ສ້າງບາດກ້າວຫັນປ່ຽນໃໝ່ໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

(VOVWORLD) - ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ ແຕ່ວັນທີ 22 -24 ສິງຫາ ປີ 2017. 
ສ້າງບາດກ້າວຫັນປ່ຽນໃໝ່ໃນການພົວພັນ ຫວຽດນາມ - ອິນໂດເນເຊຍ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງ ອິນໂດເນເຊຍ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ດັ່ງນັ້ນຈຶ່ງມີຄວາມໝາຍພິເສດ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃນທຸກໆຂົງເຂດ.

        ຫວຽດນາມ ແລະ ອິນໂດເນເຊຍ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 30 ທັນວາ ປີ 1955. ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ອິນໂດເນເຊຍ ໄດ້ຮັບການສ້າງຕັ້ງບົນພື້ນຖານໝັ້ນຄົງ, ໜັກແໜ້ນ ໂດຍປະທານ ໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Sukarno ກໍ່ຕັ້ງ ແລະ ໄດ້ຮັບການເພີ່ມພູນຄູນສ້າງ, ສ້າງສາຈາກການນຳ, ປະຊາຊົນລຸ້ນຕ່າງໆຂອງ 2 ປະເທດ ພວມນັບມື້ນັບມີບາດກ້າວພັດທະນາຢ່າງແຮງ, ທັງສອງຝ່າຍ ແລະ ຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດ ອາຊຽນ.

        ອິນໂດເນເຊຍ, ຄູ່ຮ່ວມມືສຳຄັນຂອງ ຫວຽດນາມ

       ຫວຽດນາມ ແລະ ອິນໂດເນເຊຍ  ມີຫຼາຍຈຸດທີ່ຄ້າຍຄືກັນ, ພ້ອມກັນເປັນສະມາຊິກ ອາຊຽນ, ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ຫຼາຍອົງການ, ເວທີປາໄສພາກພື້ນ ແລະ ສາກົນອື່ນໆອີກ. ສຳລັບ ຫວຽດນາມ, ອິນໂດເນເຊຍ ແມ່ນຄູ່ຮ່ວມມືສຳຄັນ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ກົງກັນຂ້າມ, ອິນໂດເນເຊຍ ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ, ແມ່ນໜຶ່ງນບັນດາປະເທດທີ່ມີຜົນສະທ້ອນອັນໃຫຍ່ຫຼວງໃນ ອາຊຽນ. ມາຮອດປະຈຸບັນ, ຫວຽດນາມ ແມ່ນປະເທດທຳອິດ ແລະ ໜຶ່ງດຽວໃນ ອາຊຽນ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ. ທ່ານ ຟ້າມບີ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:

        “ອິນໂດເນເຊຍ ດ້ວຍທີ່ຕັ້ງ, ບົດບາດໃນພາກພື້ນ ກໍ່ຄືໃນເວທີສາກົນນັ້ນເລື່ອງສ້າງຄູ່ຮ່ວມມືຍຸດທະສາດ, ແມ່ນຜົນປະໂຫຍດຍຸດທະສາດຂອງທັງ 2 ປະເທດ, ພ້ອມທັງເພື່ອສັນຕິພາບ, ການຮ່ວມມືສະຖຽນລະພາບຢູ່ພາກພື້ນ. ດ້ວຍລະດັບຂອງການພົວພັນ ຫວຽດນາມ - ອິນໂດເນເຊຍ ໃນປະຈຸບັນ ມັນຈຶ່ງມີຄວາມໝາຍສຳຄັນທີ່ສຸດ.”

ສ້າງບາດກ້າວຫັນປ່ຽນໃໝ່ໃນການພົວພັນ ຫວຽດນາມ - ອິນໂດເນເຊຍ - ảnh 2 ການລົງນາມກ່ຽວກັບດ້ານຂໍ້ມູນຂ່າວສານ ລະຫວ່າງ 2 ປະເທດ

        ຈາກແງ່ມູມດ້ານເສດຖະກິດ, ຫວຽດນາມ ແລະ ອິນໂດເນເຊຍ ແມ່ນບັນດາພື້ນຖານເສດຖະກິດທີ່ພວມບືນຕົວຂຶ້ນ, ພັດທະນາຢ່າງວ່ອງໄວ. ອິນໂດເນເຊຍ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 16 ໃນໂລກ ແລະ ກໍ່ແມ່ນຕະຫຼາດໃຫຍ່ທີ່ສຸດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ປີ 2016,  ເສດຖະກິດ ອິນໂດເນເຊຍ ເຕີບໂຕໃນລະດັບ 5,02%, ກາຍເປັນໜຶ່ງໃນ 10 ປະເທດຜະລິດໃຫຍ່ທີ່ສຸດຂອງໂລກ. ໃນຊຸມປີມໍ່ໆມານີ້, ການແລກປ່ຽນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ມີບັນດາບາດກ້າວພັດທະນາເປັນໜ້າສົ່ງເສີມ. ວົງເງິນແລກປ່ຽນການຄ້າ 2 ສົ້ນເພີ່ມຂຶ້ນແຕ່ 4,6 ຕື້ USD ໃນປີ 2012 ຂຶ້ນເປັນ 5,6 ຕື້ USD ໃນປີ 2016 ດ້ວຍລະດັບເຕີບໂຕ ສະເລ່ຍແມ່ນປະມານ 5%/ປີ. ສອງຝ່າຍສູ້ຊົນບັນລຸລະດັບ 10 ຕື້ USD ໃນປີ 2018. ປະຈຸບັນ, ອິນໂດເນເຊຍ ຢືນອັນດັບທີ 5 ໃນກຸ່ມອາຊຽນ  ແລະ ອັນດັບທີ 30/105 ປະເທດ, ເຂດແຄ້ວນ ລົງທຶນເຂົ້າ ຫວຽດນາມ ດ້ວຍ 59 ໂຄງການ.

