ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ມີ​ການ​ກະ​ທຳ​, ​​ຮັບ​ໃຊ້ປະ​ຊາ​ຊົນ

(VOVWORLD) - ວັນທີ 11 ສິງຫາ ທີ່ຜ່ານມາ, ລັດຖະບານ ອາຍຸການ 2021  2026 ໄດ້ຈັດກອງປະຊຸມຄົບຄະນະຄັ້ງທຳອິດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຍົກອອກຢ່າງຈະແຈ້ງຄວາມຕັດສິນໃຈໃນການສ້າງລັດຖະບານແຫ່ງການປ່ຽນແປງໃໝ່, ມີການກະທຳ, ມີປະສິດທິຜົນ, ຮັບໃຊ້ປະຊາຊົນ. ກ່ອນໜ້ານັ້ນ, ນັບແຕ່ເວລາ ລັດຖະບານ ອາຍຸການ 2021  2026 ຫາກໍ່ໄດ້ຮັບການບູລະນະ, ຄວາມຕັດສິນໃຈນີ້ ໄດ້ສະແດງໃຫ້ເຫັນຜ່ານເລື່ອງລັດຖະບານ ສຸມທຸກແຫຼ່ງກຳລັງ, ຄວາມມານະພະຍາຍາມເພື່ອປ້ອງກັນຕ້ານໂລກລະບາດໂຄວິດ - 19, ແກ້ໄຂບັນດາຂໍ້ຕິດຂັດເພື່ອພັດທະນາເສດຖະກິດ.

ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ມີ​ການ​ກະ​ທຳ​, ​​ຮັບ​ໃຊ້ປະ​ຊາ​ຊົນ - ảnh 1ວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກ ລະຫວ່າງ ລັດຖະບານ ກັບບັນດາທ້ອງຖິ່ນ ກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (ພາບ: TTXVN)

ລັດຖະບານອາຍຸການ 2021 – 2026 ໄດ້ຮັບໜ້າທີ່ໃນສະພາບການທີ່ມີບັນດາກາລະໂອກາດ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍສະຫຼັບ, ພິເສດແມ່ນສະພາບການໂລກລະບາດໂຄວິດ - 19 ດ້ວຍສາຍພັນໃໝ່ Delta ທີ່ພວມມີການຜັນແປຢ່າງສັບສົນທີ່ສຸດ, ກໍ່ຜົນສະທ້ອນຢ່າງເລິກເຊິ່ງກ້ວາງຂວາງຕໍ່ທຸກດ້ານເສດຖະກິດ - ສັງຄົມຂອງທົ່ວປະເທດ. ໃນສະພາບການນັ້ນ, ລັດຖະບານໄດ້ກຳນົດບັນດາບຸລິມະສິດຍຸດທະສາດໂດຍໄວ ແລະ ສຸມ ທຸກແຫຼ່ງກຳລັງ, ຄວາມມານະພະຍາຍາມເພື່ອຊຸກຍູ້ບັນດາບຸລິມະສິດທີ່ໄດ້ຍົກອອກມາ.

ການກະທຳຢ່າງທັນການ

ພາຍຫຼັງ ທ່ານປະທານປະເທດມອບຂໍ້ຕົກລົງແຕ່ງຕັ້ງບັນດາສະມາຊິກລັດຖະບານ ອາຍຸການຊຸດທີ XV ພຽງ 2 ວັນ, ວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເປັນປະທານກອງປະຊຸມທາງໄກ ລະຫວ່າງ ລັດຖະບານ ກັບບັນດາທ້ອງຖິ່ນ ກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ພາຍຫຼັງກອງປະຊຸມ, ລັດຖະບານ ໄດ້ປະກາດໃຊ້ມະຕິເລກທີ 86/NQ-CP, ເຊິ່ງແມ່ນໜຶ່ງໃນບັນດາມະຕິສັງລວມທີ່ສຸດ ຂອງລັດຖະບານ ກ່ຽວກັບການປ້ອງກັນຕ້ານໂລກລະບາດໂຄວິດ - 19 ເຊິ່ງເຕື້ອງເຖິງຫຼາຍບັນຫາ ແຕ່ວຽກງານການຈັດຕັ້ງ, ບັນດາການເຄື່ອນໄຫວສະເພາະກິດ, ງົບປະມານ… ຕະຫຼອດຮອດບັນດາກົນໄກເຄື່ອນໄຫວ, ການຈັດແບ່ງໜ້າທີ່ວຽກງານ. ມະຕິໄດ້ເປີດຊອງທາງ, ສ້າງເງື່ອນໄຂໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເປັນເຈົ້າການໃນບັນດາມາດຕະການຕ້ານໂລກລະບາດໂຄວິດ - 19. ເລື່ອງປະກາດໃຊ້ ມະຕິໄດ້ຮັບການຕີລາຄາວ່າ ທັນການ, ຄົບຖ້ວນ, ຖືກຕ້ອງກັບຈຸດສຸມ ແລະ ອັບເດດບັນດາມາດຕະການທີ່ມີລັກສະນະຕົວຈິງສູງ, ມີຄວາມໃກ້ຊິດຕິດແທດກັບແຕ່ລະບັນຫາ.

