ສ້າງ​ລະ​ບົບ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ​ໃໝ່​ທີ່​ຍືນ​ຍົງ​ກວ່າ

(VOVWORLD) - ວັນທີ 20 ພະຈິກ ຢູ່ນະຄອນຫຼວງ ລອນດອນ (ອັງກິດ), ກອງປະຊຸມສຸດຍອດຄໍ້າປະກັນດ້ານສະບຽງອາຫານທົ່ວໂລກປີ 2023 ໄດ້ສຸມໃສ່ບັນດາຄວາມມານະພະຍາຍາມສາກົນເຂົ້າໃນການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ, ເຊື່ອມຕໍ່ບັນດາແນວຄວາມຄິດປ່ຽນແປງໃໝ່ທາງດ້ານກະສິກຳ ເພື່ອແນໃສ່ສ້າງລະບົບສະບຽງອາຫານທົ່ວໂລກໃໝ່ທີ່ຍືນຍົງກວ່າ, ຜ່ານນັ້ນ ກໍ່ສະກັດກັ້ນສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານທີ່ພວມເພີ່ມຂຶ້ນໃນທົ່ວໂລກ.

ກອງປະຊຸມສຸດຍອດການຄໍ້າປະກັນດ້ານສະບຽງອາຫານທົ່ວໂລກ (GFSS) ປີ 2023 ຖືກຈັດຂຶ້ນຕາມແນວຄວາມຄິດຂອງລັດຖະມົນຕີ ອັງກິດ, ໂຊມາລີ, ສະຫະລັດ ອາຣັບ ເອມມີເລັດ (UAE) ແລະ ບັນດາອົງການຈັດຕັ້ງ, ເປັນຕົ້ນແມ່ນ: ກອງເງິນລົງທຶນໃຫ້ແກ່ເດັກ (CIFF), ກອງທຶນ Bill & Melinda Gates. ກອງປະຊຸມປີນີ້ ໄດ້ດຳເນີນໃນສະພາບການການຄ້ຳປະກັນດ້ານສະບຽງອາຫານໃນທົ່ວໂລກສືບຕໍ່ຖືກຫຼຸດລົງ ຍ້ອນການປະທະກັນ, ການຂາດສະຖຽນລະພາບດ້ານການເມືອງ ແລະ ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດເພີ່ມຂຶ້ນໃນຂອບເຂດທົ່ວໂລກ, ເຮັດໃຫ້ປະຊາຄົມສາກົນ ຈຳເປັນຕ້ອງຊອກຫາບັນດາມາດຕະການເພື່ອຮັບມືໂດຍດ່ວນ ແລະ ຍືນຍົງ.

       ສະພາບຂາດສະບຽງອາຫານໃນທົ່ວໂລກເພີ່ມຂຶ້ນ

        ຕາມຂໍ້ມູນຂອງ ສປຊ ແລ້ວ, ປັດຈຸບັນ, ມີປະຊາຊົນກວ່າ 345 ລ້ານຄົນໃນທົ່ວໂລກ ພວມໃນສະພາບຂາດສະບຽງອາຫານຢ່າງຮ້າຍແຮງ. ຕົວເລກນີ້ສູງກວ່າ 120 ລ້ານຄົນ ເມື່ອທຽບໃສ່ປີ 2019, ເຊິ່ງເປັນຈຸດເວລາກ່ອນທີ່ໂລກລະບາດໂຄວິດ - 19 ລະບາດ. ນອກຈາກນັ້ນແລ້ວ, ມີປະຊາຊົນປະມານ 40 ລ້ານຄົນ ໄດ້ຮັບຖືວ່າ ພວມຢູ່ໃນສະພາວະອຶດຫິວຂັ້ນສຸກເສີນ.

        ອົງການອາຫານ ແລະ ການກະເສດຂອງ ສປຊ (FAO) ໄດ້ຍົກອອກຕົວເລກຕ່າງໂດຍຊີ້ໃຫ້ເຫັນວ່າ ຖ້ານັບທັງຜູ້ທີ່ຂາດດ້ານສະບຽງອາຫານຢູ່ລະດັບປານກາງນັ້ນ ປັດຈຸບັນ ທົ່ວໂລກມີປະຊາຊົນປະມານ 2,4 ຕື້ ຄົນ, ກວມເອົາ 30% ປະຊາກອນທົ່ວໂລກ, ພວມຢູ່ໃນສະພາບການບໍ່ຄ້ຳປະກັນດ້ານສະບຽງອາຫານ. ດ້ວຍສະພາບການຕົວຈິງດັ່ງກ່າວ, ສປຊ ກ່າວເຕືອນໂລກຈະບໍ່ສາມາດປະຕິບັດສຳເລັດເປົ້າໝາຍລົບລ້າງຄວາມອຶດຫິວ, ເຊິ່ງເປັນບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ທີ່ສຳຄັນທີ່ສຸດ, ໃນປີ 2030 ຕາມແຜນການ. ຕາມທ່ານ Carl Skau ຮອງຜູ້ອຳນວຍການຝ່າຍບໍລິຫານ ອົງການອາຫານໂລກ (WFP) ແລ້ວ, ສະພາບການຂາດສະຖຽນລະພາບດ້ານເສດຖະກິດ ແລະ ຄວາມໝັ້ນຄົງຂອງໂລກໃນປັດຈຸບັນ ຍິ່ງເຮັດໃຫ້ວິກິດການດ້ານອາຫານ ແລະ ສານອາຫານຮ້າຍແຮງຂຶ້ນຕື່ມ.

