ສະມາຄົມຊາວກະສິກອນ ຫວຽດນາມ ຮ່ວມເດີນທາງພ້ອມກັບຊາວກະສິກອນໃນການຜະລິດ ແລະ ພັດທະນາຊີວິດການເປັນຢູ່

(VOVWORLD) -  ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7 ສະມາຄົມຊາວກະສິກອນ ຫວຽດນາມ ໄດ້ດຳເນີນແຕ່ວັນທີ 11  13 ທັນວາ, ກອງປະຊຸມໃຫຍ່ມີຄວາມໝາຍສຳຄັນສຳລັບຊົນຊັ້ນຊາວກະສິກອນໃນທົ່ວປະເທດ.

        ຜູ້ແທນ 999 ຄົນທີ່ຕາງໜ້າໃຫ້ສະມາຊິກ, ຊາວກະສິກອນກ່ວາ 10 ລ້ານຄົນໃນທົ່ວປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ດ້ວຍຄວາມປາດຖະໜາວ່າ ມີຫລາຍໂຄງການໜູນຊ່ວຍຊາວກະສິກອນໃນການເຄື່ອນໄຫວຜະລິດກະສິກຳ, ກໍ່ສ້າງ ແລະ ພັດທະນາຊີວິດການເປັນຢູ່.

ສະມາຄົມຊາວກະສິກອນ ຫວຽດນາມ ຮ່ວມເດີນທາງພ້ອມກັບຊາວກະສິກອນໃນການຜະລິດ ແລະ ພັດທະນາຊີວິດການເປັນຢູ່ - ảnh 1 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7 ສະມາຄົມຊາວກະສິກອນ ຫວຽດນາມ (ພາບ: ອິນເຕີແນັດ)


       
ດ້ວຍຈິດໃຈ “ປະຊາທິປະໄຕ - ສາມັກຄີ - ປ່ຽນແປງໃໝ່ - ເຊື່ອມໂຍງ - ພັດທະນາ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 7 ແມ່ນເຫດການການເມືອງສຳຄັນ, ເປັນຂີດໝາຍບາດກ້າວປ່ຽນແປງໃໝ່ຂອງສະມາຄົມ ແລະ ຂະບວນການແຂ່ງຂັນຂອງຊາວກະສິກອນໃນທົ່ວປະເທດ. ໃນໄລຍະຜ່ານມາ, ດ້ວຍສະມາຊິກກ່ວາ 10 ລ້ານຄົນ, ສະມາຄົມຊາວກະສິກອນ ຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບການກໍ່ສ້າງຈາກພັກ, ລັດ, ໄດ້ ແລະ ພວມສະແດງໃຫ້ເຫັນແຈ້ງບົດບາດເປັນເຈົ້າການໃນການພັດທະນາກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່ເທື່ອລະກ້າວ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ.

ຮ່ວມເດີນທາງພ້ອມກັບຊາວກະສິກອນໃນການພັດທະນາການຜະລິດ, ດຳເນີນທຸລະກິດ

        ອາຍຸການປີ 2013 – 2018, ສູນກາງສະມາຄົມຊາວກະສິກອນໄດ້ຮັບເປັນສະມາຊິກກ່ວາ 2 ລ້ານຄົນ, ຍົກຈຳນວນສະມາຊິກໃນທົ່ວປະເທດຂຶ້ນເຖິງກ່ວາ 10 ລ້ານຄົນ. ບັນດາຂະບວນການແຂ່ງຂັນອອກແຮງງານ, ທຳການຜະລິດຂອງຊາວກະສິກອນ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກສະມາຄົມທຸກຂັ້ນ, ໃນນັ້ນ ຈຸດສຸມແມ່ນຂະບວນການຊາວກະສິກອນແຂ່ງຂັນທຳການຜະລິດ, ດຳເນີນທຸລະກິດເກັ່ງກ້າ, ສາມັກຄີຊ່ວຍເຫຼືອກັນເພື່ອສ້າງຄວາມຮັ່ງມີ ແລະ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ; ຂະບວນການຊາວກະສິກອນແຂ່ງຂັນກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ…ທ່ານ ທາວເລີ້ຍ, ຫົວໜ້າສະມາຄົມຊາວກະສິກອນສາຂາບ້ານ ດັກເມ໊, ຕາແສງ ເບີອີ, ເມືອງ ງອັກໂຮ່ຍ, ແຂວງ ກອນຕຸມ ແບ່ງປັນວ່າ:

        ຂ້າພະເຈົ້າມີຄວາມຫວັງຕໍ່ກອງປະຊຸມໃຫຍ່ຄັ້ງນີ້ວ່າ ຈະມີບັນດາມາດຕະການ ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນບັນດາເຜົ່າພັດທະນາກ່ຽວກັບວັດຖຸກະສິກຳສົ້ນເຂົ້າຫລາຍກ່ວາອີກ. ຄວາມຫຍຸ້ງຍາກຂອງຊົນເຜົ່າ ເບເຣົາ ເວົ້າສະເພາະ ແລະ ບັນດາຊົນເຜົ່າອື່ນເວົ້າລວມ ແມ່ນຫວັງໄດ້ຮັບການແກ້ໄຂ ກ່ອນອື່ນໝົດແມ່ນຫລຸດພົ້ນອອກຈາກຄວາມທຸກຍາກ, ສຳຄັນທີ່ສຸດແມ່ນການພັດທະນາເສດຖະກິດ.

        ທ່ານນາງ ຫງວຽນທິທູຖູຍ, ສະມາຊິກສະມາຄົມຊາວກະສິກອນແຂວງ ໄທງວຽນ ຖືວ່າ: ສະມາຄົມຊາວກະສິກອນທຸກຂັ້ນປາດຖະໜາວ່າ ລັດ, ສູນກາງສະມາຄົມຊາວກະສິກອນ, ຈະມີບັນດານະໂຍບາຍໃນວຽກງານຄຸ້ມຄອງທີ່ດິນກະສິກຳໃຫ້ເໝາະສົມຕື່ມອີກ ເພື່ອສົ່ງເສີມຊາວກະສິກອນໂຮມດິນນາ, ມີຄວາມອຸ່ນອ່ຽງໃຈເປີດກ້ວາງການຜະລິດ, ສ້າງເຂດປູກຝັງແບບກະເສດສຸມເພື່ອທຳການຜະລິດເປັນສິນຄ້າຕາມມາດຕະຖານ VietGAP, ກ້າລົງທຶນທຳການຜະລິດກະສິກຳເຕັກໂນໂລຊີສູງ.

        ເພື່ອຮ່ວມສຳພັນກັບສະມາຊິກຊາວກະສິກອນນຳກັນ ສະມາຄົມຄວນມີບັນດາໂຄງການເຄື່ອນໄຫວຫລາຍກ່ວາອີກ ເພື່ອຕິດພັນສະມາຊິກຊາວກະສິກອນ. ຕ້ອງຊ່ວຍເຫຼືອ ຊາວກະສິກອນໂດຍກົງຢ່າງແທດຈິງກ່ວາ ເພື່ອຊ່ວຍຊາວກະສິກອນເຫັນໄດ້ສິດ ແລະ ຜົນປະໂຫຍດຂອງຕົນໃນການເຂົ້າຮ່ວມການພັດທະນາເສດຖະກິດ - ສັງຄົມ.

ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງຊາວກະສິກອນເທື່ອລະກ້າວ

        ໃນອາຍຸການຂອງກອງປະຊຸມໃຫຍ່ຄັັ້ງທີ 5 ແລະ ກອງປະຊຸມໃຫຍ່ຄັ້ງທີ 6 ຂອງສະມາຄົມຊາວກະສິກອນ ຫວຽດນາມ, ບັນດາໂຄງການໄດ້ສົມທົບ, ຮ່ວມມືກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍ, ວິສາຫະກິດຢູ່ພາຍໃນປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ບໍ່ພຽງແຕ່ຊ່ວຍສະມາຄົມຊາວກະສິກອນ ຫວຽດນາມ ເພີ່ມທະວີກ່ຽວກັບກຳລັງຄວາມສາມາດເທົ່ານັ້ນ ຫາກຍັງສ້າງກຳລັງໜູນໃຫຍ່ຫລວງຕື່ມອີກ ເພື່ອໃຫ້ວິວັດການປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວຂອງສະມາຄົມໄດ້ດຳເນີນຢ່າງແຮງກ່ວາ, ໜູນຊ່ວຍໃຫ້ສະມາຊິກ, ຊາວກະສິກອນຢ່າງມີປະສິດທິຜົນກ່ວາ. ໂດຍຜ່ານສະມາຄົມຂອງຕົນ, ສະມາຊິກ, ຊາວກະສິກອນໄດ້ຮູ້, ມີຄວາມເຂົ້າໃຈ ແລະ ປະຕິບັດຢ່າງມີປະສິດທິຜົນ ແລະ ໄດ້ຊົມໃຊ້ໝາກຜົນ ກ່ຽວກັບແຜນນະໂຍບາຍ, ແນວທາງປ່ຽນແປງໃໝ່ ແລະ ການພັດທະນາປະເທດຊາດຂອງພັກ ແລະ ລັດຢ່າງລະອຽດທີ່ສຸດ, ຈະແຈ້ງທີ່ສຸດ. ຕາມນັ້ນແລ້ວ, ບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງສະມາຄົມຊາວກະສິກອນ ຫວຽດນາມ ໃນລະບົບການເມືອງໄດ້ຍົກຂຶ້ນຢ່າງເຫັນໄດ້ຊັດ, ໄດ້ຮັບການສະໜັບສະໜູນຢ່າງ  ກ້ວາງຂວາງໃນສັງຄົມ…ໃນຊຸມປີຜ່ານມາ, ສະມາຄົມຊາວກະສິກອນ ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການສະເໜີ, ປະກອບຄຳຄິດເຫັນເຂົ້າໃນການສ້າງນະໂຍບາຍ, ຕິດຕາມກວດກາການປະຕິບັດນະໂຍບາຍ, ເປັນຕົ້ນແມ່ນນະໂຍບາຍທີ່ກ່ຽວຂ້ອງເຖິງກະສິກຳ, ຊາວກະສິກອນ, ຊົນນະບົດ. ທ່ານນາງ ຫງວຽນທິຮົ່ງລີ໊, ຮອງປະທານສະມາຄົມຊາວກະສິກອນ ຫວຽດນາມ ຖືວ່າ:

        ຊາວກະສິກອນຍາມໃດກໍ່ເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ ແລະ ນະໂຍບາຍຂອງລັດ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອຮັກຊາດ, ຍົກສູງເຈດຈຳນົງເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອອກແຮງງານດ້ວຍຄວາມດຸໝັ່ນຂະຫຍັນພຽນ, ປະດິດຄິດສ້າງ, ມີຄວາມຄາດຫວັງຢາກບືນຕົວຂຶ້ນສ້າງຄວາມຮັ່ງມີ, ບໍ່ຍອມຈຳນົງນຕໍ່ຄວາມອຶດຫິວທຸກຍາກ. ໂສມໜ້າຊົນນະບົດໄດ້ມີການປ່ຽນແປງໃໝ່ຫລາຍຢ່າງ, ໂຄງປະກອບໂຄງລ່າງໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ເສດຖະກິດຊົນນະບົດພັດທະນາຕາມທິດເພີ່ມອຸດສາຫະກຳ, ການບໍລິການ, ຂະແໜງອາຊີບ; ສະພາບແວດລ້ອມຊົນນະບົດໄດ້ຮັບການປັບປຸງ, ການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໄດ້ຮັບການຮັກສາໂດຍພື້ນຖານ.

        ກອງປະຊຸມໃຫຍ່ສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 7 ຈະວາງອອກບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນ, ຈາກນັ້ນ ສົມທົບກັບລັດຖະບານ ແລະ ບັນດາວິສາຫະກິດແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ຊາວກະສິກອນ; ສົມເປັນບົດບາດແມ່ນອົງການຕົວແທນ, ປົກປ້ອງ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງສະມາຊິກ, ຊາວກະສິກອນ ./.

ຕອບກັບ

ຂ່າວ/ບົດ​ອື່ນ