ສ້າງກຳລັງຫນູນໃຫມ່ເພື່ອໃຫ້ປະເທດຊາດພັດທະນາ

(vovworld)- ປະ​ເທດ​ຫວຽດ​ນາມ ຫາ​ກໍ​ຜ່ານ​ຜ່າ​ປີ​ມະ​ເມຍ ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ໃນ​ສະ​ພາບ​ການ​ພາກ​ພື້ນ ແລະ ໂລກ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ. ກ້າວ​ເຂົ້າ​ສູ່​ປີ​ໃຫມ່​ປ​ີ​ມະ​ແມ, ແມ່ນ​ປີ​ມີ​ຫລາຍ​ເຫດ​ການ​ສຳ​ຄັນ​ຂອງ​ຊາດ ແລະ ກໍ​ແມ່ນ​ປີ​ມີ​ຫລາຍ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂ່າວ​ສານ​ຫວຽດ​ນາມ ຫວ່າງ​ແລ້ວນີ້, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢືນ​ຢັນ​ວ່າ: ໃນ​ປີ 2015 ນີ້, ຫວຽດ​ນາມ ຄວນ “ສ້າງ​ກຳ​ລັງ​ຫນູນ​ໃຫມ່​ເພື່ອ​ໃຫ້​ແກ່​ປະ​ເທດ​ຊາດ​ພັດ​ທະ​ນາ.”        ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຄັດ​ສະ​ເຫນີ​ເນື້ອ​ໃນ​ບົດ​ຕອບ​ສຳ​ພາດ​ຂອ​ງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ.

ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງ​ ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຄວາມ​ອ່ອຍ​ດ້ອຍ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2014. ນັ້ນ​ແມ່ນ​ປະ​ສິດ​ທິ​ຜົນ​ການ​ລົງ​ທຶນບໍ່​ທັນ​ສູງ, ພື້ນ​ຖານ​ໂຄງ​ລ່າງ​ເຖິງວ່າ​ດີ​ຂຶ້ນ​ຫລາຍ​ແລ້ວ​ກໍ​ຕາມ ແຕ່​ຍັງ​ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ກ້າວ​ຫນ້າ​ໃນ​ພາກ​ພື້ນ. ຄຽງ​ຄູ່​ກັນ​ນັ້ນ, ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ​ໃນ​ຂົງ​ເຂດ​ການ​ເງິນ, ທະ​ນາ​ຄານ, ພັດ​ທະ​ນາ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ: ທົ່ວ​ລະ​ບົບ​ການ​ເມືອງ​ຕ້ອງ​ຖື​ການ​ແກ້​ໄຂ​ບັນ​ດາ​ຂໍ້​ຈຳ​ກັດ, ຄວາມ​ຫຍຸ້ງ​ຍາກ ແມ່ນ​ບັນ​ຫາ​ສຳ​ຄັນ​ຕ້ອງ​ຜ່ານ​ຜ່າ, ແກ້​ໄຂ​ທຸກ​ການ​ກີດ​ຂວາງ​ໃນ​ເສັ້ນ​ທາງ​ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າງວ່ອງ​ໄວ.

ສ້າງກຳລັງຫນູນໃຫມ່ເພື່ອໃຫ້ປະເທດຊາດພັດທະນາ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ
ພາບ:dantri.com

        ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ,ທ່າ​ໄດ້​ປຽບ​ເພື່ອ​ພັດ​ທະ​ນາ

        ທ່າ​ໄດ້​ປຽບ​ໃຫຍ່​ສຸດ​ໂດຍ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເຕື້ອງ​ເຖິງນັ້ນ​ແມ່ນ ຫວຽດ​ນາມ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ​ວ່າ ແມ່ນ​ປະ​ເທດ​ມ​ີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ. ພ້ອມ​ກັນ​ນັ້ນ, ຫວຽດ​ນາມ ມີ​ຄວາມ​ສະ​ດວກ​ທີ່​ສຸດ  ຍ້ອນ​ຖືກ​ຕັ້ງ​ໃນ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ, ຊື່ງ​ແມ່ນກຳ​ລັງ​ຫນູນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ. ການ​ສະ​ຫນັບ​ສະ​ຫນູນ, ການ​ແບ່​ງ​ປັນ​ຊື່ງ​ບັນ​ດາ​ປະ​ເທດ​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ໃນ​ບັນ​ດາ​ບັນ​ຫາ​ຂອງ​ພາກ​ພື້ນ ແລະ ສາ​ກົນ ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ປະ​ສິດ​ທິ​ຜົນ​ຂອງ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ, ສັນ​ຕິ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ, ການ​ພົວ​ພັນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ເປັນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ແມ່ນ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ແມ່ນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ໂລກ ຊື່ງ​ຫວຽດ​ນາມ ໄດ້ ແລະ ພວມ​ຢັ້ງ​ຢືນ.

