ສ້າງ ແລະ ພັດທະນາລະບົບຄຸນຄ່າ ຫວຽດນາມ ໃນໄລຍະປະເທດຊາດເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) -ວັນທີ 29 ພະຈິກຢູ່ຮ່າໂນ້ຍຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໄດ້ສົມທົບກັບສະພາທິດສະດີສູນກາງກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ສາຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ ໄດ້ຈັດກອງປະຊຸມສໍາມະນາແຫ່ງຊາດ ດ້ວຍຫົວຂໍ້ ລະບົບຄຸນຄ່າແຫ່ງຊາດລະບົບຄຸນຄ່າວັດທະນະທຳລະບົບຄຸນຄ່າຄອບຄົວ ແລະ ມາດຖານຄົນ ຫວຽດນາມ ໃນຍຸກສະໄໝໃໝ່”. ນີ້ແມ່ນໜຶ່ງໃນບັນດາກິດຈະກຳ ເພື່ອແນໃສ່ເຮັດແຈ້ງຄວາມໝາຍ ແລະ ປັດໄຈພື້ນຖານຂອງບັນດາລະບົບຄຸນຄ່າເຫຼົ່ານັ້ນໃນຍຸກສະໄໝໃໝ່ຕື່ມອີກຕາມການກຳນົດທິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນຝູຈ້ອງ ໃນກອງປະຊຸມວັດທະນະທຳ ທົ່ວປະເທດຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຊຸດທີ XIII ຂອງພັກກອມມູນິດ ຫວຽດນາມ ເມື່ອເດືອນ ພະຈິກ ປີ 2021.
ສ້າງ ແລະ ພັດທະນາລະບົບຄຸນຄ່າ ຫວຽດນາມ ໃນໄລຍະປະເທດຊາດເຊື່ອມໂຍງເຂົ້າກັບສາກົນ - ảnh 1ກອງປະຊຸມສໍາມະນາແຫ່ງຊາດ ດ້ວຍຫົວຂໍ້ ລະບົບຄຸນຄ່າແຫ່ງຊາດລະບົບຄຸນຄ່າວັດທະນະທຳລະບົບຄຸນຄ່າຄອບຄົວ ແລະ ມາດຖານຄົນ ຫວຽດນາມ ໃນຍຸກສະໄໝໃໝ່" (ພາບ: qdnd.vn)

ໃນບົດກ່າວປາໄສຢູ່ກອງປະຊຸມວັດທະນະທຳທົ່ວປະເທດກ່ອນນີ້ 1 ປິ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຈາະຈີ້ມເຖິງການສ້າງລະບົບຄຸນຄ່າ ຫວຽດນາມ, ລວມມີ: ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຖານຂອງຄົນ ຫວຽດນາມ ໃນຍຸກສະໄໝໃໝ່ດ້ວຍປັດໄຈຕ່າງໆຄື: ສັນຕິພາບ, ເອກະລາດ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ຮັກຊາດ, ຄວາມສາມັກຄີ, ປະດິດຄິດສ້າງ, ປ່ຽນແປງໃໝ່ປະດິດຄິດສ້າງ, ຄວາມກະຕັນຍູ, ສັດຊື່, ຄວາມເມດຕາປານີ, ໂອບເອື້ອອາລີ, ປະດິດຄິດສ້າງ, ອຸທິດສ່ວນ…

ນີ້ແມ່ນບັນດາຄຸນຄ່າທີ່ພົ້ນເດັ່ນ, ແມ່ນຄວາມຄາດຫວັງ, ແມ່ນເປົ້າໝາຍສູງສຸດເຊິ່ງທົ່ວປວງຊົນທັງຊາດ ຫວຽດນາມ ກຳລັງມຸ່ງໄປເຖິງ”.

ສ້າງ ແລະ ພັດທະນາລະບົບຄຸນຄ່າ ຫວຽດນາມ ໃນໄລຍະປະເທດຊາດເຊື່ອມໂຍງເຂົ້າກັບສາກົນ - ảnh 2ທ່ານ ຫງວຽນຈ້ອງເຫງຍ ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ  (ພາບ: qdnd.vn)

ວັດທະນະທຳ, ມະນຸດ ແມ່ນກຳລັງແຮງພາຍໃນເພື່ອຊຸກຍູ້ການພັດທະນາຂອງປະເທດຊາດ

        ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ອນດຳເນີນກອງປະຊຸມສຳມະນາແຫ່ງຊາດກ່ຽວກັບຫົວຂໍ້ ລະບົບຄຸນຄ່າ ຫວຽດນາມ, ທ່ານ ຫງວຽນຈ້ອງເຫງຍ ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໃຫ້ຮູ້ວ່າ:

