ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ

(VOVWORLD) - ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ແລະ ພັນລະຍາ ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. 

ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ແລະ ພັນລະຍາ ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. ການຢ້ຽມຢາມແມ່ນເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ຝ່າຍຕື່ມອີກ, ແນໃສ່ນຳການພົວພັນ 2 ຝ່າຍພັດທະນານັບມື້ນັບແທດຈິງ ແລະ ມີປະສິດທິຜົນ.

ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ  ຫວຽດນາມ - ອິນເດຍ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອິນເດຍ Ram Nath Kovind 

ເລື່ອງທ່ານປະທານາທິບໍດີ ອິນເດຍ Ram Nath Kovind ເລືອກເອົາຫວຽດນາມ ເປັນປະເທດອາຊີ ທຳອິດໃນການໄປຢ້ຽມຢາມ ພາຍຫລັງທ່ານໄດ້ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອິນເດຍ ໄດ້ສະແດງໃຫ້ເຫັນຄວາມຖືເປັນສຳຄັນຂອງອິນເດຍ ທີ່ສະຫງວນໃຫ້ຫວຽດນາມ, ແມ່ນສິ່ງພິສູດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ພວມພັດທະນານັບມື້ນັບດີງາມ, ມີປະສິດທິຜົນລະຫວ່າງ 2 ຝ່າຍ.

ເນື້ອໃນທີ່ອຸດົມສົບບູນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

       ນັບແຕ່ເມື່ອຫວຽດນາມ ແລະ ອິນເດຍ ເຊັນສົນທິສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2016, ທຸກໆປີ, 2 ປະເທດລ້ວນແຕ່ມີການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ. ຄຽງຂ້າງການພົວພັນອັນດີງາມກ່ຽວກັບດ້ານການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືເສດຖະກິດ - ການຄ້າລະຫວ່າງຫວຽດນາມ ແລະ ອິນເດຍ ນັ້ນ ໃນຊຸມປີມໍ່ໆມານີ້ ກໍ່ໄດ້ມີບັນດາບາດກ້າວເດີນພັດທະນາບຸກທະລຸ. ປັດຈຸບັນ, ອິນເດຍ ແມ່ນໜຶ່ງໃນຈຳນວນ 12 ຄູ່ຮ່ວມມືໃຫຍ່ທີ່ສຸດຂອງ ຫວຽດນາມ.

        ການຄ້າ 2 ຝ່າຍລະຫວ່າງຫວຽດນາມ - ອິນເດຍ ໃນປີການເງິນ 2017 – 2018 ບັນລຸ 12,83 ຕື້ USD, ເພີ່ມຂຶ້ນ 26,96% ເມື່ອທຽບໃສ່ປີກ່ອນ, ໃນນັ້ນ ອິນເດຍ ສົ່ງອອກໄປຍັງ ຫວຽດນາມ ບັນລຸ 7,81 ຕື້ USD, ເພີ່ມຂຶ້ນ 15,13%, ການນຳເຂົ້າບັນລຸກ່ວາ 5 ຕື້ USD, ເພີ່ມຂຶ້ນ 51,14%. ສະເພາະແຕ່ເດືອນ ຕຸລາ ປີ 2018, ວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດບັນລຸ 9,2 ຕື້ USD, ເພີ່ມຂຶ້ນ 47% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດ້ວຍທ່າເຕີບໂຕຄືດັ່ງກ່າວ ພ້ອມກັບຄວາມຕັດສິນໃຈຂອງລັດຖະບານ ແລະ ວິສາຫະກິດ 2 ຝ່າຍ, ຄາດໝາຍບັນລຸວົງເງິນການຄ້າ 15 ຕື້ USD ໃນປີ 2020 ຄືດັ່ງການນຳ 2 ປະເທດໄດ້ວາງອອກ ແມ່ນອາດຈະບັນລຸໄດ້ຢ່າງແນ່ນອນ. ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ຖືວ່າ:

        ປັດຈຸບັນ, ອິນເດຍ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ ຫວຽດນາມ, ແມ່ນໜຶ່ງໃນ 3 ຄູ່ຮ່ວມມືຍຸດທະສາດຮອບດ້ານຂອງ ຫວຽດນາມ. ອິນເດຍ ກໍ່ແມ່ນຕະຫລາດທ່ອງທ່ຽວ ແລະ ມີການສົ່ງອອກຢ່າງກ້ວາງຂວາງ ເຊິ່ງພວກເຮົາຍັງບໍ່ທັນຂຸດຄົ້ນໄດ້ໝົດເທື່ອ. ດ້ວຍຕະຫລາດມີປະຊາກອນ 1,4 ຕື້ຄົນ, ແມ່ນປະເທດໃຫຍ່ ເຊິ່ງມີປະຫວັດສາດການພົວພັນກັບ ຫວຽດນາມ ອັນດີງາມ. ສະນັ້ນ, ຈຶ່ງມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະ ຂ້າພະເຈົ້າຖືວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດຍັງໃຫຍ່ຫລວງຢູ່.

