ສ້າງຂົວເຊື່ອມຕໍ່ໄກ່ເກ່ຍ - ລົບລ້າງໂສກນາດຕະກຳສົງຄາມ

(vovworld)- ກັ​ບ​ຄືນ​​ມາຫວຽດ​ນາມ, ​ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ​ສ່ວນ​ໃດ​ຫ​ນຶ່ງ​ເພື່ອ​ລົບ​ລ້າງ​​ຄວາມ​ປົ່ມດ້ອຍ​ຈາກ​ໂທດ​ກຳ​ສົງ​ຄາມ​ຜ່ານ​ບັນ​ດາ​ວຽກ​ງານ​ທີ່​ແທ້​ຈິງ, ນັ້ນ​ແມ່ນ​ວິ​ທີ​ຊື່ງ​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ​ຫລາຍ​ຄົນ​​ໄດ້ເລືອກ​ເຟັ້ນ. ແຕ່​ລະ​ມື້ ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ຄວາມສຳ​ນຶກວ່າ, ແຕ່​ລະ​ວຽກ​ທີ່​ຕົນ​ເອງ​ເຮັດ​ຈະ​ປະ​ກອບ​ສ່ວນ​ບັນ​ເທົາ​ຄວາມ​ເຈັບ​ປວດ​​ຈາກສົງ​ຄາມສ່ວນ​ໃດ​ສ່ວນ​ຫ​ນຶ່ງ ຊຶ່ງ​ອາ​ເມ​ລິ​ກາ​ໄດ້​ກໍ່​ຂຶ້ນ​​ຕໍ່​ຫວຽດ​ນາມ. ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 38 ປີ​ແຫ່ງ​ການ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ​ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975 30/4/2013)

ໃນ 25 ປີ​ຜ່ານ​ມາ, ຮອດ​​ເດືອນ 3 ຂອງ​ແຕ່​ລະ​ປີ, ທ່ານ Roy Mike Boehm ກັບ​ຄືນ​ມາ​ຢ້ຽມຢາມແຂວງ ກວ໋າງ​ຫງາຍ. ​ເມື່ອຢືນ​ຢູ່​ຕໍ່ຫນ້າ​ອະນຸສາວະລີ​ຮ່ອງ​ຮອຍ​ປະ​ຫວັດ​ສາດ ເຊີນ​ໝີ, ທະ​ຫານ​ຜ່ານ​ເສິກ​ຜູ້ນີ້​ພັດ​​ເສບ​ພິນ 4 ສາຍພາ​ວະ​ນາ​ໃຫ້​ດວງວິນ​ຍານ​ປະ​ຊາ​ຊົນ​ຜູ້​ບໍ​ລິສຸດ 504 ຄົນ​ໃນ​ເຫດ​ການ​​ເຂັ່ນຂ້າ​ປະຊາຊົນ​ປີ 1968. ພຽງ​ແຕ່​ປະ​ຕິ​ບັດ​ຕາມ​ວິ​ທີນັ້ນ, Mike Boehm ຈຶ່ງ​ຮູ້​ສຶກ​​ສະ​ຫວາດ​ສະ​ເຫວີຍ, ຫລຸດ​ຜ່ອນ​ຄວາມ​ປົ່ມດ້ອຍ​ຈາກ​ຄວາມ​ຜິດ​ລົງ​ສ່ວນ​ໃດ​ຫ​ນຶ່ງ. ໃນ​ຫລາຍ​ປີ​ຜ່ານ​ມາ, ຍາມ​ໃດ​ກໍ​ມີ​ຄວາມປາດ​ຖະ​ຫ​ນາ​ຢາກ​​ຮຳ​ບາດ​ແຜ​ສົງ​ຄາມ, Mike Boehm ບໍ່​ພຽງ​ແຕ່​​ສະ​ໝັກ​ໃຈ​ເປັນ​ຂົວ​ເຊື່ອມ​ຕໍ່​ຮຽກ​ຮ້ອງ​ເພື່ອນ​ມິດ​ສາ​ກົນ​ຊ່ວຍ​ເຫລືອກໍ່​ສ້າງ​ໂຮງ​ຮຽນ, ​ແຜ່ບໍ​ລິ​ຈາກ​ອຸ​ປະ​ກອນ​ການ​​ສອນ​ໃຫ້​ແກ່​ນັກ​ຮຽນ​ຢູ່​ເຂດ​ບ້ານ​ນາ ເຊີນ​ໝີ​ເທົ່າ​ນັ້ນ ຫາກ​ຍັງ​ຫ​ນູນ​ຊ່ວຍ​ດ້ານ​ທຶນ​ຮອນ​ເພື່ອກໍ່​ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້​ແກ່​ແມ່​ຍິງ, ນັກ​ຮົບ​ເກົ່າ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ນັບ​ພັນ​ຄົນ​ຢູ່​ແຂວງ ກວ໋າງ​ຫງາຍ​ອີກ​ດ້ວຍ.