        ເອກະສານຂອງພັກສະບັບຕ່າງໆ, ພິເສດແມ່ນເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ຖືບັນຫາສ້າງວັດທະນະທຳ, ມາດຖານຂອງຄົນ ຫວຽດນາມ ແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມ, ຫຼັກແຫຼ່ງແກ່ນສານ ແລະ ກໍແມ່ນຂອດບຸກທະລຸ, ມີຄຸນຄ່າແມ່ນກຳລັງໜູນຊຸກຍູ້ການພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ ແລະ ຜາສຸກເພາະສະນັ້ນ, ຄຳຮຽກຮ້ອງຕ້ອງການເຊິ່ງພັກ, ລັດ ໄດ້ວາງອອກແມ່ນພວກເຮົາຕ້ອງຄົ້ນຄວ້າເລິກ, ສ້າງລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ລະບົບຄຸນຄ່າທີ່ເປັນມາດຖານຂອງຊາດ ຫວຽດນາມ ໃນຍຸກສະໄໝໃໝ່. ພວກເຮົາຕ້ອງສືບຕໍ່ຮັບຮູ້ ແລະ ເຮັດໃຫ້ທັດສະນະຂອງພັກ, ຂອງ ປະທານ ໂຮ່ຈີມິນ ທີ່ວ່າ ວັດທະນະທຳເຍືອງທາງໃຫ້ແກ່ປະຊາຊົນແລະ ວັດທະນະທຳຍັງມີຢູ່, ປະເທດຊາດຍັງມີຢູ່”, ວັດທະນະທຳ, ມະນຸດແມ່ນກຳລັງແຮງພາຍໃນ ເພື່ອຊຸກຍູ້ການພັດທະນາຂອງປະເທດຊາດ”.

ຄັດເລືອກ ແລະ ກຳນົດຄຸນຄ່າຕ່າງໆຂອງ ຫວຽດນາມ

        ຕາມຂໍ້ສະເໜີຂອງບັນດານັກຄົ້ນຄວ້າແລ້ວ, ລະບົບຄຸນຄ່າແຫ່ງຊາດແມ່ນລະບົບບັນດາຄຸນຄ່າຂອງການຊີ້ນຳນຳພາ, ກຳນົດທິດການພັດທະນາຂອງ ຫວຽດນາມ ຕາມອຸດົມການ, ເປົ້າໝາຍເອກະລາດຂອງຊາດ ແລະ ລັດທິສັງຄົມນິຍົມ ຄື: ແນວທາງ ແລະ ວິທີການປະຕິວັດຂອງປະທານ ໂຮ່ຈີມິນ ແລະ ຂອງພັກຄອມມູນິດ ຫວຽດນາມ. ລະບົບຄຸນຄ່າແຫ່ງຊາດ ໄດ້ປະຕິບັດໂດຍຜ່ານການປ່ຽນແປງໃໝ່, ປະດິດຄິດສ້າງ, ສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດຄວາມຄາດຫວັງພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ, ປະຊາຊົນມີຄວາມຜາສຸກ, ປະເທດຊາດເຂັ້ມແຂງ ແລະ ຍືນຍົງ.

ສ້າງ ແລະ ພັດທະນາລະບົບຄຸນຄ່າ ຫວຽດນາມ ໃນໄລຍະປະເທດຊາດເຊື່ອມໂຍງເຂົ້າກັບສາກົນ - ảnh 3ບັນດາຜູ້ແທນຢ້ຽມຢາມຊົມກອງປະຊຸມສຳມະນາ  (ພາບ: qdnd.vn)

        ເນື້ອໃນລະບົບຄຸນຄ່າແຫ່ງຊາດແມ່ນໂຄງສ້າງໜຶ່ງທີ່ມີ 3 ສາຍສຳພັນ. ສາຍສຳພັນທີໜຶ່ງແມ່ນບັນດາຄຸນຄ່າຫຼັກແຫຼ່ງແກ່ນສານຄື: ສັນຕິພາບ, ເອກະພາບ, ເສລີພາບ. ສາຍສຳພັນທີສອງແມ່ນບັນດາຄຸນຄ່າພື້ນຖານຄື: ຄວາມສາມັກຄີ, ປະຊາທິປະໄຕ, ຍຸຕິທຳ, ຄວາມສະເໝີພາບ. ສາຍສຳພັນທີສາມແມ່ນບັນດາຄຸນຄ່າມຸ່ງໄປເຖິງເປົ້າໝາຍ: ຮຸ່ງເຮືອງສີວິໄລ ແລະ ຄວາມຜາສຸກ.

        ລະບົບຄຸນຄ່າແຫ່ງຊາດແມ່ນລະບົບພື້ນຖານ, ຈາກນັ້ນ ສ້າງພື້ນຖານວັດທະນະທຳທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ມີລັກສະນະເປັນເອກະລັກສະເພາະ “ຊົນຊາດ, ວັດທະນະທຳມະນຸດ, ປະຊາທິປະໄຕ, ວິທະຍາສາດ”.   ລະບົບຄຸນຄ່າວັດທະນະທຳ ຫວຽດນາມ ລວມມີຄຸນຄ່າ: ຮັກຊາດ, ຄວາມສາມັກຄີ, ໂອບເອື້ອອາລີ, ປະເອີບໃຈ, ປະດິດຄິດສ້າງ, ປ່ຽນແປງໃໝ່, ພັດທະນາ.