ສະເພາະກ່ຽວກັບນະໂຍບາຍວັກຊິນ, ມະຕິສືບຕໍ່ຢັ້ງຢືນຢ່າງຖືກຕ້ອງວ່າ ວັກຊິນແມ່ນຂໍ້ກຸນແຈຫຼັກເພື່ອຄວບຄຸມໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. ໃນມະຕິ, ທ່ານນາຍົກລັດຖະມົນຕີ ກໍ່ຊີ້ໃຫ້ເຫັນຫຼາຍວິທີການ ເພື່ອມີແຫຼ່ງວັກຊິນສັກໃຫ້ແກ່ປະຊາຊົນ, ນັບແຕ່ການຍູ້ແຮງການທູດວັກຊິນ, ເປີດກວ້າງເປົ້າໝາຍຕ້ອງຊອກຫາ, ການຜະລິດວັກຊິນພາຍໃນປະເທດ ຕະຫຼອດຮອດການຖ່າຍທອດເຕັກໂນໂລຢີ…

ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານ, ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ກັບບັນດາແຂວງ, ນະຄອນທີ່ພວມໄດ້ຮັບການປະຕິບັດແຍກຫ່າງສັງຄົມ, ປຸກລະດົມຂະບວນການແຂ່ງຂັນພິເສດ “ທົ່ວປະເທດສາມັກຄີ, ຮ່ວມແຮງຮ່ວມໃຈ ແຂ່ງຂັນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ເອົາຊະນະຕໍ່ໂລກລະບາດໂຄວິດ - 19”. ເພື່ອໜູນຊ່ວຍສ່ວນໃດສ່ວນໜຶ່ງໃຫ້ແກ່ປະຊາຊົນບັນດາທ້ອງຖິ່ນ ທີ່ພວມປະຕິບັດການແຍກຫ່າງໃນສັງຄົມ, ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງຫຼຸດລາຄາໄຟຟ້າໃຫ້ແກ່ປະຊາຊົນ, ວິສາຫະກິດ. ລັດຖະບານກໍ່ຕັດສິນເພີ່ມເຕີມເງິນເປັນຈຳນວນ 5.100 ຕື້ດົ່ງ ຈາກແຫຼ່ງງົບປະມານສຳຮອງສູນກາງປີ 2021 ໃຫ້ແກ່ ກະຊວງສາທາລະນະສຸກ ເພື່ອຊື້ອຸປະກອນ, ວັດຖຸ, ຜະລິດຕະພັນການຢາ, ທາດເຄມີ, ຢຸກຢາ ເພື່ອຮັບໃຊ້ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ຂໍ້ຕົກລົງສະບັບນີ້ ຢັ້ງຢືນ ບຸລິມະສິດແຖວໜ້າຂອງພັກ, ລັດຖະບານ ແມ່ນຮັບປະກັນສຸຂະພາບ, ຊີວິດອິນຊີຂອງປະຊາຊົນ. ທ່ານ ມາກວັນຕ້ຽນ ນັກຊ່ຽວຊານກ່ຽວກັບການໜູນຊ່ວຍສັງຄົມ ແບ່ງປັນວ່າ:

        ເພີ່ມເງິນຕື່ມອີກ 5100 ຕື້ດົ່ງແມ່ນທັນການທີ່ສຸດ ແລະ ຈຳເປັນ ເພື່ອມີແຫຼ່ງກຳລັງແກ້ໄຂບັນຫາ. ນີ້ແມ່ນບັນດາບັນຫາເກີດຂຶ້ນແບບບັງເອີນ, ໂດຍໄດ້ເອີ້ນວ່າ ກົນໄກພິເສດ. ຫາງສຽງກໍ່ມີຄວາມຫວັງຢ່າງຍິ່ງວ່າ ທຸກແຫຼ່ງກຳລັງຊົ່ວຄາວໃນປັດຈຸບັນຂອງລັດຖະບານ ຈະໄປນອດຖືກກັບສະຖານທີ່ທີ່ມີຄວາມຕ້ອງການ, ຊື້ໄດ້ບັນດາວັດຖຸອຸປະກອນ ເພື່ອຮັບໃຊ້ປະຊາຊົນໃຫ້ດີກ່ວາເກົ່າ.

