ສ້າງກຳລັງຫນູນແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ

(VOVWORLD) -ເວທີປາໄສ ເສດຖະກິດ-ສັງຄົມ ຫວຽດນາມ ປີ  2023, ໂດຍສະພາແຫ່ງຊາດ ຫວຽດນາມ ຈັດຂຶ້ນໃນວັນທີ 19 ກັນຍາ ປີ 2023 ຢູ່ ຮ່າໂນ້ຍ ໄດ້ເນັ້ນຫນັກສານທີ່ຕ້ອງສ້າງ ແລະ ຊຸກຍູ້ກຳລັງແຮງພາຍໃນຢ່າງເຂັ້ມແຂງ ເພື່ອຮັບມືກັບສິ່ງທ້າທາຍ ແລະ ລັກສະນະບໍ່ເປັນປົກກະຕິຂອງບັນດາປັດໄຈພາຍນອກ. ນີ້ແມ່ນບົດຮຽນສຳຄັນຈາກພຶດຕິກຳຕົວຈິງທີ່ບືນຕົວຂຶ້ນຂອງ ຫວຽດນາມ ເມື່ອປະເຊີນຫນ້າກັບຄວາມຫຍຸ້ງຍາກ, ສິ່ງທົດສອບທີ່ຫນັກຫນ່ວງພາຍຫລັງໂລກລະບາດໂຄວິດ. ລະອຽດກວ່າ ນັ້ນແມ່ນ ຫວຽດນາມ ຄວນເພີ່ມທະວີ, ເສີມຂະຫຍາຍກຳລັງແຮງພາຍໃນ, ຍາດແຍ່ງ, ຂຸດຄົ້ນ ກຳລັງແຮງພາຍນອກຢ່າງສຸດຂີດ ແລະ ສ້າງກຳລັງຫນູນແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ.

ສ້າງກຳລັງຫນູນແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ - ảnh 1ເວທີປາໄສ ເສດຖະກິດ-ສັງຄົມ ຫວຽດນາມ ປີ 2023 ໂດຍສະພາແຫ່ງຊາດ ຫວຽດນາມ ຈັດຕັ້ງໃນວັນທີ 19 ກັນຍາຢູ່ຮ່າໂນ້ຍ. ພາບ:quochoi.vn

ດ້ວຍຫົວຂໍ້ “ເພີ່ມທະວີກຳລັງແຮງພາຍໃນ, ສ້າງກຳລັງຫນູນແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ”, ເວທີປາໄສ ເສດຖະກິດ-ສັງຄົມ ຫວຽດນາມ ປີ 2023 ໄດ້ຕີລາຄາໂດຍສັງເຂບກ່ຽວກັບກຳລັງແຮງ, ກຳລັງຫນູນພາຍໃນຂອງພື້ນຖານເສດຖະກິດ, ບັນດາປັດໄຈກຳລັງແຮງພາຍນອກທີ່ເກີດຂຶ້ນໃຫມ່ ແລະ ບັນດາມາດຕະການແກ້ໄຂເພື່ອເສີມຂະຫຍາຍປະສິດທິຜົນບັນດາກຳລັງຫນູນນີ້ໃນການພັດທະນາເສດຖະກິດສັງຄົມຂອງ ຫວຽດນາມ.

ຍົກສູງກຳລັງຄວາມສາມາດ, ຊຸກຍູ້ກຳລັງນູນພາຍໃນຂອງພື້ນຖານເສດຖະກິດ

ບັນດາຜູ້ແທນຖືວ່າ ການພັດທະນາເຂດຜະລິດຂອງພື້ນຖານເສດຖະກິດ, ລວມມີ ເຂດກະສິກຳ, ອຸດສາຫະກຳ, ການທ່ອງທ່ຽວ; ຍູ້ແຮງການປ່ອຍເງິນລົງທຶນພາກລັດ, ກະຕຸ້ນຄວາມຕ້ອງການການໃຊ້ສອຍ, ພັດທະນາຕະຫລາດພາຍໃນ ແລະ ຍົກສູງສະມັດຕະພາບແຮງງານ ຈະຍົກສູງກຳລັງຄວາມສາມາດຂອງພື້ນຖານເສດຖະກິດ. ທ່ານ ປອ ຫງວຽນດິ່ງກູງ, ອະດີດຫົວຫນ້າສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງ ຍົກຄຳເຫັນວ່າ:                                         