ບໍ່​ພຽງ​ແຕ່​ຢັ້ງ​ຢືນ​ສຽງ​ເວົ້າ​ສະ​ເພາະ​ບົນ​ເວ​ທີ​ການ​ເມືອງ​ເທົ່າ​ນັ້ນ, ເລື່ອງ​​ເຊື່ອມ​ໂຍງ​ເຂົ້າ​ກັບເສດ​ຖະ​ກິດສາ​ກົນ​ກໍ່​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພ​ື່ອ​ນຳ ຫວຽດ​ນາມ ພັດ​ທະ​ນາ. ທ່ານ​ປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ: ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ໃນ​ປະ​ຈຸ​ບັນ, ການ​ເຕີບ​ໂຕ​ໄວ ແມ່ນ​ຈຳ​ເປັ​ນ​ທີ່​ສຸດ, ແຕ່​ຕ້ອງ​ມີ​ປະ​ສິດ​ທິ​ຜົນ ແລະ ໝັ້ນ​ຄົງ. ທ້າຍ​ປີ 2015, ການຫັນ​ກາ​ນ​ຄ້າ​ເປັນ​ເສ​ລີ​ຢ່າງ​ຄົບ​ຖ້ວນ​ຈະ​​ໄດ້​ຮັບ​ການປະ​ຕິ​ບັດ​ໃນ ອາ​ຊຽນ ກໍ່​ຄື ອາ​ຊຽນ ກັບ ຈີນ. ຮອດ​ປີ 2018, ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ໂຄງ​ການ​ຫລຸດ​ຜ່ອນ​ອັດ​ຕາ​ພາ​​ສີຕາມ​ຄຳ​ໝັ້ນ​ສັນ​ຍ​າ​ກັບ WTO, ກໍ່​ຄື​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກາ​ນ​ຄ້າ​ເສ​ລີ​ອື່ນ. ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຟິກ (TPP), ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອີ​ຢູ, ຫວຽດ​ນາມ ກັບ​ສຳ​ພັນ​ທະ​ມິດ​ພາ​ສີ ລັດ​ເຊຍ, ເບ​ລາ​ຣຸດ, ກາ​ຢັກ​ສະ​ຖານ, ຫວຽດ​ນາມ - ສ. ເກົາຫຼີ … ​ເຊິ່ງປະ​ຈຸ​ບັນ, ຫວຽດ​ນາມ ພວມ​ເຈ​ລະ​ຈານັ້ນ​ກໍ່ຈະ​ສິ້ນ​ສຸດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ນີ້​ທັງ​ແມ່ນ​ກາ​ລະ​ໂອ​ກາດ, ທັງ​ເປັນ​ສິ່ງ​ທ້າ​ທາຍ​ສຳ​ລັບ ຫວຽດ​ນາມ ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

        ສ້າງ​ບັນ​ດາກຳ​ລັງ​ໜ​ູນ​ໃໝ່​ເພື່ອ​ໃຫ້​ປະ​ເທດ​ຊາດ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ

        ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ: ເພື່ອ​ຜັນ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ບັນ​ຫາ​ສ​ຳ​ຄັນ​ແມ່ນ​ຕ້ອງ​ຍູ້​ແຮງ​ການ​ປະ​ຕິ​ຮູບ, ປ່ຽ​ນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິ​ດ​ຄືນ​ໃໝ່, ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ກຳ​ລັງ​ຄວາມ​ແກ້​ງ​ແຍ້ງ​ສູງ, ມີ​ປະ​ສິດ​ທິ​ຜົນ, ເຕີບ​ໂຕ​ໄວ ແລະ ໝັ້​ນ​ຄົງ. ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ປະ​ຕິ​ບັດ​ການ​ຫັນ​ເປັນປະ​ເທດ​ ອຸດ​ສາ​ຫະ​ກຳ, ທັນ​ສະ​ໄໝ, ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ. ຕາມ​ທ່ານ​ປະ​ທານ​ປະ​ເທດ ແລ້ວ, ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປະ​ຕິ​ບັດ​​ບັນ​ດາ​ຂອດ​ບຸກ​ທະ​ລຸຍຸດ​ທະ​ສາດຢ່າງ​ມີ​ປະ​ສິ​ດ​ທິ​ຜົນ, ສ້າງ​ໂຄງ​ປະ​ກອ​ບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ສືບ​ຕໍ່​ປະ​ຕິ​ຮູບ​ຢ່າງ​ເລິກ​ເຊິ່ງ ແລະ ​ປັບ​ປຸງລະ​ບອບ​ເສດ​ຖະ​ກິດ​ການ​ຕະຫຼາດ​ຕາມ​ກຳ​ນົດ​ທິດ​ສັງ​ຄົມ​​ນິ​ຍົມ​. ຢາກ​ໃຫ້ ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂ​ວາງ ແລະ ມີ​ປະ​ສິດ​ທິ​ຜົນ​ນັ້ນ, ຕ້ອງ​ຄິດ​ໄລ່​ຊັ່ງ​ຊາ​ຢ່າງ​ລະ​ອຽດ, ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ ແລະ ມາດ​ຕະ​ກ​ານ​ເພື່ອ​ແນ​ໃສ່​ເພີ່ມ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ຜະ​ລິດ​ຕະ​ພັນ​ແຕ່​ລະ​ປະ​ເພດ,ວິ​ສາ​ຫະ​ກິດ​ແຕ່​ລະ​ແຫ່ງ ແລະ ນັບ​ທັງ​ພື້​ນ​ຖານ​ເສດ​ຖະ​ກິດ. ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ການ​ປະ​ຕິ​ຮ​ູບ​ຢ່າ​ງ​ເລິກ​ເຊິ່ງ ແລະ ສ້າງບັນ​ດາ​ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ໃຫ້​ສົມ​ບູນ​ແບບ ແລະ ເບິ່ງ​ແຍງ​ການ​ສຶກ​ສາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຢ່າງ​ດີ, ຈະ​ປຸກ​ລຸກ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ປັບ​ປຸງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ແຜນ​ທີ່​ເສດ​ຖະ​ກິດ​ໂລກໂດຍ​ໄວ. ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ: ລັດ ມີ​ບົດ​ບາດ​ຍຸດ​ທະ​ສາດ​ໃນ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ, ວາງ​ແຜນ​ນະ​ໂຍ​ບາຍ, ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ.. ແຕ່ບໍ່​ອາດ​ຂາດ​ຄວາມ​ຕັດ​ສິນ​ໃຈ​ສູງ​ຂອງ​ປະ​ຊາ​ຊົນ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ໄດ້.