    

ສ້າງຂົວເຊື່ອມຕໍ່ໄກ່ເກ່ຍ - ລົບລ້າງໂສກນາດຕະກຳສົງຄາມ - ảnh 1
ຄະນະທະຫານຜ່ານເສິກອາເມລິກາຢ້ຽມຢາມຫວຽດນາມ
ພາບ:anhhuyen/vov5

        ກໍ​ເຊັ່ນ​ດຽວ​ກັນ​ກັບ​ທ່ານ  Roy Mike Boehm, ທ່ານ Suel Jones ປະ​ທານ​ອົງ​ການ “ທະ​ຫານ​ຜ່ານ​ເສີກ​ເພື່ອ​ສັນ​ຕິ​ພາບ”ຂອງ​ອາ​ເມ​ລິ​ກາ (VFP) ກໍ​ໄດ້​ເລືອກ​ເຟັ້ນ​ວິ​ທີ​ປິ່ນ​ປົວ​ຄວາມ​ເຈັບ​ປວດ​ຍ້ອນ​ສົງ​ຄາມໃຫ້​ແກ່​ຕົນ​ເອງ ດ້ວຍ​ການ​ກັບ​​ຄືນ​ມາ​ຫວຽດ​ນາມ. ທ່ານ Suel Jones ແມ່ນ​ທະ​ຫານ​ບົກ​ຢູ່​ສະ​ຫ​ນາມ​ຮົບ ກວ໋າງ​ຈີ້ ໄລ​ຍະ​ແຕ່​ປີ 1968 – 1969. ກັບ​ຄືນ​ມາ​ຫວຽດ​ນາມ​ເປັນ​ຄັ້ງ​ທຳ​ອິດ​​ເມື່ອ​ປີ 1998 ແລະ ກ່ອນ​ທີ່​ມາ​ຫວຽດ​ນາມ ທ່ານ​ມີ​ຄວາມ​ຄິດ​ເປັນ​ຫ່ວງ​ກັງວົນ​ຕໍ່​ຄວາມ​ຜິດ​ທີ່​ຕົນ​ເອງ​ໄດ້​ກະທຳ​ຢູ່​ຫວຽດ​ນາມ, ແຕ່​ເມື່ອ​ມາ​ຮອດ​ຫວຽດ​ນາມ​ແລ້ວ ທ່ານ​ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ຄວາມ​​ເມດ​ຕາ​ກະລຸນາໃກ້​ຊິດ​ສະ​ຫ​ນິດ​ສະ​ຫ​ນົມ ແລະ ​ເຜືອ​ແຜ່ຂອງ​ຊາວ​ຫວຽດ​ນາມ. ເມື່ອ​ກັບ​ຄືນ​​ເມືອອາ​ເມ​ລິ​ກາ, ທ່ານSuel Jones  ໄດ້​ໄປ​ຮອດ​​ມະ​ຫາ​ວິ​ທະ​ຍາ​ໄລ, ນະ​ຄອນ​ທຸກແຫ່ງ​ຢູ່ອາ​ເມ​ລິ​ກາ​ເພື່ອ​ໂອ້​ລົມ​ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ​ຢູ່ ຫວຽດ​ນາມ, ກ່ຽວ​ກັບ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກສົງ​ຄາມ. ປີ 2000, ທ່ານ Suel Jones ຕົກ​ລົງ​ກັບ​ຄືນ​ມາ​ຫວຽດ​ນາມ ດ້ວຍ​ຖາ​ນະ​​ເປັນ​ຜູ້​ຕາງ​ຫ​ນ້າ​ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ກົນ​ໝູ່​ບ້ານ​ມິດ​ຕະ​ພາບ ແລະ ນັບ​ຕັ້ງແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ທ່ານ​ສືບ​ຕໍ່​ໄປ​ມາ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເພື່ອ​ເດີນ​ຕາມ​ຄວາມ​ມຸ້ງ​​ມາດ​ປາ​ດ​ຖະ​ຫ​ນາ​ຂອງ​ຕົນ.