ສ້າງ​ລະ​ບົບ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ​ໃໝ່​ທີ່​ຍືນ​ຍົງ​ກວ່າ - ảnh 1ທ່ານ Carl Skau ຮອງຜູ້ອຳນວຍການຝ່າຍບໍລິຫານ ອົງການອາຫານໂລກ (ພາບ: 21stcenturychronicle.com)

“ປັດຈຸບັນວິກິດການດ້ານສະບຽງອາຫານ ແລະ ສານອາຫານໃຫຍ່ທີ່ສຸດໃນປະຫວັດສາດຍັງພວມເກີດຂຶ້ນ. ມີຫຼາຍສາຍເຫດທີ່ເຮັດໃຫ້ເກີດວິກິດການນີ້, ເປັນຕົ້ນແມ່ນ: ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດເກີດຂຶ້ນຢ່າງຕໍ່ເນື່ອງ, ຄວາມກົດດັນຈາກການເພີ່ມຂຶ້ນຂອງລາຄາອາຫານ, ... ເຖິງຢ່າງໃດກໍຕາມ, ການປະທະກັນ ແລະ ສະພາບຂາດສະບຽງອາຫານ ແມ່ນບັນດາປັດໄຈໃຫຍ່ທີ່ສຸດ ທີ່ກໍ່ໃຫ້ເກີດໄພອຶດຫິວຢ່າງຮ້າຍແຮງໃນທົ່ວໂລກ.”

        ໄປຄຽງຄູ່ກັບບັນດາສາຍເຫດທີ່ໄດ້ກ່າວມາຂ້າງເທິງແລ້ວ, ອີກປັດໄຈໜຶ່ງທີ່ພາໃຫ້ເກີດການຂາດສະບຽງອາຫານໃນທົ່ວໂລກໃນປັດຈຸບັນເພີ່ມຂຶ້ນ, ນັ້ນແມ່ນ ງົບປະມານເຄື່ອນໄຫວຂອງ WFP ສືບຕໍ່ຖືກຕັດລົງໃນໄລຍະຜ່ານມາ, ເຮັດໃຫ້ WFP ຈຳເປັນຕ້ອງຕັດອອກ ຫຼື ຮັດແຄບການເຄື່ອນໄຫວອຸປະຖຳຢູ່ບັນດາປະເທດ ຈາກ 86 ໂຄງການ ລົງເຫຼືອແຕ່ 38 ໂຄງການ, ເຮັດໃຫ້ເກີດຄວາມສ່ຽງອາດຈະມີປະຊາຊົນປະມານ 24 ລ້ານຄົນໃນທົ່ວໂລກ ຕົກເຂົ້າສູ່ສະພາວະອຶດຫິວໃນທ້າຍປີນີ້.

       ຊອກຫາບັນດາມາດຕະການແບບຍືນຍົງ

        ເພື່ອແນໃສ່ຊອກຫາມາດຕະການຮັບມືກັບສະພາວະທີ່ນັບມື້ນັບຮ້າຍແຮງຂອງສະພາບຂາດສະບຽງອາຫານທົ່ວໂລກ, ກອງປະຊຸມ GFSS ປີ 2023 ຢູ່ ລອນດອນ ໄດ້ສຸມໃສ່ປຶກສາຫາລືບັນດາຫົວຂໍ້ໃຫຍ່, ເຊິ່ງລວມມີ: ສ້າງວິທີສຳຜັດໃໝ່ ແນໃສ່ສະກັດກັ້ນສະພາບເດັກເສຍຊີວິດຍ້ອນຂາດສານອາຫານ; ລະດົມການໝູນໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ໃຫ້ແກ່ຄວາມໝັ້ນຄົງດ້ານສະບຽງອາຫານ; ຄາດຄະເນ, ສະກັດກັ້ນໄພອຶດຫິວ ແລະ ບັນດາວິກິດການດ້ານສະບຽງອາຫານ; ສ້າງລະບົບສະບຽງອາຫານທົ່ວໂລກແບບຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ສ້າງ​ລະ​ບົບ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ​ໃໝ່​ທີ່​ຍືນ​ຍົງ​ກວ່າ - ảnh 2ທ່ານນາຍົກລັດຖະມົນຕີ ອັງກິດ, Rishi Sunak (ພາບ: Dan Kitwood/ PA)