        ຄຸນຄ່າວັດທະນະທຳຄອບຄົວ ໄດ້ສ້າງຂຶ້ນໃຫ້ເໝາະສົມກັບລະບົບຄຸນຄ່າວັດທະນະທຳ ແລະ ລະບົບຄຸນຄ່າແຫ່ງຊາດ, ເຊິ່ງລວມມີ: ຄວາມປອງດອງ, ກະຕັນຍູ, ຄວາມຮັກແພງກັນ, ຄວາມສັດຊື່ບໍລິສຸດ, ຄວາມຜາສຸກ. ລະບົບຄຸນຄ່າເປັນມາດ ຖານຂອງຄົນ ຫວຽດນາມ ລວມມີ: ສັດຊື່, ຖະໜອມຖ່ອມຕົວ, ເຫັນແກ່ຄົນອື່ນ, ເມດຕາປານີ, ໂອບເອື້ອອາລີ, ປະດິດຄິດສ້າງ, ຂະຫຍັນຂັນເຄື່ອນ, ອຸດທິດສ່ວນ, ປ່ຽນແປງໃໝ່, ພັດທະນາ.

        ອີງໃສ່ການກຳນົດລະບົບຄຸນຄ່າ ຫວຽດນາມ ໄດ້ເລີ່ມມາຈາກປະຫວັດສາດ ແລະ ຄຸນລັກສະນະແຫ່ງການສ້າງຕັ້ງປະເທດຊາດ, ຊົນຊາດ, ຈາກມູນເຊື້ອສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ, ຈາກການພົວພັນແລກປ່ຽນວັດທະນະທຳຂອງຊາດ ຫວຽດນາມ ກັບຊົນຊາດອື່ນ, ຈາກບົດຮຽນປະສົບການທີ່ຖອດຖອນມາໄດ້ຈາກປະຫວັດສາດຕົວຈິງ. ແລະ ພິເສດກວ່າແມ່ນຄວາມຄາດຫວັງພັດທະນາຂອງຊາດ ຫວຽດນາມ ໃນທ່າອ່ຽງຜັນປ່ຽນຂອງພາກພື້ນ, ໂລກ ແລະ ຍຸກສະໄໝ. ທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫງວຽນຈ້ອງເຫງຍ ໄດ້ເນັ້ນໜັກວ່າ:

        ກ່ອນອື່ນໝົດ, ຕ້ອງຢັ້ງຢືນໄດ້ວ່າ ພວກເຮົາ ໄດ້ມີພື້ນຖານວັດທະນະທຳນັບພັນປີ. ພວກເຮົາມີພື້ນຖານວັດທະນະທຳທີ່ສ້າງກຳລັງແຮງໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ເພື່ອຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ມີຄຸນຄ່າວັດທະນະທຳຂອງປະຊາຊົນ ຫວຽດນາມ ໃນໄລຍະແຫ່ງການປ່ຽນແປງໃໝ່. ເຖິງຢ່າງໃດກໍຕາມ, ວັດທະນະທຳ ແລະ ມະນຸດ ຍາມໃດກໍເຄື່ອນໄຫວ ແລະ ພັດທະນາຕາມຄຳຮຽກຮ້ອງພັດທະນາຂອງປະເທດຊາດໃນສະພາບການໃໝ່ ແລະ ຄຳຮຽກຮ້ອງເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງ. ເພາະສະນັ້ນ, ພວກເຮົາຍາມໃດກໍຕ້ອງກຽມພ້ອມໃຫ້ສົມບູນ, ປ່ຽນແປງໃໝ່ ບົນພື້ນຖານຂອງປະເທດຊາດ, ຂອງຊາດ, ເສີມຂະຫຍາຍຄຸນຄ່າອັນສູງສົ່ງຂອງຊາດ ຫວຽດນາມ”.

        ລະບົບຄຸນຄ່າ ຫວຽດນາມ ແມ່ນໄດ້ເຕົ້າໂຮມມາຈາກບັນດາຄຸນຄ່າທີ່ຍືນຍົງ ເຊິ່ງໄດ້ສ້າງຂຶ້ນຈາກມູນເຊື້ອປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງຊາດ, ເຊິ່ງຈະໄດ້ຮັບການຖະໜຸຖະໜອມ, ເສີມຂະຫຍາຍໃນປັດຈຸບັນ ແລະ ນຳພາປະເທດຊາດ ຫວຽດນາມ ໄປສູ່ອະນາຄົດ./.


 

ຕອບກັບ

ຂ່າວ/ບົດ​ອື່ນ