        “ທຸກ​ຄົນ​ຄິດ​ວ່າ ສົງ​ຄາມ​ຢູ່​ຫວຽດ​ນາມ​ໄດ້​ສິ້​ນ​ສຸດລົງແລ້ວ. ແຕ່ບໍ່​​ແມ່ນ​ຄື​ແນວນັ້ນ ສົງ​ຄາມ​ໄດ້​ປະ​ໄວ້​ຜົນ​ຮ້າຍ​ຢ້ອນ​ຫລັງຢ່າງ​ຫ​ນັກ​ຫ​ນ່ວງ. ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ, ຈາກ​ລູກ​ລະ​ເບີດ​ປະ​ຈຸ​ບັນ​ຍັງ​ຕ້ອງ​ດຳ​ລົງ​ຊີ​ວິດ​ຮ່ວມກັບ​ຜົນ​ຮ້າຍ​ຢ້ອນ​ຫລັງ​ສົງ​ຄາມ. ເພາະ​ສະ​ນັ້ນ ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ຢາກ​ບົ່ງ​​ເຕືອນໃຫ້​ຊາວ​ອາ​ເມ​ລິ​ກາ​ທຸກ​ຄົນ​ຮູ້​ຈັກ​ສິ່ງ​ທີ່​ພວມ​ເກີດ​ຂຶ້ນ​ຢູ່​ຫວຽດ​ນາມ ແລະ ສິ່ງ​ທີ່​ຍັງ​ຄົງ​ຕົວ​ມາ​ຮອດ​ປະ​ຈຸ​ບັນ.  ຂ້າ​ພະ​ເຈົ້າ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຈຸດ​ໝາຍ​ດັ່ງ​ກ່າວ.”