        ທີ່ກອງປະຊຸມ, ລັດຖະບານ ອັງກິດ ໄດ້ປະກາດຂໍ້ລິເລີ່ມສ້າງສູນວິທະຍາສາດອອນໄລ, ເຊິ່ງໄດ້ເອີ້ນວ່າ ໜ່ວຍງານທີ່ປຶກສາກ່ຽວກັບການຄົ້ນຄວ້າກະສິກຳສາກົນ (CGIAR). CGIAR  ຈະເຊື່ອມຕໍ່ຂໍ້ລິເລີ່ມນະວັດຕະກຳກ່ຽວກັບກະສິກຳຂອງບັນດາອົງການຈັດຕັ້ງ, ບັນດານັກວິທະຍາສາດ ແລະ ນັກຊ່ຽວຊານໃນໂລກ, ຜ່ານນັ້ນ ພັດທະນາບັນດາປະເພດຕົ້ນໄມ້ທັນຍາພືດທີ່ມີຄວາມທົນທານຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພະຍາດ, ພ້ອມທັງສ້າງລະບົບສະບຽງອາຫານທົ່ວໂລກໃໝ່ທີ່ຍືນຍົງກວ່າ.  ທ່ານນາຍົກລັດຖະມົນຕີ ອັງກິດ, Rishi Sunak, ໃຫ້ຮູ້ວ່າ ການຄົ້ນຄວ້າກ່ຽວກັບບັນດາແນວພັນປູກໃໝ່ຂອງ ອັງກິດ ໃນປັດຈຸບັນ ພວມຊ່ວຍສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ອາຟະລິກາ ກວ່າ 100 ລ້ານຄົນ ແລະ ອັງກິດ ຢາກທະວີຄູນຮູບແບບນີ້ອອກທົ່ວໂລກ:

        “ພວກຂ້າພະເຈົ້າຢາກກ້າວໄປໄກກວ່າ ດ້ວຍການເປີດນຳໃຊ້ສູນວິທະຍາສາດ ສຸມໃສ່ຄົ້ນຄວ້າກ່ຽວກັບບັນດາແນວພັນເຂົ້າ ທີ່ມີຄວາມທົນທານດີກັບໄພນ້ຳຖ້ວມ, ບັນດາຊຸະນິດເຂົ້າບາເລທີ່ມີພູມຕ້ານທານກັບພະຍາດໄດ້ດີກວ່າ ແລະ ຫຼາຍກວ່ານັ້ນອີກ. ບັນດາການຄົ້ນຄວ້ານີ້ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນນັບລ້ານຄົນຢູ່ບັນດາປະເທດທຸກຍາກ, ພ້ອມທັງປົວແປງສະມັດຕະພາບຜົນລະປູກຢູ່ອັງກິດ, ຜ່ານນັ້ນ ກໍ່ຫຼຸດລາຄາອາຫານລົງ”.

        ໃນຕໍ່ໜ້າ, ເພື່ອແນໃສ່ຮັບມືກັບບັນດາວິກິດການດ້ານສະບຽງອາຫານຮີບດ່ວນຢູ່ຫຼາຍພາກພື້ນໃນໂລກ, ຜູ້ແທນຂອງກວ່າ 20 ປະເທດ ພ້ອມດ້ວຍຫຼາຍອົງການຈັດຕັ້ງສາກົນ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ຍົກອອກຫຼາຍຄຳໝັ້ນສັນຍາດ້ານການເງິນທີ່ສຳຄັນ. ລັດຖະບານ ອັງກິດ ໃຫ້ຮູ້ວ່າ ຈະອຸປະຖຳ ເກືອບ 125 ລ້ານ USD ໃຫ້ບັນດາ “ຈຸດຮ້ອນເຮັ່ງ” ກ່ຽວກັບການຂາດຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຊ່ວຍເຫຼືອສະເພາະ ໂຊມາລີ ຈຳນວນເງິນເກືອບ 125 ລ້ານ USD.

        ສຳລັບບັນຫາຂາດສານອາຫານຂອງເດັກໃນໂລກ, ລັດຖະບານ ອັງກິດ ໃຫ້ຄຳໝັ້ນສັນຍາຈະອຸປະຖຳຈຳນວນເງິນເກືອບ 20 ລ້ານ USD ໃຫ້ກອງທຶນສາກົນກ່ຽວກັບສານອາຫານເພື່ອເດັກ. ໃນກອງປະຊຸມ, ລັດຖະມົນຕີກະຊວງການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ UAE, ທ່ານນາງ Mariam Al Mheiri ກໍຮຽກຮ້ອງໃຫ້ບັນດາປະເທດ ແລະ ອົງການຈັດຕັ້ງ ນຳເອົາບັນຫາສະບຽງອາຫານ ແລະ ກະສິກຳ ຮັບມືແບບຍືນຍົງຕໍ່ການປ່ຽນແປງຂອງດິນຟ້າອາກາດ ເປັນຫົວຂໍ້ຈຸດສຸມທີ່ການປຶກສາຫາລືໃນກອງປະຊຸມສຸດຍອດການປ່ຽນແປງຂອງດິນຟ້າອາກາດ ສປຊ - COP 28, ເຊິ່ງຈະດຳເນີນໃນວັນທີ 30 ພະຈິກ ຢູ່ນະຄອນ Dubai ປະເທດ UAE./.

ຕອບກັບ

ຂ່າວ/ບົດ​ອື່ນ