"ມາດຕະການທີນຶ່ງ ພວກເຮົາຕ້ອງຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ທີສອງ ຕ້ອງປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລົບລ້າງຮົ້ວກີດຂວາງໃຫ້ມີຄວາມສະດວກແກ່ວິສາຫະກິດຢ່າງສຸດຂີດ. ທີສາມ ແມ່ນຊ່ວຍວິຫະກິດຫລຸດຜ່ອນລາຍຈ່າຍ, ອັດຕາດອກເບ້ຍ, ພາສີອາກອນ, ຍົກເວັ້ນຄ່າບໍລິການ, ອາກອນ. ບັນດາມາດຕະການນີ້ແມ່ນເພີ່ມການກະຕຸ້ນຄວາມຕ້ອງການໃຊ້ສອຍ ແລະ ນັ້ນກໍ່ແມ່ນນຶ່ງໃນບັນດາມາດຕະການຊ່ວຍວິສາຫະກິດ.

  ຄຽງຄູ່ກັນນັ້ນ ຕາມບັນດາຜູ້ແທນແລ້ວ, ແຫລ່ງຊັບພະຍາກອນມະນຸດແມ່ນກຳລັງຫນູນພາຍໃນຫລັກແຫລ່ງຂອງພື້ນຖານເສດຖະກິດ. ສະນັ້ນ ຫວຽດນາມ ຄວນສືບຕໍ່ຍົກສູງຄຸນນະພາບລະບົບການສຶກສາ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເພີ່ມທະວີການສຶກສາທັກສະອາຊີບ, ເອົາໃຈໃສ່ການລົງທຶນ, ກະກຽມແຫລ່ງຊັບພະຍາກອນມະນຸດດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳກ່ອນບາດກ້າວຫນຶ່ງໃນອະນາຄົດ.           

ຍາດແຍ່ງ, ຂຸດຄົ້ນກຳລັງພາຍນອກຢ່າງມີປະສິດທິຜົນ

ຕາມບັນດາຜູ້ແທນແລ້ວ, ຫວຽດນາມ ຄວນເປັນເຈົ້າການໃນການກະກຽມເງື່ອນໄຂທີ່ຈຳເປັນ ແລະ ສົ່ງເສີມ, ດຶງດູດການລົງທຶນໂດຍກົງຂອງຕ່າງປະເທດລຸ້ນໃຫມ່, ບັນດານັກລົງທຶນຍຸດທະສາດ, ພັດທະນາບັນດາຂະແຫນງເສດຖະກິດ, ມີເຕັກໂນໂລຊີທັນສະໄຫມ, ມີແຜນການລົງທຶນໃຫ້ແກ່ການຄົ້ນຄ້ວາ ແລະ ຜັນຂະຫຍາຍ, ມີການເຊື່ອມຕໍ່, ຖ່າຍທອດເຕັກໂນໂລຊີກັບວິສາຫະກິດພາຍໃນປະເທດເພື່ອຍູ້ແຮງການສົ່ງອອກ, ມຸ່ງໄປເຖິງການສົ່ງອອກແບບຍືນຍົງ. ທ່ານ ປະລິຍາໂທ ຫງວຽນຊວນແທ່ງ, ຄູສອນໂຮງຮຽນນະໂຍບາຍສາທາລະນະ ແລະ ການຄຸ້ມຄອງ Fulbright ສະເຫນີວ່າ:

 “ບຸລິມະສິດນະໂຍບາຍໃນການຊຸກຍູ້ການຫັນເປັນສີຂຽວ. ນັ້ນບໍ່ພຽງແຕ່ມີການລົງທຶນໂດຍກົງໃຫ້ແກ່ພະລັງງານທົດແທນເທົ່ານັ້ນ ຫາກຍັງລົງທຶນເຂົ້າບັນດາພື້ຖານໂຄງລ່າງອື່ນໆອີກ. ພວກເຮົາລ້ວນແຕ່ມີຄວາມຫວັງຢ່າງໃຫຍ່ຫລວງຕໍ່ກະແສການລົງທຶນເຂົ້າ ຫວຽດນາມ ຕໍ່ນ້າການກະທົບທີ່ຕັ້ງນ້າຂອງການຍົກຍ້າຍລະບົບສະຫນອງໄປຍັງບັນດາປະເທດທີ່ມີຄວາມສະຖຽນລະພາບ, ສັນຕິພາບ ແລະ ມີຫລາຍຄູ່ຮ່ວມມື.