ສ້າງຂົວເຊື່ອມຕໍ່ໄກ່ເກ່ຍ - ລົບລ້າງໂສກນາດຕະກຳສົງຄາມ - ảnh 2

ຄະນະທະຫານຜ່ານເສິກອາເມລິກາຢ້ຽມຢາມໝູ່ບ້ານມິດຕະພາບ

ພາບ:anhhuyen/vov5

        30 ປີພາຍ​ຫລັງ​ມື້​ທ້ອນໂຮມ​ປະ​ເທດ​ຫວຽດ​ນາມ​ເປັນ​ເອ​ກະ​ພາບ, ປີ 2005, Suel Jones  ພ້ອມ​ກັບ​ທະ​ຫານ​ຜ່ານ​ເສີກ​ອາ​ເມ​ລິ​ກາອື່ນ​ຫລາຍ​ຄົນ​ໄດ້​ຂຽນ​ຈົດ​ໝາຍ​ສະ​ບັບ​ຫ​ນຶ່ງ ຂົນ​ຂວາຍ​ເກັບ​ກຳ​ລາຍ​ເຊັນ​ຂອງ​ປະ​ຊາ​ຊົນ​ອາ​ເມ​ລິ​ກາ, ຮຽກ​ຮ້ອງ​ແບ່ງ​ເບົາ​ຄວາມ​ເຈັບ​ແຊບ​ຍ້ອນ​ສົງ​ຄາມ ແລະ ໝັ້ນ​ໝາຍ​ມີ​ການ​ກະ​ທຳ​ເພື່ອ​ສັນ​ຕິ​ພາບ ແລະ ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊາດ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ນັບ​ແຕ່​ປີ 2008 ມາ​ຮອດ​ປະ​ຈຸ​ບັນ, ຍາມ​ໃດ​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ ກ​ໍ​ຄຽງ​ບ່າ​ຄຽງ​ໄຫລ່, ສະ​ຫ​ນັບ​ສະ​ຫ​ນູນການ​ຟ້ອງ​ຮ້ອງ​ທວງ​ເອົາ​ຄວາມ​ຍຸ​ຕິ​ທຳ​ຂອງ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຫວຽດ​ນາມ. ທ່ານ Mike Marceau, ຮອງ​ປະ​ທານ​ສະ​ມາ​ຄົມ​ທະ​ຫານ​ຜ່ານ​ເສິກ​ເພື່​ອ​ສັນ​ຕິ​ພາບ (ອາ​ເມ​ລິ​ກາ), ຊື່ງ​ແມ່ນ​ຜູ້​ທີ່​ຍາມ​ໃດ​ກໍ​ເດີນທາງ​ກັບ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/dioxin ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ຈາກ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ອາ​ເມ​ລິ​ກາ. ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ເກັບ​ກຳ​ພະ​ຍານ​ຫລັກ​ຖານ​​ຫລາຍ​ຢ່າງ​ທີ່ຖືກ​ກັບ​ກົດ​ໝາຍກ່ຽວ​ກັບ​ຜົນ​ຮ້​າຍ​ຢ້ອນ​ຫລັງ​ຈາກ​ສົງ​ຄາມ, ຄວາມ​ເຈັບ​ປວດ​ທີ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຢູ່​ຫວຽດ​ນາມ​ພວມ​ແບກ​ຫາບ​ເພື່ອ​ຍົກ​ອອກ​ຕໍ່​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ, ຮຽກ​ຮ້ອງ​ການ​ຫນ​ູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ສົງ​ຄາມ​ຢູ່​ຫວຽດ​ນາມ. ຄວາມ​ຈິງ ​ຊາວ​ອາ​ເມ​ລິ​ກາ ຫລາຍ​ຄ​ົນ​ມີ​ຄວາມ​ຮັກ​ແພງ​ຫວຽດ​ນາມ, ສະ​ນັ້ນ ​ຂ້າ​ພະ​ເຈົ້າ​ຕ້ອງເຮັດ​ວຽກ​ງານນີ້​ຫລາຍຂຶ້ນ, ເປັນ​ຂົວ​ເຊືື່ອມ​ຕໍ່​ເພື່ອ​ປະ​ກອບ​ສ່ວນ​ຮຳ​ບາດ​ແຜ​ສົງ​ຄາມ.”

        ຫວຽດ​ນາມ, ເຂ​ດ​ດິນ​ແດ​ນ​ຊື່ງ​ກ່ອນນີ້ 40 ປີ, ສຳ​ລັບ​ບັນ​ດາ​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ, ໃນ​ຈິດ​ສຳ​ນຶກ​ຂອງ​ເຂົາ​ເຈົ້າ​ແມ່ນ​ຄວາມ​ສະ​ຫຍົດ​ສະຫຍອງຍ້ອນ​ຄວາມ​ຮ້າຍ​ກາດ​ທີ່​ສຸດ​ຂອງ​ລູກ​ລະ​ເບີດ. ແຕ່​ມາ​ບັດ​ນີ້,  ພາຍ​ຫລັງ​ສິ້ນ​ສຸດ​ສົງ​ຄາມ​ມາ​ເປັນ​ເວ​ລາ 38 ປີ ແລະ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ໄດ້​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ, ມີ​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ​ຫລາຍ​ຄົນ​ໄດ້​ກັບ​ຄືນ​ມາ​ຫວຽດ​ນາມ. ແຕ່​ລະ​ແຫ່ງ​ທີ່​ເຂົາ​ເຈົ້າ​ແວ່​ຢາມ ລ້ວນ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນ​ໄດ້​ວ່າ ສົງ​ຄາມ​ແມ່ນ​ສິ່ງ​ທີ່​ໄຮ້​ຄວາມ​ໝາຍ, ຕ້ອງ​ເຮັດ​ສິ່ງ​ໃດ​ຫ​ນຶ່ງ​ເພື່ອ​ບັນ​ເທົາ​ຄວາມ​ເຈັບ​ປວດ​ຈາກ​ສົງ​ຄາມ​ຢູ່​ຫວຽດ​ນາມ. ແລະ ສິ່ງ​ທີ​່​ບັນ​ດາ​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ​ ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງ​ທີ່​ສຸດນັ້ນ​ແມ່ນ ອາ​ລົມ​ຈິດ​ຄວາມ​ຮັກ​ແພງ​ອັ​ນ​ສະ​ຫ​ນິດ​ສະ​ຫ​ນົມ, ຈິດ​ໃຈ​​ເຜືອ​ແຜ່​ອື່ນ​ອັນ​ສູ​ງ​ສົ່ງ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ. ມີ​ຫລາຍ​ຄົນ​ເວົ້າ​ດ້ວຍ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ: ແຕ່​ລະ​ເທື່ອ​ກັບ​ຄືນ​ມາ ເຂົາ​ເຈົ້າ​ຮູ​້​ສຶກ​​ຄືກັບ​ຄືນສູ່​ຊາ​ຍ​ຄາ​ທີ່ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນຄື​ດັ່ງຄຳ​ເວົ້າ​ຂອງ​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ  Suel Johns ວ່າ:

        “ຂ້າ​ພະ​ເຈົ້າ​ເຄີຍ​ເວົ້າ​ກັບ​ຫລາຍ​ຄົນ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ກຳ​ເນີດ​ຢູ່​ຫວຽດ​ນາມ​ໃນ​ປີ 1968.  ເພາະ​ວ່າ ສຳ​ລັບ​ຂ້າ​ພະ​ເຈົ້າ​ເອງ ແຕ່​ລະ​ນາ​ທີ​ໃນ​ຊີ​ວິດ​ລ້ວນ​ແຕ່ມ​ີ​ຂີດ​ໝາຍ​ຂອງ​ຫວຽດ​ນາມ. ເຖິງວ່າ ​ຮູບ​ຮ່າງ​ຂອງຂ້າ​ພະ​ເຈົ້າ​ບໍ່​ຄື​ຄົນ​ຫວຽດ​ນາມ​ກໍ​ຕາມ, ແຕ່​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ຂອງ​ຫວຽດ​ນາມ​ແລ້ວ.”

        “ ພວກ​ເຮົາ​ບໍ່​ສາ​ມາດ​ປ່ຽນ​ແປງ​ອະ​ດີດ​ຕະ​ການ ແຕ່​ພວກ​ເຮົາ​ສາ​ມາດ​ປ່ຽນ​ແປງ​ອະ​ນາ​ຄົດ​ໄດ້”. ຄຳ​ເວົ້າ​ນັ້ນ​ແມ່ນ​ຕອນ​ຫ​ນຶ່ງ​ໃນ​ຈົດ​ໝາຍ​ຊື່ງ​ Suel Johns ພ້ອມ​ກັບ​ບັນ​ດາ​ເພື່ອນ​ມິດ​ອາ​ເມ​ລິ​ກາ​ສົ່ງ​ເຖິງ​ຫວຽດ​ນາມ. ຄວາມ​ຈິງ ບັນ​ດາ​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ​ປະ​ຈຸ​ບັນ ບໍ່​ສາ​ມາດ​ປ່ຽນ​ແປງ​ອະ​ດີດ​ຕະ​ການ​ ແລະ ລົບ​ລ້າງ​​ໂສກ​ນາດຕະ​ກຳ​ສົງ​ຄາມໄດ້ ແຕ່​ເຂົາ​ເຈົ້າ​ສາ​ມາດ​ເຄື່ອນ​ໄຫວ​ເພື່ອ​ຊີ​ວິດ​ອັນ​ຈົບ​ງາມກວ່າ​ໃຫ້​ແກ່​ຄົນ​ຮຸ່ນ​ຫລັງ. ນີ້​ແມ່ນ​ສິ່ງ​ທີ່​ບັນ​ດາ​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ​ຄື: Suel Johns, Mike Marceau, Roy Mike Boehm ແລະ ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ​ອື່ນ​ຫລາຍ​ຄົນ​ໄດ້, ພວມ ແລະ ຈະ​ປະ​ຕິ​ບັດ ເພື່ອ​ລົບ​ລ້າງ​ຄວາມ​ຮູ້​ສຶກປົ່ມດ້ອຍ​ຍ້ອນສົງ​ຄາມ ແລະ ເພື່ອ​ໃຫ້​ສອງ​ຊາດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຫຍັບ​ມໍ່​​ເຂົ້າ​ກັນ​ກວ່າ.

 



ຕອບກັບ

ຂ່າວ/ບົດ​ອື່ນ