        ຈຸດຄ້າຍຄືກັນກ່ຽວກັບປະຫວັດສາດ, ວັດທະນະທຳກໍ່ແມ່ນເງື່ອນໄຂສະດວກເພື່ອໃຫ້ 2 ປະເທດເພີ່ມທະວີການຮ່ວມມືໃນຫລາຍຂົງເຂດຄື: ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ. ພິເສດແມ່ນການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນຂົງເຂດພົ້ນເດັ່ນທີ່ສຸດໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ. ທ່ານ ດັ້ງດີງກູຍ ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        2 ຝ່າຍມີໂຄງການຮ່ວມມືຫລາຍຢ່າງ, ໃນການແລກປ່ຽນຊື້-ຂາຍອາວຸດ, ໃນການຄົ້ນຄວ້າວິທະຍາສາດເຕັກໂນໂລຊີ, ຍຸດທະວິທີ, ເປັນຕົ້ນແມ່ນການຮ່ວມມືບຳລຸງສ້າງ. ອິນເດຍ ມີການຮ່ວມມືດີທີ່ສຸດໃນເລື່ອງສະໜອງທຶນການສຶກສາບຳລຸງສ້າງດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ ຫວຽດນາມ, ບຳລຸງສ້າງກຳລັງປະກອບອາວຸດເພື່ອຮັບໃຊ້ເຫຼົ່າຮົບທີ່ກ້າວໜ້າທັນສະໄໝຂອງກອງທັບໃນປັດຈຸບັນ ຄືກ່ຳປັ່ນດຳນ້ຳ, ເຮືອບິນລຸ້ນໃໝ່.

ການຢ້ຽມຢາມເພື່ອຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ

       ຫວຽດນາມ ຍາມໃດກໍ່ຕີລາຄາສູງ “ນະໂຍບາຍການເຄື່ອນໄຫວມຸ່ງໄປສູ່ທິດຕາເວັນອອກ” ຂອງ ອິນເດຍ ແລະ ຢັ້ງຢືນວ່າ ດ້ວຍບົດບາດເປັນປະເທດປະສານການພົວພັນລະຫວ່າງ ອາຊຽນ - ອິນເດຍ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງ ອາຊຽນ - ອິນເດຍ. ພ້ອມກັນນັ້ນ, ອິນເດຍ ຍາມໃດກໍ່ຢືນຢັນວ່າ ອາຊຽນ ເປັນໃຈກາງຂອງນະໂຍບາຍ “ການເຄື່ອນໄຫວມຸ່ງໄປສູ່ທິດຕາເວັນອອກ” ແລະ ເປັນໃຈກາງຂອງຄວາມໄຝ່ຝັນ “ສະຕະວັດ ອາຊີ” ຂອງ ອິນເດຍ, ໃນນັ້ນ ຫວຽດນາມ ແມ່ນເສົາຄ້ຳສຳຄັນຂອງນະໂຍບາຍ “ການເຄື່ອນໄຫວມຸ່ງໄປສູ່ທິດຕາເວັນອອກ” ນັ້ນ.

        ໃນສະພາບການນັ້ນ, ວົງການນັກຊ່ຽວຊານ ແລະ ນັກຮຽນຮູ້ ອິນເດຍ ກໍ່ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ ອິນເດຍ Ram Nath Kovind ແມ່ນມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການຮ່ວມມື 2 ຝ່າຍໃນຫລາຍຂົງເຂດກ່ວາອີກ. ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອິນເດຍ Ram Nath Kovind ກໍ່ໄດ້ສ້າງຂີດໝາຍເປັນຄັ້ງທຳອິດທີ່ທ່ານໄປປະຕິບັດງານເຖິງປະເທດຢູ່ທິດຕາເວັນອອກຂອງ ອິນເດຍ, ໃນນັ້ນ ຫວຽດນາມ ກໍ່ແມ່ນປະເທດ ອາຊຽນ ທຳອິດ ເຊິ່ງການນຳ ອິນເດຍ ໄດ້ເລືອກເຟັ້ນໄປຢ້ຽມຢາມ ອາຊີ ຢ່າງເປັນທາງການຂອງຕົນ. ການຢ້ຽມຢາມໄດ້ເຮັດໃຫ້ການແລກປ່ຽນ 2 ຝ່າຍເລິກເຊິ່ງກ່ວາອີກ ແລະ ນຳມາເຊິ່ງບັນດາກາລະໂອກາດເພື່ອໃຫ້ ຫວຽດນາມ ແລະ ອິນເດຍ ຍູ້ແຮງການພົວພັນໃນສະພາບການໃຫຍ່ກ່ວາຢູ່ພາກພື້ນມະຫາສະໜຸດ ອິນເດຍ  - ປາຊີຟິກ./.

ຕອບກັບ

ຂ່າວ/ບົດ​ອື່ນ