        ປີ 2015 ແມ່ນ​ປີ​ດຳ​ເນີນ​ຫລາຍ​ເຫດ​ການ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ໃນ​ນັ້ນ ມີ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກທຸກ​ຂັ້ນ ກ້າວ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢືນ​ຢັນ​ວ່າ: ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ແມ່ນ​​ເຈົ້າ​ຂອງ ແລະ ກໍ​ແມ່ນ​ຈຸດ​ປະ​ສົງ​ຂອງ​ການ​ປ່ຽນ​ໃຫມ່, ມີ​ສິດ​ຕັ້ງ​ຄວາມ​ຫວັງ​ຕໍ່​ການ​ປ່ຽນ​ໃຫມ່​ຕໍ່​ໄປ ແລະ ຮ​ຽກ​ຮ້ອງ​ໃຫ້​ພັກ, ລັດ ສືບ​ຕໍ່​ປ່ຽນ​ໃຫມ່​ຮອບ​ດ້ານ​ເພື່ອ​ກ້າວ​ຂຶ້ນ. ຢາກ​ຄື​ແນວນັ້ນ, ປ​ະ​ຊາ​ຊົນ​, ພັກ, ລັດ ແລະ ລັດ​ຖະ​ບານ ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ກຳ​ລັງ​ຫນູນ​ໃຫມ່, ລົ​ບ​ລ້າງ​ບັນ​ດາ​ສິ່ງ​ກີດ​ຂວາງ​ເພື່ອ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ລຽນ​ຕິດ​, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ປະ​ຕິ​ບັດ​ສຳ​ເລັດ​ກິດ​ຈະ​ກຳ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ.

        ເນື່ອ​ງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ມະ​ແມ, ທ່ານ​ປະ​ທານ​ປະ​ເທດ​ ເຈືອງ​ເຕີ​ນ​ຊາງ ອວຍ​ພ​ອນ​ໃຫ້​ແຕ່​ລະ​ຄອບ​ຄົວ, ວິ​ສາ​ຫະ​ກິດ​ແຕ່​ລະ​ແຫ່ງ ກ້າວ​ເຂົ້າ​ສູ່​ປີ​ໃຫມ່​ຈະ​ຜ່ານ​ຜ່າ​ທຸກ​ຄ​ວາມ​ຫຍຸ້ງ​ຍາກ, ມີ​ຄວາມ​ກ້າວ​ຫນ້າ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ມີ​ໄຊ. ທ່ານ​ປະ​ທານ​ປະ​ເທດ ປາດ​ຖະ​ຫນາ​ຢາກ​ປະ​ຊາ​ຊົ​ນ​ທຸກ​ຄົນ ສາ​ມັກ​ຄີ, ມາ​ນະ​ພ​ະ​ຍາ​ຍາມ​ສູ້​ຊົນ​ເພ່ືອ​ໃຫ້​ປະ​ເທດ​ຊາດ​ຈະ​ເລີນ​ຮຸ່ງ​ເຮືອງ, ປະ​ຊາ​ຊົນ​ມີ​ຊີ​ວິດ​ອັນ​ດີ​ງາມກວ່າ, ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ, ເພື່ອ​ໃຫ້​ປະ​ເທດ​ຫວຽດ​ນາມ ສາ​ມາດ​ທັດ​ທຽມ​ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ 5 ທະ​ວີບ, ກັບ​ເພື່ອນ​ມິດ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