ສ້າງທ່ວງທ່າໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ ພັດທະນາອັນດີງາມ

(VOVWORLD) - ຕອນເຊົ້າວັນທີ 2 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ອາເມລິກາ ຕາມຄຳເຊີນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຢ່າງຈົບງາມ. ການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະຕຳແໜ່ງເປັນຜູ້ນຳສູງສຸດຂອງລັດຖະບານ ແລະ ແມ່ນການພົບປະຄັ້ງທຳອິດລະຫວ່າງການນຳຂັ້ນສູງ ຫວຽດນາມ ກັບທ່ານປະນາທິບໍດີ ອາເມລິກາ Donald Trump ນັບແຕ່ເມື່ອ 2 ປະເທດມີຄະນະການນຳໃໝ່ ທີ່ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ສ້າງທ່ວງທ່າໃຫ້ແກ່ອະນາຄົດຂອງການພົວພັນ ຫວຽດນາມ - ອາເມລິກາ ພັດທະນາກ້າວຂຶ້ນສູ່ລະດັບສູງໃໝ່.

ສ້າງທ່ວງທ່າໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ ພັດທະນາອັນດີງາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ ອາເມລິກາ ຄົນໃໝ່ Donald Trump

(ພາບ: ũ Dũng-Phạm Huân/VOV)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແມ່ນຜູ້ນຳປະເທດ ອາຊີ ຕາເວັນອອກສ່ຽງໃຕ້ ທຳອິດໄປຢ້ຽມຢາມທຳນຽບຂາວ, ໃນອາຍຸການຂອງທ່ານປະທານາທິບໍດີ ອາເມລິກາ ຄົນໃໝ່ Donald Trump. ນີ້ແມ່ນເຫດການມີຄວາມໝາຍພິເສດ, ສ້າງທ່ວງທ່າໃຫ້ແກ່ການພັດທະນາການພົວພັນ ຫວຽດນາມ - ອາເມລິກາ ຢ່າງແຂງແຮງກ່ວາໃນໄລຍະໃໝ່.

ມີໝາຍຜົນພົ້ນເດັ່ນຫຼາຍຢ່າງ

       ຜົນງານພົ້ນເດັ່ນທີ່ສຸດໃນການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນັ້ນແມ່ນ 2 ຝ່າຍໃຫ້ຄຳໝັ້ນສັນຍາຮັກສາ ແລະ ພັດທະນາທ່ວງທ່າ ການພົວພັນ, ພ້ອມທັງບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບຂອບເຂດໃໝ່ໃນການພົວພັນຮອບດ້ານ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ, ໂດຍອີງໃສ່ບັນດາການກຳລັງຊຸກຍູ້ໃໝ່ໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

        ທີໜຶ່ງ, ກ່ຽວກັບດ້ານການເມືອງ - ການຕ່າງປະເທດ, 2 ຝ່າຍໃຫ້ຄຳໝັ້ນສັນຍາຮັກສາທ່າພັດທະນາການພົວພັນ, ເພີ່ມທະວີການສ້າງຄວາມໄວ້ເນື້ຶ້ອເຊື່ອໃຈ ແລະ ຊອກຫາຂອບເຂດ, ກຳລັງຊຸກຍູ້ໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ. ກ່ຽວກັບດ້ານເສດຖະກິດ, 2 ຝ່າຍໄດ້ລົງນາມໃນໂຄງການຮ່ວມມືຫຼາຍສະບັບທີ່ມີມູນຄ່ານັບຕື້ USD. ແຕ່ສຳຄັນກ່ວາໝູ່ແມ່ນ 2 ຝ່າຍບັນລຸໄດ້ຄວາມຮັບຮູ້ລວມເພື່ອແນໃສ່ມຸ່ງໄປເຖິງຂອບເຂດໃໝ່ໃຫ້ແກ່ການຮ່ວມມືຮອບດ້ານໃນບັນດາຂົງເຂດຄື: ເສດຖະກິດ - ການຄ້າ - ການລົງທຶນ ບົນຫຼັກການຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທີ່ການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ Donald Trump, ຜູ້ນຳທຳນຽບຂາວ ຢືນຢັນວ່າ: ພື້ນຖານເສດຖະກິດ ຫວຽດນາມ ແລະ ອາເມລິກາ ມີລັກສະນະເພີ່ມເຕີມໃຫ້ກັນຍິ່ງກ່ວາການແກ່ງແຍ້ງ, ພ້ອມກັນມຸ່ງໄປເຖິງການຄ້າມີຄວາມດຸນດ່ຽງເໝາະສົມ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, 2 ຝ່າຍເຫັນດີເປີດກ້ວາງການຮ່ວມມືໃນບັນດາຂົງເຂດສືບລາຊະການລັບ, ສ້າງກຳລັງ, ກູ້ໄພກູ້ຊີບ… ສິ່ງດັ່ງກ່າວນຳມາເຊິ່ງຄວາມຫວັງໃນໄລຍະຈະມາເຖິງ, 2 ຝ່າຍຈະສ້າງຂອບເຂດການຮ່ວມມືໃໝ່ໃນບັນດາຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