ຜ່ານຜ່າສິ່ງທ້າທາຍ

ສິ່ງທ້າທາຍທີ່ໄດ້ວາງອອກໃຫ້ແກ່ລັດຖະບານອາຍຸການ 2021 – 2026 ແມ່ນໃຫຍ່ຫຼວງທີ່ສຸດໃນວຽກງານ ທັງປົກປ້ອງສຸຂະພາບຂອງປະຊາຊົນ, ທັງຊຸກຍູ້ພັດທະນາເສດຖະກິດ. ການຜ່ານຜ່າໂລກລະບາດໂຄວິດ - 19 ແມ່ນວຽກງານໜຶ່ງ, ການຍາດແຍ່ງກາລະໂອກາດຟື້ນຟູເສດຖະກິດກໍ່ບໍ່ແມ່ນເລື່ອງງ່າຍດາຍ. ລະດົມທຸກແຫຼ່ງກຳລັງເພື່ອຊຸກຍູ້ບັນດາບຸລິມະສິດຍຸດທະສາດຄື ການສ້າງພື້ນຖານໂຄງລ່າງ, ຊຸກຍູ້ການປັບປຸງລະບອບລະບຽບການ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ… ແມ່ນສິ່ງທ້າທາຍເຊິ່ງລັດຖະບານຊຸດ XV ຕ້ອງປະເຊີນໜ້າ. ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຄັ້ງທຳອິດຂອງລັດຖະບານ ອາຍຸການ 2021 – 2026, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຢັ້ງຢືນວ່າ ຍິ່ງຫຍຸ້ງຍາກກໍ່ຍິ່ງມີຄວາມຕັດສິນໃຈ:

ລັດຖະບານຈະຫັນເປັນລະອຽດດ້ວຍໂຄງການກະທຳ ທີ່ມີ 409 ແຜ່ນຮ່າງ, ໂຄງການ, ໜ້າທີ່ ເພື່ອຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມໃຫຍ່ຂອງພັກ ແລະ ມະຕິຂອງສະພາແຫ່ງຊາດຊຸດທີ XV. ລັດຖະບານຊຸດທີ XV ໄດ້ຕັດສິນໃຈສ້າງລັດຖະບານແຫ່ງການປ່ຽນແປງໃໝ່, ມີຄວາມຊື່ສັດບໍລິສຸດ, ມີການກະທຳ, ມີປະສິດທິຜົນ, ຮັບໃຊ້ປະຊາຊົນ.

        ແຕ່ໄປຄຽງຄູ່ກັບ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ໄດ້ມານະພະຍາຍາມສ້າງເງື່ອນໄຂດີທີ່ສຸດເພື່ອໜູນຊ່ວຍບັນດາວິສາຫະກິດ ກ່ຽວກັບກົດໄກນະໂຍບາຍເພື່ອຮັກສາ, ຟື້ນຟູ ແລະ ພັດທະນາການຜະລິດ. ທ່ານນາຍົກລັດຖະມົນຕີ ໄດ້ສ້າງຕັ້ງໜ່ວຍປະຕິບັດງານພິເສດ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ມອບໝາຍໃຫ້ກະຊວງການເງິນຜັນຂະຫຍາຍມາດຕະການຍົກເວັ້ນ, ຫຼຸດຜ່ອນພາສີຢ່າງຮີບດ່ວນ, ນຳພາ ແລະ ປຸກລະດົມທຸກແຫຼ່ງກຳລັງຢູ່ນອກລັດຖະບານ… ລັດຖະບານກໍ່ສະຫງວນບຸລິມະສິດພິເສດໃຫ້ແກ່ວຽກງານສ້າງລະບອບລະບຽບການໃຫ້ສົມບູນແບບ. ຍ້ອນວ່າ ເລື່ອງຫັນລະບອບລະບຽບການ ເປັນລະອຽດຢ່າງທັນການ, ມີວິທະຍາສາດ ຈະສ້າງເງື່ອນໄຂໃຫ້ແກ່ລະບົບການບໍລິຫານ, ພື້ນຖານເສດຖະກິດ, ສັງຄົມມີການເຄື່ອນໄຫວຢ່າງສະດວກ ແລະ ລຸລວງ.

ດ້ວຍການກຳນົດບັນດາບຸລິມະສິດຍຸດທະສາດ, ມີການກະທຳຢ່າງທັນການ, ເພື່ອການຮັບໃຊ້ປະຊາຊົນ, ຫາງສຽງມີພື້ນຖານເພື່ອເຊື່ອໝັ້ນວ່າ ລັດຖະບານອາຍຸການ 2021 – 2026 ຈະນຳພາປະເທດຊາດຜ່ານຜ່າສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນນີ້ ເພື່ອບັນລຸໄດ້ບັນດາຜົນງານບົນເສັ້ນທາງພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