        ໄປຄຽງຄູ່ກັບຂົງເຂດເສດຖະກິດນັ້ນ, ຫວຽດນາມ ແລະ ອິນໂດເນເຊຍ ສືບຕໍ່ຍູ້ແຮງການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ດ້ວຍການຮັກສາກຸ່ມປະຕິບັດງານຮ່ວມ ກ່ຽວກັບທະຫານເຮືອ 2 ປະເທດ; ຊຸກຍູ້ການສ້າງຕັ້ງໂທລະສັບສາຍດ່ວນ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມກ່ຽວກັບການຊອກຫາກູ້ໄພກູ້ຊີບ, ຊຸກຍູ້ການເຈລະຈາກຳນົດເຂດເສດຖະກິດຈຳເພາະລະຫວ່າງ 2 ປະເທດສິ້ນສຸດໂດຍໄວ.

ຊຸກຍູ້ການຮ່ວມມືແທດຈິງ

       ແຕ່ເຖິງຢ່າງໃດກໍ່ຕາມ, ໃນ 2 -3 ປີມໍ່ໆມານີ້, ຈຳນວນກ່ຳປັ່ນ ແລະ ຊາວປະມົງ ຫວຽດນາມ ອອກເດີນທາງໄປຫາປາບົນທະເລ ແລະ ມີການປະທະກັນກັບບັນດາກ່ຳປັ່ນ ອິນໂດເນເຊຍ ນັບມື້ນັບຫຼາຍ. ປະຈຸບັນ, ຫວຽດນາມ ແລະ ອິນໂດເນເຊຍ ຍັງບໍ່ທັນມີບັນດາການຈຳແນກເຂດໄລ່ທະວີບຢ່າງຈະແຈ້ງ. ດັ່ງນັ້ນ, ສອງຝ່າຍພວມມານະພະຍາຍາມຊອກຫາກົນໄກຮອບດ້ານເພື່ອແກ້ໄຂບັນຫານີ້. ເດືອນກໍລະກົດຜ່ານມາ, ທີ່ການພົບປະກັບທ່ານ ເວືອງດີ່ງເຫ້ວ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານຮອງນາຍົກລັດຖະມົນຕີ ອິນໂດເນເຊຍ ຢືນຢັນວ່າ ຈະຊີ້ນຳໃຫ້ບັນດາອົງການກ່ຽວຂ້ອງສົມທົບກັບຝ່າຍ ຫວຽດນາມ ໃນບັນຫາຊາວປະມົງ - ກ່ຳປັ່ນ ແລະ ຮັບຮູ້ຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບເລື່ອງຕໍ່ກຳນົດເວລາສຳລັບສັນຍາປະກາດ ແລະ ໜູນຊ່ວຍສະຖານກົງສູນ ແລະ ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືບົນທະເລ ແລະ ອາຊີບການປະມົງທີ່ໄດ້ລົງນາມເມື່ອປີ 2010. ກ່ຽວກັບບັນຫານີ້, ທ່ານ ຮ່ວາງແອງຕ໋ວນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ໃຫ້ຮູ້ວ່າ: 2 ປະເທດພວມຕັ້ງໜ້າຊຸກຍູ້ມາດຕະການສັງລວມ, ທີ່ມີຜົນປະໂຫຍດໃຫ້ທັງ 2 ຝ່າຍໃນການແກ້ໄຂບັນດາການຂັດແຍ້ງກັນບົນທະເລ:

        “ດ້ວຍການຢຶດໝັ້ນຂອງຕົນ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ກັບຝ່າຍ ອິນໂດເນເຊຍ ໃນຂົງເຂດອາຊີບການປະມົງ ໄດ້ມີບາດກ້າວພັດທະນາບາງຢ່າງ. ຂໍ້ສະເໜີທັງໝົດຂອງ ຫວຽດນາມ ທີ່ຍົກອອກມາໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກຝ່າຍ ອິນໂດເນເຊຍ, ເໝາະສົມກັບຜົນປະໂຫຍດຂອງ ອິນໂດເນເຊຍ ແລະ ຫວຽດນາມ. ຫວັງວ່າ, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືອາຊີບການປະມົງລະຫວ່າງ ຫວຽດນາມ - ອິນໂດເນເຊຍ ໃນໄລຍະ 2016 – 2020 ຈະໄດ້ຮັບການລົງນາມໂດຍໄວ. ດ້ວຍບັນດາການຮ່ວມມືໃໝ່ນີ້, ບັນດາບັນຫາທີ່ໄດ້ຮັບຖືວ່າບໍ່ທັນເໝາະສົມໃນການຮ່ວມມືອາຊີບການປະມົງລະຫວ່າງ 2 ປະເທດໃນການແກ້ໄຂບັນຫາຊາວປະມົງຈະໄດ້ຮັບການແກ້ໄຂ”

        ໃນສະພາບການນັ້ນ, ການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໝັ້ນໝາຍຈະເປີດອະນາຄົດແຫ່ງການພັດທະນາການພົວພັນລະຫວ່າງ ຫວຽດນາມ ກັບ ອິນໂດເນເຊຍ ໃນໄລຍະໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