ບັນດາຈຸດໃໝ່ໃນຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ

 ໝາກຜົນຂອງການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງໃຫ້ເຫັນໃນຖະແຫຼງການຮ່ວມລະຫວ່າງທັງ 2 ຝ່າຍ. ຖະແຫຼງການຮ່ວມໄດ້ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະໜາ ແລະ ຄວາມຫວັງຂອງທັງ 2 ຝ່າຍ, ເຕື້ອງເຖິງບັນດາເນື້ອໃນການແລກປ່ຽນແທດຈິງ, ສະແດງໃຫ້ເຫັນຄວາມສະເໝີພາບ, ເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ພິເສດ, ຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ ຄັ້ງນີ້ມີຫຼາຍຈຸດໃໝ່ຄືການຮ່ວມມືໃນຂົງເຂດສືບລາຊະການລັບ, ດ້ານອາດຊະຍາກຳທາງເຄືອຂ່າຍອີນເຕີເນັດ, ຫຼືການພົວພັນອາເມລິກາ - ອາຊຽນ.

ກ່ອນທີ່ດຳເນີນການຢ້ຽມຢາມມີຫຼາຍຂໍ້ສັງເກດທີ່ຖືວ່າ: ນະໂຍບາຍການຕ່າງປະເທດ, ພິເສດແມ່ນສຳລັບພາກພື້ນ ອາຊີ - ປາຊີຟິກ ຂອງອຳນາດການປົກຄອງໃໝ່ ອາເມລິກາ ຍັງບໍ່ທັນຈະແຈ້ງເທື່ອ. ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍໝາກຜົນຂອງການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ຖືພາກພື້ນ ອາຊີ - ປາຊີຟິກ ເປັນສຳຄັນ, ໃນນັ້ນ ຫວຽດນາມ ແມ່ນຄູ່ຮ່ວມມືນັບມື້ນັບສຳຄັນໃນຍຸດທະສາດຂອງ ອາເມລິກາ ສຳລັບພາກພື້ນ. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢືນຢັນຂໍ້ໃຫ້ສັງເກດຂອງຝ່າຍ ຫວຽດນາມ ນັບແຕ່ເມື່ອທ່ານ Donald Trump ຂຶ້ນກຳອຳນາດເປັນປະທານາທິບໍດີ, ນັ້ນແມ່ນ ເຖິງວ່າຈະສັງເກດພັກປະຊາທິປະໄຕ ຫຼື ສາທາລະນະກໍ່ຕາມ, ແຕ່ ຫວຽດນາມ ຍັງຄົງແມ່ນປັດໄຈນັບມື້ນັບສຳຄັນສຳລັບ ອາເມລິກາ, ນັບທັງກ່ຽວກັບຂອບເຂດ ສອງຝ່າຍ ແລະ ການຮ່ວມມືພາກພື້ນ ແລະ ຢູ່ໃນໂລກ.