ສ້າງກຳລັງນູນການເຕີບໂຕໃຫມ່ໃຫ້ແກ່ພື້ຖານເສດຖະກິດ

ບັນດາຜູ້ແທນມີຫລາຍຄຳເຫັນປະກອບແກ່ນະໂຍບາຍ, ໃນນັ້ນ ສຸມໃສ່ 5 ກຳລັງຫນູນຕົ້ນຕໍ, ຊື່ງລວມມີ: ຊຸກຍູ້ການຮ່ວມສຳພັນເຂດ, ຟື້ນຟູ ແລະ ການເຕີບໂຕຂອງບັນດາ ຂົງເຂດນຳໜ້າ ພື້ນຖານເສດຖະກິດ. ທີສອງ ພັດທະນາເສດຖະກິດພາກເອກະຊົນ, ວິສາຫະກິດພາຍໃນປະເທດ. ທີສາມ ຍູ້ແຮງເສດຖະກິດດິຈີຕອນ, ເສດຖະກິດສີຂຽວ. ທີສີ່ ປັບປຸງສຳເລັດ ແລະ ຍົກສູງຄຸນນະພາບລະບອບລະບຽບການເສດຖະກິດ. ທີຫ້າ ຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ ໃນລະບົບມູນຄ່າທົ່ວໂລກ ແລະ ຍົກສູງກຳລັງຄວາມສາມາດເປັນເຈົ້າ, ເພິ່ງຕົນເອງຂອງພື້ນຖານເສດຖະກິດ.  ທ່ານ ຫວູຕຽນລົກ, ປະທານ ສູນອານຸຍາໂຕຕຸລາການສາກົນ ຫວຽດນາມ ໃຫ້ຮູ້ວ່າ:

ການຊຸກຍູ້ເສດຖະກິດພາກເອກະຊົນພັດທະນາ ຍັງຄົງແມ່ນນຶ່ງໃນບັນດາຄວາມຮຽກຮ້ອງທີ່ສຳຄັນ. ເລື່ອງປັບປຸງສຳເລັດລະບອບລະບຽບການ, ສ້າງເງື່ອໄຂສະດວກໃຫ້ແກ່ພາກເອກະຊົນຄວນເອົາໃຈໃສ່ເປັນພິເສດ. ບຸກທະລຸດ້ານລະບອບລະບຽບການແມ່ນວິທີປຸກລຸກແຫລ່ງກຳລັງແຮງທີ່ດີສຸດໃຫ້ແກ່ການພັດທະນາເສດຖະກິດ ຫວຽດນາມ ໃນໄລຍະຈະມາເຖິງ. ກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ, ຂອງບັນດາວິສາຫະກິດ, ແມ່ນຄວາມສາມາດຕ້ານທານ. ຄວາມສາມາດຕ້ານທານຈະແມ່ນກຳລັງແຮງການແກ້ງແຍ່ງຫລັກຂອງພື້ນຖານເສດຖະກິດ ແລະ ຂອງບັນດາວິສາຫະກິດ”.

  ສຸດທ້າຍ ບັນດາຜູ້ແທນຖືວ່າ ການປະຕິຮູບ ແລະ ຍົກສູງຄຸນນະພາບລະບອບລະບຽບການດ້ານເສດຖະກິດ ແມ່ນກຳລັງຫນູນບຸກທະລຸຊ່ວຍສ້າງກົນໄກໃຫມ່, ວິທີການເຄື່ອນໄຫວໃຫມ່ ແລະ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການລົງທຶນອັນດູດດຶ່ມ, ໂປ່ງໃສ.  ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງໂລກລະບາດໂຄວິດ 19, ຫວຽດນາມ ນັບມື້ນັບມີຄວາມຮັບຮູ້ຢ່າງຈະແຈ້ງເຖິງຄວາມສຳຄັນ, ບົດບາດຕັດສິນຊີ້ຂາດຂອງກຳລັງແຮງພາຍໃນ ແລະ ລັກສະນະເປັນເຈົ້າໃນການພັດທະນາເສດຖະກິດ. ເພີ່ມທະວີກຳລັງແຮງພາຍໃນ, ສ້າງກຳລັງຫນູນການເຕີບໂຕ ກໍ່ແມ່ນຄວາມຮຽກຮ້ອງຢ່າງພາວະວິໄສ, ແນ່ນອນ ແລະ ຈຳເປັນຂອງຫວຽດນາມ ໃນໄລຍະພັດທະນາປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