ສ້າງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ຕາມທິດຮອບດ້ານ

(vovworld) ​ໂດຍ​ປະຕິບັດ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດຂອງ​ສະພາ​ແຫ່ງ​ຊາດ​ປີ 2016, ອົງການ​ກວດກາ​ລັດຖະບານ​ພວມ​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່ກ່ຽວ​ຂ້ອງ​ເພື່ອ​ປັບ​ປຸງບັນດາ​ເນື້ອ​ໃນ​ພື້ນ​ຖານ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ). ​ເລື່ອງ​ປັບປຸງ​ ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຮອບດ້ານ​​ໃນຄັ້ງ​ນີ້​ຂອງ​ພັກ, ລັດ ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນຄວາມ​ຕັດສິນ​ໃຈ​ດ້ານການ​ເມືອງ​ສູງ​​ໃນ​ການ​ຕໍ່ສູ້​ປ້ອງ​ກັນ, ສະກັດ​ກັ້ນ, ​ແກ້​ໄຂ​ການ​ສໍ້​ລາດ​ບັງ​ຫຼວງ, ສ້າງ​ສະພາບ​ແວດ​ລ້ອມ​ທີ່ປອດ​ໄສ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ. ບົດ​ຂຽນ​ຂອງ ທູ​ຮັ່ງ, ນັກ​ຂ່າວ VOV, ທີ່​ມີ​ຫົວ​ຂໍ້​ວ່າ: “ສ້າງ​ຮ່າງ​ ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ) ຕາມ​ທິດ​ຮອບດ້ານ.”

        ​ໂດຍມີ​ຜົນ​ສັດ​ສິດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 1/6/2006, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ສ້າງ​ກົນ​ໄກ​ປ້ອງ​ກັນ, ສະກັດ​ກັ້ນ, ພົບ​ເຫັນ​ໄພ​ສໍ້​ລາດ​ບັງ​ຫຼວງ​ຮອບດ້ານ ​ແລະ ​ເລິກ​​ເຊິ່ງກ້ວາງ​ຂວາງ, ປະ​ກອບ​ສ່ວນ​ກໍ່​ສ້າງ​ກົນ​ໄກ​ໃນ​ການ​ຄຸ້ມຄອງລັດ, ຄຸ້ມຄອງ​ສັງຄົມ “​ເວົ້າ​ບໍ່​ກັບ​ການ​ສໍ້​ລາດ​ບັງ​ຫຼວງ”, “ບໍ່​ສາມາດ​ສໍ້​ລາດ​ບັງ​ຫຼວງ”. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພາຍຫຼັງ 10 ປີ​ແຫ່ງ​ການ​ປະຕິບັ​ດ, ມີ​ບາງ​ເນື້ອ​ໃນ​ຂອງ​ກົດໝາຍບໍ່​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ຕໍ່ສູ້ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ ​ໃນ​ວິວັດ​ການ ຫວຽດນາມ ພັດທະນາ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນອີກ. ດັ້ງ​ນັ້ນ, ວຽກ​ງານ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງຮອບດ້ານ​ໄດ້​ຮັບ​ການ​ກຳນົດ​ວ່າ​ແມ່ນ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ ​ແລະ ລັດ.

ສ້າງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ຕາມທິດຮອບດ້ານ - ảnh 1
ກອງປະຊຸມຝຶກອົບຮົມຕີລາຄາວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ພາກໃຕ້
(ພາບ: ສຳນັກຂ່າວສານ ຫວຽດນາມ)

ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເພື່ອ​​ໃຫ້ເໝາະ​ສົມ​ກັບ​ສະພາບ​ການ​ຂອງ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ

        ດ້ວຍ​ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ​ຍູ້​ແຮງ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຫວຽດນາມ ​ໄດ້​ຍູ້​ແຮງ ​ແລະ ຕັດສິນ​ໃຈ​ເພີ່ມ​ທະວີ​ບັນດາ​ມາດ​ຕະການທີ່ມີ​ປະສິດທິ​ຜົນ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ​ໄດ້​ປະກາດ​ໃຊ້​ເອກະສານ​ກົດໝາຍ, ບັນດາ​ນະ​ໂຍບາຍ​ຫຼາຍ​ສະບັບເພື່ອ​ແນ​ໃສ່​ສ້າງ​ກອບ​ກົດໝາຍ​ໃຫ້​ນັບ​ມື້​ນັບ​ສົມບູນ​ແບບ​ກ່ວາ​​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ​ໃນ​ບາງ​ຂົງ​ເຂດ, ການສໍ້ລາດ​ບັງ​ຫຼວງ​ໄດ້​ຮັບ​ການ​ຄວບ​ຄຸມ​ເທ​ື່ອລະ​ກ້າວ. ​​ເພື່ອ​ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ຄຸ້ມ​ຄອງ​ຂອງ​ລັດ, ຊ່ວຍ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ພັດທະນາ​ເສດຖະກິດ​ສັງຄົມ, ລັດຖະບານ ຫວຽດນາມ ພວມ​ດຳ​ເນີນ​ການ​ສ້າງ​ເນື້ອ​ໃນ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ (ສະບັບ​ປັບປຸງ). ​ເນຶ້ືອ​ໃນ​ຈຸດ​ສຸມ​ໃນ​ການ​ປັບປຸງ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບການລະບອບ​ກົດ​ໝາຍ​ໃນ​ການປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ພິ​ເສດ​ແມ່ນ​ຕ້ອງ​ເຮັດ​ແນ​ວ​ໃດ​ໃຫ້​ກົດໝາຍ​ກ້າວ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ​ທີ່ໄດ້​ວາງ​ອອກ. ທ່ານ ດີ​ງວັນ​ມີ​ງ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ວິທະຍາສາດ​ກວດກາ, ​ໃຫ້​ຮູ້​ວ່າ:

        “​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ພວກ​ເຮົາ​ເຮັດ​ສິ່ງ​ທີ່​ດີໄດ້ຈຳນວນ​ໜຶ່ງ, ສິ່ງ​ທີ່​ບໍ່​ດີ​ຈຳນວນ​ໜຶ່ງ. ຕົວ​ຢ່າງ​ຄື: ຕ້ອງ​ມ​ີອົງການທີ່​ມີ​ຄວາມ​​ແຂງ​ແຮງຢ່າງ​ພຽງພໍ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ສໍ້​ລາດ​ບັງ​ຫຼວງ​ໃຫຍ່, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສັງຄົມ, ຂອງ​ປະຊາຊົນ… ຈາກ​ນັ້ນ, ພວກ​ເຮົາ​ຈະ​ຕີ​ລາຄາ​​ໄດ້ກົດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ແທ​ດຈິງ​ທີ່​ສຸດ. ຕ້ອງ​​ເປີດ​ເຜີຍ, ​ໂປ່​ງ​​ໃສ, ມີ​ຄວາມ​ສະ​ເໝີ​ພາບ​ຢ່າງພາວະ​ວິ​ໄສ​ເມື່ອ​ຕີ​ລາຄາ​ປະ​ສິດທິ​ຜົນ​ຂອງ​ກົດໝາຍ. ບັນດາ​ປະກົດ​ການ​ບໍ່​ປອດ​​ໃສ​ຕ້ອງ​ສືບ​ຕໍ່​ດຳ​ເນີນ​ການຕໍ່ສູ້.”

        ການ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ມີ​ປະສິດທິ​ຜົນ​ແມ່ນ​ບັນຫາ​ຫຍຸ້ງຍາກ, ສັບສົນ, ​ແມ່ນ​ໜ້າ​ທີ່​ທັງ​ຮີບ​ດ່ວນ, ທັງ​ຍາວ​ນານ, ຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເດັດຂາດ, ຢຶດໝັ້ນຕໍ່​ເນື່ອງ, ຖືກຕ້ອງ​ກັບ​ກົດໝາຍ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ສັງ​ຄົມ. ທ່ານ ດີ​ງວັນ​ມີ​ງ, ຊີ້​ແຈ້ງວ່າ​:

        “ກ່ອນ​ນີ້, ລັດຖະບັນຍັດ​ຂອງ​ພວກ​ເຮົາ​ແມ່ນ​ຕ້ານ​ການ​ສໍ້ລາດ​ບັງ​ຫຼວງ, ​ແຕ່​ກົດໝາຍ​ຂອງ​ພວກ​ເຮົາ​ໃນ​ປະຈຸ​ບັ​ນ​ແມ່ນ​​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແມ່ນ​ຄົບ​ຖ້ວນ​ຮອບດ້ານ, ພິ​ເສດ​ແມ່ນ​ການ​ປ້ອງ​ກັນ, ສະກັດ​ກັ້ນ​ການສໍ້​ລາດ​ບັງຫຼວງ, ​ເໝາະ​ສົມ​ກັບ​ນຳ້​ໃຈ​ຂອງ​ສະຫະ​ປະຊາ​ຊາດ​ປ້ອງ​ກັນ​ຕ້ານ, ປ້ອງ​ກັນ​ການ​ສໍ້​ລາດບັງ​ຫຼວງ. ປະຈຸ​ບັນ, ມີ​ບັນດາ​ບັນ​ຫາ​ຮີບ​ດ່ວນ, ​ແຕ່​ນັບ​ທັງ​ບັນດາ​ມະຕິ​ຂອງ​ພັກ, ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການສໍ​້ລາດ​ບັງ​ຫຼວງ ພວກ​ເຮົາຍັງ​ຄົງ​ກຳນົດ​ການ​ປ້ອງ​ກັນ, ສະກັດ​ກັ້ນ​ແມ່ນ​ມາດ​ຕະການ​ພື້ນຖານ ​ແລະ ຍາວ​ນານ.”

​ເປີດ​ກ້ວາງ​ຂອບ​​ເຂດ​ການ​ປັບປຸງ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຕາມ​ທິດ​ຮອບດ້ານ

        ​ໃນ​ສະພາບ​ການ​ປະຈຸ​ບັນ, ການ​ປັບປຸງ​ ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຢ່າງ​ຮອບດ້ານ ​ໄດ້​ຮັບຄວາມ​ເອົາ​ໃຈ​ໃສ່, ຕິດຕາມ​​ຈາກ​ຫາງ​ສຽງທີ່​ສຸດ. ໝາກຜົນ​​ແຫ່ງ​ການ​ສຳ​ຫຼວດຂອງ​ອົງການ​ກວດກາ​ລັດຖະບານ​ໄລຍະ​ມໍ່ໆ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ປະຊາຊົນ​ກ່ວາ 87% ຖື​ວ່າ​ຕ້ອງ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ແກ້​ໄຂ​ການລະ​ເມີດກົດ​ໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ​້ລາດ​ບັງ​ຫຼວງ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ປ້ອງ​ກັນ, ຕ້ານ. ກົດໝາຍ​ກໍ່ຕ້ອງການມີ​ກົນ​ໄກ​ຮັບປະກັນ​ການ​ປະຕິບັດ, ຕິດຕາມ​ກວດກາວິວັດ​ການ​ປະຕິບັດ. ມີ​ຫຼາຍ​ຄຳ​ເຫັນ​ຖື​ວ່າ: ກົດໝາຍ​ນີ້​ຕ້ອ​ງ​ໄດ້​ຮັບ​ການ​ພິຈາລະ​ນະ ​ແລະ ປັບປຸງ, ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ມາ​ດຕະການ​ປ້ອງ​ກັນ, ຕ້ານ​ໃນ​ຫົວທີ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ດ້ານ​ນິຕິ​ກຳ​ສຳ​ຄັນ​ເພື່ອ​ໃຫ້​ກົດໝາ​ຍວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ໃນ​ພືດຕິ​ກຳ​ຕົວ​ຈິງ ກໍ່​ຄື​ເໝາະ​ສົມ​ກັບ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

        ບັນດາ​ຜູ້​ສ້າງ​ກົດໝາຍ, ບັນດາ​ນັກ​ຊ່ຽວຊານ​ຖື​ວ່າ: ໜ່ຶງ​ໃນ​ບັນດາ​ເນື້ອ​ໃນ​ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ, ສ້າງ​ບັນດາ​ມາດ​ຕະການ​ປ້ອງ​ກັນ, ສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ໄດ້​ຮັບ​ການ​ກຳນົດ​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ນັ້ນ​ແມ່ນ​ການ​ປັບ​ປຸງ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ແກ້​ໄຂ​ລົງ​ໂທດ​ຄວາມ​ຮັບຜິດ​ຊອບ​ຂອງ​ຫົວໜ້າ​ອົງການ, ຫົວໜ່ວຍ. ທ່ານ ຫງວຽນ​ຕ໋ວນ​ແອ​ງ, ຮອງ​ຫົວໜ້າ​ກົມກົດໝາຍອົງການ​ກວດກາ​ລັດ​ຖະບານ, ​ໄດ້​ຍົກ​​ຄຳ​ເຫັນ​ວ່າ:

        “​ໃນ​ວິວັດ​ການ​ປັບປຸງຮອບດ້ານກົດໝາຍຜ່ານ​ໝາກຜົນ​​ແຫ່ງການ​ສຳ​ຫຼວດ, ພາກ​ແກ້​ໄຂ​ລົງ​ໂທດ​ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ​ແກ້​ໄຂ​ລົງ​ໂທດ​ດ້ານ​ບໍລິຫານ ​ແລະ ບັນດາ​ຮູບ​ການ​​ແກ້​ໄຂ​ລົງ​ໂທດ​ອື່ນໆ ນອກ​ກົດໝາຍ​ອາຍາ ຈະ​ຕ້ອງ​ກຳນົດຢ່າງ​ຈະ​ແຈ​້ງ. ກ່ອນ​ນີ້, ການ​​ແກ້​ໄຂບັນຫາ​ນີ້​ພວກ​ເຮົາ​ລ້ວນ​ແຕ່​ອີງ​ໃສ່​ເອກະສານ​ສະບັບ​ອື່ນ. ດັ່ງ​ນັ້ນ, ​ໃນ​ພາກ​ປ້ອງ​ກັນ, ສະກັດ​ກັ້ນ​ຈະ​ກຳນົດ​ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ​ໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ພາກສ່ວນ​ແກ້​ໄຂລົງ​ໂທດ​ມີ​ບັນດາ​ຮູບ​ການແກ້​ໄຂ​ເໝາະ​ສົມ ​ເມ່ືອບໍ່​ປະຕິບັດ​ບັນດາ​ມາດ​ຕະການ​ນັ້ນ. ມີ​ທັງ​ກໍລະນີ​ເມື່ອ​ເກີດ​ການ​ສໍ້​ລາດ​ບັງ​ຫຼວງ​​ແມ່ນຕ້ອງ​ແກ້​ໄຂ​ລົງ​ໂທດ​ຄວາມ​ຮັບຜິດຊອບ​ທີ່ຄ້າຍຄື​ກັນ.”

        ສະພາບ​ຕົວ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ: ວຽກ​ງານ​ປ້ອງ​ກັນ, ຕ້ານ​ການສໍ້ລາດ​ບັງ​ຫຼວງ​ແມ່ນ​ໜ້າ​ທີ່​ທັງ​ຮີບ​ດ່ວນ, ທັງ​ຍາວ​ນານ, ຕ້ອງ​​ດຳ​ເນີນ​ບັນດາ​ບາ​ດກ້າວ​ທີ່ໝັ້ນຄົງ. ພາລະກິດ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງມ​ີປະສິດທິ​ຜົນ​ຫຼື​ບໍ່​ແມ່ນ​ຂຶ້ນ​ກັບ​ຫຼາຍ​ປັດ​ໄຈ ​ໃນ​ນັ້ນ​ການປັບປຸງ​ກົດໝາຍ​ແມ່ນ​ປັດ​ໄຈ​ຈຸດ​ສຸມ ​ແລະ ​ໃນ​ຕໍ່ໜ້າ. ມີ​ພຽງ​ບັນດາ​ຂໍ້​ກຳນົດ​ວິທະຍາສາດ, ​ແໜ້ນ​​ແຟ້ນ, ຄົບ​ຖ້ວນ ​ແລະ ປະຕິບັດ​ງ່າຍດາຍ ຈຶ່ງ​ສາມາດສ້າງ​ບັນດາກົນ​ໄກ ​ແລະ ມາດ​ຕະກາ​ມີ​ປະສິດທິ​ຜົນ​ເພື່ອ​ແນ​ໃສ່​ປ້ອງ​ກັນ, ສະກັດ​ກັ້ນ ​ແລະ ຕໍ່ສູ້​ ​ປ້ອງ​ກັນ, ຕ້ານ​ການ​ສໍ​້ລາດ​ບັງ​ຫຼວງ​ຢ່າງ​ມີ​ປະສິດທິ​ຜົນ​ໄດ້.

                                                                   


ຕອບກັບ

ຂ່າວ/ບົດ​ອື່ນ