ສ້າງທ່ວງທ່າໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ ພັດທະນາອັນດີງາມ - ảnh 2 ການເຈລະຈາລະຫວ່າງ 2 ຝ່າຍຢູ່ທຳນຽບຂາວ

(ພາບ: Vũ Dũng-Phạm Huân/VOV)

ສານຂອງ ຫວຽດນາມ ຜ່ານການຢ້ຽມຢາມ

        ອາດຈະຢັ້ງຢືນໄດ້ວ່າ ການຢ້ຽມຢາມ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງສານຫຼາຍສະບັບອອກສູ່ໂລກ. ກ່ອນອື່ນໝົດ, ຫວຽດນາມ ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ, ພວມພັດທະນາຂະຫຍັນຂັນເຄື່ອນ, ຫວັງວ່າ 2 ຝ່າຍຮ່ວມມື, ສືບຕໍ່ຮັກສາທ່ວງທ່າການພົວພັນກັບ ອາເມລິກາ. ຜ່ານບັນດາການເຄື່ອນໄຫວພົບປະກັບວົງການນັກທຸລະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢາກຢືນຢັນວ່າ ຫວຽດນາມ ນັບມື້ນັບປ່ຽນໃໝ່, ເປີດປະຕູພ້ອມກັບຄວາມຕັດສິນໃຈປັບປຸງສະພາບການແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ. ສຳລັບບັນດານັກຮຽນຮູ້, ນັກປັນຍາຊົນ ແລະ ປະຊາຊົນ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນຢ່າງຈະແຈ້ງວ່າ: ຫວຽດນາມ ແມ່ນປະເທດປອດໄພ, ປະຊາຊົນ ຫວຽດນາມ ສະໜິດສະໜົມ, ປະເທດ ຫວຽດນາມ ເປີດອົກເປິດໃຈ, ຂະຫຍັນຂັນເຄື່ອນ, ຮັກແພງແຂກຄົນ. ສອງຝ່າຍຈະສືບຕໍ່ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ແລກປ່ຽນບົດຮຽນ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາ.

        ສຳລັບປະຊາຄົມ ຊາວ ຫວຽດນາມ ຢູ່ຕ່າງປະເທດ ແລ້ວ, ທ່ານນາຍົກລັດຖະມົນຕີ ຢືນຢັນຄືນໃໝ່ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ຖືເຂົາເຈົ້າແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຂອງຊາດ ຫວຽດນາມ ໄດ້, ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນພ້ອມກັນຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນໃຫ້ວັດທະນາຖາວອນ. ແລະສຸດທ້າຍ, ສານສຳຄັນທີ່ສຸດເຊິ່ງ ຫວຽດນາມ ຢາກສົ່ງເຖິງປະຊາຄົມສາກົນ ແມ່ນການພົວພັນ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາ, ອັນນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງ 2 ຝ່າຍ, ປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາວັດທະຖາວອນໃນໂລກ, ໃນນັ້ນມີພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ນອກນັ້ນ, ເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ, ເຮັດວຽກຢູ່ ສປຊ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີແຫ່ງວັນເຂົ້າເປັນສະມາຊິກ ສປຊ ໄດ້ຢັ້ງຢືນວ່າ: ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ ແລະ ກຽມພ້ອມປະກອບສ່ວນຫຼາຍກ່ວາໃຫ້ແກ່ປະຊາຄົມສາກົນ. ນີ້ກໍ່ແມ່ນຈຸດເວລາເໝາະສົມເພື່ອທົບທວນຄືນການປະກອບສ່ວນຕ່າງໆຂອງ ຫວຽດນາມ ໃຫ້ແກ່ ສປຊ ໃນ 4 ທົດສະວັດຜ່ານມາ, ມຸ່ງໄປເຖິງອະນາຄົດແຫ່ງການຮ່ວມມືອັນດີງາມ, ພ້ອມທັງຫວັງວ່າ ສປຊ ປະກອບສ່ວນຕັ້ງໜ້າກ່ວາອີກໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບຢູ່ ທະເລຕາເວັນອອກ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