າ ນີ້ແມ່ນກຳລັງຂອງພື້ນຖານເສດຖະກິດ. ສະນັ້ນ ຄວນແກ້ໄຂຄວາມຫຍຸ້ງຍາກໃຫ້ກຳລັງນີ້ ພັດທະນາ. ທ່ານນາງ ຫງວຽນທິແທງ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງ ນິງບີງ ຖືວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ ໃນໄລຍະຈະມາເຖິງ ສະພາແຫ່ງຊາດ, ລັດຖະບານ ເມື່ອບໍລິຫານເສດຖະກິດມະຫາພາກ ຄວນເອົາໃຈໃສ່ເຖິງລະດັບການເຕີບໂຕ ແລະ ພິເສດແມ່ນ ຄຸນນະພາບການເຕີບໂຕ, ບັນດາດັດຊະນີທີ່ກ່ຽວຂ້ອງຄື: ສະມັດຕະພາບແຮງງານ, ສິ່ງແວດລ້ອມແບບຍືນຍົງ…ລະດັບການເປີດຂອງພື້ນຖານເສດຖະກິດ ຫວຽດນາມ ພວມໃຫຍ່ຫລວງທີ່ສຸດ ເມື່ອ ຫວຽດນາມ ເຂົ້າຮ່ວມໃນບັນດາສັນຍາການຄ້າເສລີ 2 ຝ່າຍ, ສະນັ້ນ ຕ້ອງດຸ່ນດ່ຽງບັນດາປັດໄຈສະດວກ ໃນການດຶງດູດການລົງທຶນຂອງວິສາຫະກິດຕ່າງປະເທດ ແລະ ວິສາຫະກິດພາຍໃນປະເທດ. ຈາກນັ້ນ ວິສາຫະກິດ ຫວຽດນາມ ຈະເຕີບໃຫຍ່ເຂັ້ມແຂງ, ເຂົ້າເຖິງບັນດາເຕັກໂນໂລຢີຂອງບັນດານັກລົງທຶນຕ່າງປະເທດ. ພວກເຮົາຄວນເອົາໃຈໃສ່ເຖິງ “ສຸຂະພາບ ” ຂອງວິສາຫະກິດພາຍໃນປະເທດຫລາຍກ່ວາອີກ ເພື່ອໃຫ້ວິສາຫະກິດ ຫວຽດນາມ ເຊື່ອມໂຍງ, ຍາດແຍ່ງໄດ້ບັນດາທ່າໄດ້ປຽບຂອງນັກລົງທຶນຕ່າງປະເທດ”.

        ສະພາບການເສດຖະກິດ - ສັງຄົມປີ 2017 ແລະ ຊຸມເດືອນຕົ້ນປີ 2018 ໄດ້ ແລະ ພວມສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນປີນີ້ ແລະ ສ້າງທ່າໃຫ້ຊຸມປີຕໍ່ໄປ. ນັບແຕ່ນີ້ມາທ້າຍປີ, ລັດຖະບານສືບຕໍ່ປະຕິບັດບັນດາມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານກ່ຽວກັບບັນດາບາດກ້າວບຸກທະລຸຍຸດທະສາດຢ່າງຂ້ຽວຂາດ ແລະ ມີປະສິດທິຜົນ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ. ເປັນເຈົ້າການກະກຽມບັນດາເງື່ອນໄຂຈຳເປັນ, ກຳແໜ້ນກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0 ເປັນຢ່າງດີ, ສູ້ຊົນບັນລຸໄດ້ລະດັບການເຕີບໂຕ GDP ຄືດັ່ງຄາດໝາຍໄດ້ວາງອອກ./.

ຕອບກັບ

ຂ່າວ/ບົດ​ອື່ນ